ແອັບຮຽນພາສາສຸດປັງທີ່ຄວນມີໄວ້ຕິດມືຖື
Comet recommendation: mooning apps for learning languages
ມາອັບສະກິວພາສາກັນເທາະຊາວ Comet ຄວາມຮູ້ຢູ່ພຽງປາຍນິ້ວເຮົາເທົ່ານັ້ນ.. ແບ່ງ 10ນາທີຕໍ່ມື້ ພັດທະນາໂຕເອງໄປນຳ
1. Duolingo
ເນັ້ນໜັກພວກຄຳສັບເປັນສ່ວນໃຫຍ່ເໝາະກັບຜູ້ທີ່ຕ້ອງການຢາກສ້າງນິໄສການຮຽນຮູ້ໃຫ້ເປັນກິດຈະວັດປະຈຳວັນ ຖ້າເປົ້າໝາຍເຮົາແມ່ນການຮຽນຄຳສັບໃຫ້ໄດ້ຫຼາຍທີ່ສຸດ Duolingo ແມ່ນຕອບໂຈດສຸດດດ ເພາະເນັ້ນໜັກການເຮັດຊ້ຳໆເພື່ອຊ່ວຍໃຫ້ຈື່ຄຳສັບໃໝ່ໄດ້ ໂດຍສະເພາະພາສາເຢຍລະມັນທີ່ເຮົາຈຳເປັນຕ້ອງໄດ້ຈື່ເພດຂອງຄຳນາມ ນອກນີ້ກໍມີຄຳອະທິບາຍຂອງໄວຍາກອນໃຫ້ນຳແຕ່ເຮົາສາມາດເຂົ້າເຖິງໄດ້ຜ່ານເວີຊັນຄອມເທົ່ານັ້ນ ເປັນ Hidden Feature ນັ້ນເອງ.
ລາຄາ: $12.99/1ເດືອນ ແລະ $83.88/12ເດືອນ
ຈຳນວນພາສາ: ຫຼາຍກວ່າ 30+ ພາສາ
ຄວາມມ່ວນ: ⭐️⭐️⭐️⭐️
ໃຊ້ງານງ່າຍ: ⭐️⭐️⭐️⭐️
2. Busuu
ມີຄຳອະທິບາຍວ່າຄຳສັບນີ້ເໝາະຈະໃຊ້ໃນສະຖານນະການໃດ ພ້ອມທັງມີບົດເຝິກຫັດການອ່ານ, ການຟັງ ແລະ ການຂຽນເພື່ອຊ່ວຍໃຫ້ເຮົາຈື່ໄດ້ ນອກນີ້ກໍມີຄຳອະທິບາຍກ່ຽວກັບໄວຍາກອນທີ່ຄັກ, ມີຄວາມຖືກຕ້ອງ, ເຂົ້າໃຈງ່າຍ, ສັ້ນກະທັດຮັດ ແລະ ໄດ້ໃຈຄວາມ. ຖ້າຕ້ອງການໃບຢັ້ງຢືນພາສາແບບເປັນທາງການເພື່ອພິສູດທັກສະທາງພາສາແນະນຳ Busuu ເລີຍເພາະແອັບໄດ້ຈັດໂຄງສ້າງ ແລະ ວິທີການສອນຕາມ CEFR (ແຕ່ຕ້ອງໄດ້ສະໝັກ Premium Plus ແລະ ຜ່ານການເສັງອອນລາຍລະດັບສຸດທ້າຍກ່ອນຈຶ່ງຈະໄດ້ໃບຢັ້ງຢືນ).
***CEFR = Common European Framework of Reference for languages
ລາຄາ: €9,99–10,99/1ເດືອນ ແລະ €70–80/12ເດືອນ
ຈຳນວນພາສາ: 12 (EN, ES, FR, DE, CN, JA, AR, IT, PT, PL,TR, RU)
ຄວາມມ່ວນ: ⭐️⭐️⭐️⭐️
ໃຊ້ງານງ່າຍ: ⭐️⭐️⭐️⭐️
3. Rosetta stone
ຮຽນຮູ້ຜ່ານວິທີການທີ່ໄດ້ຮັບການພິສູດແລ້ວຂອງ Rosetta (Immersion method) ເຊິ່ງວິທີນີ້ໄດ້ຈັດລຽງຄຳ ແລະ ຮູບພາບປະກອບແບບຮອບຄອບເພື່ອເຮັດໃຫ້ເຮົາສາມາດຮັບຮູ້ຄວາມໝາຍຂອງປະໂຫຍກໃໝ່ໄດ້ໂດຍບໍ່ຕ້ອງແປ ໂດຍການສ້າງສະຖານະການຈຳລອງໃນຊີວິດຈິງ.ຈຸດແຂງແມ່ນແອັບນີ້ມີປະສົບການຜູ້ໃຊ້ທີ່ດີ(UX)ດ້ວຍປະສົບການຫຼາຍກວ່າທົດສະວັດຂອງແບຣນ ນອກນີ້ບໍ່ມີໂຄສະນານຳ ແລະ ສາມາດໂຫຼດບົດຮຽນໄວ້ຮຽນແບບ offline ໄດ້ນຳແຕ່ໜ້າຈໍຈະຖືກໝຸນເປັນແນວນອນໃນເວລາຮຽນ (Rotate to landscape).
ລາຄາ: $35,97/3ເດືອນ ແລະ $95,88/6ເດືອນ
ຈຳນວນພາສາ: 25
ຄວາມມ່ວນ: ⭐️⭐️⭐️
ໃຊ້ງານງ່າຍ: ⭐️⭐️
4. Ewa
ມາກັບຄອນເຊັບຮຽນພາສາອັງກິດດ້ວຍຄຣິບສັ້ນຈາກຮູບເງົາ, ຊີຣີ ແລະ ລາຍການໂທລະພາບທີ່ເຮົາມັກ ນອກນີ້ມີຫຼັກສູດຫຼາຍລະດັບໃຫ້ເລືອກ, ເກມໃຫ້ຫຼິ້ນ ແລະ ປຶ້ມໃຫ້ອ່ານເພື່ອຊ່ວຍເພີ່ມທັກສະ ແຕ່ພາສາເປົ້າໝາຍມີແຕ່ພາສາອັງກິດເທົ່ານັ້ນ.
ລາຄາ: $12/1ດືອນ ແລະ $50/12ເດືອນ
ຈຳນວນພາສາ: 38 ພາສາແມ່ >> En
ຄວາມມ່ວນ: ⭐️⭐️
ໃຊ້ງານງ່າຍ: ⭐️⭐️⭐️
5. Babbel
ເນັ້ນຊ່ວຍພັດທະນາກ່ຽວກັບທັກສະໃນການສົນທະນາ ເຖິງວ່າ UI ຈະບໍ່ລ້ຳສະໄໝປານໃດແຕ່ພາຍໃນແອັບກໍມີເນື້ອຫາທີ່ອັດແໜ້ນໄປດ້ວຍຂໍ້ມູນທີ່ຫຼາກຫຼາຍ ແລະ ຄອບຄຸມ.ນອກນີ້ Babbel ແມ່ນມີຄວາມເປັນມືອາຊີບຫຼາຍກ່ວາແອັບສີຂຽວຖ້າທຽບກັນໃນໄລຍະຍາວ ແລະ ບົດຮຽນຕ່າງໆແມ່ນຖືກພັດທະນາໂດຍນັກແປພາຍໃນອົງກອນ (In-house linguists) ແທນທີ່ຈະເປັນການແບ່ງປັນຂໍ້ມູນຂອງຜູ້ໃຊ້ໃນຊຸມຊົນຢູ່ໃນແອັບກັນເອງ.
ລາຄາ: $20/3ເດືອນ ແລະ $60/12ເດືອນ
ຈຳນວນພາສາ: 9 (ພາສາແມ່) >> 13
ຄວາມມ່ວນ: ⭐️⭐️
ໃຊ້ງານງ່າຍ: ⭐️⭐️