ໃນປີ 2021 ເຕັກໂນໂລຢີຫັນປ່ຽນປີໃໝ່ຈີນແນວໃດແດ່?

Comet Digital Agency
2 min readFeb 3, 2021

ໃກ້ຈະຮອດກຸດຈີນ ກຸດຫວຽດ ແລ້ວທຸກຄົນນນນ~ພວກເຮົາທີມງາມ Comet ຈະມາບອກວ່າມີເຕັກໂນໂລຍີໃດແດ່ໃນປີ 2021 ນີ້ ທີ່ເຂົ້າມາປ່ຽນວັນປີໃຫມ່ຈີນ ບໍ່ວ່າຈະເປັນພຶດຕິກຳຕ່າງໆ ຈົນເຖິງເສດຖະກິດຂອງຊາວຈີນນັ້ນເອງ.

ງານສະຫຼອງປີໃຫມ່ຂອງຊາວຈີນ, ຫວຽດນາມ ແລະ ຫຼາຍປະເທດໃນໂລກ ເກີດຂຶ້ນພ້ອມກັນໃນວັນປີໃໝ່ຕາມຈັນທະປະຕິທິນ, ເຊິ່ງແມ່ນປະເພນີເກົ່າແກ່ຂອງຊາວຈີນຕັ້ງແຕ່ດຶກດຳບັນ. ຕົ້ນກຳເນີດຂອງວັນປີໃໝ່ນີ້ ແມ່ນເລີ່ມຕົ້ນໃນຊ່ວງ 3,500 ປີກ່ອນ, ຜູ້ຄົນສ່ວນຫຼາຍຈະນຸ່ງຊຸດສີແດງ, ກິນຕິມຊຳ, ຊາລາເປົາ ເປັນອາຫານຫຼັກ ແລະ ແລກປ່ຽນຂອງຂວັນນຳກັນ.

ການເພີ່ມຂຶ້ນຂອງເຕັກໂນໂລຢີ ສົ່ງຜົນກະທົບຕໍ່ພຶດຕິກຳຫຼາຍຢ່າງຂອງຊາວຈີນ ບໍ່ວ່າຈະເປັນການໃຫ້ຂອງຂວັນ, ການເດີນທາງ, ອາຫານການກິນ ແລະ ຄວາມສຳພັນຂອງຊາວຈີນ.

ການໃຫ້ຂອງຂວັນ Gift giving

ເມື່ອການສະເຫຼີມສະຫຼອງປີໃໝ່ຈີນ ທີ່ຈະເລີ່ມຕົ້ນໃນວັນສຸກທີ 12 ນີ້ ຊອງອັ່ງເປົ່າ (hongbao) ຫຼາຍລ້ານຊອງ ທີ່ເຕັມໄປດ້ວຍເງິນສົດ ຄາດວ່າຈະຖືກສົ່ງໄປໃຫ້ຄົນໃນຄອບຄົວ, ໝູ່ສະໜິດ ແລະ ເພື່ອນຮ່ວມງານ.

ໃນປະເທດຈີນ ຊອງສີແດງ ເອີ້ນວ່າ ຫົງເປົາ hongbao ເຊິ່ງຈະເອົາໄວ້ມອບໃຫ້ຜູ້ອື່ນ, ເຊິ່ງເປັນສັນຍະລັກຂອງພະລັງງານ, ຄວາມສຸກ ແລະ ຄວາມໂຊກດີ, ຄ້າຍກັບວ່າຜູ້ໃຫ້ ອວຍພອນໃຫ້ຜູ້ຮັບເຫຼົ່ານັ້ນ ມີຄວາມປອດໄພ ແລະ ຄວາມສະຫງົບສຸກຕະຫຼອດປີ. ແຕ່ໃນຊ່ວງເວລາທີ່ຜ່ານມາ ດ້ວຍການເພີ່ມຂຶ້ນຫຼາຍຂອງຜູ້ໃຊ້ງານສະມາດໂຟນ (Smart Phone) ເຮັດໃຫ້ເກີດການປ່ຽນແປງໃໝ່ໃນປະເພນີນີ້.

WeChat ແອັບເຄືອຂ່າຍສັງຄົມ ແລະ ການສົ່ງຂໍ້ຄວາມຂອງ Tencent Holdings ເຊິ່ງເປັນ ບໍລິສັດອິນເຕີເນັດຍັກໃຫຍ່ຂອງຈີນ ໄດ້ເປີດໂຕຟີເຈີ feature ທີ່ຊ່ວຍໃຫ້ຜູ້ໃຊ້ ສາມາດສົ່ງຊອງຈົດໝາຍແບບດີຈີຕອນໃຫ້ກັບຄົນທີ່ທ່ານຮັກໄດ້.

ຜູ້ໃຫ້ຈະຕ້ອງເຊື່ອມຕໍ່ບັນຊີທະນາຄານຂອງຕົນກັບແອັບກ່ອນ, ຈາກນັ້ນຈຶ່ງສາມາດສົ່ງເງິນຕາມຈຳນວນທີ່ລະບຸ ໄປເຖິງລາຍຊື່ໝູ່ທີ່ຢູ່ໃນ WeChat ພ້ອມກັບຂໍ້ຄວາມສ່ວນຕົວໄດ້, ທ່ານຍັງສາມາດເພີ່ມຄວາມສະໜຸກສະໜານ ແລະ ເພີ່ມເງິນລົງໃນກຸ່ມ ເພື່ອໃຫ້ຄົນໃນຫ້ອງແຊັດທີ່ເຕັມໄປດ້ວຍໝູ່ຂອງເຮົາ ໄດ້ພາກັນກົດເອົາເງິນທີ່ເຮົາສົ່ງລົງກຸ່ມໄດ້, ຫຼັງຈາກນັ້ນຜູ້ໄດ້ຮັບຈະສາມາດໂອນເງິນຈາກ Wechat Wallet ເຂົ້າບັນຊີທະນາຄານຂອງຕົນເອງໄດ້. ເຖິງວິທີນີ້ ຈະເລີາມມີມາຕັ້ງແຕ່ປີ 2016 ແຕ່ປັດຈຸບັນ ກໍຍັງມີຄົນໃຊ້ວິທີແບບນີ້ຕະຫຼອດເລື້ອຍມາ.

ອາຫານຄໍ່າ Dinner

ອາຫານ ເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນປີໃໝ່ຈີນທີ່ຂາດບໍ່ໄດ້, ອາຫານແລງໃນມື້ສົ່ງທ້າຍປີເກົ່າ ຫຼື ງານລ້ຽງອາຫານໃນຄໍ່າຄືນທີ່ພົບປະຄອບຄົວພ້ອມໜ້າພ້ອມຕາ ຖືເປັນໂອກາດທີ່ສຳຄັນຢ່າງຍິ່ງສຳລັບຊາວຈີນ. ເປາະເປ້ຍ, ກ້ຽວ, ໝີ່ເຫຼືອງ ແລະ ປາໜຶ້ງ ເປັນໜຶ່ງໃນອາຫານແຊບ ທີ່ນິຍົມໃນຄອບຄົວ ແລະ ໝູ່ເພື່ອນຊາວຈີນ. ເຊິ່ງປັດຈຸບັນນີ້, ທ່ານສາມາດສັ່ງອາຫານມາກິນໃນງານລ້ຽງປີໃໝ່ຜ່ານແອັບສົ່ງອາຫານ ໝາຍຄວາມວ່າ ທ່ານຈະມີເວລາໃນເຮືອນຄົວໜ້ອຍລົງ ແລະ ໄດ້ໃຊ້ເວລາກັບຄົນທີ່ທ່ານຮັກຫຼາຍຂຶ້ນ, ພຽງແຕ່ຄລິກປຸ່ມ ທ່ານກໍ່ສາມາດເພີ່ມອາຫານລົງໃນກະຕ່າ ແລ້ວໃຫ້ຄົນສົ່ງມາສົ່ງອາຫານໄດ້ເລີຍ ຫຼື ທ່ານຈະໃຫ້ຈັດສົ່ງໃຫ້ໃນມື້ຕໍ່ໄປກໍ່ໄດ້.

ຄວາມສຳພັນ Relationship

ຮ່ອງຮອຍປະເພນີຂອງຊາວຈີນບູຮານ ຍັງຄົງປາກົດໃຫ້ເຫັນຢູ່ໃນປັດຈຸບັນ ກໍຄືແຮງກົດດັນໃຫ້ຄົນໜຸ່ມສາວ ຫາສາມີ ຫຼື ພັນລະຍາທີ່ເໝາະສົມ ກ່ອນທີ່ອາຍຸຈະຮອດ 30 ປີ, ຄວາມກົດດັນນີ້ ຍິ່ງໃຫຍ່ຫຼາຍສຳລັບກຸ່ມຜູ້ຍິງ ທີ່ໃຫ້ຄວາມສຳຄັນກັບການແຕ່ງງານຫຼາຍກວ່າອາຊີບຂອງຕົນອີກດ້ວຍ.

ສຳລັບໃຜທີ່ບໍ່ຢາກໃຫ້ພໍ່ແມ່ຂອງພວກເຂົາບັງຄັບຫຼາຍເກີນໄປ, ປັດຈຸບັນກໍມີເວັບໄຊ້ ແລະ ແອັບຫຼາກຫຼາຍແບບທີ່ເປີດໂອກາດໃຫ້ທຸກຄົນໄດ້ສາມາດເຊົ່າຄູ່ເປັນເວລາ 1 ວັນ, ເຖິງວ່າແອັບເຫຼົ່ານັ້ນຈະມີໃຫ້ບໍລິການຕະຫຼອດປີ ແຕ່ກໍຈະເຫັນວ່າຊ່ວງກຸດຈີນ ຈະມີຜູ້ໃຊ້ຫຼັ່ງໄຫຼເຂົ້າມາໃຊ້ຫຼາຍກວ່າປົກກະຕິ.

“ຜູ້ໃຊ້ກວ່າ 1,000 ຄົນເທິງແພລັດຟອມຂອງເຮົາໄດ້ລົງທະບຽນໃນມື້ນັ້ນ, ເຊິ່ງເປັນວັນທີ່ເໝາະສຳລັບການຈ້າງງານໃນຊ່ວງພັກປີໃໝ່” Cao Tiantian ຜູ້ກໍ່ຕັ້ງແອັບ Hire Me Plz ກ່າວ.

ຜູ້ຊົມໃຊ້ໄດ້ພາກັນຮວບຮວມທຸລະກິດເຫຼົ່ານີ້ ເພື່ອຊອກຫາຄູ່ຮ່ວມງານທີ່ເຕັມໃຈ ທີ່ຈະມາສະແດງເປັນແຟນຢູ່ຕໍ່ໜ້າຄອບຄົວຂອງຕົນເອງ ເພື່ອແລກກັບເງິນຈຳນວນຫຼວງຫຼາຍ ໂດຍປົກກະຕິປະມານ $145 ຕໍ່ມື້.

ການເດີນທາງ Travel

ທຸກໆປີ ຊາວຈີນຫຼາຍລ້ານຄົນຈະມັກນັ່ງລົດໄຟເພື່ອເດີນທາງກັບບ້ານໄປຫາຄົນທີ່ພວກເຂົາຮັກ ດ້ວຍສະພາບສະຖານີລົດໄຟທີ່ແອອັດ, ຫຍຸ້ງຍາກ, ວຸ້ນວາຍ, ເຊິ່ງປະສົບການທີ່ຫຼາຍຄົນບໍ່ຢາກພົບເຈິນີ້ ກຳລັງຈະປ່ຽນໄປ ຈາກການລົງທຶນຂອງປະເທດຈີນ ກໍຄືລົດໄຟຄວາມໄວສູງ.

ການພັດທະນາລົດໄຟຫົວລູກປືນ ເຊິ່ງມີຄວາມໄວສູງສຸດ 250 ກິໂລແມັດຕໍ່ຊົ່ວໂມງ ຊ່ວຍຫລຸດເວລາໃນການເດີນທາງໄດ້ເຖິງ 75% ເມື່ອທຽບກັບລົດໄຟທົ່ວໄປ.

Sun Zhang ຜູ້ຊ່ຽວຊານໃນມະຫາວິທະຍາໄລ Tongi ໃນຊຽງໄຮ້ ໄດ້ກ່າວກັບ South China Morning Post ວ່າ:

“ລົດໄຟ ແລະ ເສັ້ນທາງເຫຼົ່ານີ້ ໃຫ້ເນື້ອທີ່ທີ່ພຽງພໍໃນຊ່ວງທີ່ມີການເດີນທາງທ່ອງທ່ຽວຫຼາຍເຊັ່ນ: ຊ່ວງປີໃໝ່ ແລະ ໃນຊ່ວງເວລາອື່ນໆ, ສາມາດກະຕຸ້ນການເຕີບໃຫຍ່ຂອງການທ່ອງທ່ຽວ ແລະ ທຸລະກິດອື່ນໆ ໃນພາກບໍລິການທາງຕະວັນຕົກຂອງຈີນໄດ້”

ນອກຈາກການຫລຸດເວລາໃນການເດີນທາງແລ້ວ ເທັກໂນໂລຍີຍັງຖືກນຳມາໃຊ້ເພື່ອຫລຸດຄວາມຫຍຸ້ງຍາກໃນດ້ານອື່ນໆຂອງການເດີນທາງເຊັ່ນ: ການຊື້ປີ້ ແລະ ການຊຳລະເງິນ. ເນື່ອງຈາກມີປະຊາກອນຈຳນວນຫຼາຍທີ່ຕ້ອງການເດີນທາງ ຈຶ່ງອາດຈະເປັນເລື່ອງຍາກທີ່ຈະຊື້ປີ້. ສະນັ້ນ, ແອັບທີ່ມີຊື່ວ່າ Goatie Guanjia ຈະຊ່ວຍກວດສອບຫາປີ້ທີ່ຍັງວ່າງ ແລະ ທ່ານສາມາດ “ກົດ” ເອົາປີ້ນັ້ນມາໂດຍທ່ານບໍ່ຕ້ອງເສຍເວລາຖ້າ.

ສຸດທ້າຍ ແຕ່ບໍ່ທ້າຍສຸດ, ຊອບແວການຈົດຈຳໃບໜ້າ (facial recognition software) ທີ່ສ້າງໂດຍ Baidu Inc. ກຳລັງໄດ້ຮັບການທົດສອບ ເພື່ອໃຊ້ໃນການກວດສອບຜູ້ໂດຍສານທີ່ກຳລັງຈະຂຶ້ນລົດໄຟ ໂດຍມີຈຸດມຸ້ງໝາຍເພື່ອເຮັດໃຫ້ຂະບວນການມີປະສິດທິພາບຫຼາຍຂຶ້ນ.

ເຫັນບໍ່ວ່າ! ວັນປີໃໝ່ຈີນ ຈະຂັບເຄື່ອນໄປສູ່ການປ່ຽນແປງທີ່ນຳໜ້າດ້ານເທັກໂນໂລຍີໃນໂລກ ເຊັ່ນດຽວກັບປະເທດຈີນນັ້ນເອງ.

ອ້າງອີງ:

https://www.wirecard.com/blog/how-technology-reinforced-chinese-new-year

https://mgronline.com/china/detail/9620000012482

#CometDigitalAgency #InnovateTogether #MobileAppDev #Laos

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet