5 ໂມເດວ ສ້າງລາຍໄດ້ຈາກການຂຽນແອັບ

Comet Digital Agency
2 min readJan 22, 2021

ໃນປັດຈຸບັນ ມີຫຼາຍແອັບພລິເຄຊັນຕ່າງໆ ທີ່ຖືກພັດທະນາ ແລະ ຖືກປ່ອຍອອອກມາຢ່າງຕໍ່ເນື່ອງ ເພື່ອໃຫ້ຜູ້ໃຊ້ງານ ສາມາດດາວໂຫຼດໃຊ້ງານໄດ້ ບໍ່ວ່າຈະເປັນເທິງ Android, iOS ທີ່ເຮົາເຫັນຕະຫຼອດຕາມ Play Store ຫຼື App Store.

ເຊິ່ງແນ່ນອນວ່າ ການພັດທະນາແອັບຂຶ້ນມາໃຫ້ສຳເລັດອອກມາ ແລ້ວໃຊ້ງານໄດ້ເປັນຢ່າງດີ ຖືວ່າບໍ່ແມ່ນເລື່ອງງ່າຍ ເພາະຕ້ອງມີການລົງທຶນ ທັງຄ່າແຮງງານ, ຄ່າໃຊ້ຈ່າຍ, ແລະ ຄ່າອຸປະກອນຕ່າງໆ ໃນການພັດທະນາແອັບພຣິເຄຊັ່ນ.

ລູກເພສຫຼາຍໆຄົນຮູ້ບໍ່ວ່າ ຜູ້ພັດທະນາແອັບສ່ວນໃຫຍ່ມີເທັກນິກຫຍັງແດ່ ໃນການຫາລາຍໄດ້

ມື້ນີ້ແອັດຈະມາແນະນຳ 5 ໂມເດວ ທີ່ສາມາດສ້າງລາຍໄດ້ຈາກການຂຽນແອັບ ໃຫ້ລູກເພສໄປເບິ່ງນຳກັນເລີຍ

1. “Paid App” ເປັນແອັບທີ່ຕ້ອງໄດ້ເສຍເງິນຊື້ຕັ້ງແຕ່ທຳອິດ, ເຊິ່ງເປັນໂມເດວແບບຈ່າຍແຕ່ຈົບ ຮັບລາຍໄດ້ຕັ້ງແຕ່ຜູ້ໃຊ້ງານໂຫຼດຕັ້ງແຕ່ທຳອິດ.

ວິທີນີ້ ເປັນການຂາຍແອັບໂດຍຕົງ ການທີ່ຜູ້ໃຊ້ງານຈະໄດ້ແອັບມາ ທາງດຽວກໍຄືຕ້ອງເສຍເງິນໃຫ້ກັບຜູ້ພັດທະນາເທົ່ານັ້ນ, ເຊິ່ງຫາກວ່າ ແອັບພຣິເຄຊັນມີຄຸນນະພາບ ແລະ ມີການຕະຫຼາດທີ່ດີ ກໍສາມາດໃຊ້ວິທີການນີ້ໄດ້.

ຕົວຢ່າງ: ແອັບ MOODA ທີ່ຕິດອັນດັບ 1 ໃນດ້ານຮູບແບບວິຖີຊີວິດ (Life Stye) ເປັນແອັບພລິເຄຊັນທີ່ໃຫ້ເຮົາບັນທຶກອາລົມ ແລະ ຄວາມຮູ້ສຶກໃນແຕ່ລະມື້, ດ້ວຍການໃສ່ໄອຄອນ ພ້ອມກັບບັນທຶກເລື່ອງລາວສັ້ນໆ ໃນແຕ່ລະມື້, ພໍຮອດທ້າຍເດືອນແລ້ວ ເຮົາສາມາດມາເບິ່ງໄດ້ວ່າ ໃນເດືອນນັ້ນເຮົາຈະມີຄວາມຮູ້ສຶກແນວໃດແດ່.

2. “Subscription Model” ເປັນແອັບທີ່ຈ່າຍໜ້ອຍ ແຕ່ໄດ້ຈ່າຍດົນ, ກໍຄື ຜູ້ໃຊ້ຈ່າຍທຸກເດືອນ ຫຼື ທຸກປີຕາມການໃຊ້ງານ.

ວິທີນີ້ຄື ກົນລະຍຸດການຕັ້ງລາຄາ ຜູ້ໃຊ້ບໍລິການຈະຕ້ອງຈ່າຍຄ່າບໍລິການລາຍເດືອນຕາມລາຄາ ທີ່ຜູ້ພັດທະນາແອັບພລິເຄຊັ່ນໄດ້ກຳນົດໄວ້.

ຕົວຢ່າງ: ແອັບ Netflix ແອັບເບິ່ງໜັງລາຍເດືອນ ທີ່ລູກເພສຫຼາຍໆຄົນອາດຈະລຶ້ງເຄີຍ ຫຼື ເຄີຍໃຊ້ບໍລິການເປັນປະຈຳ, ພຽງແຕ່ເຮົາສັ່ງໃຫ້ຫັກຄ່າບໍລິການລາຍເດືອນໄດ້ ຈາກບັດເຄດິດ ຫຼື ບັດເດບິດ ເປັນຕົ້ນ.

3. “In-App Purchase” ເປັນແອັບທີ່ຖ້າຢາກໄດ້ເຄື່ອງເພີ່ມ ກໍຕ້ອງຈ່າຍເງິນໄດ້, ເຊິ່ງເໝາະກັບໄອເທັມໃນເກມ ຫຼື ປົດລັອກຟີເຈີຄັກໆ.

In — App Purchase ແມ່ນ ການຈ່າຍເງິນແທ້ ເພື່ອຊື້ຄຸນສົມບັດພິເສດ ຫຼື ຄວາມສາມາດຂອງໂຕແອັບພລິເຄຊັ່ນ ໂດຍສະເພາະເກມເທິງໂທລະສັບມືຖື ທີ່ມັກຈະນິຍົມໃນການໃຊ້ວິທີນີ້.

ຕົວຢ່າງ: ແອັບເກມ Angry Bird 2 ທີ່ລູກເພສສາມາດໄປດາວໂຫຼດໃນ App Store ແອັບພິເຄຊັ່ນໃດທີ່ມີລະບົບ In-App Purchase ແອັບນັ້ນຈະລະບຸລາຍລະອຽດຊັດເຈນວ່າ ມີໄອເທັມໃດແດ່ ແລະ ລາຄາເທົ່າໃດ ເພື່ອເພີ່ມຄວາມສາມາດໃຫ້ກັບຕົວລະຄອນຂອງລູກເພສ ເປັນຕົ້ນ.

4. “Advertising Model” ເປັນແອັບທີ່ຟຣີໃຫ້ໝົດ ແຕ່ມີໂຄສະນາ, ເຊິ່ງຜູ້ໃຊ້ງານຈະສາມາດໃຊ້ຟຣີ ສ່ວນນັກພັດທະນາຈະໄດ້ລາຍໄດ້ຢ່າງຫຼວງຫຼາຍຈາກການໂຄສະນານັ້ນເອງ.

ຕົວຢ່າງ: ແອັບ Facbook ທີ່ມີຍອດດາວໂຫຼດເຖິງ 5 ພັນລ້ານຜູ້ໃຊ້ງານ, ເປັນແອັບທີ່ໃຫ້ບໍລິການຟຣີທຸກຢ່າງສຳລັບຜູ້ໃຊ້ງານ, ໃນຂະນະດຽວກັນ ກໍສາມາດສ້າງລາຍໄດ້ຈາກການໂຄສະນາຜ່ານກຸ່ມທຸລະກິດຕ່າງໆ ເຊິ່ງຕ້ອງການໃຫ້ຄົນຈຳນວນຫຼາຍເຫັນສິນຄ້າ ຫຼື ບໍລິການຂອງຕົນເອງ. ການໂຄສະນາໃນຮູບແບບ Advertising Model ຈະເນັ້ນການເຂົ້າເຖິງກຸ່ມລູກຄ້າ ໃຫ້ເບິ່ງເຫັນເປັນຈຳນວນຫຼາຍອີກດ້ວຍ.

5. “Donation Model” ເປັນແອັບທີ່ສະໜັບສະໜູນເພື່ອການຢູ່ລອດ, ວິທີການນີ້ ກໍຄືການລະດົມທຶນຈາກບັນດາແຟນໆທີ່ສົນໃຈໃນສິນຄ້າ ຫຼື ບໍລິການທີ່ຄືໆກັນ ເພື່ອໃຫ້ໄດ້ຕາມວັດຖຸປະສົງທີ່ກຳນົດໄວ້.

ສ່ວນໃຫຍ່ຮູບແບບ Donation Model ຈະເປັນແອັບພລິເຄຊັນທີ່ສະໜັບສະໜູນກ່ຽວກັບການກຸສົນ.

ຕົວຢ່າງ: ແອັບ GiveBlood ທີ່ຮວບຮວມຂໍ້ມູນຄຸນສົມບັດ ແລະ ການກຽມໂຕ ກ່ອນ-ຫຼັງ ບໍລິຈາກໂລຫິດ (ເລືອດ) ພ້ອມທັງມີການຄົ້ນຫາໜ່ວຍງານເຄື່ອນທີ່ຮັບບໍລິຈາກໂລຫິດທີ່ໃກ້ໆໄດ້ງ່າຍໆ ດ້ວຍມືຂອງລູກເພສ.

ເປັນແນວໃດລູກເພສ ສຳລັບ 5 ໂມເດວ ທີ່ສ້າງລາຍໄດ້ຈາກການຂຽນແອັບ! ຖ້າຫາກວ່າລູກເພສຄົນໃດ ມີໄອເດຍຄັກໆ ສາມາດສະແດງຄວາມຄິດເຫັນຢູ່ກ້ອງຮູບໄດ້ເລີຍຍຍ.

ຢ່າລືມ! ກົດ LIke ກົດຕິດຕາມເພສ ເພື່ອເປັນກຳລັງໃຈໃຫ້ທີມງານ Comet ເຮົາແດ່ເດີ້ທຸກຄົນ!!

ອ້າງອີງ:

https://www.facebook.com/borntodev/posts/3748482508543348

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet