9 ຟີເຈີທີ່ເຮັດໃຫ້ແອັບສົ່ງອາຫານເປັນທີ່ນິຍົມ Features which makes food delivery apps so popular
ກວ່າຈະມາເປັນແອັບສົ່ງອາຫານທີ່ໃຊ້ງານງ່າຍ ຕອບໂຈດກັບ life stlye ແມ່ນບໍ່ງ່າຍເລີຍ ເຮົາມາເບິ່ງກັນວ່າເຄັດລັບຄວາມສຳເລັດຂອງແອັບສົ່ງອາຫານແມ່ນມີຟີເຈີໃດແດ່???
1. ການລົງທະບຽນງ່າຍ ແລະ ສາມາດລົງທະບຽນຜ່ານບັນຊີ Social Media
ເພື່ອເພີ່ມປະສົບການຂອງຜູ້ໃຊ້ ລູກຄ້າສາມາດລົງທະບຽນ ແລະ ເຂົ້າສູ່ລະບົບໄດ້ງ່າຍໆດ້ວຍຂັ້ນຕອນດຽວ ນອກນີ້ຖ້າເພີ່ມຄຸນສົມບັດການລົງຊື່ເຂົ້າໃຊ້ Social Media ໂດຍບໍ່ຈຳເປັນຕ້ອງສ້າງບັນຊີແຍກ ຈະເປັນການເພີ່ມຄວາມສະດວກໃຫ້ແກ່ຜູ້ໃຊ້.
2. ໃຊ້ງານງ່າຍ (simple UI)
ອອກແບບ UI ທີ່ບໍ່ຫຍຸ້ງຍາກແກ່ຜູ້ໃຊ້ເຊັ່ນ: ການຕິດຕາມອາຫານ, ຕົວເລືອກການຄົ້ນຫາຂັ້ນສູງ, ສະຫຼຸບການສັ່ງຊື້, ເວລາສົ່ງທີ່ຄາດວ່າຈະມາເຖິງ, ປະຫວັດການສັ່ງຊື້ທີ່ຜ່ານມາ, ຜູ້ໃຊ້ສາມາດກວດເບິ່ງຮ້ານອາຫານໃກ້ຄຽງ, ລາຍການອາຫານ, ສະຖານະການສັ່ງຊື້ ແລະ ສະຖານະການຈັດສົ່ງ ຢ່າງສະດວກ ແລະ ງ່າຍດາຍ.
3. ມີອາຫານ ແລະ ຮ້ານອາຫານໃຫ້ເລືອກແບບຫຼາກຫຼາຍ
ສະໜອງອາຫານແຊບໆຫຼາກຫຼາຍປະເພດຈາກຫຼາກຫຼາຍຮ້ານອາຫານ. ຜູ້ໃຊ້ສາມາດສັ່ງຊື້ Fast-food, ອາຫານຈາກພືດ (Plant base), ອາຫານເຈ ແລະ ອື່ນໆດ້ວຍລາຄາປະຢັດ. ຜູ້ໃຊ້ສາມາດຄົ້ນຫາລາຍການອາຫານຈານທີ່ມັກຈາກຮ້ານອາຫານເຈົ້າປະຈຳດ້ວຍການກົດພຽງສອງສາມຄັ້ງ ອາຫານກໍຈະຖືກມາສົ່ງທີ່ປະຕູໜ້າບ້ານ. ນອກນີ້, ການເພີ່ມການຕັ້ງຄ່າຕົວກອງ & ຈັດຮຽງຕາມໃຈມັກ, ແຖບຄົ້ນຫາຄວນຈະສາມາດສະແດງລາຍການຮ້ານອາຫານທີ່ຜູ້ໃຊ້ມັກ, ເບິ່ງຄະແນນ, ຣີວິວ ແລະ ຄວາມມັກອື່ນໆ.
4. ທາງເລືອກໃນການຊຳລະງ່າຍ, ຫຼາກຫຼາຍ ແລະ ປອດໄພ
ສາເຫດຫຼັກທີ່ເຮັດໃຫ້ອັດຕາການສັ່ງຊື້ຫຼຸດລົງແມ່ນຍ້ອນຂັ້ນຕອນຂະບວນການຊຳລະເງິນທີ່ສັບສົນ, ຕ້ອງສະໜອງວິທີການຈ່າຍເງິນທີ່ຍືດຫຍຸ່ນໃຫ້ກັບຜູ້ຊົມໃຊ້ໂດຍໃຊ້ net-banking, ບັດເຄຣດິດ / ບັດເດບິດ ຫຼື ເລືອກຈ່າຍດ້ວຍເງິນສົດ. ເພື່ອຫຼຸດຜ່ອນການປະຖິ້ມການສັ່ງຊື້ຂອງລູກຄ້າໃຫ້ໜ້ອຍທີ່ສຸດ, ນັກພັດທະນາຕ້ອງຊອກຫາຂັ້ນຕອນການຊຳລະເງິນທີ່ງ່າຍຂຶ້ນແທນທີ່ຈະໃຊ້ 7–8 ຂັ້ນຕອນການເອີ້ນເກັບເງິນ ສາມາດໃຊ້ວິທີການຈັບພາບໂດຍອັດຕະໂນມັດ (ຈາກຂໍ້ມູນການເອີ້ນເກັບເງິນກ່ອນໜ້ານີ້) ເພື່ອຕື່ມຂໍ້ມູນແບບໄວວາ ຫຼື ຕັດ/ລວມຂັ້ນຕອນບາງອັນເຂົ້າກັນ ຊຶ່ງຈະຊ່ວຍຫຼຸດເວລາໃນການສັ່ງຊື້.
5. ຄູປອງ ແລະ ສ່ວນຫຼຸດ
ໜຶ່ງໃນຟີເຈີທີ່ໜ້າຕື່ນຕາຕື່ນໃຈທີ່ສຸດຂອງແອັບສົ່ງອາຫານແມ່ນແອັບໃຫ້ສ່ວນຫຼຸດ ແລະ ຄູປອງແກ່ຜູ້ໃຊ້ເປັນເປັນບາງຄັ້ງຄາວ. ຂໍ້ສະເໜີເຫຼົ່ານີ້ສາມາດຖືກນຳໃຊ້ເພື່ອແລກເອົາເງິນຄືນ ຫຼື ສ່ວນຫຼຸດໃນລາຍການອາຫານໄດ້ ເພື່ອດຶງດູດລູກຄ້າໃຫ້ເຂົ້າເບິ່ງແອັບຫຼາຍຂຶ້ນ.
6. ສົ່ງໄວ
ໜ້າທີ່ຫຼັກຂອງແອັບສົ່ງອາຫານແມ່ນສົ່ງມອບອາຫານທີ່ມີຄຸນນະພາບໃຫ້ທັນເວລາ. ແອັບສ່ວນໃຫຍ່ພະຍາຍາມຈັດສົ່ງອາຫານໃນເວລາໜ້ອຍທີ່ສຸດ. ການສັ່ງຊື້ ແລະ ການຕິດຕາມການຈັດສົ່ງແບບ real-time ແມ່ນຟີເຈີສຳຄັນສຳລັບແອັບສັ່ງອາຫານ. ຜູ້ໃຊ້ມີຂໍ້ມູນກ່ຽວກັບສະຖານະຂອງຄຳສັ່ງຊື້ໃນຂັ້ນຕອນຕ່າງໆຄື: ການຍອມຮັບຄຳສັ່ງຊື້, ການກະກຽມລາຍການສັ່ງຊື້, ການຈັດສົ່ງ ແລະ ການຕິດຕາມເບິ່ງທີ່ຢູ່ຂອງຜູ້ຂັບແບບ real-time ດ້ວຍຄຸນສົມບັດຕິດຕາມການຈັດສົ່ງ.
7. ຣີວິວ, ໃຫ້ຄະແນນຮ້ານອາຫານ ແລະ ການຈັດສົ່ງ
ແອັບສົ່ງອາຫານໃຫ້ຜູ້ໃຊ້ສາມາດໃຫ້ຄະແນນອາຫານ ແລະ ບໍລິການຈັດສົ່ງຂອງເຂົາເຈົ້ານຳເພື່ອທີ່ນັກພັດທະນາຈະສາມາດເຂົ້າໃຈຫຼາຍຂຶ້ນກ່ຽວກັບປະສົບການຂອງຜູ້ໃຊ້. ໃນທາງກົງກັນຂ້າມ, ຮ້ານອາຫານກໍ່ໄດ້ຮັບລູກຄ້າປະຈຳຫຼາຍກວ່າເກົ່າເຊິ່ງຊ່ວຍເພີ່ມກຳໄລເຊັ່ນກັນ ແລະ ການຣີວິວຂອງລູກຄ້າຊ່ວຍໃຫ້ຮ້ານອາຫານເຂົ້າໃຈຄວາມຕ້ອງການຂອງລູກຄ້ານຳອີກດ້ວຍ.
8. ການສະໜັບສະໜູນ ແລະ ບໍລິການດູແລລູກຄ້າ
ການຮັບຟັງບັນຫາຂອງລູກຄ້າ ແລະ ການແກ້ໄຂບັນຫາກໍແມ່ນປັດໄຈສຳຄັນທີ່ຊ່ວຍໃນການສ້າງຄວາມນິຍົມຂອງແອັບ, ບາງຄັ້ງຍ້ອນສະພາບດິນຟ້າອາກາດ ຫຼື ການຈະລາຈອນທີ່ບໍ່ດີ ອາຫານອາດຈະບໍ່ໄດ້ຮັບການຈັດສົ່ງຕາມເວລາ ຫຼື ບັນຫາອື່ນໆ, ໃນກໍລະນີດັ່ງກ່າວ ແອັບສົ່ງອາຫານຈະໃຫ້ການສະໜັບສະໜູນລູກຄ້າແບບ real-time ເພື່ອຮັບຟັງບັນຫາ ແລະ ໃຫ້ແນວທາງການແກ້ໄຂ.
chatbot ແມ່ນຟີເຈີທີ່ສຳຄັນໃນແອັບທີ່ໃຊ້ສຳລັບການພົວພັນໂຕ້ຕອບກັບລູກຄ້າ ແລະ ຈັດການກັບການສອບຖາມຂອງລູກຄ້າ, ແກ້ໄຂຂໍ້ຮຽກຮ້ອງ ແລະ ປັບປຸງຂໍ້ມູນຜູ້ໃຊ້ກ່ຽວກັບໂປຣໂມຊັນໃນຂະນະນັ້ນ, ການສັ່ງອາຫານແບບເປັນຊຸດ, vouchers ແລະ ອື່ນໆ. ດັ່ງນັ້ນ, ການມີຢູ່ຂອງ chatbot ຈະຊ່ວຍໃຫ້ລູກຄ້າເພີດເພີນໄປກັບການສັ່ງຊື້ທີ່ບໍ່ຫຍຸ້ງຍາກ ແລະ ການແກ້ບັນຫາທີ່ວ່ອງໄວທັນໃຈ.
9. ຂໍ້ສະເໜີ ແລະ Push Notifications
ເພື່ອໃຫ້ລູກຄ້າໄດ້ຮັບຊາບກ່ຽວກັບສະຖານະການສັ່ງຊື້ ແອັບຄວນຈະລວມເອົາການແຈ້ງເຕືອນແບບ Push ໄວ້ນຳເພື່ອຊ່ວຍໃນການສ້າງກົນລະຍຸດທາງການຕະຫຼາດທີ່ປະສົບຜົນສຳເລັດໂດຍການສົ່ງຂໍ້ຄວາມໃນແອັບ ແລະ ໂຄສະນາການຕະຫຼາດ. ແອັບສາມາດວາງຂໍ້ສະເໜີ ແລະ ສ່ວນຫຼຸດກ່ຽວກັບລາຍການຫານທີ່ເລືອກຕາມແຕ່ລະໂອກາດພິເສດ ຫຼື ແຜນສົ່ງເສີມການຂາຍໃນຂະນະນັ້ນ.
ແຫຼ່ງຂໍ້ມູນ:
(1) https://customerthink.com/enhance-the-customer-experience-of-food-delivery-applications/
(2) https://www.valueappz.com/blog/on-demand-food-delivery-services