ຊາວເນັດສົງໄສເປັນຫຍັງ Tron & Tether ມີອິໂມຈິໂລໂກຢູ່ Twitter ແຕ່ ! Ethereum ຫຼຽນທີ່ຊົງອິດທິພົນອັນດັບທີສອງຄືບໍ່ມີ ?

ກາຍເປັນປະເດັນທີ່ຕະມຸຕະມິເມື່ອມີຊາວເນັດທີ່ໃຊ້ຊື່ວ່າ Ethereum Jesus ເກີດມີຂໍ້ສົງໄສ ແລະ ໄດ້ທະວີດຖາມ Jack Dorsey (CEO ຂອງ Twitter) ວ່າ:

“Tron ກັບ Tether ມີອິໂມຈິໃນ Twitter ກ່ອນ Ethereum ໄດ້ແນວໃດ?”

ແລະໃນເວລາຕໍ່ມາ Jack ກໍໄດ້ມາຣີທະວີດຕອບກັບວ່າ:

ສອງຫຼຽນນັ້ນແມ່ນຂະເຈົ້າຊື້ເອົາ” ພ້ອມກັບແນບລິ້ງໂຄສະນາຟີເຈີການເຮັດການຕະຫຼາດຜ່ານອີໂມຈິຂອງ Twitter ມາໃຫ້ພ້ອມ (ຂາຍເກັ່ງ 555)

ເລື່ອງລາວໜ້າຈະຈົບແຕ່ພຽງເທົ່ານີ້ ແຕ່ວ່າ Paolo Ardoino (CTO ຂອງ ເວັບເທຣດຄຣິບໂຕ Bitfinex ແລະ ຫຼຽນ Tether) ໄດ້ອອກມາຣີທະວີດຕອບກັບ Jack ວ່າ:

“ເຖິງຄົນທີ່ຖາມວ່າເປັນຫຍັງຂ້ອຍຄືທຳທ່າຕົກໃຈ ຖ້າໂລໂກຖືກຊື້ອິຫຼີ ມັນບໍ່ໄດ້ຖືກຊື້ໂດຍ Tether ແນ່ນອນ (ຕົວຢ່າງ: ໂລໂກຕ່າງກັນໜ້ອຍໜຶ່ງ) ຂໍໂທດຫາກຮູ້ສຶກວ່າຖືກເຮັດໃຫ້ເຂົ້າໃຈຜິດ ແຕ່ວ່າພວກເຮົາຮູ້ສຶກແປກໃຈ ແລະ ຕື່ນເຕັ້ນອິຫຼີ ແລະ ຂອບໃຈຜູ້ທີ່ຊື້ໂລໂກໃຫ້ຫຼາຍໆ”

ເຈົ້າຂອງທະວີດທີ່ເປັນຄົນເປີດປະເດັນກໍໄດ້ມາທະວີດຖາມກັບວ່າ:

ແລ້ວໃຜເປັນຄົນຈ່າຍເງິນຊື້ໂລໂກໃຫ້ stablecoin, Tehter ມີຊຸມຊົນ?

Paolo ກໍໄດ້ມາຕອບກັບແບບແສບໆຄັນໆວ່າ:

“Tehter ມີຄ່າເທົ່າກັບເງິນດອນລ່າ. Tehter ບໍ່ໄດ້ມີໜ້າມ້າທີ່ໄວ້ປັ່ນລາຄາ ແລະ Tehter ມີການນຳໄປໃຊ້ຢ່າງກ້ວາງຂວາງ ແລະ ຊຸມຊົນຂະໜາດໃຫຍ່ໃນບລັອກເຊນ. Stablecoin ແມ່ນມີຄວາມໂປ່ງໃສ, ແຕ່ກໍເປັນພາກສ່ວນໜຶ່ງຂອງກະດູກສັນຫຼັງຂອງຄຣິບໂຕ”

ເມື່ອໄດ້ຮັບຄຳຕອບອັນໜັກແໜ້ນແລ້ວຊາວເນັດກໍໄດ້ປ່ຽນປະເດັນໃນທັນທີ ແລ້ວຫວຍກໍໄປອອກທີ່ Justin Sun

ຫຼັງຈາກທີ່ຮັບຮູ້ວ່າໂຕເອງກຳລັງຕົກເປັນປະເດັນ Justin Sun (CEO ຂອງ Tron) ຜູ້ທີ່ມີອ່ຽວຕັ້ງແຕ່ຕົ້ນດຣາມ່າກໍໄດ້ອອກມາຣີທະວີດຂອງ Paolo ເພື່ອເປັນການບອກເປັນນັຍໆວ່າ:

Tron ກໍບໍ່ໄດ້ຊື້ນາຈາ

ເມື່ອຈຳເລີຍໄດ້ອອກມາຫງາຍກາດ “ບໍ່ຮູ້ ບໍ່ໄດ້ໍຊື້” ຊາວເນັດເຈົ້າຂອງທະວີດຕົ້ນເລື່ອງໄດ້ປ່ຽນປະເດັນໄປແຊະ Vitalik (Co-founder ຂອງ Ethereum) ແທນວ່າ:

ເຈົ້າກ່າຄືວ່າລວຍຢູ່ໜາ.. ໜຶ່ງລ້ານເອງ ຊື້ລະແມ” ພ້ອມກັບຖິ້ມປົມໄວ້ວ່າ: “ແລ້ວອິໂມຈິບິດຄອຍເດໃຜເປັນຄົນຊື້? ເອະ! ຫຼື ວ່າ Jack ເປັນຄົນເພີ່ມໃສ່ເອງ?

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet