7 ວິທີ ສຳລັບການເລືອກເອເຈນຊີ່ໃຫ້ເໝາະກັບທຸລະກິດຕົນເອງ

Comet Digital Agency
1 min readNov 27, 2020

ກ່ອນອື່ນ ເຮົາມາທຳຄວາມເຂົ້າໃຈນຳກັນກ່ອນວ່າ “ເອເຈນຊີ່ (Agency)” ແມ່ນຫຍັງ?

ເອເຈນຊີ່ ແປຕົງຕົວແມ່ນໝາຍເຖິງ “ຕົວແທນ” ເຊິ່ງໝາຍເຖິງ ກິດຈະກຳໃດໜຶ່ງທີ່ເຮົາບໍ່ສາມາດສ້າງຂຶ້ນມາໄດ້ ຈຶ່ງຈຳເປັນຕ້ອງເລືອກຕົວແທນຂຶ້ນມາ ແລະ ມອບອຳນາດ ໃນການກະທຳກິດຈະກຳດັ່ງກ່າວ.

“ການເລືອກເອເຈນຊີ່ດີຈີຕອນ (Digital Agency) ປຽບເໝືອນການເລືອກແຟນ”

ເພາະຕ້ອງໄດ້ຄຳນຶງເຖິງ ຫຼື ເວົ້າອີກຢ່າງໜຶ່ງກໍຄື ຕ້ອງເຂົ້າໃຈທຸລະກິດ ແລະ ຄວາມຕ້ອງການ ຂອງເຮົາເສຍກ່ອນ ເພື່ອໃຫ້ຜົນລັບອອກມາດີຂຶ້ນ. ຫຼັກການເລືອກເອເຈນຊີ່ບໍ່ມີຫຼັກການຕາຍຕົວ ຂຶ້ນຢູ່ກັບເປົ້າໝາຍ ແລະ ຄວາມຕ້ອງການຂອງບໍລິສັດນັ້ນ ວ່າຕ້ອງການເລືອກເອເຈນຊີ່ທີ່ມີລັກສະນະແບບໃດ,

ຫຼັງຈາກໄດ້ອ່ານຂໍ້ມູນດ້ານເທິງແລ້ວ ລູກເພສອາດຈະເຫັນພາບແລ້ວວ່າ ເອເຈນຊີ່ແມ່ນຫຍັງ ເຊິ່ງມື້ນີ້ເຮົາຈະມາສະເໜີບົດຄວາມ 7 ວິທີໃນການເລືອກ ເອເຈນຊີ່ ໃຫ້ເໝາະກັບທຸລະກິດຕົນເອງ:

1. ເບິ່ງແຟ້ມຜົນງານ ແລະ ລູກຄ້າເກົ່າທີ່ຜ່ານມາ

ເພື່ອຈະຊ່ວຍໃຫ້ເຮົາມີຂໍ້ມູນຂອງເອເຈນຊີ່ລາຍນັ້ນ ເຊິ່ງຂໍ້ມູນເຫຼົ່ານີ້ສາມາດບອກເຮົາໄດ້ 3 ຢ່າງເຊັ່ນ:

  • ຄວາມໜ້າເຊື່ອຖື: ເບິ່ງວ່າທາງເອເຈນຊີ່ເຄີຍຮ່ວມງານນຳໃຜມາແດ່, ລູກຄ້າເຫຼົ່ານັ້ນລູກຄ້າລະດັບໃດ ຍິ່ງລູກຄ້າເກົ່າເປັນລາຍໃຫຍ່ ຍິ່ງເຮັດໃຫ້ເຮົາໝັ້ນໃຈໄດ້ຫຼາຍຂຶ້ນ.
  • ຜົນງານທີ່ຜ່ານມາ: ມັນຕົງກັບພາບທີ່ເຮົາຈິນຕະນາການໄວ້ ຫຼື ບໍ່, ຄວາມຖະນັດຂອງເຂົາເຈົ້າເປັນແບບໃດ ເຊິ່ງທຸລະກິດຄວນຮູ້ໄວ້ເພື່ອໃຫ້ແນ່ໃຈວ່າງານອອກມາຖືກກັບຄວາມຕ້ອງການ.
  • ຄວາມຊຳນານຂອງງານ: ທັງຜົນງານ ແລະ ລູກຄ້າທີ່ຜ່ານມາສາມາດເບິ່ງໄດ້ວ່າເຂົາເຈົ້າມີປະສົບການຫຼາຍຊ່ຳໃດ.

2. ປະສົບການຂອງບຸກະລາກອນໃນເອເຈນຊີ່

ຖ້າລອງສັງເກດດີໆຈະພົບວ່າທາງ ເອເຈນຊີ່ ມີການໃສ່ຂໍ້ມູນຂອງບຸກຄະລາກອນລົງໃນເວັບໄຊ້ ເຊິ່ງສາມາດເຂົ້າໄປເບິ່ງໄດ້ວ່າບໍລິສັດນັ້ນໆມີໃຜແດ່ ແລະ ປະສົບການໜ້ອຍຫຼາຍຊ່ຳໃດ ຫຼື ອີກທາງເລືອກໜຶ່ງແມ່ນແພັດຟອມການຫາ-ການຈ້າງອອນລາຍໃນ Linkedin.

3. ຊື່ສຽງ ແລະ ການເປັນທີ່ຍອມຮັບໃນການສັງຄົມ

ເທັກນິກນີ້ ແມ່ນການເບິ່ງຈາກຊື່ສຽງ ແລະ ການເປັນທີ່ຍອມຮັບໃນການສັງຄົມ ຫຼື ເອີ້ນກັນວ່າ “Social Proof” ນັ້ນເອງ. Social Proof ຈະເປັນສ່ວນຊ່ວຍໃຫ້ຢືນຍັນວ່າ ເຮົາເລືອກເອເຈນຊີ່ທີ່ໄດ້ຮັບການຍອມຮັບແທ້ໆ ໂດຍເບິ່ງຈາກລູກຄ້າທີ່ຜ່ານການຈ້າງງານມາ ເພື່ອເປັນຕົວຢືນຢັນວ່າເຮົາສາມາດໝັ້ນໃຈກັບທາງເອເຈນຊີ່ໄດ້ ເຊິ່ງ Social Proof ສາມາດເບິ່ງໄດ້ຈາກເວັບໄຊ້.

4. ວັດທະນະທຳການເຮັດວຽກ ແລະ ການໃຫ້ຄຸນຄ່າຂອງເອເຈນຊີ່

ທາງບໍລິສັດທີ່ເຮັດທຸລະກິດນັ້ນຕ້ອງເຂົ້າໃຈວັດທະນະທຳອົງກອນຕົນເອງ ເພື່ອນໍາຂໍ້ມູນເຫຼົ່ານັ້ນມາເປັນຕົວຕັ້ງໃນການເລືອກເອເຈນຊີ່. ສ່ວນໃຫຍ່ຄຸນຄ່າທີ່ເອເຈນຊີ່ເຫຼົ່ານັ້ນມີໃຫ້ ຫຼັກໆແລ້ວ ເຮົາສາມາດເບິ່ງໄດ້ຈາກເວັບໄຊ້ ແລະ ວິທີການນຳສະເໜີ.

5. ເບິ່ງການອອກແບບເວັບໄຊ້

ເອເຈນຊີ່ທີ່ດີ ຈະຮູ້ກັນເລີຍວ່າການອອກແບບເວັບໄຊ້ສຳຄັນຫຼາຍສໍ່າໃດ. ດັ່ງນັ້ນ, ຖ້າເຮົາເຂົ້າໄປຍັງເວັບໄຊ້ ແລ້ວເຫັນຄວາມໃສ່ໃຈຂອງເອເຈນຊີ່ເຫລົ່ານັ້ນ ເຮົາຈະຮູ້ໄດ້ທັນທີເລີຍວ່າ ພວກເຂົາໃຫ້ຄວາມສຳຄັນກັບທຸກອົງປະກອບ ແລະ ຄວາມໃສ່ໃຈໃນການອອກແບບເວັບໄຊ້ຍັງບົ່ງບອກເຖິງຄວາມເປັນມືອາຊີບອີກດ້ວຍ.

6. ສາມາດຕິດຕໍ່ໄດ້ ແລະ ເຂົ້າເຖິງງ່າຍ ຫຼື ບໍ່

ເອເຈນຊີ່ທີ່ດີ ຈະຕ້ອງຮູ້ວ່າການເຮັດໃຫ້ລູກຄ້າສາມາດຕິດຕໍ່ໄດ້ງ່າຍຂຶ້ນຕ້ອງເຮັດແນວໃດ. ນອກຈາກນີ້, ສຳລັບເວັບໄຊ້ ທີ່ມີການອອກແບບໃຫ້ລູກຄ້າສາມາດຂຽນຂໍ້ມູນໄວ້ຕິດຕໍ່ ແລະ ຄວາມຕ້ອງການ ກໍຖືວ່າເປັນຈຸດທີ່ດີ ຫຼື ການຈັດວາງປຸ່ມກົດທີ່ບໍ່ຊັບຊ້ອນ ເພື່ອສະດວກໃນການຄລິກ (click).

7. ເບິ່ງວ່າໂຄສະນາເກີນຈິງ ຫຼື ບໍ່

ແນ່ນອນວ່າຫຼາຍເວັບໄຊ້ ຕອນທີ່ນຳສະເໜີການບໍລິການ ຈະຕ້ອງມີເວົ້າເຖິງຜົນລັບທີ່ລູກຄ້າມັກຈະໄດ້ ເຊິ່ງໜ້າທີ່ເຮົາກໍຄື ຕ້ອງເບິ່ງຢູ່ຜົນລັບເຫຼົ່ານັ້ນ. ເທັກນິກໃນຂໍ້ນີ້ຕ້ອງໄດ້ອາໄສຄວາມຮູ້ການຕະຫຼາດອອນລາຍ ຢູ່ລະດັບໜຶ່ງເພື່ອທີ່ຈະເບິ່ງວ່າສິ່ງທີ່ເຂົາແອບອ້າງມາເປັນໄປໄດ້ ຫຼື ບໍ່ ຫຼື ຄວາມຮູ້ທາງດ້ານວັດຜົນລັບຕົວເລກທີ່ກ່າວອ້າງຂຶ້ນສູງ ຫຼື ຕ່ຳເກີນໄປ.

ດັ່ງນັ້ນ, ການເລືອກຈ້າງເອເຈນຊີ່ມາເປັນສ່ວນໜຶ່ງໃນທຸລະກິດຂອງທ່ານຕ້ອງໄດ້ຄຳນຶງ ແລະ ໄຕ່ຕອງຢ່າງລະອຽດ ເພື່ອໃຫ້ເກີດຜົນລັບທີ່ດີທັງສອງຝ່າຍ ຖ້າທ່ານຕ້ອງການເອເຈນຊີ່ທີ່ມີປະສົບການ ແລະ ຄວາມຊຳນານໃນດ້ານການສ້າງ ຫຼື ພັດທະນາແອັບພິເຄຊັນ ບໍລິສັດໂຄເມັດພວກເຮົາສາມາດເປັນທາງເລືອກໜຶ່ງຂອງທ່ານໄດ້.

ແປ ແລະ ອ້າງອີງ:

https://stepstraining.co/.../choosing-digital-marketing...

https://www.koratcolla.com/%E0%B9%80%E0%B8%AD%E0%B9%80.../

#CometDigitalAgency #InnovateTogether #MobileAppDev #Laos

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet