ຄົນເຮັດວຽກເດິກ 8 ປະເພດ
1. ມະນຸດນົກເຄົ້າໂດຍກຳເນີດ
ຄົນກຸ່ມນີ້ເປັນປະເພດທີ່ຊັງການຕື່ນເຊົ້າເປັນຊີວິດຈິດໃຈ ເຫັນໄດ້ທົ່ວໄປໃນອົງກອນທີ່ບໍ່ຕ້ອງສະແກນນິ້ວມື ກ່ອນເຂົ້າວຽກ (ນັບຊົ່ວໂມງເຮັດວຽກ) ໂມງເຂົ້າວຽກແມ່ນ 10:30 ຫຼື 11ໂມງເຊົ້າ ແລ້ວເຮັດວຽກຍາວໆຈົນຮອດ 8ໂມງແລງ (ບາງຄັ້ງລາກຍາວຮອດ 10ໂມງແລງກໍມີ) ແຕ່! ຫຼັງຈາກກັບຮອດບ້ານແລ້ວມະນຸດນົກເຄົ້າກໍສືບຕໍ່ໃຊ້ຊີວິດຊ່ວງກາງຄືນໄປຈົນຮອດ 3ໂມງເຊົ້າ ຫຼື 5ໂມງເຊົ້າ. ວະຮິດຕິດປາກແມ່ນ ‘I’m not a morning person’.
2. ມະນຸດນົກເຄົ້າໄຟໄໝ້ກົ້ນ
ຄົນກຸ່ມນີ້ເປັນປະເພດທີ່ໃຊ້ຊີວິດຄືກັບວ່າມີໄຟໄໝ້ກົ້ນຢູ່ຕະຫຼອດເວລາ ຕຢ: ມື້ອື່ນຕອນເຊົ້າມີນັດລົມວຽກກັບລູກຄ້າ ແຕ່ຍັງບໍ່ໄດ້ກຽມລາຍລະອຽດ ຫຼື ເອກະສານຈັກແຜ່ນ ເລີຍຕ້ອງໄດ້ຢູ່ຫ້ອງການຈົນເດິກດື່ນກະກຽມເພື່ອໄວ້ມື້ອື່ນ ທີ່ພີກສຸດວຽກອື່ນໆທີ່ຈະເຮັດໃນມື້ນັ້ນກໍຈະລວນໄປນຳ ເພາະຈະບໍ່ມີເວລາເຮັດ ແລະ ຈະເປັນແບບນີ້ວົນລູບໄປ. ນອກນີ້, ນົກເຄົ້າໄຟໄໝ້ກົ້ນຈະເປັນພວກສຸຂະພາບຢູ່ໃນຂັ້ນໜ້າເປັນຫ່ວງ ເມື່ອຍງ່າຍເພາະນອນບໍ່ຄ່ອຍພໍ, ດື່ມກາເຟປານນ້ຳລ້າ ແລະ ກິນເຂົ້າເດິກເປັນປະຈຳ.
3. ມະນຸດນົກເຄົ້າທີ່ຕອນເວັນເປັນໂຕສະລັອດ
ຄົນກຸ່ມນີ້ຕອນກາງເວັນວຽກຈະແຊ່ຢູ່ບ່ອນເກົ່າ ບໍ່ມີຄວາມຄືບໜ້າຍ້ອນ:
(1) ແຊ່ວຽກໄວ້ຍ້ອນມີຄວາມຈຳເປັນຢ່າງອື່ນເຊັ່ນ: ມີປະຊຸມຫຼາຍ ຫຼື ຕ້ອງໄດ້ຊ່ວຍວຽກຂອງຄົນອື່ນກ່ອນ ເລີຍຕ້ອງໄດ້ເອົາວຽກຂອງຕົນເອງໄປເຮັດຕອນແລງໆ.
(2) ແຊ່ວຽກໄວ້ຍ້ອນອາລົມບໍ່ມາປັນຍາບໍ່ເກີດ ຫຼື ຄາເມົ້າມອຍຫອຍສັງ ຫຼື ຫຼິ້ນເນັດຈົນເພີນ ມາຮູ້ໂຕອີກເທື່ອກໍ 4–5 ໂມງແລງແລ້ວ ເລີຍຕ້ອງຢູ່ເດິກເພື່ອປັ່ນວຽກໃຫ້ແລ້ວ.
4. ມະນຸດນົກເຄົ້າເຕັມ 100%
ຄົນກຸ່ມນີ້ແມ່ນພວກທີ່ທຸ້ມເທໃຫ້ວຽກເຕັມ 100% ແບບບໍ່ຫັກ ກໍຄືມາວຽກແຕ່ເຊົ້າໆເປັນຄົນທຳອິດ ແລະ ກັບເດິກ ເກືອບໆຄົນສຸດທ້າຍເຊິ່ງເຮົາຈະເອີ້ນຄົນແບບນີ້ວ່າ ‘ມະນຸດເຍສ (Yes)’ ເພາະເຮັດວຽກແລ້ວໄວ ເພື່ອນຮ່ວມງານກໍມັກຈະມາຂໍຄວາມຊ່ວຍເຫຼືອ ຫາໃຫ້ເຮັດນັ້ນນີ້ຊ່ວຍ ເອີ້ນໄດ້ວ່າເປັນທີ່ຮັກຂອງຄົນໃນຫ້ອງການ.
5. ມະນຸດນົກເຄົ້າເຕັມແຕ່ 50%
ຄົນກຸ່ມນີ້ຈັດຢູ່ໃນຈຳພວກທີ່ມີຄວາມດຸປານກາງຫາໜ້ອຍ ຄືຕອນແລງມັກອອກໄປຫາແນວກິນ ຫຼື ເຮັດກິດຈະກຳເພື່ອຜ່ອນຄາຍຈົນຮອດ 7–8ໂມງແລງ ແລ້ວມານັ່ງເຮັດວຽກຕໍ່ອີກໜ້ອຍໜຶ່ງ ໂດຍຫວັງວ່າຫົວໜ້າຈະເຫັນວ່າຕົນເອງເຮັດວຽກຈົນເດິກດື່ນ ແລະ ເປັນຄົນທຸ້ມເທໃຫ້ກັບງານຫຼາຍ ແຕ່!!! ການທີ່ເຮັດແບບນີ້ກໍອາດຈະເປັນດາບສອງຄົມ ໃນທາງກັບກັນຫົວໜ້າອາດຈະເຫັນເຮົາເປັນຄົນທີ່ຈັດການກັບເວລາບໍ່ເປັນ ວຽກເລີຍບໍ່ແລ້ວເລີຍຕ້ອງຢູ່ເດິກ.
6. ມະນຸດນົກເຄົ້າອິນເຕີ
ຄົນກຸ່ມນີ້ຈະເຫັນໄດ້ທົ່ວໄປໃນອົງກອນທີ່ເປັນສາກົນ ເພາະຕ້ອງເຮັດວຽກຮ່ວມກັບເພື່ອນຮ່ວມງານທີ່ຢູ່ຕ່າງປະເທດ ທີ່ມີເຂດເວລາຕ່າງກັນເຊັ່ນ: ເອີຣົບ ຫຼື ອາເມລິກາ ເຊິ່ງໂມງເຂົ້າວຽກຂອງເຂົາເຈົ້າໃນຕອນເຊົ້າແມ່ນເປັນໂມງເລີກວຽກຂອງເຮົາໃນຕອນແລງ ຖ້າຢາກລົມວຽກນຳກັນ ຫຼື ນັດປະຊຸມກັນ ກໍຕ້ອງມີຝ່າຍໃດຝ່າຍໜຶ່ງເປັນຜູ້ເສຍສະຫຼະຢູ່ເດິກ ຫຼື ຕື່ນເຊົ້າ.
7. ມະນຸດນົກເຄົ້າອົງກອນນິຍົມ
ບາງອົງກອນການເລີກວຽກເດິກແມ່ນເປັນເລື່ອງປົກກະຕິ ຕຢ: Software Company ເມື່ອຮອດຊ່ວງທ້າຍຂອງ Sprint ທີ່ຕ້ອງມານັ່ງປັ່ນວຽກບໍ່ວ່າຈະແກ້ບັ໊ກ, ເຮັດເດໂມ ຯລຯ ໃຫ້ທັນມື້ Deploy ເວົ້າໄດ້ວ່າຊ່ວງນັ້ນຕ້ອງໄດ້ປັ່ນວຽກກັນຈົນຮອດເຊົ້າເລີຍແຫຼະ ຫຼື ອີກກໍລະນີໜຶ່ງ ເຖິງວ່າວຽກເຮົາຈະແລ້ວ ແຕ່ເພື່ອນຮ່ວມງານຄົນອື່ນຢູ່ເດິກ ແຖມຫົວໜ້າກໍຍັງຢູ່ເດິກອີກ ຖ້າເຮົາກັບໄວເຮົາກໍອາດຈະກາຍເປັນ ນົກເຄົ້າດຳ ໄດ້.
8. ມະນຸດນົກເຄົ້າທີ່ອາໄສຢູ່ຫ້ອງການ ແລະ ມີຊີວິດຢູ່ໄດ້ຍ້ອນວຽກ
ຄົນກຸ່ມນີ້ເປັນປະເພດທີ່ບໍ່ມີຊີວິດນອກຫ້ອງການເລີຍ ເຮັດແຕ່ວຽກ ຈົນວຽກກາຍມາເປັນອັດຕະລັກ, ຕົວຊີ້ວັດຄວາມສຳເລັດ ແລະ ຄວາມສຸກຂອງຕົນເອງໄປແບບທີ່ບໍ່ມີອິຫຍັງມາກັ້ນ.