Alpha ແລະ Beta Testing ມີຄວາມແຕກຕ່າງກັນແນວໃດ?
📱Alpha ແລະ Beta ເປັນສ່ວນໜຶ່ງໃນ Phase Software testing ທີ່ປະກອບທັງໝົດດ້ວຍ 4 Phase
1. Unit Testing
👉 ການພັດທະນາຊ໋ອບແວເປັນການທົດສອບຂັ້ນທຳອິດ ໂດຍຈະປະເມີນວ່າການທົດສອບຊ໋ອບແວແຕ່ລະສ່ວນທີ່ເຮັດໄດ້ດີບໍ່ ຄົນຫຼັກທີ່ທົດສອບແມ່ນ ນັກພັດທະນານັ້ນເອງ.
2. Integration Testing
👉 ເມື່ອທົດສອບການເຮັດວຽກຍ່ອຍໆແລ້ວ ດ້ານຕໍ່ໄປແມ່ນການທົດສອບຕິດຕໍ່ກັນຂອງສ່ວນຍ່ອຍໆ ເຊິ່ງຜູ້ທົດສອບແມ່ນ Tester.
3. System Testing
👉 ຫຼັງຈາກການຜ່ານ Integration Testing ໃນຂັ້ນຕອນນີ້ແມ່ນການທົດສອບແບບພາບລວມວ່າທຸກຢ່າງເປັນໄປຕາມຄວາມຕ້ອງການຂອງລູກຄ້າ ຫຼື ບໍ່ ລວມທັງປະສິດພາບ ແລະ ຄວາມປອດໄພໃນການເຮັດວຽກເປັນແນວໃດ
4. Acceptance Testing Black box ແລະ White box
👉 ແມ່ນຂັ້ນຕອນສຸດທ້າຍໃນທົດສອບໂດຍ QA ເພື່ອໃຫ້ໝັ້ນໃຈວ່າພ້ອມທີ່ຈະປ່ອຍ ແລະ ສົບບູນເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຈະແບ່ງເປັນ 02 ສ່ວນຫຼັກຄື: Alpha ແລະ Beta Testing ຜູ້ທົດສອບຂອງເຮົາແມ່ນຜູ້ທີ່ຈະໃຊ້ software ນີ້ອີ່ຫຼີ່.
🌟 Alpha ແລະ Beta Testing ມີຄວາມແຕກຕ່າງກັນແນວໃດ?
🔸Alpha Testing
ແມ່ນການຈຳລອງສະຖານະການໃຫ້ຄົນມາທົດສອອບໃຊ້ແອັບພລິເຄຊັນເບື້ອງຕົ້ນ ເພື່ອກວດຫາບັ໊ກ ຫຼື ບັນຫາຕ່າງໆທີ່ຜູ້ໃຊ້ງານພົບພໍ້ລະຫວ່າງການທົດລອງໃຊ້ແອັບນັ້ນໆ ເຊິ່ງສ່ວນໃຫຍ່ຂັ້ນຕອນນີ້ຈະແມ່ນ Tester ຂອງອົງກອນ ຫຼື ຄົນພາຍໃນທີ່ມີຄວາມເຂົ້າໃຈລະດັບໜຶ່ງກ່ຽວກັບແອັບນີ້ຢູ່ແລ້ວ ເຊິ່ງປະໂຫຍດຂອງການເຮັດ Alpha Testing ແມ່ນໄດ້ຄຳຕອບໄວ້ໂດຍກົງບໍ່ຕ້ອງຖ້າຄົນນອກທົດສອບໃຫ້
👍 ຂໍ້ດີ:
- ຊ່ວຍໃຫ້ເຫັນພາບລວມໃນເບື້ອງຕົ້ນວ່າ software ເປັນແນວໃດຮອດໃສແລ້ວ
- ສາມາດແກ້ບັນຫາຈຸດຜິດພາດ ຫຼື ບັ໊ກໃນເວລາ real time
👎 ຂໍ້ເສຍ:
- ຂັ້ນຕອນ Alpha Testing: Tester ອາດຍັງບໍ່ສາມາເຂົ້າເຖິງໄດ້ທຸກຟັງຊັນ ຫຼື
ບໍ່ສາມາດທົດສອບໄດ້ເທື່ອຍ້ອນ ຢູ່ໃນຊ່ວງລະຫວ່າງການພັດທະນາ
🔹Beta Testing
ແມ່ນການໃຫ້ຜູ້ໃຊ້ງານໃນກຸ່ມເປົ້າໝາຍເບື້ອງຕົ້ນມາທົດລອງໃຊ້ເບິ່ງ (ຈຳກັດຈຳນວນຄົນເຂົ້າເຖິງ) ຫຼັງຈາກທີ່ Tester ໄດ້ທົດສອບເປັນທີ່ຮຽບຮ້ອຍກ່ອນຈະເປີດຕົວຢ່າງເປັນທາງການ ໂດຍຈະໃກ້ຄຽງກັບເວີຊັນທີ່ສົມບູນທີ່ສຸດ ໂດຍການຮັບເອົາຄຳຕິຊົມຈາກຜູ້ໃຊ້ມາປັບປຸງແກ້ໄຂ
👍 ຂໍ້ດີ:
- ຫຼຸດຄວາມສ່ຽງຕໍ່ການຜິດພາດເພື່ອທີ່ຈະຮອດມື້ລູກຄ້າ ແລະ ຜູ້ໃຊ້ງານ
- ປັບປຸງຜະລິດຕະພັນໃຫ້ມີຄຸນນະພາບຫຼັງຈາກໄດ້ຮັບ Feedback ຈາກລູກຄ້າ
👎ຂໍ້ເສຍ:
- ຂັ້ນຕອນ Beta Testing: ເຈິບັນຫາໃນການຊອກກຸ່ມຄົນທີ່ຈະມາລອງໃຊ້ລະບົບເປັນຄັ້ງທຳອິດ. ນອກຈາກນັ້ນ, ການຈັດການຄວບຄຸມເປັນເລື່ອງຄ່ອນຂ້າງຍາກ ເພາະບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງອົງກອນ.
ອ້າງອີງ: