8 ເທຣນທຸລະກິດໃໝ່ຂອງປີ 2022
8 ເທຣນທຸລະກິດໄດ້ສະແດງໃຫ້ເຫັນເຖິງພາບລວມຂອງການດຳເນີນທຸລະກິດໃນປີ 2022 ນີ້ວ່າຈະມີການພັດທະນາໄປໃນທິດທາງໃດ 🤔
🚝 ການດໍາເນີນງານແບບຍືນຍົງ & ຢືດຢຸ່ນ (Sustainable, resilient operations)
ໃນຍຸກທີ່ຜູ້ບໍລິໂພກມີຄວາມຮັບຮູ້ກ່ຽວກັບ Climate change ກ່ອນຈະຊື້ ຫຼື ໃຊ້ບໍລິການໃດໜຶ່ງ ຜູ້ບໍລິໂພກຈະມີການພິຈາລະນາຢ່າງຖີ່ຖ້ວນ. ສະນັ້ນ, ອົງກອນຕ້ອງພະຍາຍາມກຳຈັດ ຫຼື ຫຼຸດຕົ້ນທຶນດ້ານສິ່ງແວດລ້ອມໃນການເຮັດທຸລະກິດ. ຕຢ: ການຫຼຸດການປ່ອຍກາສຄາບອນແມ່ນຈຸດເລີ່ມຕົ້ນທີ່ສົມເຫດສົມຜົນແຕ່ຫາກອົງກອນມີແຜນໄລຍະຍາວໂດຍການປ່ຽນທຸກການດໍາເນີນງານຂອງທຸລະກິດແບບຍືນຍົງເພື່ອສ້າງຄວາມສາມາດໃນການປັບຕົວ ແລະ ຢູ່ລອດໃນໄລຍະຍາວ.
🚝 ຄວາມສົມດຸນລະຫວ່າງແຮງງານມະນຸດ & ຫຸ່ນຍົນ (Balance between human workers and intelligent robots)
ຕອນນີ້ເຮົາມີຫຸ່ນຍົນ ແລະ ປັນຍາປະດິດ (AI) ທີ່ມີຄວາມສາມາດຫຼາຍຂຶ້ນ ແລະ ສາມາດເຮັດວຽກໄດ້ຄືກັບມະນຸດ ເຊິ່ງເຮັດໃຫ້ເກີດມີຄຳຖາມຄື: ເຮົາຈະສ້າງຄວາມສົມດຸນລະຫວ່າງແຮງງານມະນຸດ & ຫຸ່ນຍົນໄດ້ແນວໃດ? ຄວນມອບບົດບາດໃດໃຫ້ກັບ AI? ບົດບາດໃດເໝາະກັບມະນຸດຫຼາຍທີ່ສຸດ? ດັ່ງນັ້ນ, ຜູ້ນຳທາງທຸລະກິດຈຶ່ງຕ້ອງກຽມອົງກອນ ແລະ ບຸກຄະລາກອນຂອງຕົນໃຫ້ພ້ອມສຳລັບລັກສະນະການເຮັດວຽກທີ່ປ່ຽນແປງໄປ.
🚝 ການຈ້າງງານທີ່ປ່ຽນໄປ (Shifting talent pool and changing employee experience)
ວິທີການເຮັດວຽກຂອງເຮົາກຳລັງພັດທະນາຂຶ້ນ ໂດຍມີຄົນອາຍຸນ້ອຍເລີ່ມເຮັດວຽກຫຼາຍຂຶ້ນ, ເຮັດວຽກແບບ Freelances ຫຼາຍຂຶ້ນ ແລະ ເຮັດວຽກແບບຣີໂໝດຫຼາຍຂຶ້ນ. Matthew Mottola & Matthew Coatney ເຈົ້າຂອງປຶ້ມ “The Human Cloud” ໄດ້ກ່າວໄວ້ວ່າ: ການຈ້າງງານແບບເຮັດວຽກເຕັມເວລາຈະກາຍເປັນອາດີດ ເພາະວ່າອົງກອນຕ່າງໆຈະປ່ຽນໄປຈ້າງຄົນແບບຕາມສັນຍາໂດຍທີ່ຜູ້ຖືກຈ້າງສາມາດເຮັດວຽກແບບຣີໂໝດ.
🚝 ການຈັດອົງກອນແບບ Agile (More agile organizations)
ໂດຍທົ່ວໄປອົງກອນສ່ວນໃຫຍ່ຈະມີໂຄງສ້າງອົງກອນແບບລຳດັບຂັ້ນ (Hierarchical Structures) ແຕ່! ສິ່ງເຫຼົ່ານີ້ກຳລັງຈະປ່ຽນໄປເພາະຜູ້ນຳທາງທຸລະກິດໄດ້ຍອມຮັບເອົາ Agile organization ທີ່ຊ່ວຍຫຼຸດຂັ້ນຕອນທີ່ຫຍຸ້ງຍາກ ແລະ ຫຼຸດວຽກເອກະສານທີ່ບໍ່ຈຳເປັນ ຫັນມາໃຫ້ຄວາມສຳຄັນກັບການສື່ສານກັນພາຍໃນທີມ, ທົດລອງເຮັດສິ່ງໃໝ່ໆ ເພື່ອໃຫ້ໄດ້ຜະລິດຕະພັນ ຫຼື ຜົນໄດ້ຮັບທີ່ດີທີ່ສຸດ.
🚝 ຄວາມຖືກຕ້ອງ (Authenticity)
ຜູ້ບໍລິໂພກໃນປັດຈຸບັນກຳລັງແນມຫາທຸລະກິດທີ່ສະແດງຄວາມເປັນມະນຸດທີ່ບໍ່ຈຳເປັນຕ້ອງສົມບູນແບບ ແຕ່ກ້າທີ່ຈະເປີດເຜີຍ ແລະ ຍອມຮັບສິ່ງຜິດພາດ. ຄວາມຖືກຕ້ອງຊ່ວຍສົ່ງເສີມຄວາມສຳພັນຂອງມະນຸດເພາະໃນຖານະມະນຸດ ຕ້ອງການທີ່ຈະເຫັນແບຣນ ສະແດງຄຸນສົມບັດທີ່ສຳຄັນຂອງມະນຸດເຊັ່ນ: ຄວາມຊື່ສັດ, ຄວາມໜ້າເຊື່ອຖື, ການເອົາໃຈໃສ່ ແລະ ຄວາມເຫັນອົກເຫັນໃຈ ຜູ້ບໍລິໂພກຕ້ອງການໃຫ້ແບຣນ ແລະ ຜູ້ນຳທາງທຸລະກິດໃສ່ໃຈໃນປະເດັນຕ່າງໆ ແລະ ສະແດງຈຸດຢືນຂອງຕົນຫຼາຍກວ່າການສ້າງກຳໄລ.
🚝 ທຸລະກິດທີ່ມີຈຸດປະສົງ (Purposeful business)
ເມື່ອເຊື່ອມໂຍງກັບຄວາມຖືກຕ້ອງ ເທຣນນີ້ແມ່ນເປັນການສ້າງຄວາມໝັ້ນໃຈວ່າການມີຢູ່ຂອງອົງກອນແມ່ນເພື່ອຕອບສະໜອງວັດຖຸປະສົງທີ່ມີຄວາມໝາຍ ບໍ່ແມ່ນພຽງແຕ່ສ້າງຜົນກຳໄລໃຫ້ກັບຜູ້ຖືຮຸ້ນເທົ່ານັ້ນ ແຕ່ເພື່ອສ້າງການປ່ຽນແປງ ຫຼື ວິທີທີ່ດີກວ່າ ຫຼື ເພື່ອໂລກທີ່ດີກວ່າ.
🚝 ການຮ່ວມມື & ການເຊື່ອມໂຍງ (Cooperation & integration)
ຈາກຄວາມທ້າທາຍທີ່ເພີ້ມຂຶ້ນເລື້ອຍໆການທີ່ຈະປະສົບຜົນສຳເລັດໂດຍປາສະຈາກການຮ່ວມມືອັບອົງກອນອື່ນໆອາດຈະເປັນເລື່ອງທີ່ຍາກ ການຮ່ວມມືກັນຈະຊ່ວຍໃຫ້ທຸລະກິດຢູ່ລອດໄດ້ ບໍ່ວ່າຈະເປັນໃນຮູບແບບ supply chain ຫຼື ການແບ່ງປັນຂໍ້ມູນລະຫວ່າງອົງກອນ ຫຼື ການຮ່ວມມືລະຫວ່າງຄູ່ແຂ່ງ.
🚝 ການສະໜອງທຶນຮູບແບບໃໝ່ (New forms of funding)
ແພລັດຟອມ ແລະ ກົນໄກໃໝ່ໆໄດ້ທະຍອຍເກີດຂຶ້ນເພື່ອເຊື່ອມໂຍງທຸລະກິດຕ່າງໆ ກັບ ນັກລົງທຶນ ກັບ ຜູ້ບໍລິຈາກເຊັ່ນ: ການລະດົມທຶນແບບ Crowdfunding, ການສະເໜີຂາຍຫຼຽນ (ICO), Tokenization, Special Purpose Acquisition Company (SPACs) ເຊິ່ງການລະດົມທຶນແບບນີ້ແມ່ນຖືກຂັບເຄື່ອນໂດຍການເຄື່ອນໄຫວທາງການເງິນແບບກະຈາຍອຳນາດ (Decentralize Finance movement) ທີ່ໃຫ້ບໍລິການດ້ານການຢືມ ແລະ ແລກປ່ຽນຜ່ານເຄືອຂ່າຍ Peer-to-Peer ຫຼື ຜ່ານເຄືອຂ່າຍບລັອກເຊນ.
ອ້າງອີງ:
— — — — — — — — — — — —
𝗖𝗼𝗺𝗲𝘁 ຮັບສ້າງແອັບ, ອອກແບບ & ພັດທະນາແອັບມືຖືໃຫ້ແທດເໝາະກັບທຸລະກິດ ແລະ ຄວາມຕ້ອງການຂອງທ່ານ
— — — — — — — — — — — —
#CometDigitalAgency #InnovateTogether #MobileAppDev #softwarecompany #lao