Business Intelligence (BI) ແມ່ນຫຍັງ?
BI ແມ່ນ software ທີ່ໃຊ້ໃນການວິເຄາະຂໍ້ມູນທາງທຸລະກິດ ໂດຍສາມາດນຳສະເໜີໃນຮູບແບບ visualization ເພື່ອໃຊ້ໃນການປະກອບການຕັດສິນໃຈ.
ແລ້ວ visualization ໝາຍເຖິງຫຍັງ ເຮົາຈະຍົກຕົວຢ່າງໃຫ້ເຫັນພາບໄປນຳກັນ…
ຕົວຢ່າງ ບົດລາຍງານຍອດຂາຍສິນຄ້າຂອງບໍລິສັດໜຶ່ງ, ຖ້າລາຍງານຍອດຂາຍໃນຕາຕະລາງ Excel ຈະບໍ່ຊ່ວຍໃຫ້ບັນດາຜູ້ບໍລິຫານເຂົ້າໃຈສະຖານະການໄດ້ດີ ແລະ ອາດຈະບໍ່ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ. ສະນັ້ນເຮົາຕ້ອງນຳມາ visualization ກ່ອນເຊິ່ງ BI ກໍ່ສະໜອງຂັ້ນຕອນນີ້ເຊັ່ນກັນ.
ການ visualization ກໍ່ຄືການນຳສະເໜີບົດລາຍງານຍອດຂາຍດັ່ງກ່າວໃນຮູບແບບ graph, chart ຫຼື ຮູບພາບ ເນື່ອງຈາກຮູບແບບນີ້ຈະຊ່ວຍໃຫ້ຜູ້ອ່ານເຂົ້າໃຈໄວ ແລະ ຈື່ງ່າຍຂຶ້ນ.
ອີງຕາມຄວາມໝາຍຂອງ BI ແລ້ວ, ຄຸນປະໂຫຍດຂອງ BI ອາດຈະບໍ່ເໝາະກັບທຸກຕຳແໜ່ງໂດຍສະເພາະຕຳແໜ່ງງານ ຫຼື ໜ້າວຽກທີ່ບໍ່ມີສ່ວນໃນການຕັດສິນໃຈໃນຂັ້ນຕອນດຳເນີນງານຂອງທຸລະກິດ.
BI ເໝາະກັບພະແນກໃດ?
ໂດຍລວມແລ້ວ BI ມີປະໂຫຍດກັບທຸກໆພະແນກ ຫຼື ໜ່ວຍງານໃນບໍລິສັດ ທັງນີ້ຂຶ້ນນຳຄວາມຈຳເປັນຂອງແຕ່ລະບໍລິສັດ ເພາະຮູບແບບປະເພດທຸລະກິດທີ່ແຕກຕ່າງ ຍ່ອມມີຄວາມຈຳເປັນທີ່ຕ່າງກັນ. ດັ່ງຕົວຢ່າງຂ້າງລຸ່ມ ເຮົາໄດ້ຍົກຕົວຢ່າງປະໂຫຍດຂອງ BI ທີ່ມີຕໍ່ພະແນກຕ່າງໆ ໃນບໍລິສັດໜຶ່ງ.
BI ຈຳເປັນ ຫຼື ບໍ່?
ທີມງານເຮົາຂໍຕອບໄດ້ເລີຍວ່າ BI ຈຳເປັນຫຼາຍສຳລັບທຸລະກິດໃນຍຸກສະໄໝນີ້ກໍ່ຄືຍຸກດິຈິຕອນ ແຕ່ຖ້າຖາມວ່າ ທຸລະກິດຂອງທ່ານບໍ່ມີ BI ໄດ້ບໍ່ ຄຳຕອບແມ່ນໄດ້… ແຕ່ທ່ານຈະແຂ່ງກັບຄູ່ແຂ່ງຂອງທ່ານທີ່ນຳໃຊ້ BI ມາຊ່ວຍວິ ເຄາະ ແລະ ຊ່ວຍໃນການຕັດສິນໃຈໄດ້ໄວກວ່າ ແລະ ມີປະສິດທິພາບສູງກວ່າ ໄດ້ແນວໃດ.
ໂປຼແກມ BI ໃນຕະຫຼາດປະຈຸບັນ
ສຳລັບໂປຼແກມ BI ທີ່ມີໃນຕະຫຼາດປະຈຸບັນກໍ່ມີຫຼາກຫຼາຍເຈົ້າທີ່ມາພ້ອມລາຄາ ແລະ ການໃຊ້ງານທີ່ແຕກຕ່າງກັນ ເຊັ່ນ ຊ່ອງທາງໃນການເຂົ້າໃຊ້ງານ ບາງໂປຼແກມຖືກພັດທະນາເພື່ອໃຫ້ສາມາດໃຊ້ງານຜ່ານມືຖືໄດ້ຢ່າງມີຄຸນນະ ພາບທີ່ສຸດ, ບາງໂປຼແກມຖືກພັດທະນາມາເພື່ອສາມາດວິເຄາະຂໍ້ມູນຂະໜາດມະຫາສານ ຫຼື ບາງໂປຼແກມກໍ່ເໝາະ ກັບທຸລະກິດຂະໜາດນ້ອຍ ຫຼື ກາງ ທີ່ມີຂໍ້ມູນບໍ່ຫຼາຍ. ທີມງານໄດ້ເລືອກຍົກຕົວຢ່າງມາ 5 ໂປຼແກມມາແນະນຳໃຫ້ຜູ້ ອ່ານໄດ້ຮູ້ຈັກຕື່ມ.
- SAP BI
2. SAS BI
3. Microsoft Power BI
4. Tableau
5. Oracle BI
ສະລຸບແລ້ວ BI ແມ່ນ software ທີ່ມີໜ້າທີ່ຈັດການກັບຂໍ້ມູນທີ່ມີຢູ່ພາຍໃນອົງກອນ ແລະ ການນຳເອົາຂໍ້ມູນທີ່ກ່ຽວຂ້ອງຈາກພາຍນອກເຂົ້າມາໃນຂັ້ນຕອນການວິເຄາະແຕ່ລະໜ້າວຽກ ເພື່ອຊ່ວຍສະໜັບສະໜຸນຂັ້ນຕອນ ການຕັດສິນໃຈໃຫ້ດີຍິ່ງຂຶ້ນຂອງທຸລະກິດ. ຖ້າທຸລະກິດທ່ານຕ້ອງການຄຳປຶກສາກ່ຽວກັບ BI ຕື່ມ ທ່ານສາມາດຕິດຕໍ່ສອບຖາມກັບທາງບໍລິສັດໂຄເມັດໄດ້.
Comet website: www.comet.la
Comet Facebook: Comet Digital Agency
References: