Pomelo Company (ກໍລະນີສຶກສາ Startup ໃນປະເທດໄທ)
ເມື່ອເວົ້າເຖິງ startup ເຊື່ອວ່າຫຼາຍຄົນມັກຈະຄິດຫາບັນດາທຸລະກິດໄຟແຮງໃນຮູບແບບທີ່ນຳເຕັກໂນໂລຢີ ມາໃຊ້ໃນດ້ານການເງິນ, ການກະເສດ, ການຮັກສາສິ່ງແວດລ້ອມ, ຫຼື ຕ່ອງໂສ້ການສະໜອງ. ແຕ່ທຸລະກິດ ທີ່ມີສີສັນ ເຊັ່ນ ທຸລະກິດເສື້ອຜ້າແຟຊັນ ກໍ່ສາມາດກາຍມາເປັນ startup ທີ່ປະສົບຜົນສຳເລັດໄດ້ເຊັ່ນກັນ.
ໃນບົດຄວາມນີ້ ທີມງານເຮົາໄດ້ເລືອກເອົາ startup ດ້ານທຸລະກິດແຟຊັນ ສ້າງຕັ້ງໃນປະເທດໄທ ແລະ ມີຊື່ສຽງ ເປັນທີ່ຮູ້ຈັກໃນບັນດາປະເທດອາຊີ ທີ່ມີຊື່ວ່າ Pomelo ມາແນະນຳໃຫ້ຜູ້ອ່ານໄດ້ຮູ້ຈັກ ແລະ ຕິດຕາມການຂະ ຢາຍໂຕຂອງບໍລິສັດດັ່ງກ່າວ.
ບໍລິສັດແຟຊັນ Pomelo ນີ້ແມ່ນຖືກສ້າງຕັ້ງໃນປະເທດໄທໃນປີ 2013 ໂດຍເລີ່ມຕົ້ນຈາກການຂາຍເສື້ອຜ້າ ແຟຊັນ ຜ່ານຊ່ອງທາງອອນລາຍ ຫຼື e-commerce ໂດຍ ເດວິດ ໂຊຍອງ ຈູ. ປະຈຸບັນ Pomelo ມີຂາຍໃນ ບັນດາປະເທດເຂດ ອາຊີຕາເວັນອອກສຽງໃຕ້ ແລະ ພ້ອມສົ່ງໄປຍັງ 40 ປະເທດທົ່ວໂລກອີກດ້ວຍ. ສຳລັບສິນຄ້າ ຫຼັກ ຂອງ Pomelo ແມ່ນ ເສື້ອຜ້າສຳລັບແມ່ຍິງໄປເຮັດວຽກທີ່ເນັ້ນຮູບແບບແຟຊັນຈາກປະເທດເກົາຫຼີ.
ເດວິດ ມີຄວາມຮູ້ສຶກຕື່ນເຕັ້ນກັບທຸລະກິດນີ້ ເຊິ່ງເປັນທຸລະກິດທີ່ຂະຢາຍໂຕໄວ ເນື່ອງຈາກການນຳເອົາຄວາມ ຄິດສ້າງສັນ, ຂໍ້ມູນ, ແລະ ເຕັກໂນໂລຍີ ມາປະສົມປະສານເຂົ້ານຳໃຊ້ໃນການດຳ ເນີນທຸລະກິດ. ເຈົ້າຂອງ Pomelo ໄດ້ໃຫ້ຄວາມສຳຄັນກັບການເຂົ້າໃຈຄວາມຕ້ອງການຂອງລູກຄ້າທີ່ສຸດ ເຊິ່ງເປັນປັດໄຈໜຶ່ງທີ່ຊ່ວຍໃຫ້ Pomelo ປະສົບຜົນສຳເລັດ. ເນື່ອງຈາກເຕັກໂນໂລຍີທີ່ມີໃນປະຈຸບັນ ແມ່ນ ຊ່ວຍໃຫ້ມີຫຼາຍຊ່ອງທາງໃນການ ເກັບກຳຂໍ້ມູນ, ເກັບເອົາຄຳເຫັນຈາກລູກຄ້າມາວິເຄາະດ້ວຍແນວທາງ ນະວັດຕະກຳໃໝ່. Pomelo ພະຍາ ຍາມສ້າງຜະລິດຕະພັນດ້ວຍຂັ້ນຕອນທີ່ເປັນເອກະລັກຂອງໂຕເອງ ເຊິ່ງກໍ່ແມ່ນອີກປັດໄຈໜຶ່ງທີ່ຊ່ວຍສ້າງ ມູນຄ່າຂອງຍີ່ຫໍ້ Pomelo ໃຫ້ມີຄວາມແຂງແກ່ງໃນຕະຫຼາດ.
ເຖິງແມ້ວ່າ Pomelo ຈະແນໃສ່ການຂາຍຜ່ານຊ່ອງທາງອອນລາຍ ແຕ່ດ້ວຍຄວາມເຂົ້າໃຈໃນຄວາມເປັນທຳ ມະຊາດຂອງທຸລະກິດເສື້ອຜ້າແຟຊັນ ທີ່ການໄດ້ສຳພັດເນື້ອຜ້າ ແລະ ໄດ້ລອງໃສ່ສິນຄ້າໂຕຈິງ ຍັງມີອິດທິພົນ ສູງຕໍ່ການຕັດສິນໃຈຊື້ຂອງລູກຄ້າ, Pomelo ຈຶ່ງໄດ້ເປິດໜ້າຮ້ານຈຳນວນໜຶ່ງ ເພື່ອສະໜອງຄວາມຕ້ອງການ ດັ່ງກ່າວ. ເຊິ່ງການດຳເນີນທຸລະກິດຂອງ Pomelo ແມ່ນນຳໃຊ້ຍຸດທະສາດດ້ານການຕະຫຼາດໃນຮູບແບບປະ ສົມປະສານຊ່ອງທາງການສື່ສານກໍ່ຄືທາງອອນລາຍ (online) ແລະ ໜ້າຮ້ານ (offline).
ການເຮັດວຽກຂອງ App ແລະ ໜ້າຮ້ານຍ່ອມມີຄວາມແຕກຕ່າງກັນໃນໜ້າທີ່. ສຳລັບໜ້າທີ່ຂອງ App ແມ່ນ ມີໜ້າທີ່ຫຼັກຄືການນຳສະເໜີຜະລິດຕະພັນສິນຄ້າ, ສາມາດໃສ່ຂໍ້ມູນຂອງສິນຄ້າໄດ້ຢ່າງບໍ່ຈຳກັດຜ່ານ App. ລູກຄ້າສາມາດເລືອກສິນຄ້າໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ ເພາະ App ຖືກພັດທະນາມາເພື່ອສ້າງຄວາມສະດວກ ສະບາຍ ເຊັ່ນ ການເລືອກໂດຍໃສ່ເງື່ອນໄຂຂອງສິນຄ້າໄດ້, ເລືອກເບິ່ງສິນຄ້າຈາກໂທນສີ ຫຼື ຂະໜາດທີ່ຕ້ອງ ການໄດ້. ຕົວຢ່າງ ຖ້າລູກຄ້າຜູ້ 1 ຕ້ອງການຊື້ເສື້ອ 1 ໂຕ, ໂສ້ງຂາຍາວ 1 ໂຕ ແລະ ໝວກອີກ 1 ໃບ ລູກຄ້າຜູ້ ນັ້ນອາດຕ້ອງໃຊ້ເວລາປະມານ 3 ຊົ່ວໂມງ ຫຼື ໝົດມື້ຜ່ານການຊອກຊື້ຕາມໜ້າຮ້ານເພື່ອໃຫ້ໄດ້ສິນຄ້າຖືກຕາມ ຄວາມຕ້ອງການທີ່ສຸດ. ໃນທາງກົງກັນຂ້າມ, ການເລືອກສິນຄ້າຜ່ານ App ແມ່ນອາດຈະໃຊ້ເວລາແຄ່ເຄິ່ງຊົ່ວ ໂມງເທົ່ານັ້ນ!
ສະນັ້ນ, ຈຸດປະສົງຂອງໜ້າຮ້ານ Pomelo ຈຶ່ງມີໜ້າທີ່ທີ່ແຕກຕ່າງ ເນື່ອງຈາກໜ້າທີ່ຫຼັກຂອງໜ້າຮ້ານບໍ່ ແມ່ນພຽງແຕ່ນຳສະເໜີສິນຄ້າ ແຕ່ມີຈຸດປະສົງເປັນສະຖານທີ່ສຳລັບໃຫ້ລູກຄ້າໄດ້ເຂົ້າມາສຳພັດສິນຄ້າໂຕຈິງ ແລະ ໄດ້ລອງໃສ່ກ່ອນເພື່ອສ້າງຄວາມໝັ້ນໃຈຕໍ່ສິນຄ້າຂອງ Pomelo ກ່ອນຈະຕັດສິນໃຈຊື້. ການປະສົມປະ ສານໜ້າທີ່ຂອງ App ແລະ ໜ້າຮ້ານ ແມ່ນສົ່ງຜົນດີຕໍ່ Pomelo ຫຼາຍ ຕົວຢ່າງ ເມື່ອລູກຄ້າຜູ້ໜຶ່ງເລືອກສິນ ຄ້າທີ່ຕ້ອງການຜ່ານທາງ App ແລ້ວ ລູກຄ້າສາມາດລະບຸແຈ້ງເວລາ ແລະ ສາຂາຂອງໜ້າຮ້ານທີ່ລູກຄ້າຕ້ອງ ການລອງສິນຄ້າ ຫຼັງຈາກນັ້ນ ສິນຄ້າດັ່ງກ່າວຈະຖືກສົ່ງໄປຖ້າຢູ່ສາຂາທີ່ລູກຄ້າແຈ້ງໄວ້ທາງ App ເພື່ອໃຫ້ລູກ ຄ້າໄດ້ລອງສິນຄ້າທັນທີ ໂດຍບໍ່ຕ້ອງເສຍເວລາໃນຂັ້ນຕອນເລືອກອີກ. ຫຼັງຈາກນັ້ນ ລູກຄ້າສາມາດຕັດສິນໃຈໄດ້ ວ່າຈະຊື້ ຫຼື ບໍ່ຊື້ສິນຄ້າດັ່ງກ່າວ. ທາງ Pomelo ເຊື່ອວ່າກົນລະຍຸດນີ້ແມ່ນໄດ້ຊ່ວຍສ້າງຄວາມໝັ້ນໃຈໃຫ້ກັບລູກ ຄ້າເປັນຢ່າງດີ ແລະ ຍັງຫຼຸດຜ່ອນບັນຫາການສົ່ງຄືນສິນຄ້າອີກດ້ວຍ ເຊິ່ງໃນພາບລວມບັນດາທຸລະກິດການຄ້າ ອອນລາຍທົ່ວໂລກ ທຸລະກິດເສື້ອຜ້າແຟຊັນແມ່ນພົບບັນຫາການສົ່ງສິນຄ້າຄືນສູງທີ່ສຸດ ໂດຍມີອັດຕາການສົ່ງ ຄືນສູງເຖິງ 30%.
ທາງ Pomelo ໄດ້ໃຫ້ຄວາມສຳຄັນຕໍ່ຂັ້ນຕອນການສ້າງສັນ, ພັດທະນາສິນຄ້າໃຫ້ດີຂຶ້ນ ແລະ ພະຍາຍາມສ້າງ ຫຼື ສະເໜີປະສົບການທີ່ດີທີ່ສຸດໃຫ້ກັບລູກຄ້າ ເນື່ອງຈາກເປັນກົນລະຍຸດທີ່ຍືນຍົງກວ່າ ການແນໃສ່ກົນລະຍຸດ ການຕະຫຼາດແບບ ຫຼຸດ ແລກ ແຈກ ແຖມ ຄືກັບຫຼາຍໆບໍລິສັດທີ່ນຳໃຊ້.
ອີກເລື່ອງເລົ່າທີ່ໜ້າສົນໃຈຂອງ Pomelo ກໍ່ຄືຄວາມຄິດຕໍ່ການດຳເນີນທຸລະກິດແບບຍືນຍົງ ເນື່ອງຈາກໃນ ໂລກທຸລະກິດແຟຊັນ ຄວາມນິຍົມຕ້ອງການສິນຄ້າໃດໜຶ່ງຈະມາ ແລະ ໄປໄວ ການຊື້ຂອງກຸ່ມລູກຄ້າຈະມີລັກ ສະນະເປັນປະຈຳ ແລະ ເບື່ອສິນຄ້າງ່າຍ. ສະນັ້ນ, ຢູ່ທາງໜ້າຂອງແຕ່ລະສາຂາ ແມ່ນຈະມີຈຸດສຳລັບບໍລິຈາກ ເສື້ອຜ້າເກົ່າ ເພື່ອນຳໄປບໍລິຈາກຕໍ່ ຫຼື ນຳໄປປະຍຸກໃຊ້ເພື່ອໃຫ້ເກີດປະໂຫຍດອັນອື່ນ ຂຶ້ນກັບສະພາບຂອງເຄື່ອງ ບໍລິຈາກດັ່ງກ່າວ. ນອກຈາກນີ້ ສິນຄ້າບາງລຸ້ນທີ່ມີ QR Code ແມ່ນສາມາດນຳໃຊ້ເມນູເທິງ App ເພື່ອສະ ແກນລະຫັດເຄື່ອງທີ່ຕ້ອງການບໍລິຈາກ ແລະ ໃຫ້ທາງຮ້ານໄປຮັບເອົາໄດ້ເລີຍ.
ສະລຸບແລ້ວ ກົນລະຍຸດທາງການຕະຫຼາດແບບປະສົມປະສານຈະເປັນເຄື່ອງມືຫຼັກໃນການເພີ່ມຈຳນວນດາວ ໂຫຼດ App ຂອງ Pomelo ເອງ. ຂັ້ນຕອນການເລືອກສິນຄ້າ, ສົ່ງຄຳຮ້ອງຂໍລອງສິນຄ້າຜ່ານ App, ການໄປ ລອງສິນຄ້າຢູ່ໜ້າຮ້ານ ແລະ ຊື້ສິນຄ້າທີ່ມັກ ທຸກຂັ້ນຕອນນີ້ແມ່ນລ້ວນແຕ່ສົ່ງຜົນໃຫ້ເກີດມີ ຄັງຂໍ້ມູນຂອງລູກ ຄ້າ ເຊິ່ງສຳຄັນຫຼາຍຕໍ່ການຊ່ວຍພັດທະນາສິນຄ້າຢ່າງຕໍ່ເນື່ອງ ແລະແນ່ນອນວ່າ ເມື່ອສິນຄ້າດີ ຖືກຕາມຄວາມ ຕ້ອງການຂອງຕະຫຼາດ ກໍ່ຈະສົ່ງຜົນຕໍ່ຍອດຂາຍທີ່ສູງຂຶ້ນ ແລະ ສາມາດຮັກສາຖານລູກຄ້າໃຫ້ມີຄວາມໝັ້ນ ຄົງພ້ອມ. ນອກຈາກນີ້ ຍັງຊ່ວຍເພີ່ມໂອກາດໃນການຜະລິດສິນຄ້າໃຫ້ສູງຂຶ້ນ ເມື່ອຈຳນວນຜະລິດຫຼາຍຂຶ້ນ ກໍ່ຈະສົ່ງຜົນໃຫ້ຕົ້ນທຶນຕ່ຳລົງ ແລະ ກໍ່ສົ່ງຜົນກັບຄືນໃຫ້ຍອດຂາຍສູງຂຶ້ນ ໝູນວຽນແບບເປັນວົງຈອນກໍ່ຄືຕັ້ງ ແຕ່ການນຳເອົາຂໍ້ມູນລູກຄ້າ ມາພັດທະນາສິນຄ້າຢ່າງຕໍ່ເນື່ອງນັ້ນເອງ.
ບໍ່ວ່າທຸລະກິດທ່ານ ຈະແມ່ນທຸລະກິດຮູບແບບໃດ ຍ່ອມຕ້ອງການຄວາມເຂົ້າໃຈ ແລະ ສາມາດຫາແນວທາງ ນະວັດຕະກຳໃໝ່ມານຳໃຊ້ ແລະ ແກ້ໄຂບັນຫາ ເພື່ອສ້າງປະສົບການທີ່ປະທັບໃຈ ແລະ ສະເໜີສິນຄ້າທີ່ດີໃຫ້ ກົງກັບຄວາມຕ້ອງການຂອງກຸ່ມລູກຄ້າເປົ້າໝາຍສະເໝີ ທຸລະກິດທ່ານກໍ່ຈະປະສົບຜົນສຳເລັດໄດ້ ຄືກັບ startup ໃນປະເທດໄທ ຢ່າງ Pomelo, ແຕ່ຖ້າທຸລະກິດທ່ານ ກຳລັງຊອກຫານະວັດຕະກຳໃໝ່ ເຊັ່ນ ການໃຊ້ App ເຂົ້າຊ່ວຍ ທາງບໍລິສັດໂຄເມັດ (https://www.comet.la/) ແມ່ນພ້ອມໃຫ້ການບໍລິການດ້ວຍທີມງານມື ອາຊີບ ແລະ ມີປະສົບການສູງໃນດ້ານ mobile app ສະເພາະໃນລາວ.