Saolong ຊາຍໜຸ່ມຜູ້ບໍ່ເຄີຍຢຸດຕາມຫາສິ່ງທີ່ມັກ

Comet Digital Agency
1 min readApr 2, 2021

Comet Insight ເທື່ອນີ້ຂໍມາໃນຮູບແບບຕົວໜັງສື ຫວັງວ່າເລື່ອງນີ້ຈະຊ່ວຍຈຸດປະກາຍໃຫ້ທຸກຄົນບໍ່ຫຼາຍກໍໜ້ອຍ.

ໂຄເມັດ: ແນະນຳຕົນເອງແດ່

ອາຫຼົງ: ສະບາຍດີ ຊື່ເຊົາຫຼົງ ອາຍຸ 31ປີ ຮຽນຈົບຈາກຄະນະວິສະວະກຳສາດ ສາຂາວິສະວະກຳຄອມພິວເຕີ (2008–2013). ໃນຊ່ວງເວລາທີ່ຮຽນຢູ່ປີ 04 ແມ່ນໄດ້ມີໂອກາດເຮັດວຽກ part-time ເປັນພະນັກງານເສີບຢູ່ຮ້ານອາຫານແຫ່ງໜຶ່ງ ເຊິ່ງເຮັດໄດ້ປະມານ 03 ເດືອນຜູ້ຈັດການເຫັນແວວ ເລີຍເລື່ອນຕຳແໜ່ງໃຫ້ໄປເປັນຜູ້ຊ່ວຍຜູ້ຈັດການ ຫຼັງຈາກນັ້ນເຮັດໄດ້ປະມານໜຶ່ງປີກໍຖືກຍ້າຍໄປເປັນຜູ້ຈັດການປະຈຳຢູ່ສາຂາທີສອງ ແລ້ວເຮັດໄປໄດ້ສອງປີກໍຂໍລາອອກ.

ໂຄເມັດ: ອ້າວວວ ເປັນຫຍັງຄືອອກ?

ອາຫຼົງ: ຮູ້ສຶກວ່າໂຕເອງຍ່າງມາສຸດທາງນີ້ແລ້ວ ຄວາມຮູ້ສຶກທຸກຍ່າງແມ່ນຕັນໝົດແລ້ວ ແລະ ອີກຢ່າງການເປັນຜູ້ຈັດການຕ້ອງໄດ້ຄຸມຄົນ ແຕ່ວ່າຕົນເອງຊ້ຳພັດມີນິໄສຂີ້ເກງໃຈຄົນ, ຮ້າຍຄົນບໍ່ເກັ່ງ, ບາງຄັ້ງກໍຖືກລູກນ້ອງເອົາປຽບ ກໍຄືເຂົາເຈົ້າຈັບຈຸດພິເສດເຮົາໄດ້ຖ້າເຂົາເຈົ້າບໍ່ເຮັດວຽກໂຕນີ້ຫົວໜ້າກໍຈະມາເຮັດໃຫ້ແທນ ບາງຄັ້ງກໍຈົງໃຈຖິ້ມວຽກໃຫ້ເຮົາເຮັດ ໃນຕອນນັ້ນກໍຮູ້ສຶກນ້ອຍໃຈ ແລະ ຄຽດໃຫ້ຕົນເອງແດ່ທີ່ໜັກແໜ້ນບໍ່ພໍ.

ໂຄເມັດ: ແລ້ວຕອນທີ່ຮຽນຈົບໃໝ່ໆ ບໍ່ຄິດທີ່ຢາກຈະເຮັດວຽກຕາມສາຍທີ່ຮຽນມາແດ່ຫວາ?

ອາຫຼົງ: ກໍຄິດຢູ່ ແລະ ຕອນຈົບໃໝ່ໆກໍມີໝູ່ມາຊວນສະໝັກແຕ່ຍ້ອນຄວາມຮັບຜິດຊອບ ຕັດໃຈຖິ້ມຕົນເອງໃຫ້ຄົນອື່ນຮັບແທນບໍ່ລົງ ແລ້ວວຽກໃໝ່ກໍຕ້ອງການດ່ວນແດ່ເລີຍຕັດໃຈ ໂອກາດມາໃນເວລາທີ່ບໍ່ຖືກຕ້ອງ. ຈາກຕອນນັ້ນກໍເຮັດຢູ່ຫັ້ນແລ້ວຂໍລາອອກແລ້ວໄປເປັນຜູ້ຊ່ວຍຊ່າງພາບແທນ.

ໂຄເມັດ: ອ້າວວວວວ (ອີກແລ້ວ) ເປັນຫຍັງຄືໂດດຈາກຜູ້ຈັດການຮ້ານອາຫານໄປເປັນຜູ້ຊ່ວຍຊ່າງພາບໄດ້?

ອາຫຼົງ: ຫຼັງຈາກອອກວຽກກໍວ່າງໄລຍະໜຶ່ງແລ້ວເອື້ອຍເລີຍແນະນຳໃຫ້ເລີຍຕັດສິນໃຈລອງເບິ່ງ ບວກກັບຕອນນັ້ນກໍສົນໃຈແດ່. ຫຼັງຈາກເຮັດຢູ່ນັ້ນໄດ້ສອງປີກໍຮູ້ສຶກອີ່ມ ແລ້ວກັບມາຄິດຄືນວ່າເຮົາມີໃບປະລິນຍາກ່ຽວກັບຄອມພິວເຕີຢູ່ ແລ້ວມັນຮອດເວລາແລ້ວທີ່ຈະເດີນກັບເຂົ້າເສັ້ນທາງສາຍຫຼັກຫຼັງຈາກແວ່ຮ່ອມທາງຊ້າຍທາງຂວາໄປດົນ.

ໂຄເມັດ: ແຕ່ສາຍນີ້ກໍແຕກອອກໄປໄດ້ຫຼາຍສາຍແລ້ວເລືອກສາຍແນວໃດ?

ອາຫຼົງ: ຫຼັງຈາກອອກຈາກການຖ່າຍຮູບກໍໄດ້ມີໂອກາດໄປເປັນຄູສອນຄອມຢູ່ສູນຄອມພິວເຕີແຫ່ງໜຶ່ງເປັນເວລາສາມປີ. ຕອນທີ່ສອນຢູ່ນັ້ນຕະໜັກໄດ້ວ່າເຮົາໄດ້ຢຸດພັດທະນາໂຕເອງໄປ ແລະ ຄວາມຮູ້ທີ່ເຮົາມີກໍລ້າສະໄໝໄປແລ້ວໃນຕອນນີ້ເພາະເຕັກໂນໂລຢີແມ່ນໄປໄວຫຼາຍ ບວກກັບຊ່ວງນັ້ນມີເວລາວ່າງຫຼາຍແດ່ເລີຍໄປຊື້ປຶ້ມມາຮຽນເອງ ພ້ອມກັບຮຽນຢູ່ Youtube ໄປນຳ ແຕ່ກໍຮູ້ສຶກວ່າເຮົາຮຽນຮູ້ໄປໄດ້ຊ້າຫຼາຍເລີຍຕັດສິນໃຈຊື້ຄອດຮຽນອອນລາຍຢູ່ Udemy 02 ຄອດສອນໂດຍ Angela ເປັນຄອດຂຽນ ແອັບ ແລະ ເວັບໄຊ. ສ່ວນຕົວແມ່ນມັກອາຈານຄົນນີ້ຫຼາຍເພາະລາວມີວິທີການສອນທີ່ດີ ແລະ ເອົາໃຈໃສ່ນັກຮຽນຫຼາຍ ທັງທີ່ເຮົາບໍ່ເກັ່ງພາສາອັງກິດແຕ່ລາວກໍພາຍາຍາມເວົ້າຊ້າໆໃຫ້ເຮົາສາມາດນຳທັນ ແລະ ບໍ່ໃຊ້ຄຳສັບທີ່ທາງການຫຼາຍເກີນໄປ ພ້ອມທັງອະທິບາຍລະອຽດ ພາຍໃນປີດຽວຮູ້ສຶກວ່າເຮົາພັດທະນາຫຼາຍເຕີບ.

ໂຄເມັດ: ແລ້ວເປັນຫຍັງຕ້ອງແອັບ?

ອາຫຼົງ: ຫຼັງຈາກໄດ້ລົງຮຽນ ແລະ ລອງເຮັດທັງສອງຢ່າງນັ້ນ ກໍຮູ້ສຶກວ່າແອັບມັນແມ່ນໂຕເອງຫຼາຍທີ່ສຸດ ເວລາທີ່ຂຽດໂຄດຂອງແອັບຮູ້ສຶກມ່ວນໄປກັບມັນຈົນລືມເວລາໄປເລີຍ.

ໂຄເມັດ: ແລ້ວເປັນຫຍັງຕ້ອງໂຄເມັດ?

ອາຫຼົງ: ຕ້ອງບອກວ່າໂອກາດຂອງໂຄເມັດແມ່ນມາຖືກທີ່ ແລະ ຖືກເວລາຫຼາຍ ແລ້ວໂຄເມັດກໍເປີດໂອກາດໃຫ້ທົດລອງວຽກກ່ອນ ເຊິ່ງບ່ອນອື່ນແມ່ນບໍ່ມີ ເຂົາເຈົ້າຕ້ອງການພະນັກງານເຮັດວຽກເຕັມເວລາເລີຍ ແຕ່ວ່າເຮົາຮູ້ໂຕເອງດີວ່າທັກສະເຮົາຍັງບໍ່ເຖິງ ແລະ ເຮົາຍັງບໍ່ພ້ອມທີ່ຈະລົງສະໜາມແທ້ເທື່ອ. ພາຍຫຼັງເຂົ້າຝຶກງານຢູ່ທີ່ໂຄເມັດແລ້ວກໍຮູ້ສຶກວ່າໂຕເອງເລືອກຖືກແລ້ວວວວ ຕອນທຳອິດກໍກົດດັນເພາະຕ້ອງແລ່ນນຳຄົນອື່ນ ຄືກັບວ່າທຸກຢ່າງຖາໂຖມເຂົ້າມາບາດດຽວ ແລ້ວເຮົາ overload ແລ້ວມີວູບໜຶ່ງຕັດສິນໃຈຂໍເຊົາ ແລ້ວອາກໂນ (ຫົວໜ້າ) ຖາມກັບມາວ່າ: “ທີ່ຢາກເຊົາຍ້ອນບໍ່ແມ່ນສິ່ງທີ່ໂຕເອງມັກແມ່ນໂອເຄ ແຕ່ຖ້າຢາກເຊົາຍ້ອນມັນຍາກເກີນໄປ ແລະ ຮູ້ສຶກວ່າຕົນເອງເປັນໂຕຖ່ວງຂອງທີມແມ່ນໃຫ້ເຊົາຄິດແນວນັ້ນ ແລ້ວປ່ຽນຄວາມຍາກນັ້ນເປັນແຮງຜັກດັນໃຫ້ພະຍາຍາມຫຼາຍຂຶ້ນ ແລ້ວອີກຢ່າງທີມມີໄວ້ຊ່ວຍສະໜັບສະໜູນກັນ” ເກັບຄຳເວົ້ານັ້ນມາຄິດແລ້ວບອກໂຕເອງ ເອົາອີກຮອບ.

ໂຄເມັດ: ແລ້ວການທີ່ມາເປັນ Intern ໃນອາຍຸສ່ຳນີ້ ແລະ ຕ້ອງໃຫ້ຄົນທີ່ອາຍຸໜ້ອຍກວ່າ (ຫຼາຍເຕີບ) ມາສອນວຽກຄິດແນວໃດ?

ອາຫຼົງ: ອາຍຸບໍ່ສຳຄັນມັນເປັນພຽງຕົວເລກ ສ່ວນທີ່ວ່າຄົນນ້ອຍກວ່າມາສອນແມ່ນບໍ່ສຳຄັນເລີຍຍຍ ສຳຄັນທີ່ວ່າເຂົາສອນເຮົາແລ້ວເຮົາໄດ້ຮຽນຮູ້ແລ້ວເອົາໄປພັດທະນາຕົນເອງ ແລະ ໄປໃຊ້ໃນວຽກໄດ້ກໍພຽງພໍແລ້ວ.

ໂຄເມັດ: ແລ້ວຮູ້ສຶກກົດດັນຈາກຄົນອ້ອມຂ້າງໝູ່ເພື່ອນ ຫຼື ຄອບຄົວບໍ່ ວ່າສຳ່ນີ້ແລ້ວຄືຍັງບໍ່ມີຫຍັງເປັນຫຼັກເປັນຖານ?

ອາຫຼົງ: ຮູ້ສຶກ ແຕ່ພະຍາຍາມບໍ່ສົນໃຈ ເພາະຖ້າເຮົາເກັບເອົາມາຄິດກໍມີແຕ່ຈະເຮັດໃຫ້ເຮົາຮູ້ສຶກທໍ້ລ້າໆ ແລ້ວອີກຢ່າງເສັ້ນເວລາຊີວິດຂອງແຕ່ລະຄົນກໍບໍ່ຄືກັນ ໜ້ອຍຄົນຫຼາຍທີ່ຈະເຮັດໄດ້ຕາມແຜນແບບຮ້ອຍເປີເຊັນ ບໍ່ຊັ້ນເຮົາຄືຈະບໍ່ໄດ້ຍິນຄຳວ່າແຜນບີ ແລະ ຄຳວ່າປະສົບຜົນສຳເລັດ ກັບ ຄວາມສຸກຂອງແຕ່ລະຄົນກໍນິຍາມຕ່າງກັນ.

ໂຄເມັດ: ແລ້ວຄິດວ່ານັກພັດທະນາແອັບແມ່ນທາງເລືອກສຸດທ້າຍຂອງຕົນເອງແລ້ວ ຫຼື ຍັງ?

ອາຫຼົງ: ຕອນນີ້ບອກໄດ້ເຕັມປາກເລີຍວ່າ ນັກພັດທະນາແອັບແມ່ນທີ່ສຸດສຳລັບຕົນເອງ ແຕ່! ໃນອະນາຄົດກໍບໍ່ແນ່ນອນອາດຈະແວ່ໄປເສັ້ນທາງອື່ນອີກກໍໄດ້ 🙂

ໂຄເມັດ: ມີຫຍັງຢາກຝາກເຖິງຄົນທີ່ກຳລັງຕາມຫາຕົນເອງແດ່?

ອາຫຼົງ: ຂໍຝາກສັ້ນໆ “ ຢ່າທໍ້ ແລະ ຢ່າຢຸດຮຽນຮູ້ ” ຢ່າເອົາຄຳທີ່ວ່າ ອາຍຸຫຼາຍແລ້ວມາເປັນຂໍ້ອ້າງໃນການເຊົາພັດທະນາຕົນເອງ ເຖິງຈະເລີ່ມຊ້າ ແຕ່ຢ່າງໜ້ອຍເຮົາກໍໄດ້ເລີ່ມ ເຖິງຈະຍ່າງໄປໄດ້ຊ້າແຕ່ກໍຮອດເສັ້ນໄຊໄດ້ຄືກັນ ຕ້ອງມີຈັກມື້ໃດມື້ໜຶ່ງທີ່ເປັນມື້ຂອງເຮົາ.

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet