ນັກພັດທະນາແອັບແມ່ນຫຍັງ? What is an App Developer?
ເມື່ອເວົ້າເຖິງເຕັກໂນໂລຢີແມ່ນມີຫຼາກຫຼາຍສາຂາໃຫ້ເຮົາເລືອກ ໜຶ່ງໃນນັ້ນມີສາຂາໜຶ່ງທີ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນເລື້ອຍໆເຊິ່ງສາຂານັ້ນແມ່ນ “ການພັດທະນາແອັບ”. ໃນລາວເຮົາສາມາດເຫັນໄດ້ວ່າຫຼາຍທຸລະກິດໄດ້ເລີ່ມຫັນເປັນດີຈີຕອນ ແລະ ຫຼາຍໆແອັບກໍຖືກພັດທະນາຂຶ້ນມາເພື່ອຊ່ວຍໃນການບໍລິການລູກຄ້າ ພ້ອມທັງເຮັດໃຫ້ການດຳລົງຊີວິດຂອງເຮົາງ່າຍຂຶ້ນເຊັ່ນ: ເຮັດທຸລະກຳຂອງທະນາຄານຜ່ານແອັບ, ສັ່ງອາຫານ, ຈອງທີ່ພັກ, ຊື້-ຂາຍເຄື່ອງ ແລະ ອື່ນໆ ສະນັ້ນນັກພັດທະນາແມ່ນເປັນທີ່ຕ້ອງການຂອງຕະຫຼາດແຮງງານຫຼາຍ.
ມື້ນີ້ເຮົາຈະມາຊຳແຫຼະອາຊີບນີ້ກັນນນນນນນນນ
ນັກພັດທະນາແອັບແມ່ນຫຍັງ? (What is an App Developer?)
ນັກພັດທະນາແອັບແມ່ນວິສາວະກອນຊອບແວຊຶ່ງເຮັດໜ້າທີ່ສ້າງ, ທົດສອບ ແລະ ຂຽນໂປຣແກຣມສຳລັບຄອມພິວເຕີ, ໂທລະສັບມືຖື ແລະ ແທັບເລັດ.
ໂດຍທົ່ວໄປແລ້ວນັກພັດທະນາແອັບຈະເຮັດວຽກເປັນທີມ, ຄິດຫາໄອເດຍ ແລະ ແນວຄວາມຄິດສຳລັບຜູ້ໃຊ້ທົ່ວໄປ ຫຼື ຕາມຄວາມຕ້ອງການສະເພາະຂອງລູກຄ້າ.
ນັກພັດທະນາແອັບຕ້ອງເຂົ້າໃຈພາສາທີ່ໃຊ້ໃນການຂຽນໂຄດ ແລະ ວິທີໃຊ້ພາສານັ້ນ ນອກນີ້ກໍອາດຈະຕ້ອງໄດ້ເຮັດວຽກຮ່ວມກັບນັກອອກແບບ (UX/UI designer), ນັກວິທະຍາສາດຂໍ້ມູນ (data scientists), ແລະ ຜູ້ຊ່ຽວຊານດ້ານຊອບແວ (software engineer) ຄົນອື່ນໆເພື່ອສ້າງແອັບ, ທົດສອບ ແລະ ແກ້ໄຂຂໍ້ບົກຜ່ອງທີ່ເກີດຂຶ້ນກ່ອນການເປີດໂຕແອັບ.
ໜ້າທີ່ຮັບຜິດຊອບຂອງນັກພັດທະນາແອັບ (Responsibilities of a App Developer)
ທຸກໂປຣເຈັກແມ່ນເລີ້ມຕົ້ນດ້ວຍຄວາມຄິດ (idea) ແລະ ໜ້າວຽກທຳອິດຂອງນັກພັດທະນາແອັບແມ່ນເຮັດຄວາມເຂົ້າໃຈກັບຄວາມຄິດນັ້ນ ແລ້ວພະຍາຍາມບັນລຸໃຫ້ໄດ້ຕາມທີ່ລູກຄ້າຕ້ອງການ ເພື່ອຊ່ວຍໃຫ້ນັກພັດທະນາສາມາດກຳນົດໄດ້ວ່າການຈັດລະບົບຄວນເປັນແບບໃດ?
ນອກນີ້ນັກພັດທະນາແອັບຍັງຮັບຜິດຊອບຕໍ່ກັບຄວາມເປັນໄປໄດ້ທາງວິຊາການ ແລະ ວິທີການປະຕິບັດຕາມແນວທາງຂອງຜູ້ໃຫ້ບໍລິການແອັບ (AppStore / PlayStore), ກວດເບິ່ງວ່າໜ້າບ້ານ (Front end) ແລະ ຫຼັງບ້ານ (Back end) ຂອງແອັບເຊື່ອມຕໍ່ກັນຢ່າງຖືກຕ້ອງ ຫຼື ບໍ່?
ທັກສະທີ່ນັກພັດທະນາແອັບຄວນມີ (What skills are needed for app developer?)
- ການວິເຄາະ (Analytical Skills) — ຮັບຮູ້ຄວາມຕ້ອງການຂອງລູກຄ້າ ແລະ ສ້າງແອັບໃໝ່ທີ່ຕອບສະໜອງກັບຄວາມຕ້ອງການ.
- ການສື່ສານ (Communication) — ສື່ສານໄດ້ຢ່າງຊັດເຈນກັບເພື່ອນຮ່ວມທີມ ແລະ ລູກຄ້າ.
- ຄວາມຄິດສ້າງສັນ (Creativity) — ຄິດຄົ້ນວິທີການໃໝ່ໆໃນການແກ້ໄຂບັນຫາ ແລະ ການພັດທະນາແອັບທີ່ເປັນນະວັດຕະກຳໃໝ່.
- ການບໍລິການລູກຄ້າ (Customer Service) — ຖ້າຕ້ອງພົວພັນໂດຍກົງກັບລູກຄ້າ, ຕ້ອງມີທັກສະການບໍລິການລູກຄ້າທີ່ດີໃນການຕອບຄຳຖາມ ແລະ ແກ້ໄຂບັນຫາ.
- ໃສ່ໃຈລາຍລະອຽດ (Attention to Detail) — ເພື່ອເຮັດໃຫ້ແອັບພລິເຄຊັນເຮັດວຽກໄດ້ແບບລື່ນໄຫຼ.
- ການແກ້ໄຂບັນຫາ (Problem-Solving) — ສາມາດຕັດສິນໃຈແບບເດັດຂາດໄດ້ເພື່ອເຮັດໃຫ້ໂປຣເຈັກດຳເນີນຕໍ່ໄປໄດ້.
- ການເຮັດວຽກເປັນທີມ (Teamwork) — ເຮັດວຽກຮ່ວມກັບຄົນອື່ນໄດ້ດີ.
- ທັກສະດ້ານວິຊາການ (Technical Skills) — ມີຄວາມຊ່ຽວຊານດ້ານພາສາຄອມພິວເຕີ ແລະ ມີຄວາມຮູ້ດ້ານເຕັກນິກ.
ນັກພັດທະນາແອັບຫຼັກໆມີ 3 ປະເພດຄື:
ນັກພັດທະນາ Android Native Developers
Android ແມ່ນຊື່ຂອງລະບົບປະຕິບັດການມືຖືທີ່ Google ເປັນເຈົ້າຂອງ. ໂດຍປົກກະຕິແລ້ວລະບົບ Android ຈະຕິດຕັ້ງໃນໂທລະສັບສະມາດໂຟນ ແລະ ແທັບເລັດຫຼາຍໆລຸ້ນຈາກຫຼາຍຜູ້ຜະລິດເຊັ່ນ: Samsung, Xiaomi, Oppo ແລະ Vivo (ລວມເຖິງທັງສະມາດໂຟນ Nexus ຂອງ Google ເອງ) ເຊິ່ງເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງບໍລິການຕ່າງໆຂອງ Google ໄດ້ເຊັ່ນ: ການຄົ້ນຫາ (Search), ແປພາສາ (translation) , ແຜນທີ່ (Maps), Gmail, Playstore ແລະ ອື່ນໆ.
ນັກພັດທະນາ Android ແມ່ນພັດທະນາແອັບທີ່ໃຊ້ໃນສະມາດໂຟນ ແລະ ແທັບເລັດທີ່ໃຊ້ລະບົບປະຕິບັດການ Android ທຸກໆຢ່າງຕັ້ງແຕ່ເກມໄປຈົນຮອດ media players ຕ່າງໆ ເຊິ່ງໂຄດທີ່ຈຳເປັນສຳລັບການພັດທະນາແມ່ນເປັນລະບົບເປີດ ແລະ ຄົນທີ່ສົນໃຈໃນການພັດທະນາສາມາດໃຊ້ໄດ້ຟຣີ.
ນັກພັດທະນາ iOS Native Developers
iOS ແມ່ນການເອີ້ນແບບຫຍໍ້ໆລະບົບປະຕິບັດການຂອງໄອໂຟນ ‘iPhone OS’ ທີ່ເປັນມືຖືຂອງບໍລິສັດ Apple ນອກນີ້ກໍຍັງເປັນລະບົບປະຕິບັດການຂອງແທັບເລັດ iPads ນຳອີກດ້ວຍ.
ນັກພັດທະນາລະບົບ iOS ຕ້ອງຮູ້ວິທີການສ້າງໂຄງສ້າງ, ທົດສອບ, ແກ້ໄຂຂໍ້ບົກພ່ອງ ແລະ ວິທີການໃຊ້ source control. ນອກນີ້ຕ້ອງສຶກສາ ແລະ ຮູ້ນຳໃຊ້ພາສາ Swift ຫຼື Objective-C (ຖ້າຮູ້ທັງສອງພາສາກໍຍິ່ງດີ) ໃນການທີ່ຈະເປັນນັກພັດທະນາ iOS.
ນັກພັດທະນາແອັບມືຖືຂ້າມແພຣັດຟອມ (Cross Platform Mobile App Developers)
ແອັບພລິເຄຊັນຂ້າມແພຣັດຟອມຢູ່ທີ່ບ້ານເຮົາແມ່ນເປັນທີ່ຕ້ອງການຫຼາຍກວ່າແອັບພລິເຄຊັນແບບເນທີບເພາະເໝາະກັບທຸລະກິດຂະໜາດນ້ອຍ (SME) ຕົ້ນທຶນໃນການພັດທະນາ & ການດູແລຮັກສາແອັບໜ້ອຍກວ່າເຊິ່ງເຮັດໃຫ້ຄວາມຕ້ອງການນັກພັດທະນາໃນຕະຫຼາດເພີ່ມຂຶ້ນ ນັກພັດທະນາແບບຂ້າມແພຣັດຟອມສາມາດຂຽນຄຳສັ່ງຊຸດດຽວ ຫຼື ມີຄວາມແຕກຕ່າງກັນ(ທີ່ບໍ່ຫຼາຍ) ແຕ່ສາມາດເຮັດວຽກໄດ້ກັບລະບົບປະຕິບັດການທີ່ແຕກຕ່າງກັນເຊັ່ນ: iOS, Android ໂດຍພາສາທີ່ນິຍົມໃຊ້ແມ່ນ Flutter & Xamarin.
ອຸດສາຫະກຳ ແລະ ຂະແໜງການທີ່ສາມາດເຮັດວຽກໄດ້:
- ການບໍລິການທາງດ້ານການເງິນ (Financial services).
- ເກມ (Gaming).
- ອຸດສາຫະກຳລົດຍົນ (Automotive industry).
- ເຕັກໂນໂລຢີການແພດ (Medical technology).
- ໂທລະຄົມມະນາຄົມ (Telecommunications).
- ເອເລັກໂຕຣນິກ (Electronics).
ນອກຈາກຈະເຮັດວຽກເປັນຜູ້ສ້າງ ແລະ ພັດທະນານະວັດຕະກຳສຳລັບໂລກອະນາຄົດແລ້ວ ຮູ້ ຫຼື ບໍ່ນັກພັດທະນາແອັບໃນສະຫະລັດສາມາດສ້າງລາຍໄດ້ສະເລ່ຍ 88.017 ໂດລາຕໍ່ປີ ຫຼື 42.32 ໂດລາຕໍ່ຊົ່ວໂມງ. ສຳລັບນັກພັດທະນາທີ່ຍັງຢູ່ໃນຈຸດເລີ່ມຕົ້ນສາມາດສ້າງລາຍໄດ້ປະມານ 64.000 ໂດລາຕໍ່ປີ, ໃນຂະນະທີ່ຜູ້ທີ່ມີປະສົບການໂຊກໂຊນຈະໄດ້ທີ່ 119.000 ໂດລາ (ຕົວເລກຈະແຕກຕ່າງໄປຕາມແຕ່ລະເມືອງ, ຂະແໜງການ ແລະ ບໍລິສັດ).
ຖ້າເຮົາຮູ້ວ່າເຮົາມັກຫຍັງ? ຢາກໄປສາຍໃດ? ແຕ່ຕົ້ນໆແມ່ນດີທີ່ສຸດເພາະຈະໄດ້ມີເວລາກຽມຄວາມພ້ອມຫຼາຍກວ່າຄົນທີ່ຮູ້ຕົວຊ້າ ຢ່າລືມຝັນໃຫ້ໄກ ແລ້ວໄປໃຫ້ເຖິງ.. Silicon Valley ຖ້າເຈົ້າຢູ່ ອິອິ.
ແຫຼ່ງຂໍ້ມູນ:
https://www.freelancermap.com/blog/what-does-mobile-developer-do/