Onboarding tutorial ໜຶ່ງໃນຟີເຈີສຳຄັນທີ່ແອັບພລິເຄຊັນຄວນມີ
ເຖິງແມ້ວ່າເຮົາອາດເຄີຍພົບພໍ້ກັບ ການແນະນຳຂັ້ນຕອນຕ່າງໆຫຼັງຈາການໂຫຼດແອັບມາແລ້ວ ແຕ່ຮູ້ບໍ່ວ່າ ການແນະນຳຂັ້ນຕອນວິທີໃຊ້ເທື່ອທຳອິດໃຫ້ແກ່ຜູ້ໃຊ້ງານ ເຮົາເອີ້ນສິ່ງນັ້ນວ່າ “onboarding tutorial”
Onboarding ເປັນວິທີຈະຊ່ວຍໃຫ້ຜູ້ໃຊ້ງານເຂົ້າໃຈວ່າແອັບພລິເຄຊັນເຮົາເປັນແນວໃດ ເພື່ອໃຫ້ເກີດຄວາມລຶ້ງເຄີຍ ແລະ ໃຊ້ສະດວກຂຶ້ນໃນເວລາຕໍ່ມາ
ຊ່ວຍໃຫ້ຜູ້ໃຊ້ງານໃໝ່ເຂົ້າມາເລີ່ມໃຊ້ແອັບພລິເຄຊັນ ເຊິ່ງການອອກແບບ Onboarding ທີ່ດີອາດເຮັດໃຫ້ຜູ້ໃຊ້ງານໃໝ່ການເປັນຜູ້ໃຊ້ງານປະຈຳຫຼັງຈາກດາວໂຫຼດແອັບ
Onboarding tutorial ເປັນຊຸດໜ້າທີ່ສະແດງໃຫ້ຜູ້ໃຊ້ງານໃນກໍລະນີໃຊ້ແອັບນັ້ນເປັນຄັ້ງທຳອິດ ສ່ວນໃຫຍ່ຈະປະກອບດ້ວຍ 3–4 ຈໍສະແດງພາບ ເພື່ອເປັນການແນະນຳຊີ້ແຈງຂໍ້ມູນເບຶ້ອງຕົ້ນກ່ຽວກັບຜະລິດຕະພັນໃຫ້ກັບຜູ້ໃຊ້ໃໝ່ ແລະ ຂໍ້ມູນທີ່ໃຫ້ໄປນັ້ນຕ້ອງກະທັດຮັດໄດ້ໃຈຄວາມບໍ່ຍືດຍາວ.
ສິ່ງສຳຄັນທີ່ນັກອອກແບບ UX (user experience) ຕ້ອງໄດ້ຄຳນຶເຖິງເວລາສ້າງ Onboarding ເຊິ່ງປະກອບ 3 ພາກສ່ວນຫຼັກໆດັ່ງນີ້:
- ການທັກທາຍ (Greeting)
ເປັນຂັ້ນຕອນຂອງການແນະນຳຄັ້ງທຳອິດເພື່ອເຮັດໃຫ້ຜູ້ໃຊ້ຮູ້ສຶກປະທັບໃຈ. ຄຳເວົ້າທີ່ໃຊ້ສ່ວນໃຫຍ່ຈະເລີ່ມຕົ້ນດ້ວຍຄຳວ່າ “HI”. ໃນຂະບວນການນີ້ ຜູ້ອອກແບບຕ້ອງໄດ້ລະມັດລະວັງເພື່ອບໍ່ໃຫ້ການທັກທາຍມັນຍາວນານເກີນໄປຈົນຜູ້ໃຊ້ງານເກີດຄວາມຫງຸດຫງິດ ຢຸດການໃຊ້ທັນທີ.
2. ການໃຫ້ຂໍ້ມູນ (Information)
ພາກສ່ວນນີ້ເປັນພາກສ່ວນທີ່ສຳຄັນເລີຍກໍວ່າໄດ້ ເພາະເປັນການໃຫ້ຂໍ້ມູນເບື້ອງຕົ້ນ ເຊິ່ງໃນພາກສ່ວນນີ້ ຄວນເຮັດໃຫ້ຜູ້ໃຊ້ງານຮັບຮູ້ເຖິງຄຸນປະໂຫຍດທີ່ຈະໄດ້ຮັບ ແລະ ຂັ້ນຕອນພື້ນຖານທີ່ພວກເຂົາຈະໄດ້ໃຊ້ຕໍ່ໄປ. ການເຮັດວິໄຈກ່ຽວກັບຜູ້ໃຊ້ງານຢ່າງລະອຽດຖີ່ຖ້ວນ ຈະຊ່ວຍໃຫ້ນັກອອກແບບເຂົ້າເຖິງຈຸດສຳຄັນຜູ້ໃຊ້ງານໃຫ້ຕອບໂຈດພວກເຂົາໄດ້.
3. ການມີສ່ວນຮ່ວມ (Engagement)
ເພື່ອໃຫ້ເກີດການມີສ່ວນຮ່ວມລະຫວ່າງແອັບ ແລະ ຜູ້ໃຊ້ງານ ຕ້ອງໄດ້ສະແດງເຖິງສ່ວນມທີ່ຜູ້ໃຊ້ຈະໄດ້ຮັບປະໂຫຍດສູງສຸດ ໃນທີ່ນີ້ ກໍເພື່ອໃຫ້ຜູ້ໃຊ້ງານເກີດການຢາກລອງ, ຢາກຮູ້ຢາກເຫັນ ແລະ ເກີດຄວາມອົດທົນໃນຂັ້ນຕອນທຳອິດທີ່ພວກເຂົາຍັງບໍ່ຮູ້ມາກ່ອນ. ການອອກແບບແມ່ນຕ້ອງໄດ້ອີງໃສ່ການເຮັດວິໄຈກຸ່ມລູກຄ້າເປົ້າໝາຍຂອງຕົນເອງ ອີກຢ່າງຮູບຮ່າງລັກສະນະຂອງ Onboarding ທີ່ສວຍງາມເປັນຕົວຂັບເຄື່ອນໃຫ້ຜູ້ຄົນຢາກໃຊ້ຕໍ່.
ຈຸດໃດທີ່ນັກອອກແບບຕ້ອງໄດ້ຄຳນຶງເຖິງ?
ມີຫລາຍໆປັດໄຈທີ່ມີອິດທິພົນຕໍ່ການອອກແບບດັ່ງກ່າວ ໂດຍປະກອບ 3 ປັດໄຈຕົ້ນຕໍຄື: ຄວາມຕ້ອງການ / ຄວາມປາດຖະໜາ/ ຄວາມຄາດຫວັງຂອງຜູ້ໃຊ້ງານ , ລັກສະນະຂອງຜະລິດຕະພັນແອັບພລິເຄຊັນ ແລະ ເປົ້າໝາຍການດຳເນີນທຸລະກິດ. ນອກຈາກສາມພາກສ່ວນຫຼັກນັ້ນແລ້ວ ການອອກແບບອທີ່ແທ້ຈິງຕ້ອງໄດ້ເອົາໃສ່ໃຈດັ່ງນີ້:
- ການກຳນົດຮູບພາບ (Custom images or illustrations): ຜູ້ຄົນຈື່ພາບໄດ້ດີກ່ອນຕົວໜັງສື ເປັນການໃຫ້ພວກເຂົາເຫັນພາບຫຼາຍຂຶ້ນ ໂດຍຕ້ອງຄິດເຖິງເທຣນໃນເວລານັ້ນດ້ວຍ.
- ການຂຽນ (Copywriting ແລະ typography): ຕ້ອງຈື່ໄວ້ສະເໝີວ່າຂໍ້ຄວາມຄວນສັ້ນ ແລະ ກະທັດຮັດ, ບໍ່ຄວນອະທິບາຍຍາວ ຫຼື ເຂົ້າໃຈຍາກເຮັດຜູ້ໃຊ້ບໍ່ຢາກໃຊ້ຕໍ່.
- ພາບເຄື່ອນໄຫວ (Animation): ອີກໜຶ່ງວິທີທີ່ບໍ່ຄວນພາດ ແມ່ນການເພີ່ມພາບເຄື່ອນໄຫວ Animation ເພື່ອເພີ່ມລູກຫຼິ້ນມີສີສັນຫຼາຍຂຶ້ນ.
- ການສະແດງຜົນໜ້າຈໍທີ່ຊັດເຈນ (Clear page/screen indicator): ການເຮັດ Onboarding ແມ່ນມີຫຼາຍໜ້າ ຢ່າເຮັດໃຫ້ຜູ້ໃຊ້ສັບສົນ ໂດຍການສັບເນື້ອຫາ ຫຼື ລຽງວິທີການໃຊ້ບໍ່ຖືກຕ້ອງ.
- ຄວາມສາມາດໃຫ້ຜູ້ໃຊ້ (Ability to skip): ຕ້ອງຄິດເພື່ອໄວ້ວ່າ ບໍ່ແມ່ນທຸກຄົນທີ່ຈະຕ້ອງການຟີເຈີນີ້ສະເໝີໄປ. ດັ່ງນັ້ນ, ນັກອອກແບບຕ້ອງໄດ້ພິຈາລະນາເພີ່ມປຸ່ມ “ກົດຂ້າມ” ໂດຍອີງໃສ່ວິເຄາະບົດວິໄຈ ຫຼື ຫຼັງຈາກໄດ້ຮັບຄຳແນະນຳທີ່ໄດ້ລອງໃຊ້ທົດລອງແອັບ.
ອ້າງອີງ: