Push notifications ລູກຮັກນັກການຕະຫຼາດ
Push notifications ລູກຮັກນັກການຕະຫຼາດ
👉🏼ເປັນແຈ້ງເຕືອນການສົ່ງຂໍ້ຄວາມສົ່ງໂດຍ Server ໄປຍັງຜູ້ໃຊ້ງານ ເວົ້າງ່າຍໆແມ່ນການສົ່ງຂໍ້ຄວາມແຈ້ງເຕືອນເຂົ້າໄປໜ້າຈໍໂທລະສັບທີ່ພວມລ໋ອກຂອງຜູ້ໃຊ້ງານແອັບນັ້ນ
👉🏼Push notifications ເປັນເຄື່ອງທີ່ນິຍົມທັງໃນບ້ານເຮົາ ແລະ ຕ່າງປະເທດ ເພາະມີປະສິດທະພາບໃນການເອີ້ນ ຜູ້ໃຊ້ເຂົ້າມາໃຊ້ງານແອັບເຮົາຫຼາຍຂຶ້ນ (Traffic) ທັງຍັງເປັນການຕະຫຼາດທີ່ດີ ຊ່ວຍໃຫ້ເຮົາໃຫ້ເຊື່ອມຕໍ່ ກັບຜູ້ໃຊ້ງານ ແລະ ຜູ້ໃຊ້ຈະຮູ້ວ່າ Noti ນັ້ນມາແອັບໃດ
👉🏼ເປົ້າໝາຍຫຼັກແມ່ນເພື່ອໃຫ້ຜູ້ໃຊ້ໄດ້ບໍ່ພາດທຸກການອັບເດດ, ໂປຣໂມຊັນຫຼຸດລາຄາສິນຄ້າ ຫຼື ກະຕຸ້ນໃຫ້ ຜູ້ໃຊ້ງານມາໃຊ້ແອັບເຮົາ. ແຖມການເຮັດ Push Notification ລາຄາບໍ່ສູງ ເຊິ່ງຜູ້ໃຫ້ບໍລິການເຈົ້າດັງໆກໍມີຫຼາກຫຼາຍເຈົ້າ ແຕ່ທີ່ມັກໃຊ້ກັນຫຼາຍແມ່ນຂອງ Google firebase (ໃຫ້ໃຊ້ຟຣີ) ແລະ Onesingal (ແບ່ງໄປຕາມແຕ່ລະແພັກເກດຕັ້ງແຕ່ໃຊ້ຟຣີຈົນເຖິງເກັບເງິນເຊັ່ນ: $99/ເດືອນສຳລັບ Starter, $500/ເດືອນສຳລັບໂປຣ.)
ແຕ່ຢ່າງໃດກໍຕາມກໍຕ້ອງລະມັດລະວັງການໃຊ້ເຄື່ອງມືຕົວນີ້ ເພາະການເຮົາສົ່ງແຈ້ງເຕືອນໄປຫາຜູ້ໃຊ້ຫຼາຍຊຳ່ໃດ ອາດເຮັດໃຫ້ເກີດຄວາມລຳຄານ. ສຸດທ້າຍແລ້ວ, ຜູ້ໃຊ້ປິດການແຈ້ງເຕືອນໄປ
👉🏼ຕົວຢ່າງແອັບ ແລະ ປະໂຫຍກຂໍ້ຄວາມທີ່ໃຊ້ໃນ Push notifications:
- eCommerce App “ຊ໋ອບເລີຍ ສະມາຊິກລົດ 50% ສຳລັບສິນຄ້າເຂົ້າໃໝ່”
- food delivery app “ຫິວບໍ່? ສັ່ງເຮົາໄດ້ໃດ ດຽວໄປສົ່ງໃຫ້”
ແຕ່ Push Notification ກັບ Notification ແຕກແຕ່າງກັນ. Notification ຈະເປັນການສົ່ງແຈ້ງເຕືອນມາຫາເຮົາ ແຕ່ພໍເວລາເຂົ້າໄປແອັບນັ້ນ ເຮົາສາມາດເຂົ້າເບິ່ງປະຫວັດການເຄື່ອນໄຫວຂອງມັນໄດ້ ຄ້າຍຄືແອັບການແຈ້ງເຕືອນຢູ່ ແອັບ facebook.