Deeplink ແມ່ນຫຍັງ? ມີຄວາມສຳຄັນຕໍ່ແອັບພລິເຄຊັນຂອງທ່ານແນວໃດ?
Deeplink ແມ່ນຫຍັງ?
ແມ່ນການການກຳນົດ url link ທີ່ສາມາດນຳທາງມາຍັງ application ຂອງເຮົາ
ຖ້າເຮົານຳ link ນີ້ໄປປະໄວ້ບ່ອນໃດກໍຕາມ ບໍ່ວ່າຈະເປັນເວັບໄຊ ຫຼື ແອັບ ເມື່ອໃດກໍຕາມທີ່ໂທລະສັບເຮົາໄດ້ມີການເອີ້ນ link ນີ້ ໜ້າແອັບພລິເຄຊັນຂອງເຮົາກໍຈະຖືກເປີດຂຶ້ນ.
Deeplink ມີທັງໝົດ 3 ປະເພດ:
ປະເພດທີ1 Standard deep linking : ແມ່ນຈະພາຜູ້ໃຊ້ງານໄປແອັບພລິເຄຊັນໂດຍການນຳໃຊ້ແອັບພລິເຄຊັນ URI ແຕ່ມັນຈະໄດ້ຜົນສະເພາະຈຳພວກຜູ້ໃຊ້ງານທີ່ມີແອັບພລິເຄຊັນ (ໄດ້ເຮັດການຕິດຕັ້ງໄວ້ໃນໂທລະສັບແລ້ວ). ສຳລັບຜູ້ທີ່ບໍ່ມີແອັບພລິເຄຊັນມັນຈະສະແດງເປັນ “error page”
ປະເພດທີ 2 Deferred deep linking: ຈະພາຜູ້ໃຊ້ງານໄປຍັງແອັບພລິເຄຊັນທີ່ຖືກການຕິດຕັ້ງແລ້ວ ສ່ວນຜູ້ໃຊ້ງານທີ່ຍັງບໍ່ທີແອັບພລິເຄຊັນນັ້ນ Deferred deep link ຈະພາຜູ້ໃຊ້ງານໄປທີ່ app store/play store ເຊິ່ງການໃຊ້ Deferred deep link ຈະຊ່ວຍໃຫ້ເກີດການດາວໂຫຼດ.
ປະເພດທີ 3 Contextual deep links: ແມ່ນຈະມີລະບົບປະຕິບັດຄ້າຍກັນກັບ deferred deep links ແຕ່ສິ່ງທີ່ເໜືອກວ່າແມ່ນຄວາມສາມາດໃນການເກັບຂໍ້ມູນຂອງຜູ້ໃຊ້ງານວ່າ ຜູ້ໃຊ້ງານຕ້ອງການໄປໃສ, ໃຜເປັນຜູ້ແຊລ໌ລິ້ງນັ້ນ, ລິ້ງນັ້ນຖືກຄລິກຈັກເທື່ອ. ເຊິ່ງມັນຈະເປັນຜົນດີໃຫ້ແກ່ນັກພັດທະນາໂປຣແກຣມເພື່ອທີ່ຈະເອົາໄປສຶກສາວິເຄາະຂໍ້ມູນພຶດຕິກຳຜູ້ໃຊ້ງານ ໃຫ້ເກີດປະໂຫຍດຕໍ່ໄປ.
Deep links ສາມາດພາຜູ້ໃຊ້ງານໄປຍັງແອັບພລິເຄຊັນ (Application) ໄດ້ໂດຍກົງ ໂດຍຜ່ານຊ່ອງທາງຕໍ່ໄປນີ້:
- ຈາກ Website ໄປຫາ App
- ຈາກ App ໄປຫາ App
- ຈາກ Social Media ໄປຫາ App
- ຈາກ E-mail ໄປຫາ App
- ຈາກ SMS ໄປຫາApp
- ຄົ້ນຫາຢູ່ເທິງໂທລະສັບ (Mobile Phone Search) ໄປຫາ App
- ໂຄສະນາໄປຫາ App
ການໃຊ້ deep linking ກໍໃຫ້ເກີດປະໂຫຍດຕໍ່ກຸ່ມລູກຄ້າ: ເພື່ອເພີ່ມປະສົບການຜູ້ໃຊ້ງານໃຫ້ດີຂຶ້ນກວ່າເກົ່າ ແລະ ເພີ່ມໂອກາດໃຫ້ເກີດການດາວໂຫຼດແອັບພລິເຄຊັນ, ການລົງທະບຽນ (sign up) ແລະ ການກັບນຳໃຊ້ແອັບພລິເຄຊັນຄືນອີກ
ນອກຈາກນັ້ນ, ຢູ່ຕ່າງປະເທດຍັງມີບໍລິສັດ AppsFlyer ທີ່ເປັນຜູ້ນຳດ້ານແພລັດຟອມການວັດຜົນໂຄສະນາ ແລະ ການວິເຄາະດ້ານການຕະຫຼາດເທິງໂທລະສັບ ໃນນັ້ນ AppsFlyer ຍັງມີຜະລິດຕະພັນການເຮັດ deep link ທີ່ຄອຍໄວ້ໃຫ້ບໍລິການລູກຄ້າ ໂດຍໃຊ້ຊື່ວ່າ Onelink ນັ້ນເອງ.
ສິ່ງເຫຼົ່ານີ້ຈະເປັນປະໂຫຍດໃກ້ແກ່ບັນດາເຈົ້າຂອງແອັບພິລເຄຊັນ ສຳລັບເຈົ້າຂອງທຸລະກິດສາມາດໃຫ້ທີມງານໂຄເມັດເປັນສ່ວນໜຶ່ງໃນການສ້າງແອບພລິເຄຊັນຂອງທ່ານໄດ້.
https://clearbridgemobile.com/7-benefits-of-mobile-app-deep-linking/
https://yourstory.com/mystory/what-deep-linking-why-should-use?utm_pageloadtype=scroll
https://www.braze.com/perspectives/article/whats-deep-linking-anyway
https://www.appsflyer.com/product/one-link-deep-linking/
https://engineering.thinknet.co.th/introduction-to-deep-linking-ad960a5f0ddc