Be My Eyes ແມ່ນຫຍັງ?

Be My Eyes ເປັນແອັບພລິເຄຊັນຟຣີເທິງແພັດຟອມໂທລະສັບ ເປົ້າໝາຍຫຼັກຂອງການສ້າງແອັບນີ້ຂຶ້ນມາແມ່ນໃຫ້ເຂົ້າເຖິງກຸ່ມຄົນທີ່ບົກພ່ອງທາງດ້ານສາຍຕາ ໄດ້ຮັບການຊ່ວຍເຫຼືອ ແລະ ເຮົາເອງສາມາດເປັໜນໜຶ່ງໃນການເປັນ Volunteer.

Be My Eyes ໄດ້ເລີ່ມຕົ້ນຂຶ້ນໃນປີ 2012 ທີ່ປະເທດເດັນມາກ ໂດຍທ່ານ Hans Jørgen Wiberg ຊ່າງເຟີນິເຈີ ຜູ້ທີ່ມີຄວາມບົກພ່ອງດ້ານສາຍຕາ.

ຈາກການຢູ່ສະມາຄົມຜູ້ພ້ການທາງດ້ານສາຍຕາຈຳເປັນຕ້ອງມີການໃຫ້ຊ່ວຍເຫຼືອສຳລັບການໃຊ້ຊີວິດປະຈຳວັນໃນການແກ້ບັນຫາເລັກນ້ອຍໆ.

ໄອເດຍເຫຼົ່ານີ້ເກີດຈາກການທີ່ໝູ່ ຫຼັງຈາກທີ່ແນະນຳໃຫ້ທ່ານ Hans Jørgen Wiberg ໂທລົມວີດີໂອ (Video Call) ນຳໝູ່ຄູ່ ແລະ ຄອບຄົວເພື່ອພວກເຂົາຊ່ວຍເຫຼືອກບັນຫາເລັກໆນ້ອຍທີ່ຕ້ອງໄດ້ພົບແຕ່ລະມື້ ເພິ່ນເຊື່ອວ່າເທັກໂນໂລວິດີໂອຄໍຈະມາຊ່ວຍໄດ້ໂດຍບໍ່ຕ້ອງພຶ້ງພາອາໄສໝູ່ຄູ່ໝູາເພື່ອນ ແຕ່ເປັນການຮ່ວມຕົວຂອງອາສາສະໝັກທົ່ວໂລກ.

ໄດ້ເປີດຢ່າງເປັນທາງການໃນເດືອນມັງກອນ ປີ 2015 ໂດຍມີອາສາສະໝັກ 4,000,000 ລ້ານກວ່າຄົນ. ພາຍໃນຕົວແອັບສາມາດເຂົ້າເຖິງ 180 ພາສາທົ່ວໂລກ ໜຶ່ງໃນຫັ້ນມີພາສາລາວເຮົານຳເດີ້

ປະຈຸບັນມີຜູ້ໃຊ້ງານ 05 ລ້ານກວ່າຄົນເ ເຊິ່ງແບ່ງອອກເປັນກຸ່ມອາສາສະໝັກ ແລະ ກຸ່ມຄົນທີ່ຕ້ອງການໃຫ້ຄວາມຊ່ວຍເຫຼືອດັ່ງນີ້:

  • ອາສາສະໝັກທົ່ວໂລກ: 4,765,982
  • ຜູ້ຕ້ອງການໃຫ້ຄວາມຊ່ວຍເຫຼືອ: 312,027
  • ປະເທດ: 150+
  • ພາສາ:180+

ດຽວມາເບິ່ງວ່າໃນຕົວແອັບເປັນມີໜ້າຕາເປັແນວໃດ?

1. ຕິດຕັ້ງເປັນທີ່ຮຽບຮ້ອຍ ເມື່ອເຂົ້າໄປກໍຈະຖາມເຖິງການຂໍອະນຸຍາດນະໂຍບາຍຄວາມເປັນສ່ວນຕົວ

2. ຫຼັງຈາກນັ້ນທາງແອັບກໍຈະໃຫ້ເຮົາເລືອກລະຫວ່າງ I need visual assistance ຫຼື I’d like to be volunteer

3. Sign In ຕັ້ງ Account ຕົນເອງ

4. Give Assess ທຸກຢ່າງທັງໄມໂຄໂຟນ, ກ້ອງ ແລະ ການແຈ້ງເຕືອນຂ້າງນອກ

  • ຫຼັກໆໜ້າແອັບມີ 02 ໜ້າ

ໜ້າທຳອິດແມ່ນສະແດງຈຳນວນຕົວເລກຜູ້ໃຊ້ງານ ແລະ ຕັ້ງຄ່າວ່າເຮົາຈະເລືອກພາສາໃດ ເຊິ່ງບໍ່ມີຍັງຊັບຊ້ອນ ມີແຕ່ເຮົາເຂົ້າຕັ້ງຄ່າເພື່ອເລືອກພາສາໄວ້ (ເພາະມັນຈະມີຜົນຕໍ່ຜູ້ທີ່ຢາກໃຫ້ເຮົາຊ່ວຍເຫຼືອ ທາງເຮົາເລືອກພາສາຫຼັກແມ່ນພາສາອັງກິດ ຮອງມາແມ່ນພາສາລາວ ແລະ ໄທ) ສ່ວນໜ້າທີ່ສອງແມ່ນບົດຄວາມເອົາໄວ້ໃຫ້ເຮົາອ່ານກັນ.

ທາງແອັບເພິ່ນກໍຍັງບອກມາວ່າ ເຖິງໂຫຼດແອັບຊ່ວງທຳອິດ ແຕ່ຍັງບໍ່ມີໃຜໂທມາ ບໍ່ຕ້ອງກັງວົນ ເພາະອາສາສະໝັກເພິ່ນຫຼາຍອີ່ຫຼີ່ ທາງເຮົາເອງກໍໂຫຼດມາໄວ້ ເພື່ອມື້ໜຶ່ງອາດໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອເຖິງວ່າຈະເປັນເລື່ອງເລັກໆນ້ອຍໆ

ອີກໃນກໍລະນີຖ້າເຮົາບໍ່ຫວ່າງໃນການຮັບສາຍ ບໍ່ຕ້ອງກັງວົນເພາະມີອາສາະໝັກຈະມາຮັບແທນເຮົາສະເໝີ.

ໝາຍເຫດ: ມີຄົນໂທມາຄືກັນ ເຮົາສຳພັດກຳລັງຈະຮັບ ເແຕ່ຖືກອາສາະໝັກຜູ້ອື່ນຮັບແທນ.

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet