ຮູ້ບໍ່ວ່າ⁉️ ປະສົບການຜູ້ໃຊ້ງານ ຫຼື ທີ່ເຮົາເອີ້ນກັນວ່າ UX (User Experience) ໃນຜະລິດຕະພັນອີເລັກໂທນິກ ມີຄວາມສຳຄັນຫຼາຍກວ່າທີ່ຄິດ. ຍ້ອນເຫດ ແລະ ຜົນອັນໃດ, ເຮົາມາອ່ານ ແລະ ທຳຄວາມເຂົ້າໃຈກັນເລີຍ:
👉🏻 ເຮົາອາດເຄີຍມີປະສົບການແງ່ລົບໃນການໃຊ້ເວັບໄຊ ຫຼື ແອັບພລິເຄຊັນ
ບໍ່ວ່າເຂົ້າໄປແລ້ວເຮັດໃຫ້ເກີດຄວາມງຸນງົງວ່າຈະກົດປຸ່ມ ຫຼື ຄລິກບ່ອນໃດດີ🤔. ສິ່ງເຫຼົ່ານີ້ເພິ່ນເອີ້ນວ່າ“ປະສົບການຜູ້ໃຊ້ງານ (UX = User Experience)”ເພາະມະນຸດທຸກຄົນລ້ວນແຕ່ມີຄວາມຮູ້ສຶກທີ່ຕອບສະໜອງຕໍ່ການໃຊ້ງານບາງຢ່າງເຊັ່ນ: ຜະລິດຕະພັນ ຫຼື ແພັດຟອມເວັບໄຊຕ່າງໆ ຕົວຢ່າງ: ຮູ້ສຶກຫງຸດຫງິດບໍ່ພໍໃຈ😡, ມ່ວນ🥳, ສະໜຸກສະໜານ😆, ມີຄວາມສຸກ☺️, ເກີດຄວາມຄຽດ😞, ພຶງພໍໃຈ😀 ໆລໆ ຄວາມຮູ້ສຶກເຫຼົ່ານີ້ມັກເກີດຂຶ້ນຫຼັງຈາກການໃຊ້ງານບາງຢ່າງສະເໝີ.
ຄຳວ່າ UX ສ່ວນໃຫຍ່ແມ່ນຄຳເວົ້າທີ່ນິຍົມໃຊ້ເຂົ້າໃນວົງການອອກແບບເວັບໄຊ ຫຼື ແອັບພລິເຄຊັນຕ່າງໆ👩🏻💻 ເຊິ່ງ UX ມີຄວາມສຳຄັນຫຼາຍສຳລັບນັກອອກແບບ ທີ່ນັກອອກແບບຕ້ອງໄດ້ສຶກສາພຶດຕິກຳຂອງຜູ້ໃຊ້ງານ ແລະ ນຳມາອອກແບບຂະບວນການໃຊ້ງານສິນຄ້າ ຫຼື ການບໍລິການຕ່າງໆ ເພື່ອໃຫ້ຜູ້ໃຊ້ງານພຶງພໍໃຈຫຼາຍທີ່ສຸດເຊັ່ນ: ໃຊ້ງານງ່າຍ, ມີຂັ້ນຕອນທີ່ຊັດເຈນ. ຖ້ານັກອອກແບບສາມາດອອກແບບອອກມາໄດ້ດີ ເວັບໄຊ ແລະ ແອັບພລິເຄຊັນພວກນັ້ນກໍສາມາດຕອບໂຈດການໃຊ້ງານຂອງຜູ້ໃຊ້ ນຳມາເຖິງຄວາມພຶງພໍໃຈ ແລະ ເກີດປະສົບການທີ່ດີນັ້ນເອງ✅
ສຳລັບໃຜທີ່ຍັງສົງໄສວ່າ UX ແລະ UI ແມ່ນຫຍັງສາມາດເຂົ້າໄປອ່ານບົດຄວາມຢູ່ລິ້ງ (link) ນີ້ໄດ້ເລີຍ: https://www.facebook.com/CometDigitalAgency/posts/635416547406915
👉🏻 ແຕ່ຖ້າຜູ້ໃຊ້ງານເກີດຄວາມຮູ້ສຶກບໍ່ດີຈະເກີດຫຍັງຂຶ້ນຕໍ່ຈາກນີ້?
ສຳລັບທຸລະກິດກ່ຽວກັບ E- commerce ຫຼັງຈາກທີ່ລູກຄ້າເກີດຄວາມຮູ້ສຶກທີ່ບໍ່ດີ ເຂົາກໍຈະບໍ່ກັບເຂົ້າມານຳໃຊ້ເວັບໄຊຂອງຜູ້ຂາຍເລີຍ ຫຼື ອາດຈະປະຖິ້ມກະຕ່າຫຼັງຈາກເລືອກຜະລິດຕະພັນສິນຄ້າ (shopping cart) ຍ້ອນຄວາມສັບສົນບໍ່ຮູ້ວ່າຈະໄປຕໍ່ແນວໃດ.
👉🏻 ດ້ວຍເຫດ ແລະ ຜົນເຫຼົ່ານີ້ ບັນດາທຸລະກິດຕ້ອງແກ້ໄຂແນວໃດ???
ການທີ່ເວັບໄຊ ຫຼື ແອັບພລິເຄຊັນມີໜ້າຕ່າງ ຫຼື ປຸ່ມຂໍຄວາມຊ່ວຍເຫຼືອມີປະໂຫຍດຕໍ່ທຸລະກິດກວ່າທີ່ທ່ານຄິດ. ເວົ້າໃຫ້ເຫັນພາບ ໃນຂະນະທີ່ລູກຄ້າພວມກຳລັງເລື່ອນເບິ່ງເຄື່ອງອອນລາຍຢູ່ເວັບໄຊ ຫຼື ແອັບພລິເຄຊັນຢູ່ນັ້ນ ແລ້ວມີ ໜ້າຕາງແຊັດ pop up ຂຶ້ນມາ ເພື່ອຖາມຄວາມຕ້ອງການເຮົາວ່າ “ຕ້ອງການຄວາມຊ່ວຍເຫຼືອຍັງບໍ່” ຖ້າເຮົາຄລິກ ເຂົ້າໄປມັນກໍຈະພາເຮົາໄປໜ້າຕາງແຊັດ/ວິດີໂອ (Video chat) ກັບເຈົ້າໜ້າທີ່ພະນັກງານ ທີ່ລໍຖ້າບໍລິການ ໃຫ້ພວກເຮົາ. ເຊິ່ງການສົນທະນາແນວນີ້ສ່ວນໃຫຍ່ຈະເປັນແບບ 1:1 ລະຫວ່າງລູກຄ້າກັບເຈົ້າໜ້າທີ່ພະນັກງານ.
👉🏻 ແລ້ວການມີໜ້າຕ່າງ ຫຼື ປຸ່ມໃຫ້ຄວາມຊ່ວຍເຫຼືອມັນດີຕໍ່ທຸລະກິດແນວໃດ?
1️⃣ ສ້າງຄວາມແຕກຕ່າງໃຫ້ກັບທຸລະກິດຂອງທ່ານຍ້ອນການແບ່ງປັນຂໍ້ມູນກັບພວກເຂົາ, ສະແດງຄວາມໂປ່ງໃສ ແລະ ຄວາມຊື່ສັດ.
2️⃣ ສະແດງໃຫ້ເຫັນເຖິງຄວາມໃສ່ໃຈ ແລະ ສະແດງໃຫ້ເຫັນວ່າທາງບໍລິສັດໄດ້ເຮັດວຽກຢ່າງກະຕືລືລົ້ນ, ທຸ້ມເທເພື່ອຊ່ວຍເຫຼືອລູກຄ້າ ເຮັດໃຫ້ລູກຄ້າຮູ້ສຶກວ່າພວກເຂົາໄດ້ເປັນສ່ວນໜຶ່ງ ຂອງຄອບຄົວບໍລິສັດ ໃຫຍ່ໆ.
3️⃣ ເຮັດໃຫ້ບໍລິສັດເຫັນບັນຫາຂອງລູກຄ້າ ແລະ. ແກ້ໄຂບັນຫາດັ່ງກ່າວໄດ້ດີຂຶ້ນ ເພື່ອບໍ່ໃຫ້ເສຍເວລາ, ສ້າງຄວາມຈົງຮັກພັກດີ (customer loyalty) ດ້ວຍການສະແດງໃຫ້ເຫັນວ່າທາງບໍລິສັດ ເຕັມໃຈທີ່ຈະກ້າວໄປ ອີກຂັ້ນເພື່ອກຸ່ມລູກຄ້າຮັບປະສົບການທີ່ດີທີ່ສຸດ
4️⃣ ໃຫ້ຄຸນຄ່າກັບລູກຄ້າໂດຍການສຳຫຼວດຈາກ Econsultancy ສະແດງໃຫ້ເຫັນວ່າຜູ້ຊື້ (shopper) 83%ໄດ້ກ່າວໄວ້ວ່າ ພວກເຂົາຕ້ອງການອຳນວຍຄວາມສະດວກ (online journey support) ເພື່ອໃຫ້ລູກຄ້າທີ່ກຳລັງທຳການຊື້ຂອງໃນເວັບອອນລາຍຢູ່ນັ້ນສາມາດຕິດຕໍ່ຫາພະນັກງານເມື່ອພົບບັນຫາລະຫວ່າງທາງ.
5️⃣ ລາຍງານຈາກ Microsoft state of Global Customer Service ປີ 2018 ພົບວ່າການບໍລິການລູກຄ້າມີຜົນຕໍ່ການເລືອກແບຣນ ແລະ ຄວາມຈົງຮັກພັກດີໄດ້ເຖິງ 95% ຂອງຜູ້ບໍລິໂພກທົ່ວໂລກ ເພາະໜ້າຕາງ ຫຼື ປຸ່ມໃຫ້ຄວາມຊ່ວຍເຫຼືອແບບ Video chat ຈະເຂົ້າໄປ ຊ່ວຍປັບປຸງຄຸນນະພາບ ການບໍລິການລູກຄ້າ.
6️⃣ ການທີ່ເວັບໄຊ/ແອັບພລິເຄຊັນມີໜ້າຕາງ video chat. ຈະຊ່ວຍເພີ່ມໂອກາດໃນການຂາຍຢ່າງຕໍ່ເນື່ອງໂດຍການບໍລິການຢ່າງເປັນສ່ວນຕົວຫຼາຍຂຶ້ນ. ນອກນັ້ນ, ຍັງຫຼຸດຜ່ອນໂອກາດທີ່ລູກຄ້າຈະປະຖິ້ມກະຕ່າຫຼັງຈາກເລືອກສິນຄ້າ ຫຼື ຜະລິດຕະພັນຕ່າງໆ (Shopping carts).
ເຊິ່ງບັນຫາເຫຼົ່ານີ້ຈະໝົດໄປເມື່ອທ່ານໃຫ້ທີມງານໂຄເມັດເຂົ້າໄປຊ່ວຍແກ້ບັນຫາດ້ວຍການນຳ ໃຊ້ຜະລິດຕະພັນ Comet Call ທີ່ເປັນສື່ກາງລະຫວ່າງໃຫ້ເຈົ້າໜ້າທີ່/ພະນັກງານກັບລູກຄ້າສາມາດ ສື່ສານກັນໄດ້ຢ່າງສະດວກສະບາຍ ແລະ ງ່າຍຂຶ້ນ.
ແປ ແລະ ອ້າງອີງ:
https://econsultancy.com/83-of-online-shoppers-need-support-to-complete-a-purchase-stats/
https://info.microsoft.com/ww-landing-State-of-Global-Customer-Service-Report-Microsoft-Dynamics-365-eBook.html?lcid=en-us
https://adaddictth.com/knowledge/What-is-difference-between-UX-UI
https://www.podbean.com/media/share/pb-96khb-dcb41d?utm_campaign=w_share_ep&utm_medium=dlink&utm_source=w_share
https://www.providesupport.com/blog/proactive-communication-with-customers/
https://www.zendesk.com/blog/live-chat-better-everyone/
https://www.unblu.com/en/guides/cobrowsing/
#CometDigitalAgency. #InnovateTogether #MobileAppDev #Laos