XRP — ໂຄງການປັ່ນລາຄາ Cryptocurrency ທີ່ຮອດມື້ມາ “ລາຄາຕົກ”
ກ່ອນເຂົ້າເລື່ອງເຮົາມາອະທິບາຍສັ້ນໆກັນກ່ອນວ່າ XRP ແມ່ນຫຍັງ?
- XRP ແມ່ນ Cryptocurrency ຫຼື ສະກຸນເງິນ ຫຼື ຊັບສິນ digital.
Cryptocurrency ແມ່ນຫຍັງ?
- Cryptocurrency ແມ່ນສະກຸນເງິນປະເພດໜຶ່ງທີ່ສ້າງຂຶ້ນມາເທິງຄວາມຄິດທີ່ວ່າຕ້ອງການຕັດທະນາຄານ(ຫຼືຄົນກາງ) ອອກໄປຈາກລະບົບ.
ພໍຮູ້ລວມໆແລ້ວເຮົາມາເຂົ້າເລື່ອງເລີຍ!
ເລື່ອງເກີດຂຶ້ນຫຼັງຈາກມີການນັດກັນປັ່ນລາຄາໃນຕອນ 20:30 ວັນທີ 01/02/2021 ຂອງກຸ່ມນັກລົງທຶນ Wallstreet ຢູ່ Reddit (ຕອນນີ້ຖືກລົບແລ້ວ) ເລີຍພາກັນຍ້າຍໄປຮວມກຸ່ມກັນຢູ່ Telegram ແອັບແຊທຊື່ດັງແທນ.
ແລ້ວມັນກໍບູມຂື້ນມາ.. ເຊິ່ງກຸ່ມທີ່ວ່ານັ້ນມີສະມາຊິກເພີ່ມຂຶ້ນເຖິງ 200.000 ຄົນຢ່າງວ່ອງໄວ.
ຂ່າວຫຼາຍໆສໍານັກແຫ່ກັນລົງຂ່າວ ຍ້ອນຄິດວ່າລາຄາອາດຈະເປັນຄືຂອງຮຸ້ນ Gamestop ທີ່ລາຄາຂຶ້ນ 200 ເທົ່າໃນເວລາສັ້ນໆ (ເລື່ອງນີ້ໜ້າສົນໃຈແນະນໍາຫາຂໍ້ມູນເພີ່ມເຕີມ) ແລ້ວຫຼັງຈາກນັ້ນ ລາຄາ XRP ແລ່ນຂຶ້ນທັນທີຈາກ 0.2 $ ຮອດຫຼຽນລະ 0,5 $ ຍ້ອນທຸກຄົນພາກັນແຫ່ຊື້.
ເອົາລະມາຮອດຕອນນີ້ ຄົນສ່ວນໃຫຍ່ຄິດຄືກັນຄື ຕ້ອງຊື້ໄວ້ເພື່ອໄປຂາຍມື້ປັ່ນລາຄາເພາະແນວໃດມັນຕ້ອງຂຶ້ນແນ່ນອນ..
.
ເວລາຜ່ານໄປລາຄາຂອງ XRP ກໍຍັງຂຶ້ນແບບລົວໆຮອດລາຄາ 0.75 $ ຕໍ່ຫຼຽນ ຫຼື ເພີ່ມຂື້ນ 300 % ໃນເວລາບໍ່ຮອດ 2 ອາທິດ ໃນຊ່ວງທ່ຽງຂອງວັນທີ 1.
ຫຼັງຈາກນັ້ນບໍ່ດົນ Ripple ບໍລິສັດທີ່ຢູ່ເບື້ອງຫຼັງ XRP ໄດ້ປົດລ໋ອກຫຼຽນຈໍານວນ 1.000 ລ້ານຫຼຽນ ເຂົ້າສູ່ລະບົບໂດຍເອົາ 200 ລ້ານຫຼຽນໄປຂາຍແລ້ວເອົາ 800 ລ້ານຫຼຽນໄປລ໋ອກຄືນຕາມກົດລະບຽບຂອງບໍລິສັດ.
ເຫດການເລີ່ມແປກຂື້ນເລື້ອຍໆ ແທນທີ່ຈະຊື້ໄວ້ເພື່ອຂາຍເອົາກໍາໄລຕອນປັ່ນລາຄາ ຜູ້ທີ່ຖືຫຼຽນໄວ້ມູນຄ່າສູງກໍເລີ່ມທະຍອຍຂາຍຫຼຽນຂອງໂຕເອງອອກໄປໂດຍທີ່ໂຄງການປັ່ນລາຄາຊິເລີ່ມໃນອີກບໍ່ດົນ.
ແລ້ວ 20:30 ຂອງວັນທີ 01/02/2021 ກໍມາເຖິງ ຮອດຕອນທີ່ທຸກຄົນຊື້ພ້ອມກັນເພື່ອໃຫ້ລາຄາຂຶ້ນ ແຕ່ຍິ່ງຊື້ລາຄາຍິ່ງຫຼຸດລົງ.
ຕາມໃນຮູບຈະເຫັນວ່າແທນທີ່ລາຄາຈະຂຶ້ນມັນພັດບໍ່😂 ຕະຫຼາດເລີ່ມ panic ຄົນທີ່ຖືໄວ້ເລີ່ມທະຍອຍຂາຍລາຄາກໍຍິ່ງລົງ ກຣາຟລາຄາກໍຍິ່ງແດງ ຈົນຮອດມື້ນີ້ (05/02/2021) ນັກລົງທຶນທີ່ຊື້ຫຼຽນຕອນ 20:30 ກໍຍັງບໍ່ໄດ້ກໍາໄລ (ຂາດທຶນຢ່າງໜັກ).
ປິດທ້າຍກ່ອນຈາກ
ຈະເຫັນວ່າຈະຫຼາດມີຄວາມປ່ຽນແປງສູງຫຼາຍໃນເວລາບໍ່ພໍເທົ່າໃດຊົ່ວໂມງອາດຈະຂາດທຶນຫຼືໄດ້ກໍາໄລໄດ້ບໍ່ຍາກ ແນະນໍາໃຫ້ທຸກຄົນສຶກສາຂໍ້ມູນດີໆກ່ອນລົງທຶນເດີ້
ປລ: ນີ້ແມ່ນປະສົບການຕົງຈາກທີມ Dev ຂອງ Comet ເອງທີ່ຢາກແບ່ງປັນປະສົບການບອບຊ້ຳສູ່ຟັງ
ແຫຼ່ງຂໍ້ມູນ:
https://siamblockchain.com/2021/02/02/2-reason-why-xrp-price-down-yesterday/, capital.com , twitter.com/whale_alert