ຣີວິວສູ່ຟັງ: Duolingo ແອັບຮຽນພາສາສັນຊາດເມກາສຸດປັອບດ້ວຍຍອດດາວໂຫຼດກວ່າ 500 ລ້ານ

Comet Digital Agency
2 min readJun 10, 2021

ໃຜທີ່ກຳລັງຄິດຢາກອັບສະກິວພາສາຂອງໂຕເອງ ແລະ ກຳລັງແນມຫາຊ່ອງທາງຮຽນຢູ່ແອັບ ແລ້ວແອັບນີ້ມັນປັງ ຫຼື ພັງ ໃຫ້ຣີວິວນີ້ເປັນໜຶ່ງໃນຂໍ້ມູນປະກອບການຕັດສິນໃຈ :)

ມັນຈະປັອບຈິງ ຫຼື ຕິງນັງມາຫາຄຳຕອບນຳກັນເບີຍ 🧐

ປ.ລ ນີ້ເປັນພຽງຄວາມຄິດສ່ວນໂຕຂອງໜຶ່ງໃນທີມໂຄເມັດທີ່ໄດ້ທົດລອງໃຊ້ຈິງເທົ່ານັ້ນ (ອາດຕ່າງກັບຜູ້ໃຊ້ງານອື່ນ).

ເທື່ອນີ້ຫວຍມາອອກທີ່ແອັບຮຽນພາສາຍ້ອນວ່າ ສ່ວນໂຕເອງຢາກພັດທະນາສະກິວພາສາຂອງໂຕເອງໄປອີກຂັ້ນໜຶ່ງ (ພາສາທີສີ່) ເລີຍເລືອກຮຽນເປັນ EN >> DE (ອັງກິດເປັນເຢຍລະມັນ) ທຳອິດວ່າຈະລົງຮຽນອອນລາຍກັບໂຮງຮຽນສອນພາສາເປັນກິດຈະລັກສະນະ ແຕ່ປ່ຽນໃຈ ຮູ້ສຶກມັນບໍ່ຄັກປານໃດເວີຍຍ ຕ້ອງຮຽນເອງລະເນາະມັນຈັ່ງທ້າທາຍດີວ່າຊ້ານນນນ (ທີ່ຈິງບໍ່ມີເງິນ😂)

ບໍ່ຄິດຫຍັງຫຼາຍເຂົ້າໄປລົມກັບອ້າຍກູ໋ (Google) ແລ້ວກໍໄດ້ຊື່ Duolingo ມາປັບທຳການດາວໂຫຼດປຸບສະໝັກຈົບດີຖ້າເລີກງາມຍາມດີເປີດຮຽນເປັນມື້ອື່ນ ອິອິ (ທີ່ຈິງ ໄດ້ຮຽນອິຫຼີສອງອາທິດຕໍ່ມາ ມື້ອື່ນທຸກມື້ 555 Procrastinator ທີ່ແທ້ທຣູ ແລະ ຢືນໜຶ່ງກ່າຄົນຣີວິວນິແຫຼະ)

ປ.ລ ນີ້ເປັນພຽງຄວາມຄິດສ່ວນໂຕຂອງໜຶ່ງໃນທີມໂຄເມັດທີ່ໄດ້ທົດລອງໃຊ້ຈິງເທົ່ານັ້ນ (ອາດຕ່າງກັບຄົນໃຊ້ງານອື່ນນະຈິ).

ມາໆ ມາເຂົ້າເລື່ອງກັນເທາະ ຟີເຈີທີ່ເດັ່ນໆ ແລະ ສິ່ງທີ່ມັກໃນແອັບມີ:

1. UI/UX

ສ່ວນໂຕມັກ UI ຂອງ Duo ແຮງໆ ແບບມີ Animation ໜ້າຮັກດີ ເບິ່ງແລ້ວສະບາຍຕາໄດ້ອາລົມຄືບໍໄດ້ກຳລັງຮຽນແຕ່ກຳລັງຫຼິ້ນເກມຢູ່ ແລະ ທີ່ສຳຄັນການຈັດລຳດັບຫົວຂໍ້ໂດຍລວມຄືດີອ່ະ ແບບມີແນວທາງຊັດເຈນໃນການພັດທະນາທັກສະທາງພາສາ ລະດັບໃໝ່ຈະເປີດໃຫ້ຮຽນໄດ້ກໍຕໍ່ເມື່ອທັກສະເຮົາກ້າວໜ້າຂຶ້ນ.

2. Duolingo Stories

ຫຼັງຈາກຮຽນຄຳສັບມາແລ້ວ ຟີເຈີນີ້ຊ່ວຍຝຶກໃຫ້ເຮົາຈື່ຫຼາຍຂຶ້ນ ໃນເວລາທີ່ຄຳສັບມັນໄປຢູ່ໃນສະຖານະການຕ່າງອອກໄປ ແລະ ມັນກໍເປັນເລື່ອງແບບສົນທະນາຖາມກັບ ເຮົາກໍຊ້ອມອ່ານຊ້ອມເວົ້າໃຫ້ມັນເປັນທຳມະຊາດໄດ້ (ບໍ່ເປັນຫຸ່ນຍົນ 555).

3. Emerald League

ເປັນກະດານຈັດອັນດັບວ່າໃຜໄດ້ຮັບ XP ຫຼາຍທີ່ສຸດໃນ1ອາທິດເປັນຟີເຈີນີ້ເໝາະກັບຄົນຣີວິວແຮງ ສ່ວນໂຕກໍເປັນຄົນ competitive ເລັກນ້ອຍຫາປານກາງ ແຕ່ບໍ່ແມ່ນແຂ່ງກັບຄົນອື່ນໃດ ມັກແຂ່ງກັບໂຕເອງຫຼາຍກວ່າແບບ ‘ເຮັດໄດ້ສ່ຳນີ້ນິຫວາ? ເຮີ້ຍ! ເຮັດໄດ້ດີກວ່ານີ້ນະ’ (ຖາມ ແລະ ບອກໂຕເອງ 555) ຕ້ອງໄປໃຫ້ສຸດແລ້ວຢຸດທີ່ອັນດັບ 1 ເທົ່ານັ້ນ.

4. Statistics and Friends

ມັກທີ່ມັນມີກຣາຟໃຫ້ວ່າພາຍໃນອາທິດນີ້ເຈົ້າ productive ສ່ຳໃດ ຊ່ວງທຳອິດກໍແບ່ງເວລາຮຽນເປັນມື້ລະ 15ນາທີ ຜ່ານໄປໄລຍະໜຶ່ງເລີ່ມມີບັນຫາກັບການບໍລິຫານເວລາ (ແບ່ງເວລາທຸກມື້ບໍ່ໄດ້) ເລີຍປ່ຽນວິທີທາງໃໝ່ໂດຍເບິ່ງຈາກສະຖິຕິຂອງເຮົາທີ່ຜ່ານມາ ເອີ! ເຮົາສາມາດໄປຕິດຕາມຜູ້ທີ່ກຳລັງຮຽນພາສາຄົນອື່ນໄດ້ນຳ ແບບເອົາໄວ້ເປັນແຮງຜັກດັນ ຫຼື ສົ່ງກຳລັງໃຈໃຫ້ກັນໄດ້.

ຄວາມຄິດເຫັນ

ຫຼັງຈາກໃຊ້ເປັນເວລາ 2 ເດືອນ ໃນຊ່ວງທຳອິດແມ່ນຮູ້ສຶກມ່ວນ, ຢາກເອົາຊະຫຼາຍ ແລະ ໄຕ່ລະດັບໃຫ້ໄດ້ອັນດັບສູງໆ ແຕ່ຜ່ານໄປໄລຍະໜຶ່ງຮູ້ສຶກໜ້າເບື່ອ ເພາະໃຫ້ຮຽນຊ້ຳຄຳສັບເກົ່າຫຼາຍເກີນໄປ ເຖິງແມ່ນວ່າ repetition is key for language learning ແຕ່ຖ້າຫຼາຍກໍບໍ່ດີແມ່ນບໍ່ລະ ແບບທັກສະເຮົາມັນອັບເກຣດໄປແລ້ວແຕ່ຍັງມາໃຫ້ຮຽນອັນທີ່ເປັນພື້ນຖານຊ້ຳໆຊາກໆ ກໍເຮັດໃຫ້ໜ້າເບື່ອ ອີກອັນໜຶ່ງ Duolingo ເໝາະກັບຜູ້ຮຽນເລີ່ມຕົ້ນອິຫຼີ ຄົນທີ່ມີພື້ນມາແລ້ວ ຫຼື ຢາກຮຽນແບບເຂົ້າໃຈແກຣມມ່າແລ້ວສ້າງເປັນປະໂຫຍກເອງອາດຈະເກີດອາການເຊັງເພາະຈະໄດ້ຮຽນແຕ່ຄຳສັບ ແລະ ຕ້ອງຈື່ຈຳເອົາໝົດປະໂຫຍກແບບສຳເລັດຮູບໄປໃຊ້ເລີຍ ບາງຄັ້ງກໍເກີດອາການງົງແດກກັບປະໂຫຍກນັ້ນໆ ຕົວຢ່າງ:

ຂຽນ DE ເປັນ EN

Ich brauche Größe L

ຂຽນ I need size L ລະບົບວ່າຜິດ ກ່າລອງຂຽນໃໝ່ I need large size ກ່າຍັງຜິດອີກ

ສິ່ງທີ່ຖືກ I need size large (wtf ເລີຍ)

ມັນມີຟີເຈີ Discuss ສາມາດເຂົ້າໄປລົມກັບຜູ້ໃຊ້ຄົນອື່ນກ່ຽວກັບສິ່ງທີ່ບໍ່ເຂົ້າໃຈ ຫຼື ງົງ ມັນກໍຈະມີຄົນໄປອະທິບາຍໄວ້ໃນຫັ້ນ (ກົດເຂົ້າເບິ່ງແລ້ວ ຮູ້ສຶກບໍ່ໄດ້ຊ່ວຍຫຍັງເລີຍ 555 ) ອາລົມປະມານມີໜ້າທີ່ຈື່ກ່າຈື່ໄປ ຄັນງົງກ່າງົງຢູ່ຫັ້ນແຫຼະ LoL).

ທັງໝົດທັງມວນເອົາໄປເລີຍ 3.5 ຄະແນນ ຢ່າງໜ້ອຍບົດຮຽນທຸກບົດແມ່ນຮຽນຟຣີບໍ່ໄດ້ເສຍເງິນ ແຕ່! ກໍແລກມາກັບເວລາຂອງເຮົາທີ່ຕ້ອງເບິ່ງໂຄສະນາພາຍໃນແອັບ (ແຕ່ມີທຣິກມາບອກ ແນະນຳຮຽນຢູ່ເວັບເອົາເດີໝົດບັນຫາໂຄສະນາມາກວນໃຈ 😉).

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet