5 ເຕັກໂນໂລຢີທີ່ຖືກນຳໃຊ້ສູ້ກັບ Covid-19
ໃນຫຼາຍໆປະເທດໄດ້ພະຍາຍາມຢ່າງສຸດກຳລັງທີ່ຈະຄວບຄຸມສະຖານະການບໍ່ວ່າຈະເປັນການປິ່ນປົວຄົນເຈັບ, ອຳນວຍຄວາມສະດວກໃຫ້ແກ່ບຸກຄະລາກອນທາງການແພດທີ່ເຮັດວຽກຢ່າງໜັກ, ຊ່ວຍເຫຼືອຜູ້ປະກອບການທີ່ບໍ່ສາມາດນຳເນີນທຸລະກິດໄດ້ ໄປຈົນເຖິງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ, ໃນຝັ່ງຂອງນັກວິທະຍາສາດກໍຮີບເລັ່ງພັດທະນາວັກຊີນທີ່ມີປະສິດຕິຜົນ ສ່ວນອີກດ້ານໜຶ່ງນັກພັດທະນາດ້ານເຕັກໂນໂລຢີກໍບໍ່ຍອມນ້ອຍໜ້າ ໄດ້ສຸມໃສ່ໃນການຄິດຄົ້ນພັດທະນານະວັດຕະກຳທີ່ຈະເຮັດໃຫ້ທຸກຄົນ ທຸກພາກສ່ວນສາມາດປະຕິບັດໜ້າທີ່ຂອງໃຜມັນໃຫ້ມີຄວາມລ່ຽນໄຫຼ ແລະ ສະດວກສະບາຍ ມາເບິ່ງກັນເລີຍມີອັນໃດແດ່:
1. ປັນຍາປະດິດ (AI)
ຫຼັກໆ AI ໄດ້ຖືກນຳໃຊ້ເພື່ອຊ່ວຍໃນການກວດສອບວ່າ ຄົນສ່ວນໃຫຍ່ຕິດເຊື້ອໂຄວິດຫຼືບໍ່ ໂດຍການກວດຈັບສັນຍານພາບຂອງໄວຣັສຈາກການສະແກນປອດດ້ວຍເຄື່ອງເອັກສະເລຄອມພີວເຕີ Computer Tomography (CT), ກວດສອບການປ່ຽນແປງອຸນຫະພູມຂອງຮ່າງກາຍແບບ real-time ຜ່ານການໃຊ້ເຊັນເຊີ ພ້ອມທັງຊອກຫາແພຣັດຟອມຂໍ້ມູນແບບເປີດເພື່ອຕິດຕາມການແພ່ກະຈາຍຂອງພະຍາດ. ນອກນີ້, AI ຍັງສາມາດປະມວນຜົນຂໍ້ມູນທີ່ບໍ່ມີໂຄງສ້າງຈຳນວນຫຼວງຫຼາຍໄດ້ຢ່າງໄວວາເພື່ອທີ່ຈະສາມາດປະເມີນຈຳນວນຄົນທີ່ຈະຕິດເຊື້ອໃໝ່ຕາມແຕ່ລະພື້ນທີ່ ແລະ ປະຊາກອນກຸ່ມໃດທີ່ຈະມີຄວາມສ່ຽງຫຼາຍທີ່ສຸດພ້ອມທັງຍັງສາມາດປະເມີນ ແລະ ເພີ່ມປະສິດທິພາບຂອງຍຸດທະສາດໃນການຄວບຄຸມການແຜ່ລະບາດ.
2. ຫຸ່ນຍົນ (Robot)
ໃນບາງປະເທດຫຸ່ນຍົນແມ່ນໄດ້ຖືກນຳໃຊ້ເພື່ອໃຫ້ບໍລິການ ແລະ ດູແລຜູ້ທີ່ຖືກກັກໂຕ ຫຼື ເຝິກການນຳໃຊ້ໄລຍະຫ່າງທາງສັງຄົມ (Social Distancing) ນອກນີ້, ກໍໄດ້ມີການນຳໃຊ້ຫຸ່ນຍົນທີ່ເຮັດໜ້າທີ່ຂ້າເຊື້ອໃນໂຮງໝໍ, ກຳຈັດສິ່ງປົນເປື້ອນໃນສະຖານທີ່ສາທາລະນະ, ຈັດການສິ່ງເສດເຫຼືອດ້ານຊີວະພາບ, ສົ່ງອາຫານ ແລະ ຢາ ໄປຈົນເຖິງຫຸ່ນຍົນທີ່ວັດແທກອຸນຫະພູມຂອງຜູ້ປ່ວຍ ແລະ ເຮັດໜ້າທີ່ເປັນຜູ້ຊ່ວຍແພດ ເພື່ອຫຼຸດຜ່ອນການສຳຜັດຂອງມະນຸດດ້ວຍກັນ ແລະ ການສຳຜັດຂອງມະນຸດກັບເຊື້ອໄວຣັສໂດຍກົງ.
3. Telehealth
ແມ່ນເທັກໂນໂລຢີທີ່ຊ່ວຍຊະລໍການແພ່ລະບາດຂອງໄວຣັສ ແລະ ຫຼຸດຄວາມແອອັດທີ່ຈະເກີດຂຶ້ນໃນໂຮງໝໍໂດຍການຊ່ວຍຄັດກອງຜູ້ປ່ວຍທີ່ມີອາການເລັກນ້ອຍຫາປານກາງໄວ້ທີ່ບ້ານໃນຂະນະທີ່ຈະຮັບພຽງແຕ່ຜູ້ປ່ວຍທີ່ມີອາການໜັກມາທີ່ໂຮງໝໍ. ນອກນີ້, Telehealth ຍັງຊ່ວຍໃຫ້ແພດໝໍສາມາດພົບປະ, ໂອ້ລົມ ແລະ ບົ່ງມະຕິພະຍາດຂອງຜູ້ປ່ວຍໄດ້ຈາກໄລຍະໄກຜ່ານລະບົບການສື່ສານແບບໂຕ້ຕອບທັງສອງທາງດ້ວຍສັນຍານພາບ ແລະ ສຽງແບບ real-time (Video Call) ຜ່ານຄອມພິວເຕີ, ແທັບເລັດ, ມືຖື, ແຊັດບັອດ (Chatbot) ແລະ automated algorithms.
4. ໂດຣນ (Drone)
ເພື່ອທີ່ຈະສາມາດກວດສອບມາດຕະການທີ່ວາງອອກ ແລະ ຊ່ວຍອຳນວຍຄວາມສະດວກການເຜີຍແຜ່ພາບທາງອາກາດ, ພົ່ນສານຂ້າເຊື້ອ, ຂົນສົ່ງອາຫານ ແລະ ຢາໄປໃນພື້ນທີ່ທີ່ມີຄວາມສ່ຽງສູງ, ໂດຣນຍັງສາມາດຊ່ວຍກວດສອບວ່າປະຊາຊົນໃນເຂດກັກໂຕສາມາດເຂົ້າເຖິງເຄື່ອງອຸປະໂພກ ແລະ ບໍລິໂພກ ພ້ອມທັງຊ່ວຍຫຼຸດຜ່ອນການຕິດຕໍ່ທີ່ບໍ່ຈຳເປັນຂອງມະນຸດ. ນອກນີ້, ຍັງຖືກໃຊ້ເພື່ອຕິດຕາມການເຄື່ອນໄຫວຂອງພົນລະເມືອງໃນລະຫວ່າງການແຜ່ລະບາດຂອງພະຍາດເພື່ອອຳນວຍຄວາມສະດວກໃຫ້ແກ່ການບັງຄັບໃຊ້ກົດລະບຽບການລັອກດາວ.
5. ບລັອກເຊນ (Blockchain)
ໃນສະພາບການຂອງໂລກລະບາດນີ້, blockchain ມີສັກະຍະພາບທີ່ກາຍເປັນສ່ວນສຳຄັນຂອງການຕໍ່ສູ້ກັບໄວຣັສ ໂດຍສາມາດຕິດຕາມການແຜ່ລະບາດຂອງພະຍາດ, ບໍລິຫານການຈ່າຍເງິນອຸດໜູນ ເງິນປະກັນ ແລະ ຕິດຕາມເສັ້ນທາງການບໍລິຈາກໃຫ້ມີຄວາມໂປ່ງໃສເຊັ່ນ:ໄດ້ມີການເປີດເຜີຍຂໍ້ມູນຂອງ, blockchain ສາມາດຫຼຸດຜ່ອນຄວາມບໍ່ແນ່ນອນ ແລະ ມອບການຄຳນວນທີ່ໜ້າເຊື່ອຖືສູງ ຂອງ (Big Data) ຂໍ້ມູນຈາກຫຼາຍໆແຫຼ່ງກ່ຽວກັບການແຜ່ລະບາດແບບ real-time ແລະ ສ້າງແພຣັດຟອມອັດຕະໂນມັດໃນການບັນທຶກ ແລະ ແລກປ່ຽນຂໍ້ມູນທີ່ເປັນຄວາມຈິງທີ່ເປັນເອກະພາບກັນລະຫວ່າງຫຼາຍຝ່າຍ.
ແຫຼ່ງຂໍ້ມູນ:
https://www.raconteur.net/healthcare/healthcare-innovation-covid/
https://www.europarl.europa.eu/RegData/etudes/IDAN/2020/641543/EPRS_IDA(2020)641543_EN.pdf