ຮູ້ບໍ່ ຍ້ອນຫຍັງ Trojan Malware ຈຶ່ງເອົາມ້າເປັນສັນຍາລັກ

--

ຮູ້ບໍ່ ຍ້ອນຫຍັງ Trojan Malware ຈຶ່ງເອົາມ້າເປັນສັນຍາລັກ

Trojan Horse ມ້າເມືອງທຣອຍ ເປັນຕຳນານກຣີກ ແລະ ເປັນທີ່ຮູ້ຈັກກັນຮອດປະຈຸບັນ ເຊິ່ງທີ່ມາຂອງມ້າເລື່ອງນີ້ເຫດການເລີ່ມໃນສະຕະວັດທີ 11 ຫຼື 12 BC ບັນດາກຸ່ມຄົນຊາວກຣີກກຳລັງຈະແພ້ສົງຄາມ ທີ່ມີການຕໍ່ສູ້ຍາດຊິງເປັນເວລາຍາວນານກວ່າ 10 ປີ ທາງ ໂອຊີດຸດ ຈຶ່ງໄດ້ຄິດຄົ້ນກົນອຸບາຍຂຶ້ນມາເພື່ອລອບເຂົ້າໄປຕີເມືອງທຣອຍ ເຊິ່ງມີປ້ອມປາການທີ່ແຂງແກ່ງ

ພວກເຂົາຈຶ່ງໄດ້ສ້າງມ້າໄມ້ຕົວໃຫຍ່ນີ້ຂຶ້ນມາ ແລ້ວເອົາກອງກຳລັງທະຫານຂອງ ໂອຊີດຸດ 30 ນາຍ ເຂົ້າໄປລີ້ຢູ່ໃນຫັ້ນ ຫຼັງຈາກນັ້ນທະຫານກຣີກກໍນຳມ້າໄມ້ໃຫຍ່ຕົວນີ້ລາກໄປວາງຢູ່ໜ້າກຳແພງເມືອງທຣອຍ ແລ້ວທຳທ່າຖອຍກອງກຳລັງຂອງຕົນອອກມາ

ເມື່ອທະຫານຊາວເມືອງທຣອຍເຫັນແນວນັ້ນ ກໍຄິດວ່າທາງກຣີກໄດ້ຍອມແພ້ ແລະ ຖອຍໄປແລ້ວ ພ້ອມຄິດວ່າ ມ້າໄມ້ໃຫຍ່ຕົວນັ້ນແມ່ນທາງກຣີກສ້າງຂຶ້ນມາເພື່ອມອບເປັນພົນທະໄມຕີ ທາງທຣອຍເປັນແນວນັ້ນກໍລາກເຂົ້າມາໄວ້ໃນເມືອງຂອງຕົນ ພ້ອມສະເຫຼີມສະຫຼອງໄຊຊະນະອັນຫຍິ່ງໃຫຍ່ຂອງຕົນ

ພໍຮອດຫົວຄຳ່ ທະຫານຊາວກຣີກກໍໄດ້ອອກມາຈາກການຕົວມ້າ ແລ້ວກໍໄລ່ຍຶດເອົາເມືອງທຣອຍຈົນເປັນອັນສຳເລັດ

ໃນໂລກຂອງຄອມພິວເຕີ ຄຳວ່າ Trojan Horse ໄດ້ເປັນຊື່ເອີ້ນໄວຣັສຄອມພິວເຕີແບບໜຶ່ງໃນປະເພດຂອງ Malware

ຍ້ອນລັກສະນະການເຮັດວຽກຂອງໂປຮແກຣມ Malware ຕົວນີ້ ເຮັດວຽກຄ້າຍຄື Trojan Horse ຫຼອກລໍ້ຜູ້ໃຊ້ງານ ວ່າຕົນເອງເປັນໂປຣແກຣມທີ່ປອດໄພ ແຕ່ຄວາມຈິງແຝງໄປດ້ວຍໄພອັນຕະລາຍ ເມື່ອຜູ້ໃຊ້ງານຫຼົງຕິດຕັ້ງໄປແລ້ວ ຈຶ່ງໄດ້ນຳຊື່ຂອງມ້າໄມ້ນີ້ເປັນຊື່ຂອງໂປຣແກຣມທີ່ສ້າງຂຶ້ນ

Trojan Malware “ມ້າໂທຣຈັນ” ຖືເປັນອາວຸດສັງຫານທີ່ບັນດາແຮັກເກີ້ມັກສຸດ ເພາະ”ໂທຣຈັນ” ຈະມາໃນຮູບແບບການປອມຕົວເປັນໂປຣແກຣມທີ່ຖືກກົດໝາຍ ແລະ ປະກົດຂຶ້ນເປັນຄຳແນະນຳທີ່ອັນຕະລາຍໂດຍ “ໂທຣຈັນ” ທີ່ໄດ້ຮັບຄວາມນິຍົມຫຼາຍສຸດແມ່ນ ໂປຣແກຣມປ້ອງກັນໄວຣັສ

ອ້າງອີງ:

- https://en.wikipedia.org/wiki/Trojan_War

- https://www.tieweng.com/trojan-horse-turkey/

- https://www.gotoknow.org/posts/51512

- https://www.modify.in.th/4296

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet