ປະຫວັດຄວາມເປັນມາຂອງ Comet Digital Agency
ທ່ານຮູ້ ຫຼື ບໍ່?
ບໍລິສັດໂຄເມັດ ດິຈີຕອນ ເອເຈນຊີ ສ້າງຕັ້ງຂຶ້ນໃນວັນທີ : 02 ກັນຍາ 2019 ທີ່ບ້ານໜອງດ້ວງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ປັດຈຸບັນໄດ້ຍ້າຍມາຢູ່ທີ່ ບ້ານເພຍວັດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໃນວັນທີ 03 ພະຈິກ 2019.
Comet ຊື່ນີ້ໄດ້ແຕ່ທີ່ໃດມາ ?
ຄຳວ່າ ‘ ໂຄເມັດ ’ ແມ່ນການຜະສົມຜະສານລະຫວ່າງ Classic + Passion (ຄວາມລຽບງ່າຍທີ່ເປັນພື້ນຖານບວກກັບຄວາມມັກຮັກນັ້ນເອງ) ຂອງຜູ້ກໍ່ຕັ້ງ Arnuad Phommasone ທີ່ມີຄວາມຫຼົງໄຫຼກ່ຽວກັບດາລາສາດ (ເຖິງຂັ້ນທີ່ຝັງງານສິລະປະຮູບດາວເຄາະເທິງຮ່າງກາຍຂອງຕົນເອງ) ເຖິງວ່າການທີ່ນຳເອົາສິ່ງທີ່ມັກມາໃຊ້ເພື່ອເປັນການສ້າງຈຸດເລີ່ມຕົ້ນຈະເປັນໄອເດຍທີ່ລຽບງ່າຍ ແຕ່ວ່າໄອເດຍນີ້ກໍໄດ້ຜ່ານການຄິດກັ່ນຕອງມາຢ່າງດີ. ເມື່ອມາເບິ່ງຄືນຊື່ດາວເຄາະແຕ່ລະດວງໃນລະບົບສຸລິຍະຈັກກະວານແມ່ນຈະອ່ານຍາກແດ່ໜ້ອຍໜຶ່ງ ບວກກັບພື້ນຖານຄົນລາວເຮົາມັກມີບັນຫາໃນການອອກສຽງຕົວ R ກັບ S. ສະນັ້ນ, Comet ແມ່ນຕົວເລືອກທີ່ເໝາະສົມທີ່ສຸດດດດ ທີ່ທຸກຄົນສາມາດອ່ານອອກສຽງໄດ້ງ່າຍແຖມຈື່ໄດ້ໄວ.
ອີກໜຶ່ງຄວາມໝາຍ, Comet ສື່ເຖິງສະມາຊິກໃນທີມ ເປັນດວງດາວທີ່ກຳລັງສ່ອງແສງ ແລະ ລຸກໄໝ້ໄປດ້ວຍໄຟແຫ່ງຄວາມຫຼົງໄຫຼທີ່ພ້ອມຈະລະເບີດເພື່ອສ້າງຄວາມປ່ຽນແປງ.
Comet (ໂຄເມັດ) ແມ່ນບໍລິສັດທີ່ເຮັດກ່ຽວກັບຫຍັງ?
ບໍລິສັດໂຄເມັດ ດິຈີຕອນ ເອເຈນຊີ ແມ່ນບໍລິສັດຮັບສ້າງແອັບ, ອອກແບບ ແລະ ພັດທະນາແອັບພິເຄຊັນມືຖືແບບຄົບວົງຈອນ (full option).
ສຳຫຼັບຜະລິດຕະພັນ ແລະ ກົນລະຍຸດທາງການຕະຫຼາດ ແມ່ນພວກເຮົາມີທີມງານທີ່ເປັນຜູ້ຊ່ຽວຊານໃນແຕ່ລະດ້ານຂອງການສ້າງແອັບ, ພວກເຮົາສາມາດປ່ຽນຕະຫຼາດ ແລະ ຂໍ້ມູນຜູ້ໃຊ້ (ຫຼື big data) ໃຫ້ເປັນກົນລະຍຸດທີ່ມີປະສິດທິພາບ ທີ່ຈະເຮັດໃຫ້ທ່ານເຂົ້າໃກ້ກຸ່ມເປົ້າໝາຍທາງທຸລະກິດໄດ້ຫຼາຍຂຶ້ນ.
ພວກເຮົາມີປັດຊະຍາການອອກແບບທີ່ຄິດຫາຜູ້ໃຊ້ເປັນສູນກາງ (User Centric) ເຊິ່ງເປັນແນວທາງໃນການສ້າງສັນແອັບຂອງພວກເຮົາໃນທຸກໆຄັ້ງ. ທີມງານອອກແບບຂອງພວກເຮົາ ມີຄວາມຊ່ຽວຊານໃນການກຳນົດ ແລະ ວາງຂອບເຂດຄວາມຕ້ອງການຂອງຜູ້ໃຊ້ ໂດຍຈັດຫາແນວທາງຂອງ UX / UI ທີ່ເໝາະສົມກັບຜູ້ໃຊ້.
ການເຮັດວຽກຮ່ວມກັນຂອງວິສະວະກອນ ແລະ ທີມອື່ນໆໃນອົງກອນແມ່ນພວກເຮົາໄດ້ນຳໃຊ້ Agile Methodology ເປັນພື້ນຖານ ເພື່ອເປັນຕົວຊ່ວຍຮັບປະກັນວ່າການເຮັດວຽກຂອງພວກເຮົາມີປະສິດທິພາບ ແລະ ປະສິດທິຜົນ.
ເປົ້າໝາຍຂອງ Comet ແມ່ນຫຍັງ?
ພວກເຮົາໄດ້ຕັ້ງເປົ້າໝາຍຂອງເຮົາອອກເປັນ 03 ສ່ວນຄື:
1. ສຳລັບລູກຄ້າ
ສະໜອງຜະລິດຕະພັນດິຈີຕອນທີ່ມີມາດຕະຖານລະດັບສາກົນ, ຄຸນະພາບ ແລະ ການທົດສອບແມ່ນສິ່ງສຳຄັນອັນດັບທຳອິດສຳລັບທີມງານຂອງພວກເຮົາ.
“ ລູກຄ້າຂອງພວກເຮົາຕ້ອງໂດດເດັ່ນກວ່າຄູ່ແຂ່ງຂອງພວກເຂົາ “
ຢູ່ Comet ທຸກໂປຣເຈັກຂອງພວກເຮົາແມ່ນຖືກພັດທະນາພາຍໃນອົງກອນຂອງເຮົາເອງ ແລະ ມີຄວາມໂປ່ງໃສຕໍ່ລູກຄ້າຜູ້ທີ່ໃຊ້ບໍລິການຂອງພວກເຮົາ.
ນອກຈາກເປັນຜູ້ໃຫ້ບໍລິການແລ້ວ, ພວກເຮົາຍັງນຳສະເໜີແນວຄວາມຄິດຕ່າງໆໃນການສ້າງແອັບມືຖືທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ ນີ້ແມ່ນເຫດຜົນທີ່ສະໂລແກນຂອງພວກເຮົາແມ່ນ:
“Innovate Together ຮ່ວມສ້າງນະວັດຕະກຳ”
ໂຄເມັດ ແລະ ລູກຄ້າເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອສ້າງສັນນະວັດຕະກຳ
2. ສຳລັບທີມງານ
ສະມາຊິກໃນທີມເຮັດໃນສິ່ງທີ່ຮັກໃນທຸກໆມື້ ແລະ ຖືກທ້າທາຍ, ການແກ້ໄຂບັນຫາຊ່ວຍໃຫ້ພວກເຮົາເຕີບໂຕ, ທີມຕ້ອງມາກ່ອນ ແລະ ຊ່ວຍສະໜັບສະໜູນເຊິ່ງກັນ ແລະ ກັນ, ຕ້ອງມີຄວາມຮັບຜິດຊອບຕໍ່ໜ້າວຽກຂອງຕົນ ແຕ່ກໍບໍ່ໄດ້ໝາຍຄວາມວ່າທີມບໍ່ສາມາດມ່ວນໃນຂະນະທີ່ເຮັດວຽກ ນີ້ເປັນເຫດຜົນທີ່ຢູ່ຫ້ອງການຂອງພວກເຮົາມີເກມຫຼາກຫຼາຍແບບໄວ້ໃຫ້ທີມຫຼິ້ນເພື່ອຜ່ອນຄາຍ.
ນອກນີ້, Comet ຢາກນຳເອົາວັດທະນະທຳການເຮັດວຽກທີ່ແຕກຕ່າງມາເຜີຍແຜ່… ນັ້ນກໍຄື: ໂຄງຮ່າງການຈັດອົງກອນແບບແນວນອນ ເພື່ອເປີດກວ້າງການສື່ສານ & ການສະແດງຄວາມຄິດເຫັນຂອງສະມາຊິກໃນອົງກອນ, ຫຼີກໜີຈາກການເຮັດວຽກແບບເກົ່າໆ 08 ຊົ່ວໂມງຕໍ່ມື້ ແລະ 05 ມື້ຕໍ່ອາທິດ, ສຸມໃສ່ການຝຶກອົບຮົມເຮັດໃຫ້ທີມໄດ້ມີການຮຽນຮູ້ຢູ່ຕະຫຼອດ.
3. ສຳລັບຊຸມຊົນ (Comet Community)
ພວກເຮົາຢາກສ້າງລະບົບນິເວດດ້ານເຕັກໂນໂລຢີທີ່ເປັນແຖວໜ້າຂອງລາວ ແລ້ວສະແດງໃຫ້ເຫັນວ່າພວກເຮົາ (ຄົນລາວ) ສາມາດແຂ່ງຂັນກັບປະເທດອື່ນໄດ້.
ເປັນສູນກາງຄວາມຮູ້ໂດຍການແບ່ງປັນບົດຄວາມ, ສະແດງຄວາມຄິດເຫັນໃນຫົວຂໍ້ຕ່າງໆ, ຈັດກິດຈະກຳເພື່ອແລກປ່ຽນຂໍ້ມູນເພື່ອເປັນບ່ອນຮວມຕົວຂອງຜູ້ທີ່ມີຄວາມສົນໃຈດ້ານເທັກໂນໂລຢີມາພົບປະກັນ ແລະ ອື່ນໆ.
ພວກເຮົາຈະສືບຕໍ່ສ້າງ ແລະ ສົ່ງມອບແອັບ ທີ່ມີຄຸນນະພາບໃຫ້ແກ່ທ່ານ ແລະ ຈະເຮັດໃຫ້ດີຕາມສັນຍາ. ພວກເຮົາຫວັງວ່າ ຈະໄດ້ເປັນສ່ວນໜຶ່ງໃນທຸລະກິດຂອງທ່ານ ແລະ ເຕີບໂຕໄປພ້ອມກັນ.
ສາມາດຕິດຕໍ່ ແລະ ຕິດຕາມທຸກການເຄື່ອນໄຫວຂອງພວກເຮົາໄດ້ທີ່:
Whatsapp & Call: (+856) 2056160911
Email: contact@comet.la
Facebook: Comet Digital Agency
Instagram: Comet Digital Agency
Linkedin: Comet Digital Agency