ກົນລະຍຸດການຫັນເປັນດິຈິຕອນ ຈຳເປັນສຳລັບທຸລະກິດຂອງທ່ານແລ້ວຫຼືຍັງ?
ຖ້າເວົ້າເຖິງທຸລະກິດໃນລາວທີ່ນຳໃຊ້ກົນລະຍຸດການຫັນເປັນດິຈິຕອນ ເຂົ້າມາຊ່ວຍໃນຂັ້ນຕອນເຮັດວຽກພາຍໃນ ຫຼື ໃຫ້ບໍລິການລູກຄ້າໄດ້ຢ່າງມີປະສິດທິພາບສູງ ແລະ ສ້າງການປ່ຽນແປງທີ່ໂດດເດັ່ນຕໍ່ສັງຄົມລາວ ເຊື່ອວ່າທຸກຄົນຈະ ຄິດຫາ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ທັນທີ ໂດຍສະເພາະແມ່ນຜະລິດຕະພັນ app BCEL One ທີ່ສ້າງອອກມາໃຫ້ແກ່ປະຊາຊົນລາວໄດ້ນຳໃຊ້ ແລະ ເປັນທີ່ຮູ້ຈັກກັນດີໃນປະຈຸບັນນີ້.
ທຄຕລ ຖືກສ້າງຕັ້ງຂຶ້ນໃນປີ 1975 ແລະ ຕະຫຼອດໄລຍະຜ່ານມາ 30 ປີ ທຄຕລ ແມ່ນມີບົດບາດຫຼັກດ້ານການເງິນ ຂອງເສດຖະກິດປະເທດລາວ. ທຄຕລ ເປັນຜູ້ນຳໜ້າໃນທຸກຮູບແບບ ກໍ່ຄື ມີສາຂາບໍລິການທົ່ວປະເທດຫຼາຍກວ່າ 20 ສາຂາ, 93 ໜ່ວຍບໍລິການ, 15 ໜ່ວຍແລກ ປ່ຽນເງິນຕາ, ແລະ ທະນາຄານຕົວແທນຫຼາຍກວ່າ 100 ທະນາຄານ ໃນທົ່ວໂລກ. ທຄຕລ ຍັງເປັນຜູ້ປະດິດສ້າງທີ່ໂດດເດັ່ນດ້ານການເປັນຜູ້ບຸກເບີກໃນຫຼາຍຜະລິດຕະພັນ ເຊັ່ນ ຕິດຕັ້ງຕູ້ເອທີເອັມແຫ່ງທຳອິດຂອງປະເທດ, ອອກບັດເຄດິດ, ບັດເດບິດ, ແລະ ການບໍລິການຜ່ານອິນເຕີເນັດ ແລະ ໂທລະສັບມືຖື.
ທະນາຄານສືບຕໍ່ເປັນຜູ້ສ້າງຄວາມປ່ຽນແປງໃໝ່ຕະຫຼອດເວລາ ໂດຍແນໃສ່ວິທີການຕ່າງໆທີ່ສະໜັບສະໜູນລູກຄ້າ ບໍ່ວ່າຈະເປັນຜູ້ບໍລິໂພກ ຫຼື ຮ້ານຄ້າ ໃຫ້ຫັນມານຳໃຊ້ ການຊຳລະສະສາງທີ່ບໍ່ມີເງິນສົດຫຼາຍຂຶ້ນ.
ໃນປີ 2013 ທຄຕລ ໄດ້ປະຕິວັດການທະນາຄານຢູ່ລາວ ໂດຍການເປີດໂຕ app ມືຖືທີ່ມີການປ່ຽນແປງສັງຄົມລາວຢ່າງຊັດເຈນ ກໍ່ຄື BCEL One ນັ້ນເອງ. ຜະລິດຕະພັນນີ້ມີຈຸດປະສົງຊ່ວຍໃຫ້ລູກຄ້າສາມາດໂອນເງິນລະຫວ່າງບັນຊີ, ຈ່າຍຄ່າໂທລະສັບ ແລະ ໃບບິນໂທລະສັບ, ຈ່າຍອາກອນ ແລະ ອື່ນໆ ເຊິ່ງທຸລະກຳທັງໝົດນີ້ລູກຄ້າ ທຄຕລ ສາມາດ ເຮັດໄດ້ທັນທີຜ່ານໂທລະສັບມືຖືຂອງຕົນເອງ.
ຜະລິດຕະພັນ app BCEL One ໄດ້ເລີ່ມມີການນຳໃຊ້ໂດຍລູກຄ້າ ຜະລິດຕະພັນບັດຂອງ ທຄຕລ ເຊິ່ງສາມາດ ດາວໂຫຼດມາໃຊ້ໂດຍບໍ່ເສຍຄ່າໃຊ້ຈ່າຍ. ມາຮອດປະຈຸບັນ app BCEL One ໄດ້ຖືກພັດທະນາ ແລະ ມີບໍລິການທີ່ເພີ່ມຂຶ້ນຢ່າງຫຼາກຫຼາຍ.
ໃນປີ 2017 app BCEL One ໄດ້ພັດທະນາການບໍລິການທີ່ໂດດເດັ່ນຂຶ້ນ 1 function ກໍ່ຄື OnePay ເຊິ່ງມີຈຸດ ປະສົງຊ່ວຍເພິ່ມຄວາມສະດວກສະບາຍໃນຂັ້ນຕອນການຊຳລະສະສາງ ແລະ ຫຼຸດຜ່ອນ ຫຼື ກຳຈັດຄວາມຈຳເປັນຂອງເງິນສົດໃນລະຫວ່າງການເຮັດທຸລະກຳ ໂດຍການນຳໃຊ້ OnePay ແມ່ນໃຫ້ບໍລິການຈ່າຍເງິນຜ່ານ QR Code ທີ່ຈະຊ່ວຍໃຫ້ຄ່າໃຊ້ຈ່າຍຂອງສິນຄ້າ ແລະ ການບໍລິການຖືກຫັກອອກໂດຍກົງຈາກບັນຊີຂອງຜູ້ໃຊ້ ແລະ ຝາກເຂົ້າບັນຊີຂອງຜູ້ຂາຍທັນທີ.
ລະບົບດັ່ງກ່າວແມ່ນມີຜົນດີຕໍ່ຜູ້ຊື້ ແລະ ຜູ້ຂາຍ ຜູ້ຊື້ຈະໄດ້ຮັບການແຈ້ງເຕືອນ SMS ຜ່ານ BCEL One ແລະ ຂໍ້ ຄວາມຈາກທະນາຄານ ຫຼັງຈາກສຳເລັດການຈ່າຍເງິນ. ນອກຈາກນີ້ ໃນປີ 2018 ທຄຕລ ໄດ້ເປີດໃຫ້ບໍລິການຈ່າຍເງິນ QR ຂ້າມຊາຍແດນແຫ່ງທຳອິດຂອງປະເທດ ໂດຍການເປັນພັນທະມິດກັບທະນາຄານ ທະນະຊາດ (Thanachart) ທີ່ຕັ້ງຢູ່ບາງກອກອີກດ້ວຍ.
ທີມງານໂຄເມັດເຮົາ ເຊື່ອວ່າ ທຄຕລ ຈະສືບຕໍ່ເປັນຜູ້ບຸກເບີກ ແລະ ປະດິດສ້າງທາງດ້ານການເງິນທີ່ດີທີ່ສຸດຂອງປະເທດລາວ ແລະ ຖ້າຫາກທຸລະກິດທ່ານ ຕ້ອງການນຳໃຊ້ກົນລະຍຸດການຫັນເປັນດິຈິຕອນ ດັ່ງຕົວຢ່າງຈາກ ທຄຕລ ແຕ່ຕ້ອງການທີມງານມີຄວາມຮູ້ສະເພາະດ້ານ ໂດຍແນໃສ່ການສ້າງ app ມືຖື ທ່ານສາມາດຕິດຕໍ່ບໍລິສັດ ໂຄເມັດ ເພື່ອສອບຖາມລາຍລະອຽດຕື່ມໄດ້ທັນທີ.
Comet website: www.comet.la
Comet Facebook: Comet Digital Agency