Comet call ແມ່ນຫຍັງ?

Comet call ແມ່ນຜະລິດຕະພັນຕົວໃໝ່ ເປັນລະບົບ co-browsing ທີ່ສ້າງໂດຍ Comet. Co-browsing ຫຍໍ້ມາຈາກຄຳວ່າ Collaborative browsing ແມ່ນການໃຊ້ໜ້າເວັບຮ່ວມກັນສອງຄົນ; ເຊິ່ງ Comet call ເຮັດໜ້າທີ່ເປັນຕົວກາງໃຫ້ລະຫວ່າງເຈົ້າໜ້າທີ່/ພະນັກງານກັບລູກຄ້າທີ່ ຊ່ວຍໃຫ້ທັງສອງ ຝ່າຍປະສານງານກັນງ່າຍຂຶ້ນໃນການກອກຂໍ້ມູນ ຫຼື ເອກະສານຜ່ານລະບົບອອນລາຍ (in real time).

ເປັນຫຍັງ co-browsing ຈຶ່ງສຳຄັນຕໍ່ທຸລະກິດ?

ໃນບາງສະຖານະການເຮົາອາດພົບກັບບັນຫາກັບການຕື່ມຂໍ້ມູນໃນແອັບລິເຄຊັນ ຫຼື ຂຽນຟອມອອນ ລາຍໃນທະນາຄານ ແລະ ບໍ່ຮູ້ວ່າຈະຖາມໃຜດີ ຖ້າຖາມຄົນຮູ້ຈັກ ໝູ່ຄູ່ ບາງເທື່ອ ກໍບໍ່ໄດ້ຄຳຕອບຕາມທີ່ເຮົາ ຕ້ອງການ ຫຼື ເກີດຄວາມບໍ່ແນ່ໃຈໃນການຕື່ມຂໍ້ມູນ ເຊິ່ງ Comet call ໄດ້ຕອບໂຈດ ແລະ ມາແກ້ບັນຫາເຫຼົ່ານີ້ເພື່ອໃຫ້ສະດວກສະບາຍ, ງ່າຍ ແລະ ປະຢັດເວລາ.

co-browsing ມີປະໂຫຍດກັບໃຜແດ່?

Co-browsing ສາມາດເຂົ້າໄປຊ່ວຍ ແລະ ຕໍ່ຍອດໃນຫຼາກຫຼາຍຂະແໜງການເຮັດວຽກຂອງທຸລະກິດ ເພື່ອເພີ່ມປະສິດທິພາບປະສິດທິຜົນດັ່ງຕົວຢ່າງລຸ່ມນີ້:

1 ທະນາຄານ ແລະ ການບໍລິການທາງດ້ານການເງິນ (Banking and Financial services)

Co-browsing ສາມາດຊ່ວຍເຂົ້າໃນຂະບວນການປະກອບໃນເອກະສານຕ່າງໆເຊັ່ນ: ການປະກອບເອກະສານເຂົ້າໃນສິນເຊື່ອ ແລະ ຊ່ວຍແນະນຳລູກຄ້າໃນການອັບໂຫຼດເອກະສານ.

2 ຂະແໜງການທ່ອງທ່ຽວ (Hospitality)

ການໃຊ້ Co-browsing ຈະຊ່ວຍໃຫ້ລູກຄ້າເລືອກແພັກເກດທີ່ເໜາະສົມ, ການຈອງປີ້ຕ່າງໆ ຫຼື ຈອງໂຮງແຮມ, ລົດ ແລະ ອື່ນໆ.

3 ຮ້ານຂາຍເຄື່ອງອອນລາຍ (Retail)

Co-browsing ຈະຊ່ວຍໃຫ້ພະນັກງານໃຫ້ຄວາມຊ່ວຍເຫຼືອລູກຄ້າໄດ້ຢ່າງສະດວກຂຶ້ນແບບ real time ຕົວຕໍ່ຈົວ ແລະ ແນະນຳອະທິບາຍຂໍ້ມູນຕ່າງໆ. ນອກນັ້ນ, ຍັງຊ່ວຍໃນການເພີ່ມຍອດຂາຍ ແລະ ປິດການຂາຍໄດ້ງ່າຍຂຶ້ນ.

ການໃຊ້ co-browsing ມີຄວາມປອດໄພບໍ່?

ການໃຊ້ co-browsing ແມ່ນມີຄວາມປອດໄພແນ່ນອນ ເພາະ co-browsing ບໍ່ອະນຸຍາດໃຫ້ເຈົ້າໜ້າທີ່/ພະນັກງານເຫັນຂໍ້ມູນໃນ desktop ຫຼື ຄອມພິວເຕີຂອງລູກຄ້າ. ກ່ອນທີ່ຈະເລີ່ມໃຊ້ co-browsing ລູກຄ້າຈະໄດ້ອ່ານເງື່ອນໄຂການໃຊ້ງານ ແລະ ສິດໃນການເຂົ້າເຖິງທັງໝົດເພື່ອອະນຸຍາດໃຫ້ພວກເຮົາດຳເນີນງານຕໍ່ໄປ.

ດັ່ງນັ້ນ, ລູກຄ້າບໍ່ຕ້ອງເປັນຕ້ອງຫ່ວງໃນເລື່ອງຂອງຄວາມປອດໄພ ເພາະ Comet call ແມ່ນໄດ້ໃສ່ໃຈພ້ອມໃຫ້ຄວາມສຳຄັນກັບທຸກຂະບວນການໃນການສ້າງຜະລິດຕະພັນຕົວໃໝ່ນີ້. ທາງທີມງານຫວັງວ່າ Comet call ຈະໄດ້ເປັນສ່ວນໜຶ່ງໃນທຸລະກິດຂອງທ່ານ ແລະ ເຕີບໂຕໄປນຳກັນ.

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet