ກ່ອນຈະໝົດປີ 2021 ເຮັດຫຍັງດີ ???
ໃກ້ໝົດທ້າຍປີ ກ່ອນຕ້ອນຮັບປີໃໝ່ ລູກເພຈເຮົາຫາກິດຈະກຳເຮັດ ຫຼື ທົບທວນຕົນເອງກ່ອນປີໃໝ່
- ທົບທວນເລື່ອງຜ່ານທີ່ມາ ມີໃຜເຂົ້າມາໃນຊີວິດ ແລະ ອອກໄປ
ທົບທວນເລື່ອງຜ່ານທີ່ມາວ່າໝົດປີເກີດຫຍັງຂຶ້ນແດ່ ມີທັງເລື່ອງດີ ແລະ ເລື່ອງບໍ່ດີເຂົ້າມາໃນຊີວິດ ສ່ວນເລື່ອງບໍ່ດີ ຖືວ່າເອົາມາເປັນບົດຮຽນໃຫ້ຕົນເອງໄດ້ ແລະ ເປັນຊ່ວງເວລາທີ່ເໝາະສົມ ມານັ່ງທົບທວນເລື່ອງລາວຕ່າງໆ, ມີຜູ້ຄົນໃດແດ່ທີ່ເຂົ້າມາໃນຊີວິດ ແລະ ອອກໄປ ເຂົາສອນໃຫ້ເຮົາຮູ້ຫຍັງແດ່ ເພື່ອໃຫ້ເຮົາເຂົ້າໃຈ ແຂ່ງແກ່ງຂຶ້ນຕື່ມ.
ອາດຈະລອງຈົດເປັນ list ອອກມາກໍໄດ້ວ່າມີຫຍັງເກີດຂຶ້ນແດ່ ຕັ້ງແຕ່ເດືອນມັງກອນ 2021 ມີຫຍັງເຮັດໃຫ້ເຮົາເຕີບໂຕຂຶ້ນ ເຮົາໄດ້ຮຽນຮູ້
ແຕ່!!! ເວລາ List ອອກມາ ຫ້າມຕັດສິນ ຫຼື ຄາດຫວັງກັບສິ່ງທີ່ຜ່ານມາວ່າມັນຕ້ອງໄດ້ດີກວ່ານີ້ ຫ້າມເດັດຂາດ.
- ຂອບໃຈຕົນເອງທີ່ເກັ່ງຂະໜາດນີ້
ຫຼັງຈາກທົບທວນຕົນເອງ ມາຂອບໃຈຕົນເອງນຳທີ່ເກັ່ງໄດ້ຂະໜາດນີ້, ມີເລື່ອງລາວຫຼາຍຢ່າງເກີດຂຶ້ນໃນຊີວິດ ຜ່ານຮ້ອນ ຜ່ານໜາວຈົນຮອດທ້າຍປີ ເຖິງແມ້ວ່າສິ່ງທີ່ເຮົາເຮັດໄປ ອາດບໍ່ໄດ້ລົງໂຕ 100%
ລອງຄິດນຳກັນເບິ່ງ ເຮົາໄດ້ເລີ່ມສິ່ງທີ່ຕົນຕັ້ງໃຈ ເຖິງເປັນສິ່ງນ້ອຍໆ
ແຕ່ມັນກໍຈະເຫັນຜົນທາງໜ້າ. ສະນັ້ນ,ບາງຢ່າງທີ່ເກີດຂຶ້ນໃນຊີວິດເຮັດໃຫ້ເຮົາຮູ້ບາງຢ່າງຂຶ້ນມາໃໝ່ ທັງມຸມມອງ ການດຳເນີນການໃຊ້ຊີວິດ. ຈົ່ງຂອບໃຈຕົນເອງເດີ້ໝູ່ໆ ກອດຕົນເອງພ້ອມ ກອດແໜ້ນໆ
- ລອງເລີ່ມຮັກຕົນເອງອີກເທື່ອ
ສຳລັບໃຜທີ່ເຄີຍຮັກຕົນເອງມາກ່ອນ ຫຼື ຍັງບໍ່ລອງຮັກຕົນເອງເທື່ອ ລອງຫັນມາໃສ່ໃຈ່ຕົນເອງອີກຄັ້ງ ລອງກັບມາດູແລຕົນເອງ ຟື້ນຟູສະພາບຈິດໃຈ ເລີ່ມຮັກສຸຂະພາບ ທັງກາຍ ແລະ ໃຈ.
- ວາງແຜນທີ່ຈະເຮັດປີໜ້າ
ຕັ້ງເປົ້າໝາຍໄວ້ເລີຍວ່າປີໜ້າຢາກເຮັດຫຍັງ ອັນໃດທີ່ຍັງບໍ່ໄດ້ເຮັດ ລອງເອົາມາເຮັດເບິ່ງ ຖ້າສາມາດເລີ່ມໄດ້ ກຽມໄວ້ເລີຍ ແລະ ລົງມືເຮັດ ບໍ່ຕ້ອງຖ້າໃຫ້ຮອດປີໜ້າຈຶ່ງຄ່ອຍເຮັດ.
ສາມາດແຍກອອກມາໄດ້ 2 ແບບ: ເປົ້າໝາຍຂອງການເຮັດວຽກ ແລະ ເປົ້າໝາຍການໃຊ້ຊີວິດສ່ວນຕົວ.
- ເປົ້າໝາຍຂອງການເຮັດວຽກເຊັ່ນ: ການອັບສະກິວການແຕ້ມຮູບ, ຮຽນເຮັດກຣາບຟິກ, ຊື້ຄລອສອອນລາຍມາຮຽນ.
- ເປົ້າໝາຍການໃຊ້ຊີວິດສ່ວນຕົວເຊັ່ນ: ຕື່ນເຊົ້າຂຶ້ນ, ເຮັດອາຫານກິນເອງ, ຟັງ podcast ອັບເດດຄວາມຮູ້ມື້ລະ 15 ນາທີ.
ສຳລັບໃຜທີ່ບໍ່ຮູ້ວ່າວ່າທ້າຍປີຈະເຮັດຫຍັງ ດຽວທາງເຮົາແນະນຳກິດຈະກຳໃຫ້
- ກິດຈະກຳ 1: ທຳຄວາມສະອາດບ້ານ
ໃຜບໍ່ມັກທຳຄວາມສະອາດບ້ານ ປີໃໝ່ຟ້າໃໝ່ລອງມາທຳຄວາມສະອາດເບິ່ງ ອັນໃດທີ່ບໍ່ໃຊ້ກໍໄປບໍລິຈາກໃຫ້ຄົນອື່ນໄປໃຊ້ຕໍ່ ບ້ານສະອາດ ແຖມໄດ້ຊ່ວຍຜູ້ອື່ນນຳ
- ກິດຈະກຳ 2: ເບິ່ງໜັງ ແລະ ອ່ານໜັງສືທີ່ດອງໄວ້ແຕ່ຕົ້ນປີ
ສຳລັບໃຜທີ່ບໍ່ຮູ້ຈະເຮັດຫຍັງ ຫຼື ບໍ່ມີເວລາ ເອົາເປັນວ່າເປັນເວລາເໝາະສົມທີ່ມາເບິ່ງໜັງ ແລະ ອ່ານໜັງສືທີ່ດອງກັນໄວ້ ຖືວ່າອັບເດດທັງຄວາມຮູ້.
- ກິດຈະກຳ 3: ແບກເປ້ ພາຍກະເປົ໋າໄປທ່ຽວ ແບບສ່າຍດ່ຽວ ຫຼື ເປັນກຸ່ມ
ສຳລັບຜູ້ທີ່ບໍ່ແມ່ນສາຍຢູ່ບ້ານ ແນະນຳເລີຍຈັດກະເປົ໋າ ໄປເພີດເພີນນຳທຳມະຊາດ ເພື່ອ detox ຕົນເອງດ້ວຍການໄປນຳ
ອີກກິດຈະກຳໜຶ່ງ ທີ່ຢາກແນະນຳ ນັ້ນກໍຄື “ນອນ” ບໍ່ມີຫຍັງຫຼາຍ ພັກຜ່ອນໃຫ້ເຕັມທີ່ ກຽມພ້ອມຕ້ອນຮັບມື້ໃໝ່ປີໃໝ່ ສະເພາະ Dev ເດີ້ ນອນພັກຜ່ອນແນ່