ຣີວິວ Bumble ແອັບຫາຄູ່ຂອງຜູ້ຍິງຍຸກໃໝ່ສາຍສະຕຣອງ
Comet ມີເນື້ອຫາໃໝ່ “ຣີວິວສູ່ຟັງ!” ຄືເຮົາຈະໄປຊອກສັນຫາແອັບແປກໆໜ້າສົນໃຈໃນທົ່ວໂລກມາຣີວິວ & ເລົ່າສູ່ຟັງເຊິ່ງແອັບແຕ່ລະອັນພວກເຮົາຈະທົດລອງໃຊ້ຈິງແລ້ວໃຫ້ຄະແນນຕາມຄວາມຮູ້ສຶກຫຼັງໃຊ້.
ມື້ນີ້ຫວຍງວດທຳອິດໄປອອກຢູ່ທີ່ “Bumble” ແອັບຫາຄູ່ສັນຊາດອາເມລິກາຊື່ດັງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ຕ້ອງມີຕິດໄວ້ໂທລະສັບ ພ້ອມນີ້ອາດເປັນໄອເດຍໃຫ້ຄົນໂສດທີ່ບໍ່ຢາກໂສດເອົາໄປປັດຊ້າຍປັດຂວາຫຼິ້ນໆຫາຄົນຄຽງຂ້າງຮ່ວມສະຫຼອງວາເລັນທາຍນຳ.
ແອັບຫາຄູ່ແມ່ນເໝາະກັບ lifestyle ຄົນຍຸກນີ້ຫຼາຍຄື ຮຽນກໍໜັກ ວຽກກໍຫຼາຍ ຊິເອົາເວລາໃສໄປຊອກກກກກ ແຖມຍັງມີ social distance ອີກ ຄົນຮັກເກາະ ບໍ່ແມ່ນໝາກມ່ວງຈັ່ງຊິເລາະສອຍເກັບໄດ້ແຄມທາງ ບໍ່ແມ່ນໃຜກ່າໄດ້ຫັ້ນນະ ຢ່າງໜ້ອຍຕ້ອງມີເລື່ອງທີ່ສົນໃຈຄືກັນຈັ່ງຊິພໍລົມກັນຮູ້ເລື່ອງເນາະ..
ຕອນທີ່ຢູ່ຕ່າງປະເທດໄດ້ມີໂອກາດລອງໃຊ້ແອັບ Bumble ຫຼັງໃຊ້ແລ້ວຮູ້ສຶກວ້າວວວວວ (ວ ລ້ານໂຕ) ກັບມັນແຮງເລີຍຢາກມາແຊຣໃຫ້ຊາວ Comet ຟັງວ່າ ເຮີ້ຍຍ! ແອັບແບບນີ້ມີຢູ່ຈິງ
ຜູ້ສ້າງ ແລະ CEO ແອັບແມ່ນເປັນຜູ້ຍິງ ລາວມີຊື່ວ່າ Whitney Wolfe Her (ລາວແມ່ນໜຶ່ງໃນທີມພັດທະນາຂອງແອັບ Tinder) ທີ່ມາໃນຄອນເຊັບຢາກປ່ຽນ mindset ຂອງຜູ້ຍິງຍຸກໃໝ່ທີ່ມີຄວາມເປັນຜູ້ນຳ, ສະຫຼາດ ແລະ ເກັ່ງຫຼາຍໃນປັດຈຸບັນແຕ່ເມື່ອເປັນເລື່ອງຂອງຄວາມຮັກພັດຕ້ອງໄດ້ເປັນຝ່າຍລໍຖ້າໃຫ້ຝ່າຍຊາຍເຂົ້າຫາກ່ອນແລ້ວຊວນໄປອອກເດດ ເຊິ່ງສວນທາງກັບຄວາມສາມາດໃນການບໍລິຫານຈັດການໃນໜ້າທີ່ວຽກງານຫຼາຍ.
ສາຍຂີ້ເບື່ອຕ້ອງກົດຖືກໃຈສິ່ງນີ້! ຟີເຈີເດັດທີ່ມັກສຸດແມ່ນແອັບມີຄວາມ 3in1 (ປານກາເຟຊອງເອົາຊື່ໆ 555) ຄືສາມາດເປັນແອັບຫາຄູ່, ຫາໝູ່ ແລະ ຫາເຄືອຂ່າຍເພື່ອສ້າງໂອກາດໃນສາຍອາຊີບໄດ້ ອາລົມປະມານແບບເບື່ອຄວາມຮັກແລ້ວວວວ ກໍສາມາດ Switch ໄປເປັນໂໝດຫາໝູ່ໃໝ່ແທນໄດ້ ໝູ່ທີ່ມີຄວາມສົນໃຈດຽວກັບເຮົາທີ່ຈະສາມາດລົມ ຫຼື ນັດກັນໄປເຮັດກິດຈະກຳທີ່ເຮົາກຳລັງສົນໃຈໄດ້.
ຂໍ້ນີ້ຖືວ່າເປັນຈຸດຂາຍຂອງແອັບເລີຍກໍວ່າໄດ້ ຈົງສະຫຼັດ mindset ແບບເກົ່າໆຖິ້ມໄປ ເຮົາຢູ່ໃນຍຸກທີ່ທຸກເພດມີຄວາມເທົ່າທຽມ (Gender equality) ເມື່ອເຈີຄົນທີ່ຖືກໃຈ ຈົ່ງກ້າໆຂໍນັດເດດ ຫຼື ສົ່ງຂໍ້ຄວາມຫາກ່ອນ.
ການເຮັດວຽກຂອງແອັບແມ່ນພາຍຫຼັງທີ່ເຮົາຈັບຄູ່ກັບຄົນທີ່ຖືກໃຈແລ້ວ ເຮົາ (ຝ່າຍຍິງ) ຈະມີເວລາຢູ່ 24ຊົ່ວໂມງ ໃນການສົ່ງທັກທາຍຫາຝ່າຍຊາຍ. ຖາມ: ຖ້າກາຍ 24ຊົ່ວໂມງໄປແລ້ວຈະເກີດຫຍັງຂຶ້ນ? ຕອບ: ການຈັບຄູ່ນັ້ນກໍຈະໝົດອາຍຸ (ສົ່ງຫາລາວບໍ່ໄດ້ແວ້ວວວ) ວິທີນີ້ແມ່ນເປັນການເຮັດໃຫ້ຜູ້ໃຊ້ຕະໜັກວ່າ ຈະມາຈັບຄູ່ຫຼິ້ນໆບໍ່ໄດ້ນາຈາ ໂອກາດເຂົ້າມາແລ້ວບໍ່ຄວ້າໄວ້ມັນກໍຈະຜ່ານໄປ ຍົກເວັ້ນເຮົາຈະມີໂອກາດທີສອງຄືຝ່າຍຊາຍສາມາດເລື່ອນເວລາໃຫ້ເຮົາສົ່ງຫາເຂົາໄດ້ຕື່ມອີກ 24ຊົ່ວໂມງ ຫຼື ໂອກາດທີສາມກໍຄືສະໝັກ Premium (ເງິນແກ້ໄຂໄດ້ທຸກຢ່າງ).
ເອີ້~~ ເກືອບລືມບອກ ຕົບມືຂ້າງດຽວມັນບໍ່ດັງເກາະ ຖ້າຝ່າຍຍິງສົ່ງຫາແລ້ວ ຝ່າຍຊາຍກໍມີ 24ຊົ່ວໂມງໃນການຕອບກັບ ຖ້າຫຼັງ 24ຊົ່ວໂມງແລ້ວບໍ່ມີການຕອບກັບກໍຄື ນົກນາຈາ
ຜ່ານການເປັນຜູ້ໃຊ້ມາໄລຍະໜຶ່ງ (ກໍຄືດົນເຕີບ) ແອັບແມ່ນໃຊ້ງານງ່າຍ ແລະ ຮູ້ສຶກວ່າມັນ realistic ກວ່າແອັບ Tinder ຫຼາຍຍຍຍຍຍ ແລະເຮົາສາມາດເຊື່ອມກັບໄອຈີໄດ້ ສາມາດເປັນສິ່ງຢືນຢັນວ່າມີຕົວຕົນຢູ່ຈິງ ແລະ ຄົນອື່ນກໍສາມາດເຫັນຮູບພາບລ່າສຸດຜ່ານໄອຈີເຮົາໄດ້. ນອກນີ້ຖ້າຍິງສະຕຣອງມືໃໝ່ບໍ່ຮູ້ຈະສົ່ງທັກຫາຝ່າຍຊາຍແນວໃດ ໃນແອັບກໍມີຕົວຊ່ວຍໃຫ້ຄື ຄຳຖາມ ຫຼື ຫົວຂໍ້ສົນທະນາສຳເລັດຮູບໄວ້ໃຫ້ ຍັງບໍ່ພໍ ຜູ້ໃຊ້ສາມາດຄັດເລືອກຄົນຖືກໃຈໃຫ້ກົງກັບມາດຕະຖານຂອງຕົນເອງ ຫຼື ເພື່ອທີ່ຈະເປັນຜູ້ຖືກເລືອກ ໄດ້ຄື: ໃສ່ຄວາມສູງ, ເປັນຄົນດື່ມເຫຼົ້າ ຫຼື ສູບຢາບໍ່? ມີລູກ ຫຼື ມີສັດລ້ຽງບໍ່? ແລະ ສາມາດໃສ່ຄວາມສຳພັນແບບໃດທີ່ຕ້ອງການ Serious relationship (ຄວາມສຳພັນແບບຈິງຈັງ) ຫຼື something casual (ມັກມ່ວນແຕ່ບໍ່ຢາກຜູກພັນ) ຫຼື mariage (ຈິງຈັງເຖິງຂັ້ນແຕ່ງງານ).
ໂດຍລວມແລ້ວຈັດວ່າດີງາມເອົາໄປເລີຍ 4ດາວ ຕອບໂຈດຄົນໂສດຫຼາກຫຼາຍຮູບແບບ.