5 ເທຣນການຊ໋ອບປິ້ງປີ 2022

The 5 Biggest Shopping Trends For 2022

ເອົາໃຈຂາຊ໋ອບ🛍 ມາສ່ອງກະແສການຊ໋ອບປິ້ງຂອງປີນີ້ກັນ ວ່າຊິເປັນໄປໃນທິດທາງໃດ? 🤔

🌟ເທຣນທີ 1: ໜ້າຮ້ານຍັງມີຄວາມຈຳເປັນ ແລະ ຍັງເປັນກຳລັງສຳຄັນສຳລັບຮ້ານຄ້າຍ່ອຍ

ຮ້ານຄ້າໄດ້ຮັບປະສົບການຫຼາຍຂຶ້ນ ແລະ ຈະນຳເອົາເທັກໂນໂລຢີຕ່າງໆມາໃຊ້ປັບປຸງເສັ້ນທາງການຊ໋ອບຂອງລູກຄ້າໃຫ້ສະດວກຂຶ້ນ ເຊິ່ງ QR code ຈະຖືກນໍາມາໃຊ້ເພື່ອໃຫ້ຂໍ້ມູນ, ອະທິບາຍສິນຄ້າ, ເຊັກລາຄາ, ເຊັກສະຕັອກ ຫຼື ວິທີໃຊ້ຂອງສິນຄ້າ. ນອກນີ້, ມືຖືຈະເປັນຕົວເຊື່ອມ ແລະ ປະສົມປະສານເຮັດໃຫ້ການຊ໋ອບໃນຮ້ານຄ້າມີຄວາມລື່ນໄຫຼ.

🌟ເທຣນທີ 2: ເຊື່ອມຊ່ອງຫວ່າງລະຫວ່າງອອນລາຍຊ໋ອບປິ້ງ ກັບ ອອຟລາຍຊ໋ອບປິ້ງ

ປະສົບການການຊ໋ອບທີ່ດີຂຶ້ນລະຫວ່າງການຊື້ເຄື່ອງອອນລາຍ ແລະ ການໄປຊື້ຢູ່ໜ້າຮ້ານຈະເຫັນໄດ້ຢ່າງຊັດເຈນ ຍ້ອນວ່າຮ້ານຄ້າຍ່ອຍໄດ້ເຮັດວຽກຢ່າງໜັກໃນໄລຍະສອງປີທີ່ຜ່ານມາເພື່ອເຊື່ອມຊ່ອງຫວ່າງນີ້. ຕຢ: ສັ່ງ/ຊື້ເຄື່ອງທາງອອນລາຍແຕ່ໄປຮັບສິນຄ້າຢູ່ໜ້າຮ້ານ, ສົ່ງສິນຄ້າໂດຍກົງຈາກຕົວແທນໃນເວລາທີ່ສິນຄ້າບໍ່ມີຢູ່ໃນໜ້າຮ້ານ (ຮ້ານຄ້າຍ່ອຍຈະສືບຕໍ່ພັດທະນາຍຸດທະສາດນີ້ໃຫ້ດີ ແລະ ສະດວກຍິ່ງຂຶ້ນ).

🌟ເທຣນທີ 3: ອອນລາຍຊ໋ອບປິ້ງກາຍເປັນກະແສໃນສື່ສັງຄົມອອນລາຍ

ຜູ້ໃຊ້ສາມາດຄາດຫວັງທີ່ຈະເຫັນຂໍ້ສະເໜີໃໝ່ໆ, ຜະລິດຕະພັນ ຫຼື ບໍລິການທີ່ຫຼາກຫຼາຍທີ່ຖືກນຳສະເໜີຜ່ານສື່ສັງຄົມອອນລາຍຕ່າງໆ ແລະ ການຮ່ວມມືພິເສດລະຫວ່າງແບຣນ, ຮ້ານຄ້າ ແລະ ອິນຟູເອັນເຊີ (Influencers) ຈະມີຫຼາຍຂຶ້ນ. ຕຢ: ຜູ້ໃຊ້ແອັບ TikTok ໂພສສິນຄ້າທີ່ຊື້ລ່າສຸດພ້ອມທັງຕິດ hashtag #tiktokmademebuyit ມີຍອດວິວຫຼາຍກວ່າສາມພັນລ້ານຄັ້ງ.

🌟ເທຣນທີ 4: ການສົ່ງເຄື່ອງແບບ real-time ສືບຕໍ່ຂະຫຍາຍຕົວຍ້ອນວ່າຄວາມຕ້ອງການຂອງຜູ້ຊື້ເພີ່ມຂຶ້ນ

ການເພີ່ມຂຶ້ນຂອງຕົວກາງໃນການຈັດສົ່ງ (ພາກສ່ວນທີສາມ) ຈະເພີ່ມຂຶ້ນໃນທຸກພາກສ່ວນຂອງການຄ້າຍ່ອຍ ເຮົາຈະໄດ້ເຫັນຮ້ານຄ້າຍ່ອຍຫຼາຍໆຮ້ານສະເໜີການໃຫ້ບໍລິການຈັດສົ່ງພາຍໃນມື້ດຽວ ຫຼື ບໍລິການຈັດສົ່ງພາຍໃນສອງຊົ່ວໂມງ. ອີກດ້ານຫນຶ່ງ, ສິ່ງທີ່ອໍານວຍຄວາມສະດວກໃນການຊ໋ອບປິ້ງຈອງເຮົາແມ່ນຈຸດບໍລິການ ຫຼື ກະຈາຍສິນຄ້າໃກ້ບ້ານເພື່ອຊ່ວຍສົ່ງມອບສິນຄ້າໃຫ້ເຖິງມືຂອງເຮົາໄດ້ໄວຂຶ້ນນັ້ນເອງ.

🌟ເທຣນທີ 5: ປະລິມານ ແລະ ໝວດໝູ່ຂອງສິນຄ້າຖືກຫຼຸດລົງ

ໃນປີ 2021 ທີ່ຜ່ານມາບັນຫາໃຫຍ່ສຳລັບຮ້ານຄ້າຍ່ອຍ ແລະ ແບຣນຕ່າງໆແມ່ນໝວດໝູ່ຜະລິດຕະພັນ ຫຼື ສິນຄ້າທີ່ຫຼາກຫຼາຍຈົນລົ້ນຕະຫຼາດດ້ວຍເຫດນີ້ ໃນປີ 2022 ຮ້ານຄ້າຍ່ອຍຈໍານວນຫຼາຍໄດ້ຫຼຸດໝວດໝູ່ຂອງສິນຄ້າລົງ ເຊິ່ງຈະເຮັດໃຫ້ຜູ້ຊື້ຈະມີຕົວເລືອກທີ່ໜ້ອຍລົງບໍ່ວ່າຈະເປັນສີ, ປະເພດ ຫຼື ຮູບແບບ ຕຢ: ສິນຄ້າໃນໝວດແຟຊັ່ນເຊັ່ນ: ເສື້ອຜ້າ, ເຄື່ອງປະດັບ ແລະ ເກີບ ເຊິ່ງໝວດໝູ່ທີ່ໜ້ອຍລົງ ແລະ ການຈັດປະເພດທີ່ດີຂຶ້ນສາມາດສື່ເຖິງປະສົບການການຊ໋ອບປິ້ງທີ່ດີຂຶ້ນຂອງລູກຄ້າ.

ຈາກປະສົບການການຊ໋ອບປິ້ງໃນປີທີ່ຜ່ານມາສັງເກດໄດ້ວ່າ ຄວາມສະດວກສະບາຍໃນການຊ໋ອບແມ່ນໄດ້ຮັບການປັບປຸງຢ່າງກ້າວກະໂດດ ແລະ ເທຣນໂດຍລວມທີ່ກ່າວມາຂ້າງເທິງຍັງຈະສາມາດດຳເນີນໄປຕໍ່ໄດ້ຢ່າງລາບລື່ນໃນປີນີ້ ປີ 2022😄.

ອ້າງອີງ

https://www.forbes.com/sites/shelleykohan/2021/12/26/the-5-biggest-shopping-trends-for-2022/?sh=2c5b06e27498

#CometDigitalAgency #InnovateTogether #MobileAppDev #softwarecompany #laos

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet