ຮວບຮວມເຫດການໃນວົງການເທັກໂລຢີຂອງປີ 2021
1 min readNov 26, 2021
✨ ມັງກອນ:
28 ມັງກອນ ສົງຄາມ Mark Zuckerberg ແລະ Tim Cook CEO Apple ປ່ອຍ iOS 14ໃຫ້ສິດຜູ້ໃຊ້ງານວ່າ “ຈະໃຫ້ຍິນຍອມຕິດຕາມຂໍ້ມູນສ່ວນຕົວໃນແອັບ ຫຼື ບໍ່”ແຕ່ facebook ບໍ່ຍອມ ເພາະລາຍໄດ້ຫຼັກແມ່ນມາຈາກຄ່າໂຄສະນາ 98% ໂດຍກົງ.
✨ ມີນາ:
- 30 ມີນາXiaomi ເປີດຕົວໂລໂກ້ໃໝ່ຜະສົມຜະສານກັບປັດຊະຍາທຳມະຊາດ ພາຍໃຕ້ຄອນເຊັບ “Alive”
✨ ພຶດສະພາ:
- 19 ພຶດສະພາ Bitcoin ລົງເຫຼືອ $40,066ຫຼັງຈີນປະກາດແບນ Cryptocurrency
- 21 ພຶດສະພາ 2021 Apple ຕັດສິນໃຈແບນ Epic ບໍ່ໃຫ້ນັກພັດທະນາເຂົ້າເຖິງ iOS ຫຼື Macos ຍ້ອນເກັບສ່ວນແບ່ງ 30% ຂອງການຈ່າຍເງິນໃນ App Store ນຳ Epic Game. Epic ເລີຍເພີ່ມຊ່ອງທາງຈ່າຍເງິນໄດ້ໂດຍກົງຜ່ານຕົນເອງ
✨ ມິຖຸນາ:
- 10 ມິຖຸນາ ໂຈ ໄບເດັນປະທານນາທະບໍດີ ຍົກເລີກຄຳສັ່ງແບນ “TikTok-WeChat”ຄຳສັ່ງຂອງອະດີດປະທານນາທິບໍດີ ໂດນໍລ ທຣັມ ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ
- 30 ມິຖຸນາ Facebook Analytics ຫາຍໄປ ຍ້ອນການອັບເດດຂອງ iOS 14 ເພີ່ມທາງເລືອກໃຫ້ຜູ້ໃຊ້ງານມີສິດທີ່ຈະເລືອກໄດ້ວ່າ “ຍິນຍອມໃຫ້ແອັບພລິເຄຊັນຕິດຕາມຂໍ້ມູນ ຫຼື ບໍ່”.
✨ ກໍລະກົດ:
- 05 ກໍລະກົດ Jeff Bezo ອຳລາຕຳແໜ່ງ CEO ຂອງ Amazon ທີ່ຢູ່ມາ 27 ປີ ແລະ ຍ້າຍຕົນເອງໄປເປັນ Executive Chairman ໃນ board ຂອງຜູ້ບໍລິຫານ
- 20 ກໍລະກົດ Bitcoin ລົງໜັກຈົນຮອດ $29,550ພາກັນຕິດດອຍຫຼາຍເດືອນ ກິນບໍ່ໄດ້ ນອນບໍ່ຫຼັບຊ່ວງນີ້
✨ ສິງຫາ:
- 24 ສິງຫາ Xiaomi ຣີແບຣນຊື່ຜະລິດຕະພັນຕົນເອງ ຈາກຊື່ Mi ເປັນ Xiaomi ແທນ ເພື່ອໃຫ້ຜູ້ໃຊ້ງານຮັບຮູ້ແບຣນຫຼັກແທນ.
✨ ກັນຍາ:
- 08 ກັນຍາ ບໍລິສັດ Olympus ໄດ້ຖືກໂຈມຕີ ແລະ ເອີ້ນຄ່າໄຖ່ຈາກ BlackMatter ransomware
✨ ຕຸລາ:
- 04 ຕຸລາ ເວລາ 23:00 facebook, Instagram, Whatsapp ຫຼົ້ມ 06 ຊົ່ວໂມງຍ້ອນ Config Router ຜິດພາດ
- 05 ຕຸລາ 2021, Frances Haugen ອະດີດຜູ້ຈັດການດູແລຝ່າຍຜະລິດຕະພັນ ໄດ້ເອົາຫຼັກຖານໃຫ້ The Wallstreet Journal ວ່າ Facebook ເລືອກກຳໄລຫຼາຍກວ່າຄວາມປອດໄພຂອງຜູ້ໃຊ້ງານ