ເປັນຫຍັງຕ້ອງຮູ້ຈັກກັບ UX/ UI?
ຖ້າເວົ້າເຖິງຄຳວ່າ UX/ UI ໃຫ້ກັບບຸກຄົນທົ່ວໄປທີ່ບໍ່ໄດ້ຢູ່ໃນວົງການ ຫຼື ພົວພັນກັບໄອທີ, ແອດຄິດວ່າຄົນກຸ່ມນີ້ ຕ້ອງຕັ້ງຄຳຖາມ ຂຶ້ນມາທັນທີວ່າ UX/ UI ແມ່ນຫຍັງ? ຈຸດປະສົງຂອງບົດຄວາມນີ້ ແມ່ນຢາກຊ່ວຍອະທິບາຍ 2 ຄຳນີ້ໃຫ້ເຂົ້າໃຈງ່າຍຂຶ້ນ ແລະ ເຫັນພາບຊັດເຈນຂຶ້ນໃນຄວາມໝາຍ ທີ່ຕິດພັນກັບດ້ານການບໍລິຫານ ແລະ ການຕະຫຼາດ.
UX ແມ່ນຫຍັງ?
User eXperience (UX) ແປຕາມໂຕ ກໍຄື ປະສົບການຂອງຜູ້ໃຊ້ ເຊິ່ງປະສົບການໃນທີ່ນີ້ແມ່ນ ມາຈາກການໃຊ້ (Usability), ແລະ ການເຂົ້າເຖິງ (Accessibility). UX Design ແມ່ນການອອກແບບສິນຄ້າໂດຍພະຍາຍາມເຂົ້າໃຈຜູ້ໃຊ້ ເປັນອັນດັບທຳອິດ ເພື່ອສ້າງສິນຄ້ານັ້ນໃຫ້ມີຜົນປະໂຫຍດສູງທີ່ສຸດ.
ຕົວຢ່າງ ສົມມຸດໃນມື້ນີ້ເຮົາມີສິນຄ້າທີ່ພະຍາຍາມເຮັດອອກມາຂາຍ ສິ່ງທຳອິດຂອງເຈົ້າຂອງ ທຸລະກິດຄິດຫາແມ່ນການ ຕັ້ງເປົ້າໝາຍ ແລະ ຫາວິທີການໃຫ້ຜູ້ໃຊ້ຫັນມາຊື້ສິນຄ້າໂຕເອງຫຼາຍກວ່າຄູ່ແຂ່ງ ສ່ວນໃຫຍ່ຈຶ່ງໄປເນັ້ນໃສ່ແຜນການຕະຫຼາດ ຕ່າງໆ ຈົນລືມຄວາມຕ້ອງການແທ້ໆຂອງຜູ້ໃຊ້ ແລະ ສົ່ງຜົນໃຫ້ຄວາມຄາດຫວັງຂອງຜູ້ໃຊ້ບໍ່ເປັນໄປຕາມທີ່ຕ້ອງການ ແລະ ບໍ່ຮູ້ວ່າ ແມ່ນຫຍັງແມ່ນຄວາມຜິດພາດທີ່ແທ້ຈິງ ຫຼື ຄູ່ແຂ່ງເກັ່ງເກີນໄປ ຫຼື ສິນຄ້າມັນຍັງບໍ່ດີພໍ.
ສະນັ້ນ UX ຈຶ່ງເຂົ້າມາເພື່ອເສີມຈຸດນີ້ ຈຸດທີ່ພະຍາຍາມເຂົ້າໃຈວ່າຜູ້ໃຊ້ຕ້ອງການຫຍັງ, ມັກແບບໃດ, ມີຄວາມຄິດ ແລະ ຄວາມຮູ້ ສຶກແນວໃດຕໍ່ສິນຄ້າ.
UI ແມ່ນຫຍັງ?
User Interface (UI) ຄົນສ່ວນໃຫຍ່ແມ່ນຈະຄິດຫາການອອກແບບໜ້າຕາ ແລະ ຄວາມງາມເປັນຫຼັກ ແຕ່ທີ່ຈິງແລ້ວໃຈຄວາມ ສຳຄັນແມ່ນ ການສື່ສານກັບຜູ້ໃຊ້ໂດຍອີງຕາມຄວາມເຂົ້າໃຈ ແລະ ການອອກແບບຂອງ UX.
ຕົວຢ່າງ ເຮັດແນວໃດໃຫ້ສິນຄ້າສາມາດສ້າງ ຄວາມປະທັບໃຈໃນຄັ້ງທຳອິດໄດ້ດີທີ່ສຸດ ເຊັ່ນ ການເລືອກສີ, ການຈັດວາງແຕ່ລະອົງ ປະກອບ, ແລະ ແມ້ແຕ່ການເລືອກຂະໜາດ ຫຼື ຕຳແໜ່ງຂອງໂຕໜັງສື. ນອກຈາກຄວາມງາມແລ້ວ, ຄວາມງ່າຍ, ສະດວກ, ໄວ ແລະ ຄວາມເປັນມິດຕໍ່ຜູ້ໃຊ້ກໍແມ່ນຄວາມໝາຍຂອງ UI.
UX ແຕກຕ່າງຈາກ UI?
ຈາກຄວາມໝາຍຂ້າງເທິງ 2 ສິ່ງນີ້ແມ່ນແຕກຕ່າງກັນ ແຕ່ເປັນສິ່ງທີ່ຕ້ອງຄູ່ກັນ, ເຈົ້າຂອງສິນຄ້າຄວນໃຫ້ຄວາມສຳຄັນທັງ 2 ເພື່ອສ້າງ ຈຸດແຂງໃຫ້ກັບສິນຄ້າໂຕເອງ ແລະ ເອົາຊະນະຄູ່ແຂ່ງໃນຕະຫຼາດດຽວກັນໄດ້.
ຕົວຢ່າງ UX ແມ່ນໂຄງສ້າງ ແລະ ອົງປະກອບຕ່າງໆ ທີ່ຜະລິດສິນຄ້າອອກມາຕາມຄວາມຕ້ອງການຄາດຫວັງຂອງກຸ່ມລູກຄ້າ ເປົ້າໝາຍ, ແລ້ວເພື່ອສ້າງຈຸດແຂງໃຫ້ສິນຄ້ານັ້ນ UI ແມ່ນມາຊ່ວຍເສີມສ້າງຄວາມປະທັບໃຈຜ່ານການສື່ສານດ້ວຍຮູບຮ່າງ ລັກສະນະພາຍນອກ ແລະ ພາສາທີ່ໂດດເດັ່ນ ອີງຕາມກຸ່ມເປົ້າໝາຍນັ້ນເຊັ່ນກັນ.
ດັ່ງຕົວຢ່າງຮູບພາບປະກອບຂ້າງເທິງ (Mojito Cocktail), UX ແມ່ນການເຂົ້າໃຈຄວາມສຳຄັນຂອງລົດຊາດທີ່ຜູ້ດື່ມຕ້ອງການ ໃນຈອກນັ້ນ ສະນັ້ນຕ້ອງເລືອກສ່ວນປະກອບທີ່ໃຫ້ໄດ້ລົດຊາດຕາມທີ່ຜູ້ດື່ມຕ້ອງການ. ໃນຂະນະດຽວກັນ, UI ແມ່ນການນຳ ສະເໜີຈອກ Mojito ທີ່ໄດ້ປຸງຈາກສ່ວນປະກອບທີ່ສຳຄັນຕໍ່ລົດຊາດ ຜ່ານການຈັດວາງຕົບແຕ່ງຈອກໃຫ້ມີໜ້າຕາດຶງດູດ ແລະ ສ້າງຄວາມປະທັບໃຈແກ່ຜູ້ດື່ມຈອກນັ້ນ.
ຍ້ອນຫຍັງຈຶ່ງມີຄວາມສຳຄັນ?
ອີງຕາມຄວາມໝາຍ ແອດເຊື່ອວ່າຜູ້ອ່ານຫຼາຍຄົນພໍຈະຄິດພາບອອກ ວ່າແທ້ຈິງແລ້ວ ປະສົບການຂອງຜູ້ໃຊ້ (UX) ແລະ ການສື່ສານກັບຜູ້ໃຊ້ (UI) ແມ່ນປັດໄຈຫຼັກໃນການສ້າງຄວາມພຶງພໍໃຈຂອງລູກຄ້າໃນຕະຫຼາດຮູບແບບດັ້ງເດີມນັ້ນເອງ.
ແຕ່ເນື່ອງຈາກການພັດທະນາດ້ານເຕັກໂນໂລຢີ ທີ່ສົ່ງຜົນໃຫ້ທຸລະກິດຫັນມາໃຊ້ກົນລະຍຸດດິຈິຕອນໃນປະຈຸບັນນີ້ ເຈົ້າຂອງ ທຸລະກິດຈຶ່ງຕ້ອງໃຫ້ຄວາມສຳຄັນກັບການອອກແບບ UX/ UI ສູງຂຶ້ນ.
UX/ UI ຍັງເປັນເລື່ອງໃໝ່ຫຼາຍສຳລັບຕະຫຼາດໃນລາວເຮົາ ແຕ່ແອດກໍເຫັນໄດ້ວ່າ ປະຈຸບັນບາງບໍລິສັດ ຫຼື ອົງກອນ ໄດ້ໃຫ້ຄວາມສຳຄັນ ໂດຍຊອກຈ້າງຜູ້ຊ່ຽວຊານ, ນັກວິຊາການດ້ານນີ້ກັນຫຼາຍຂຶ້ນ. ແຕ່ຍ້ອນມັນຍັງເປັນເລື່ອງໃໝ່ ບຸກຄະລາກອນ ພາຍໃນປະເທດ ກໍຍັງບໍ່ທັນມີຜູ້ຊຳນານດ້ານນີ້ສະເພາະຢ່າງພຽງພໍກັບຄວາມຕ້ອງການໃນຕະຫຼາດ.
ແອດຫວັງວ່າ ໃນອະນາຄົດ ຈະມີສະຖາບັນການສຶກສາພາຍໃນ ໃຫ້ຄວາມສຳຄັນກັບການສ້າງບຸກຄະລາກອນທີ່ມີທັກສະ ດ້ານນີ້ສະເພາະໃຫ້ຫຼາຍຂຶ້ນຕື່ມອີກ.