ເປັນຫຍັງໃນສາຍເທັກໂນໂລຍີຈຶ່ງມີຜູ້ຍິງໜ້ອຍ? Why Are There So Few Women in Tech?
👋 Hello March! 🗓 ເດືອນແຫ່ງປະຫວັດສາດຂອງຜູ້ຍິງ Women’s History Month (WHM)
👩🎓👮♀️👩🏻🍳👩🚒👷♀️🕵️♀️👩⚕️👩🌾👩🏫👩💻👩💼🧑🔧👩🔬👩🎨👩✈️👩⚖️🧑🚀 “Women can be anything we want”
ເລີ່ມເດືອນໃໝ່ກັບບົດຄວາມທີ່ໜ້າສົນໃຈ ທຸກຄົນເຄີຍສົງໄສບໍ່ວ່າເປັນຫຍັງໃນສາຍເທັກໂນໂລຍີຈຶ່ງມີຜູ້ຍິງໜ້ອຍ? (Why Are There So Few Women in Tech?)
To future females in Tech 👩💻 Comet ໄດ້ສະຫຼຸບມາໃຫ້ທຸກຄົນໄດ້ຖອດຖອນບົດຮຽນນຳກັນແບບກະທັດຮັດ & ເຂົ້າໃຈງ່າຍ 😉
ແຕ່⁉️ ຖ້າໃຜຢາກອ່ານເນື້ອຫາເຕັມສາມາດອ່ານໄດ້ທີ່ 👉 https://careerfoundry.com/en/blog/career-change/women-in-tech/
Are Women ‘Less Rational’ Than Men? ຍ້ອນຜູ້ຍິງມີຄວາມຄິດທີ່ມີເຫດມີຜົນໜ້ອຍກວ່າຜູ້ຊາຍ?
ແນວຄິດທີ່ວ່າຜູ້ຊາຍມີຄວາມຄິດທີ່ມີເຫດມີຜົນຫຼາຍກວ່າຜູ້ຍິງມີມາຕັ້ງແຕ່ສະໄໝ Aristotle ແລະ ຝັງເລິກຢູ່ໃນຈິດສຳນຶກຂອງຄົນໃນສັງຄົມ ແລະ ຍັງສືບຕໍ່ມາຈົນເຖິງປັດຈຸບັນ. ຕາມສະຖິຕິຊີ້ໃຫ້ເຫັນວ່າເດັກຍິງມີຜົນງານດີກວ່າເດັກຊາຍໃນວິຊາ STEM ຢູ່ໂຮງຮຽນ ແລະ ຜົນຂອງການສຶກສາເມື່ອບໍ່ດົນມານີ້ໄດ້ສະແດງໃຫ້ເຫັນວ່າ: ເດັກຍິງອາຍຸ 15ປີ ໃນ 70% ຂອງຫຼາຍໆປະເທດເຮັດຜົນງານວິຊາຄະນິດສາດ ແລະ ວິທະຍາສາດໄດ້ດີກວ່າເດັກຊາຍ. ນອກຈາກນີ້, ການວິເຄາະຜູ້ໃຊ້ງານ GitHub ເກືອບ 1.4 ລ້ານບັນຊີ ຊີ້ໃຫ້ເຫັນວ່າທັກສະການຂຽນໂຄ໊ດຂອງຜູ້ຍິງແມ່ນມີຫຼາຍກວ່າຜູ້ຊາຍ.
*STEM = Science, Technology, Engineering, and Math
The Role of Early Socialisation and Pop Culture ຍ້ອນບົດບາດທາງສັງຄົມ ແລະ ວັດທະນະທຳ
ເມື່ອຖືກຖາມກ່ຽວກັບການຂາດແຄນຜູ້ຍິງໃນສາຍເທັກໂນໂລຢີ, Christina Morillo ຜູ້ຮ່ວມກໍ່ຕັ້ງ Women Of Color In Tech Chat, ໄດ້ກ່າວວ່າ:
“ຂ້າພະເຈົ້າຄິດວ່າທີ່ຜ່ານມາພວກເຮົາໄດ້ເຮັດຜົນງານໄດ້ບໍ່ດີປານໃດ ໃນການຊຸກຍູ້ໃຫ້ໄວໜຸ່ມຍິງມີສ່ວນຮ່ວມໃນ STEM ຕັ້ງແຕ່ອາຍຸຍັງນ້ອຍ...ການກະທໍາຂອງພວກເຮົາສະແດງອອກວ່າເດັກຊາຍແມ່ນສາມາດເປັນຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ, ໃນຂະນະທີ່ເດັກຍິງໄດ້ຮັບການຊຸກຍູ້ໃຫ້ໄປສູ່ເສັ້ນທາງທີ່ປອດໄພກວ່າ ຫຼື ເສັ້ນທາງທີ່ເໝາະກັບຜູ້ຍິງ”
Is Tech A Boys’ Club? ຍ້ອນ Tech ແມ່ນສະຖານທີ່ ຫຼື ວຽກຂອງຜູ້ຊາຍ?
Regina Agyare ຜູ້ກໍ່ຕັ້ງ Soronko Solutions ເຊື່ອວ່ານີ້ແມ່ນໜຶ່ງໃນຫຼາຍເຫດຜົນທີ່ຜູ້ຍິງຖືກກີດກັນອອກຈາກເທັກໂນໂລຢີ
“ຜູ້ຍິງສ່ວນໃຫຍ່ຄິດວ່າເທັກໂນໂລຢີ ເປັນຄືກັບກຸ່ມ ຫຼື ພື້ນທີ່ຂອງຜູ້ຊາຍ ແລະ ເຊື່ອວ່າຜູ້ຍິງບໍ່ສາມາດເຂົ້າຮ່ວມໄດ້. ນອກນີ້, ຍັງມີການເໝົາລວມວ່າ ຄົນທີ່ຢູ່ໃນວົງການເທັກແມ່ນເປັນພວກເດັກເນີດທີ່ເຂົ້າສັງຄົມບໍ່ເປັນ”
ຈາກເຫດຜົນຂ້າງເທິງ, ບໍ່ແມ່ນເລື່ອງແປກເລີຍທີ່ວົງການເທັກຈະຖືກຕີຄວາມວ່າເປັນພື້ນທີ່ຂອງຜູ້ຊາຍທີ່ຜູ້ຍິງບໍ່ສາມາດມີສ່ວນຮ່ວມໄດ້ Lea Lange ຜູ້ຮ່ວມກໍ່ຕັ້ງຕະຫຼາດສິລະປະອອນລາຍ Juniqe ກ່າວວ່າ:
“ເປັນທຳມະຊາດຂອງເຮົາໃນການເລືອກສະພາບແວດລ້ອມທີ່ເຮົາຮູ້ສຶກວ່າສາມາດລະບຸຕົວຕົນກັບຄົນອື່ນໃນກຸ່ມໄດ້. ສະນັ້ນ, ສະພາບແວດລ້ອມທີ່ຖືຜູ້ຊາຍເປັນໃຫຍ່ (ເຊັ່ນ: ເທັກໂນໂລຢີ) ຕ້ອງໄດ້ໃຊ້ເວລາເພື່ອທີ່ຜູ້ຍິງຈະສາມາດຄຸ້ນເຄີຍກັບແນວຄິດທີ່ຢາກຈະມີສ່ວນຮ່ວມ”
ຕຢ: ໃນປີ 2014 ແອັບຫາຄູ່ຊື່ດັງ Tinder ຍັງຖືກຟ້ອງໂດຍອະດີດຜູ້ຮ່ວມກໍ່ຕັ້ງໃນຂໍ້ຫາລ່ວງລະເມີດທາງເພດ (Sexual Harassment). ນອກນີ້, ຜົນສຳຫຼວດຍັງຊີ້ໃຫ້ເຫັນວ່າ ຜູ້ຍິງ 60% ໃນ Silicon Valley ຖືກຄຸກຄາມທາງເພດ.
Discrimination ການເລືອກປະຕິບັດ
ການເລືອກປະຕິບັດໃນລະຫວ່າງຂັ້ນຕອນການຈ້າງງານມີສ່ວນໃນການເຮັດໃຫ້ແມ່ຍິງໄດ້ຮັບການຈ້າງງານຫຼຸດລົງ.
ນັກຈິດຕະວິທະຍາສັງຄົມ Corinne Moss-Racusin ໄດ້ເຮັດການທົດລອງເພື່ອວັດຄວາມລໍາອຽງທາງເພດຕໍ່ກັບຜູ້ທີ່ສະຫມັກວຽກໃນສາຍ STEM. ການສຶກສາພົບວ່າ: ສົ່ງຊີວະປະຫວັດອັນດຽວກັນຕ່າງກັນແຕ່ຊື່ ເຊິ່ງຜູ້ສະໝັກທີ່ມີຊື່ວ່າ: ຈອນ (John) ໄດ້ຮັບການຖືກພິຈະລະນາຫຼາຍກ່ວາຜູ້ສະໝັກທີ່ຊື່ວ່າ: ເຈນນິເຟີ (Jennifer) ແລະ ຄວາມລໍາອຽງຕໍ່ກັບຜູ້ຍິງນີ້ມີແນວໂນ້ມຈະເຫັນໄດ້ຊັດເຈນຂຶ້ນໃນຮອບການສຳພາດ.
ຄວາມສາມາດຂອງຜູ້ຍິງບໍ່ພຽງແຕ່ຖືກປະເມີນຕໍ່າເທົ່ານັ້ນ ນາຍຈ້າງບໍ່ຕ້ອງການຈ້າງຜູ້ຍິງທີ່ມີແນວໂນ້ມຈະລາອອກມື້ໃດ໋ມື້ໜຶ່ງເພື່ອໄປເຮັດໜ້າທີ່ແມ່ (ແມ່ບ້ານ & ແມ່ຂອງລູກ) ແບບເຕັມຕົວ ແລະ ເຕັມເວລາ. ບັນຫານີ້ອາດພົບໄດ້ທົ່ວໄປໃນອຸດສາຫະກໍາທີ່ມີການແຂ່ງຂັນສູງ ແລະ ການເຕີບໂຕທີ່ໄວ ເຊັ່ນ: ເທັກໂນໂລຢີ ເພາະວ່ານາຍຈ້າງຄາດຫວັງວ່າພະນັກງານຕ້ອງທຸ້ມເທເວລາ ແລະ ພະລັງງານຢ່າງເຕັມທີ່ເພື່ອເຮັດໃຫ້ບໍລິສັດປະສົບຜົນສໍາເລັດ. ນອກນີ້, ການທີ່ບໍ່ມີວັນພັກພິເສດສຳລັບແມ່ໆ ຫຼື ການທີ່ແມ່ໆຮ້ອງຂໍວັນພັກເພື່ອເບິ່ງແຍງລູກແລ້ວບໍ່ໄດ້ຮັບການສະໜັບສະໜູນ ກໍເປັນອີກໜຶ່ງໃນຫຼາຍໆເຫດຜົນທີ່ຜັກດັນໃຫ້ຜູ້ຍິງອອກຈາກວົງການເທັກ ຫຼື ຖືກກີດກັນບໍ່ໃຫ້ເຂົ້າສະໜາມຕັ້ງແຕ່ເລີ່ມຕົ້ນ
Lack of role models ບໍ່ມີແບບຢ່າງ
ແບບຢ່າງທີ່ເປັນເພດຍິງມີບົດບາດສຳຄັນຫຼາຍໃນການສະແດງໃຫ້ໄວໜຸ່ມຍິງໄດ້ເຫັນເຖິງສິ່ງທີ່ສາມາດເປັນໄປໄດ້ຈິງສຳລັບພວກເຂົາໃນວົງການເທັກໂນໂລຢີ ແລະ ຕອນນີ້ພວກເຮົາສາມາດເຫັນຜູ້ຍິງທີ່ມີໂປຣຟາຍສູງ ແລະ ປະສົບຜົນສຳເລັດທີ່ກຳລັງປູທາງໃຫ້ກັບນະວັດຕະກອນຍິງໃນອະນາຄົດເຊັ່ນ: ຈາກ Ginni Rometty (CEO ຂອງ Facebook) ເຖິງ Marissa Meyer (CEO ຂອງ Yahoo).
(ຫວັງວ່າໃນອະນາຄົດບໍ່ໄກນີ້ເຮົາຈະໄດ້ເຫັນນະວັດຕະກອນຍິງທີ່ຂັບເຄື່ອນວົງການເທັກໂນໂນຢີຫຼາຍຂຶ້ນ)
Why Do We Need More Women In Tech? ເປັນຫຍັງພວກເຮົາຈຶ່ງຕ້ອງການໃຫ້ມີຜູ້ຍິງໃນສາຍເທັກໂນໂລຢີຫຼາຍຂຶ້ນ?
ຫົວຂໍ້ນີ້ຄວນຄ່າແກ່ການຫາສາເຫດຢ່າງແນ່ນອນ ບາງຄົນອາດມີຄຳຖາມວ່າ:
ເປັນຫຍັງເລື່ອງນີ້ຈຶ່ງມີຄວາມສຳຄັນ? ຖ້າຜູ້ຍິງມີຄວາມສົນໃຈໃນການມີສ່ວນຮ່ວມໃນສາຍເທັກໂນໂລຢີໜ້ອຍກວ່າຜູ້ຊາຍ ແລ້ວຈະບັງຄັບໃຫ້ມີການປ່ຽນແປງເຮັດຫຍັງ?
ນອກເໜືອຈາກການຕະໜັກກ່ຽວກັບຄວາມເທົ່າທຽມທາງເພດແລ້ວ (Gender Equality), ຄວາມຕັ້ງໃຈຂອງອົງກອນເອງທີ່ຢາກເພີ່ມຜູ້ຍິງໃນສາຍງານໃຫ້ຫຼາຍຂຶ້ນ. Emily Razowsky ຜູ້ກໍ່ຕັ້ງ Women In Tech Campaign ກ່າວວ່າ:
“ມີຄວາມຈຳເປັນຫຼາຍທີ່ຈະຕ້ອງມີຄວາມຫຼາກຫຼາຍໃນກຸ່ມຄົນທີ່ເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາຕ່າງໆໃນປັດຈຸບັນ Harvard Business School ໄດ້ເຮັດງານວິໄຈທີ່ສະແດງໃຫ້ເຫັນວ່າທີມທີ່ມີຜູ້ຍິງ ແລະ ຄວາມຫຼາກຫຼາຍ ໃຫ້ຜົນຮັບທີ່ດີກວ່າ ແລະ ມີລັກສະນະການເຮັດວຽກເປັນທີມທີ່ດີກວ່າ”
— — — — — — — — — — — —
𝗖𝗼𝗺𝗲𝘁 ຮັບສ້າງແອັບ, ອອກແບບ & ພັດທະນາແອັບມືຖືໃຫ້ແທດເໝາະກັບທຸລະກິດ ແລະ ຄວາມຕ້ອງການຂອງທ່ານ
— — — — — — — — — — — —
#womenintech #CometDigitalAgency #InnovateTogether #MobileAppDev #softwarecompany #laos