Stop being Body-Shamer and Stop asking hurtful and awkward questions
ທຸກຄົນເຄີຍສັງເກດບໍ່ວ່າ ໃນເວລາທີ່ເຮົາ googling ເຮົາມັກຈະຊອກເຫັນຫົວຂໍ້ປະມານ: “ ວິທີຮັບມື ຫຼື ຈັດການກັບ Body-shamers / ການຖືກຂົ່ມເຫັງ Bullying ” ແລ້ວເຄີຍສົງໄສບໍ່ວ່າ ເປັນຫຍັງຈຶ່ງມີແຕ່ຫົວຂໍ້ແນວນີ້? ເປັນຫຍັງຜູ້ທີ່ຖືກເປັນເຫຍື່ອຕ້ອງເປັນຝ່າຍຍອມຮັບສະພາບການແນວນີ້ແລ້ວຫາວິທີຮັບມືກັບຄວາມ ເx້ຍ ຂອງຄົນອື່ນ? ທັງໆທີ່ຄວາມເປັນຈິງແລ້ວ ມັນແມ່ນຕົວເຮົາເອງ! ເຮົາທຸກໆຄົນທີ່ຕ້ອງຈັດການກັບຄວາມ ເx້ຍ ຂອງເຮົາເອງ. ຮູ້ຈັກເຄົາລົບຄົນອື່ນ ມີນ້ຳໃຈຕໍ່ຄົນອື່ນ ທັກສະພື້ນຖານຂອງການຢູ່ນຳກັນໃນສັງຄົມ. ສະນັ້ນ, ມາຮຽກຮ້ອງຄວາມກ້າຫານທີ່ຈະຢຸດການເປັນ Body-Shamer ຊ່ວຍກັນເທາະ #ໃຫ້ມັນຈົບທີ່ຍຸກເຮົາ.
Shamer ແມ່ນຫຍັງ?
ແມ່ນບຸກຄົນຜູ້ທີ່ເວົ້າເຢາະເຢີ້ຍ ຫຼື ວິພາກວິຈານຜູ້ໃດຜູ້ໜຶ່ງໃນລັກສະນະສະເພາະຂອງຮູບລັກພາຍນອກ ຫຼື ພຶດຕິກຳ ເພື່ອເຮັດໃຫ້ຜູ້ອື່ນຮູ້ສຶກອັບອາຍ ຫຼື ສູນເສຍຄວາມໝັ້ນໃຈ ຫຼື ກັງວົນໃຈ.
ພາສາລາວເຮົາມີພັນຮ້ອຍແປດຄຳຖາມ ຫຼື ຫົວຂໍ້ ທີ່ຈະເອົາມາໃຊ້ທັກທາຍຄົນອື່ນ ຫຼື ເປີດບົດສົນທະນາ ນີ້ເປັນພຽງຕົວຢ່າງເພື່ອໃຫ້ທຸກຄົນເຫັນພາບລວມ ຫວັງວ່າຈະເປັນປະໂຫຍດກັບທຸກຄົນໃນການເອົາໄປປັບໃຊ້.
Depends on context, Choose wisely ຂຶ້ນກັບບໍລິບົດ ເລືອກໃຊ້ໃຫ້ດີ :)
Sziasztok!!!