Duolingo ແອັບພລິເຄຊັນຮຽນພາສາ ຈາກອາເມລິກາກາຍເປັນ unicorn ຢ່າງເຕັມຕົວ

Comet Digital Agency
2 min readFeb 18, 2021

--

ໜຶ່ງໃນນະວັດຕະກຳທີ່ໄດ້ຮັບການປ່ຽນແປງໄປນຳກໍຄື ດ້ານການສຶກສາທີ່ນຳໃຊ້ເທັກໂນໂລຢີເຂົ້າໃນການຮຽນ ແລະ ມີບົດບາດນຳພວກເຮົາຫຼາຍຂຶ້ນ ຫຼື ທີ່ເຮົາຮູ້ຈັກກັນກໍຄື EdTech.

EdTech ໄດ້ມາຊ່ວຍເພີ່ມຄຸນນະພາບ ແລະ ພັດທະນາການສຶກສາໃຫ້ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍຂຶ້ນ ແລະ ເປັນອີກໜຶ່ງ Tech Startup ທີ່ບັນດານັກລົງທຶນທັງຫຼາຍໃຫ້ຄວາມສົນໃຈ. ແອັບພລິເຄຊັນທີ່ໄດ້ຄວາມນິຍົມໃນຕອນນີ້ແມ່ນ Duolingo.

Duolingo ເປັນເວັບໄຊ ແລະ ແອັບພລິເຄຊັນຮຽນພາສາຕ່າງປະເທດ ຈາກປະເທດສະຫະລັດອາເມລິກາ ເຊິ່ງໄດ້ເປີດໃຫ້ໃຊ້ບໍລິການຕັ້ງແຕ່ປີ 2012

ຜູ້ກໍ່ຕັ້ງແມ່ນ Luis von Ahn (CEO) ເຊິ່ງເປັນນັກທຸລະກິດ ແລະ ອາຈານຈາກ ຄະນະວິທະຍາການຄອມພິວເຕີທີ່ມະຫາວິທະຍາໄລຄາຣ໌ເນກີເມລລອນ ລັດເພນຊິວເວຍເນຍ (pennsylvania) ກັບລູກສິດຂອງລາວນາມວ່າ Severin Hacker (CTO)

ທ່ານ Luis von Ahn ມີຄວາມຄິດຈະສ້າງແພລັດຟອມສຳລັບຮຽນພາສາອອນລາຍ ເນື່ອງຈາກເຄີຍເຫັນບັນຫາທີ່ຜູ້ຄົນໃນປະເທດກົວເຕມາລາ ເຊິ່ງເປັນບ້ານເກີດຂອງລາວທີ່ບໍ່ສາມາດເຂົ້າເຖິງການຮຽນພາສາອັງກິດໄດ້ ເພາະມີລາຄາຄ່ອນຂ້າງແພງ

ຈຸດເດັ່ນ: Duolingo ໃຫ້ບໍລິການບົດຮຽນພາສາຕ່າງປະເທດ ໂດຍຮຽນຜ່ານເກມ ມີເນື້ອຫາສັ້ນ, ກະທັດຮັດ ເຂົ້າໃຈງ່າຍ ຜູ້ໃຊ້ງານສາມາດຝຶກຟັງ, ເວົ້າ, ອ່ານ ຄົບຈົບໃນແອັບດຽວ. ລ່າສຸດ Duolingo ໃຊ້ເງິນລະດົມທຶນໄດ້ຈາກ Series F ເພື່ອລົງທຶນໃນ R&D ເພື່ອໃຊ້ AI ແລະ Machine Learning ປັບບົດຮຽນໃຫ້ເໝາະສົມກັບຜູ້ຮຽນ.

ລາຍໄດ້ຊ່ວງທຳອິດຂອງ Duolingo ແມ່ນໄດ້ໃມາຈາການແປຂ່າວພາສາຕ່າງປະເທດໃຫ້ກັບສຳນັກຂ່າວມາທົດແທນ ຍ້ອນຄວາມຕັ້ງໃຈທຳອິດຂອງ Luis ທີ່ຢາກໃຫ້ແອັບໃຊ້ຟຣີ ເຊິ່ງໄດ້ຮັບການຕອບຮັບທີ່ດີ ແລະ ເຮັດໃຫ້ເກີດການແນະນຳບອກຕໍ່.

ຫຼັງຈາກແພັລດຟອມເຕີບໂຕ ແລະ ມີຕົ້ນທຶນສູງຂຶ້ນກໍປ່ຽນໂມເດວທຸລະກິດແບບ Freemium ຄື ເປີດໃຫ້ໃຊ້ງານຂັ້ນພື້ນຖານຟຣີ ແຕ່ຖ້າເປັນສະໝັກຊິກລາຄາປະມານ $6.99 ຕໍ່ເດືອນ ກໍຈະມີຟີເຈີເພີ່ມຂຶ້ນມາ ເຊັ່ນ: ປິດໂຄສະນາໄດ້ ຫຼື ປົດລ໋ອກເນື້ອຫາພິເສດໄດ້.

ລາຍໄດ້ຊ່ອງທາງອື່ນ: ຍັງມີການເປີດເສັງວັດລະດັບທາງພາສາໃນລາຄາພຽງ $49 ຕໍ່ຄັ້ງ ແລະ ແຈ້ງຜົນສອບໄດ້ພາຍໃນ 1–2ວັນ ເຊິ່ງມີມະຫາວິທະຍາໄລ ແລະ ອົງກອນຕ່າງໆຮອງຮັບລະດັບຜົນເສັງຂອງ Duolingo ກວ່າ 2000ແຫ່ງ

ປະຈຸບັນມີຍອດດາວໂຫຼດແອັບພລິເຄຊັນຢູ່ທີ 300 ລ້ານຜູ້ໃຊ້ງານທົ່ວໂລກ

ຫຼາຍສຸດໃນບັນດາແອັບພລິເຄຊັນການສຶກສາ.

ປີ 2018 ຢູ່ທີ່ 25 ລ້ານຜູ້ໃຊ້ຕໍ່ເດືອນ

ປີ 2019 ຢູ່ທີ່ 30 ລ້ານຜູ້ໃຊ້ຕໍ່ເດືອນ

ປີ 2020 ຢູ່ທີ່ 42 ລ້ານຜູ້ໃຊ້ຕໍ່ເດືອນ

ມາຮອດວັນທີ 10 ເດືອນ ກຸມພາ 2021 ເວັບໄຊ ແລະ ແອັບພລິເຄຊັນຮຽນພາສາຂອງ Duolingo ມີທັງໝົດ 106 ຫຼັກສູດ ໃນ 38 ພາສາ. ພາສາທີ່ຄົນລົງຮຽນຫຼາຍທີ່ສຸດແມ່ນ ພາສາສະເປນ 28.5 ລ້ານຜູ້ໃຊ້ງານ, ພາສາຝຣັ່ງ 16.6 ລ້ານຜູ້ໃຊ້ງານ ແລະ ພາສາເຢຍລະມັນ 8.9 ລ້ານຜູ້ໃຊ້ງານ

ປີ 2018 ລາຍໄດ້ $36 ລ້ານ

ປີ 2019 ລາຍໄດ້ $100 ລ້ານ

ປີ 2020 ລາຍໄດ້ $140 ລ້ານ

ທີ່ຜ່ານມາ Duolingo ໄດ້ຈັດລະດົມທຶນໄປທັງໝົດ 06 ຮອບ ລວມເປັນເງິນ $150 ລ້ານ ເຊິ່ງຄັ້ງລ່າສຸດເມື່ອປີ 2019 ນັ້ນ Duolingo ຖືກປະເມີນມູນຄ່າທຸລະກິດໄວ້ທີ່ປະມານ $1.500 ລ້ານ ຈົນໃນທີ່ສຸດເປັນ startup unicorn (startup ທີ່ມູນຄ່າຫຼາຍກວ່າ $1.500 ລ້ານ)

ໃນຂະນະດຽວກັນ ມູນຄ່າຕະຫຼາດຂອງການຮຽນພາສາອອນລາຍທົ່ວໂລກກໍມີການເຕີບໂຕເຊັ່ນກັນ ໂດຍຢູ່ທີ $3.800 ລ້ານໃນປີ 2020 ເຖິງ $10.500 ລ້ານໃນປີ 2025. ເຊິ່ງສອດຄ່ອງກັບສະຖິຕິ Duolingo ເປັນແອັບທີ່ຍອດດາວໂຫຼດສູງທີ່ສຸດ

ໝາຍເຫດ: EdTech ແມ່ນເທັກໂນໂລຢີດ້ານການສຶກສາທີ່ສ້າງຄວາມແຕກຕ່າງຈາການຮຽນຮູບແບບເດີມ ມາເປັນຮູບແບບໃໝ່ ທີ່ເໝາະສົມກັບທຸກໄວ ໂດຍມີຈຸດປະສົງຫຼັກໆແມ່ນຜູ້ຮຽນເຂົ້າເຖິງການສຶກສາທີ່ມີປະສິດທິພາບ, ສະດວກ ແລະ ງ່າຍຂຶ້ນ.

ເຫັນໄດ້ວ່າການຮຽນພາສາຕ່າງປະເທດບໍ່ໄດ້ຍາກຄືແຕ່ກ່ອນ ສາມາດເຂົ້າເຖິງຜູ້ໃຊ້ງານໄດ້ໂດຍມີແອັບພລິເຄຊັນເປັນຕົວກາງເພື່ອເຊື່ອມຕໍ່ບົດຮຽນຕ່າງໆໃຫ້ເຂົ້າເຖິງຜູ້ຄົນເຫຼົ່ານັ້ນໄດ້ ພ້ອມອຳນວຍຄວາມສະດວກສະບາຍ.

ຖ້າທ່ານຢາກເປັນສ່ວນໜຶ່ງໃນການສ້າງວົງການການສຶກສາໃຫ້ສາມາດເຂົ້າເຖິງທຸກເພດທຸກໄວໂດຍຜ່ານແອັບພລິເຄຊັນ ຢ່າລືມຄິດເຖິງບໍລິສັດ Comet Digital Agency ຮັບສ້າງ ແລະ ພັດທະນາເວັບໄຊ/ແອັບພລິເຄຊັນໃຫ້ແທດເໝາະກັບຄວາມຕ້ອງການທຸລະກິດຂອງທ່ານ.

ອ້າງອີງ:
-https://www.longtunman.com/26568
-https://englishtest.duolingo.com/
-https://www.edsurge.com/.../2019-12-04-can-you-say...
-https://www.disruptignite.com/.../edtech-startup-unicorn...
-https://en.wikipedia.org/wiki/Duolingo
-https://katalyst.kasikornbank.com/.../what-is-ed-tech.html

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet