ທ່ານຮູ້ບໍ່ວ່າການວາງແຜນການຈັດເກັບຂໍ້ມູນທຸລະກິດສຳຄັນແນວໃດ?
ທຸລະກິດຂອງທ່ານເຄີຍມີການວາງແຜນການຈັດເກັບຂໍ້ມູນ ຫຼື ບໍ່? ເຄີຍຮູ້ບໍ່ວ່າຂໍ້ມູນທາງທຸລະກິດມີຜົນປະໂຫຍດ ຫຍັງແດ່? ຫຼາຍທ່ານອາດຈະຮູ້ແລ້ວ ແຕ່ບໍ່ຮູ້ວ່າຕ້ອງໃຊ້ເຄື່ອງມືໃດມາຊ່ວຍກໍເປັນໄປໄດ້… ບົດຄວາມນີ້ ມີຈຸດປະສົງຢາກຊ່ວຍຕອບຄຳຖາມດັ່ງກ່າວ ແທນທີ່ການຕອບຄຳຖາມວ່າ Big Data ແມ່ນຫຍັງເທົ່ານັ້ນ.
Big Data ແມ່ນຫຍັງ?
ແປຕາມໂຕໄດ້ເລີຍວ່າ ແມ່ນ ຂໍ້ມູນຂະໜາດໃຫຍ່ ເຊິ່ງຂໍ້ມູນໃນທີ່ນີ້ໝາຍເຖິງຂໍ້ມູນໃດກໍໄດ້ ເປັນໄປໄດ້ທຸກປະເພດ ເຊັ່ນ ຂໍ້ມູນປະຊາກອນ ຫຼື ຂໍ້ມູນລູກຄ້າ. ຈຸດເດັ່ນຂອງຂໍ້ມູນຂະໜາດໃຫຍ່ນີ້ ກໍຄື ຈຳນວນປະລິມານທີ່ຫຼາຍ ແລະ ລັກສະນະປະເພດຂອງຂໍ້ມູນທີ່ບໍ່ຊ້ຳກັນ.
ຖ້າອີງຕາມຄວາມໝາຍນີ້ແລ້ວ data ກໍບໍ່ແມ່ນເລື່ອງໃໝ່ເລີຍ ພຽງແຕ່ຄົນຫັນມາໃຫ້ຄວາມສຳຄັນຫຼາຍຂຶ້ນໃນຍຸກນີ້ ຍຸກທີ່ມີເຕັກໂນໂລຊີເຂົ້າມາໂດຍສະເພາະແມ່ນອິນເຕີເນັດ.
ຕົວຢ່າງ ໃນອະດີດຖ້າທຸລະກິດໜຶ່ງຢາກໄດ້ຂໍ້ມູນພຶດຕິກຳລູກຄ້າ ເພື່ອມາພັດທະນາແຜນການຂາຍ ຫຼື ແຜນການ ຕະຫຼາດ ແມ່ນຈະຕ້ອງໃຊ້ພະນັກງານອອກໄປເກັບຂໍ້ມູນຈາກລູກຄ້າໂດຍກົງ ຜ່ານການສັງເກດການ ຫຼື ແຈກແບບ ສອບຖາມໃຫ້ລູກຄ້າ ເຊິ່ງຂັ້ນຕອນການເກັບຂໍ້ມູນ ແລະ ກວ່າຈະເອົາຂໍ້ມູນນັ້ນມາວິເຄາະໄດ້ ແມ່ນຕ້ອງໃຊ້ເວລາ ແລະ ທຶນສູງຫຼາຍ.
ກົງກັນຂ້າມກັນ ໃນປະຈຸບັນນີ້ຊ່ອງທາງການເຂົ້າເຖິງຂໍ້ມູນພຶດຕິກຳລູກຄ້າແມ່ນມີຫຼາຍທາງເລືອກ ແລະ ກໍບໍ່ແພງ ຄືແຕ່ກ່ອນເລີຍ ບາງທາງເລືອກບໍ່ເສຍເງິນກໍມີ!!! …ຕົວຢ່າງ ການດຶງຂໍ້ມູນພຶດຕິກຳຂອງລູກຄ້າ ຜ່ານການວິເຄາະຈາກ ການຫຼິ້ນ Facebook ບໍ່ວ່າຈະເປັນການກົດໄລ້, ກົດແຊຣ, ຫຼື ພິມຄອມເມ້ນຕ່າງໆ. ຖ້າທຸລະກິດນັ້ນຮູ້ຈັກວິທີການ ຈັດການ, ຮູ້ເລືອກໃຊ້ ແລະ ຈັດເກັບຂໍ້ມູນທີ່ດີພໍ ກໍສາມາດນຳເອົາມາເປັນເຄື່ອງມືວິເຄາະ ຊ່ວຍສົ່ງຜົນໃຫ້ທຸລະກິດ ມີຍອດກຳໄລທີ່ເພີ່ມຂຶ້ນໄດ້ໃນເວລາທີ່ສັ້ນກວ່າ ແລະ ງ່າຍກວ່າເມື່ອທຽບໃສ່ຂໍ້ມູນໃນຍຸກອະດີດ.
ມີປະໂຫຍດແນວໃດ? ບຸກຄົນທົ່ວໄປ ຫຼື ອົງກອນໃດໜຶ່ງຈະເອົາໄປໃຊ້ຫຍັງໄດ້ແດ່?
ຈາກຕົວຢ່າງຂ້າງເທິງທີ່ກ່າວໄປແລ້ວ ປະໂຫຍດທີ່ເຫັນໄດ້ແຈ້ງ ກໍຄືການນຳເອົາຂໍ້ມູນຂະໜາດໃຫຍ່ ມາຊ່ວຍຂະບວນການຕັດສິນໃຈໃນການວາງແຜນກົນລະຍຸດຕ່າງໆ ເພື່ອໃຫ້ເໝາະສົມກັບສະພາບທຸລະກິດນັ້ນໆ.
ສິ່ງສຳຄັນທີ່ສຸດແມ່ນ ຕ້ອງເລີ່ມຈາກການຕັ້ງເປົ້າໝາຍໃຫ້ໄດ້ກ່ອນວ່າໃນເວລານີ້ເປົ້າໝາຍທີ່ຕ້ອງການທີ່ສຸດແມ່ນຫຍັງ? ເຊັ່ນ ເປົ້າໝາຍການຕະຫຼາດ ຫຼື ເປົ້າໝາຍການສ້າງຄວາມສຳພັນກັບລູກຄ້າ?
ຕໍ່ມາແມ່ນການເລືອກໃຊ້ເຄື່ອງມື ມາຊ່ວຍປະມວນຜົນເຊິ່ງມີທັງແບບ manual ແລະ auto, ຖ້າຖານຂໍ້ມູນບໍ່ໃຫຍ່ ຫຼາຍເກີນໄປກໍອາດຈະໃຊ້ນັກວິຊາການສະເພາະດ້ານ ເຂົ້າມາຊ່ວຍວາງແຜນການເກັບຂໍ້ມູນ ປະມວນຜົນຂໍ້ມູນດັ່ງ ກ່າວໃຫ້ຖືກຕ້ອງກັບເປົ້າໝາຍທີ່ວາງໄວ້.
ແຕ່ຖ້າຖານຂໍ້ມູນເຮົາແມ່ນມີຈຳນວນໃຫຍ່ມະຫາສານ ແນ່ນອນວ່າເຕັກໂນໂລຊີແບບອັດຕະໂນມັດຈະຊ່ວຍໃນຂັ້ນຕອນນີ້ໄດ້ ເຕັກໂນໂລຊີດັ່ງກ່າວມີຊື່ເອີ້ນວ່າ Artificial Intelligence ຫຼື AI ທີ່ຖືກພັດທະນາຂຶ້ນມາໃຫ້ມາຄູ່ກັບ Big Data ນັ້ນເອງ.
ສະລຸບໂດຍຫຍໍ້
ຂໍ້ມູນຂະໜາດໃຫຍ່ ໃນຍຸກສະໄໝນີ້ຈະກາຍເປັນແຫຼ່ງຊັບພະຍາກອນທີ່ສຳຄັນທີ່ສຸດ ຖ້າໃຜ ໄດ້ຄອບຄອງເປັນເຈົ້າຂອງແຫຼ່ງຂໍ້ມູນຂະໜາດໃຫຍ່ໄດ້ກ່ອນ ກໍຈະມີຄວາມສາມາດເອົາໄປພັດທະນາຕໍ່ຍອດທຸລະກິດໄດ້ຫຼາຍກວ່າ ດັ່ງທີ່ Jack Ma ເຄີຍໄດ້ກ່າວໄວ້ວ່າ “data is the new oil”.
ສະນັ້ນ, ຈຶ່ງບໍ່ແປກທີ່ຜູ້ອ່ານຈະເຫັນຫຼາຍໆບໍລິສັດທີ່ເກິດໃໝ່ ສາມາດລົ້ມທຸລະກິດຍັກໃຫຍ່ໃນຮູບ ແບບດັ້ງເດີມໄດ້ພາຍໃນເວລາອັນສັ້ນ ເຊັ່ນ ບໍລິສັດ Netflix ທີ່ເຂົ້າມາລົ້ມທຸລະກິດປະເພດເຊົ່າ VDO ຫຼື DVD ໄປເລີຍ.
Netflix ໄດ້ເກັບຂໍ້ມູນພຶດຕິກຳຂອງລູກຄ້າໄວ້ ເພື່ອວິເຄາະວ່າຄົນມັກເບິ່ງໜັງປະເພດໃດ ປັດໄຈຫຍັງແດ່ທີ່ຈະເຮັດໃຫ້ໜັງເລື່ອງໜຶ່ງປະສົບຄວາມສຳເລັດ ຫຼື ເປັນທີ່ນິຍົມໃນແຕ່ລະຂົງເຂດ. ຂໍ້ມູນປະຫວັດ ພຶດຕິກຳການເບິ່ງໜັງສາມາດຊ່ວຍນຳມາວິເຄາະໄດ້ວ່າ ໜັງປະເພດໃດ ເລື່ອງແນວໃດ ທີ່ມີຄວາມເປັນໄປໄດ້ສູງທີ່ສຸດທີ່ຜູ້ເບິ່ງນັ້ນຈະ ເລືອກເບິ່ງຕໍ່… Netflix ກໍຈະນຳສະເໜີໜັງໃນກຸ່ມປະເພດນັ້ນ ເຂົ້າໄປຕຳແໜ່ງຂອງໜັງແນະນຳໃຫ້ກັບທາງຜູ້ເບິ່ງ ເຊິ່ງສົ່ງຜົນດີຕໍ່ປະສົບການ ແລະ ຄວາມພຶງພໍໃຈຂອງຜູ້ໃຊ້ Netflix ໃນທີ່ສຸດ.
ຖ້າຜູ້ອ່ານໄດ້ອ່ານຈົນມາຮອດນີ້ແລ້ວ ຢ່າຟ້າວເຂົ້າໃຈຜິດວ່າ Big data ມັນເປັນເລື່ອງໃຫຍ່ໄກໂຕຈົນເກິນໄປ! ແອດຂໍຢ້ຳຄືນອີກຄັ້ງວ່າ ມັນມີມາດົນແລ້ວ ແລະ ເລີ່ມມາຈາກຂໍ້ມູນຂະໜາດນ້ອຍກ່ອນ ໃຈຄວາມສຳຄັນທີ່ສຸດ ແມ່ນຕ້ອງຮູ້ວ່າມີເປົ້າໝາຍຫຍັງ, ຮູ້ວາງແຜນການເກັບຂໍ້ມູນ, ແລະ ຮູ້ວິທີເອົາຂໍ້ມູນດັ່ງກ່າວມາວິເຄາະໃຫ້ໄດ້ ຜົນກົງກັບເປົ້າໝາຍ…ສະນັ້ນ, ເຈົ້າຂອງທຸລະກິດຂະໜາດນ້ອຍກໍ່ສາມາດປະສົບຜົນສຳເລັດໄດ້ເຊັ່ນກັນ.