5 ບັນຫາທີ່ຜູ້ໃຊ້ຈະພົບໃນເວລານຳໃຊ້ແອັບທີ່ບໍ່ໄດ້ຄຸນນະພາບ

Comet Digital Agency
1 min readJan 19, 2021

ໃນຂະນະນີ້ປະຕິເສດບໍ່ໄດ້ວ່າທຸລະກິດ e-commerce ຫຼື food delivery ແມ່ນກຳລັງໄດ້ຮັບຄວາມນິຍົມຫຼາຍໃນບ້ານເຮົາ; ຜູ້ປະກອບການສ່ວນໃຫຍ່ແມ່ນໄດ້ເລັງເຫັນຄວາມສຳຄັນ ແລະ ກຳລັງພະຍາມຢ່າງໜັກທີ່ຈະປ່ຽນພຶດຕິກຳຂອງຜູ້ບໍລິໂພກຈາກ offline ສູ່ online ແບບເຕັມຮູບແບບຜ່ານທາງແອັບພລິເຄຊັນ ສາມາດເວົ້າໄດ້ວ່າແອັບແມ່ນມີຄວາມສຳຄັນຫຼາຍເພາະເປັນດ່ານທຳອິດທີ່ລູກຄ້າ ຫຼື ຜູ້ໃຊ້ປະຕິສຳພັນກັບທູລະກິດ.

ແລ້ວຮູ້ບໍ່ວ່າກວ່າຈະມາເປັນແອັບພລິເຄຊັນໃດໜຶ່ງໃຫ້ເຮົາໄດ້ນຳໃຊ້ແບບຟິນໆແມ່ນບໍ່ງ່າຍເລີຍ ນັກພັດທະນາຕ້ອງໄດ້ມີການວາງແຜນໃຫ້ລະອຽດຮອບຄອບ; ແຕ່ໃນທາງກົງກັນຂ້າມຖ້ານັກພັດທະນາຂາດທັກສະ ຫຼື ຂາດການຄົ້ນຄ້ວາແລ້ວຜົນລັບຂອງແອັບນັ້ນໆຈະເປັນແນວໃດ? 🤔🤔🤔 Comet ໄດ້ຄັດ ແລະ ມັດລວມບັນຫາທີ່ຜູ້ໃຊ້ເຄີຍພົບເຫັນໃນຊີວິດປະຈຳວັນໄວ້ທີ່ນີ້ແລ້ວ

1. ຂໍ້ບົກພ່ອງ Software bugs

ຂໍ້ບົກພ່ອງຂອງ Software ແມ່ນຄວາມຫຼົ້ມເຫຼວ ຫຼື ຂໍ້ບົກພ່ອງໃນໂປຣແກຼມທີ່ໃຫ້ຜົນລັບທີ່ບໍ່ຕ້ອງການ ຫຼື ບໍ່ຖືກຕ້ອງ, ນີ້ແມ່ນເປັນຄວາມຜິດພາດທີ່ເຮັດໃຫ້ແອັບພລິເຄຊັນເຮັດວຽກບໍ່ໄດ້ຕາມທີ່ຄວນເຊິ່ງບັນຫາທີ່ຜູ້ໃຊ້ຈະພົບຫຼັກໆແມ່ນໄດ້ແກ່:

Crashes issue ຫຼື ທີ່ເຮົາເອີ້ນກັນວ່າແອັບເດັ້ງນັ້ນເອງ ເວລາຜູ້ໃຊ້ກົດເຂົ້າໄປໃນຕົວແອັບແລ້ວມັນກໍເດັ້ງກັບໄປໜ້າຫຼັກຄືນ.

ການຄ້າງ (Freezing issue) ກໍຄືການທີ່ແອັບເກີດອາການຄ້າງບໍ່ສາມາດຕອບສະໜອງຕໍ່ກັບຄຳສັ່ງ ໃດໆຂອງຜູ້ໃຊ້.

2. ປະສົບການການໃຊ້ງານຂອງຜູ້ໃຊ້ທີ່ບໍ່ດີ poor User Experience (UX)

ການອອກແບບແອັບພລິເຄຊັນໃດໜຶ່ງ ນັກພັດທະນາຕ້ອງໄດ້ສຶກສາພຶດຕິກຳຂອງຜູ້ໃຊ້ງານກ່ອນ ແລ້ວ ນຳເອົາຂໍ້ມູນນັ້ນມາອອກແບບຂະບວນການການໃຊ້ງານຂອງແອັບ ເພື່ອໃຫ້ຜູ້ໃຊ້ງານເພິ່ງພໍໃຈຫຼາຍທີ່ສຸດເຊັ່ນ: ໃຊ້ງານງ່າຍ, ມີຂັ້ນຕອນທີ່ຊັດເຈນ.

ປະສົບການການໃຊ້ງານຂອງຜູ້ໃຊ້ແມ່ນມີຄວາມສຳຄັນຫຼາຍ ຫາກຜູ້ໃຊ້ເກີດຄວາມຮູ້ສຶກທີ່ບໍ່ດີໃນການນຳໃຊ້ແອັບໃນຄັ້ງທຳອິດ ກໍຈະເຮັດໃຫ້ຜູ້ໃຊ້ມີຄວາມຮູ້ສຶກບໍ່ຢາກກັບເຂົ້າມານຳໃຊ້ງານແອັບນັ້ນອີກເລີຍ, ຍ້ອນເກີດຄວາມສັບສົນບໍ່ຮູ້ວ່າຈະໄປຕໍ່ແນວໃດ ຫຼື ແອັບນັ້ນມີການອອກແບບທີ່ຊັບຊ້ອນຫຼາຍເກີນໄປ, ໃຊ້ງານຍາກ ແລະ ໃຊ້ເວລາຫຼາຍເກີນໄປໃນການສຶກສາການໃຊ້ງານ.

3. ເວລາໂຫຼດຊ້າ Slow load times

ເວລາເຂົ້າໃຊ້ງານແອັບແລ້ວຜູ້ໃຊ້ຕ້ອງໄດ້ໃຊ້ເວລາລໍຖ້າດົນ ເຊິ່ງເປັນຊ່ວງເວລາທີ່ເປັນສາເຫດຫຼັກທີ່ເຮັດໃຫ້ຜູ້ໃຊ້ງານເກີດຄວາມບໍ່ພໍໃຈ, ໂດຍປົກກະຕິແລ້ວການໂຫຼດຄວນໃຊ້ເວລາພາຍໃນ 3 ວິນາທີ ຫຼື ໜ້ອຍກວ່າ ແຕ່ຖ້າດົນກວ່ານີ້ຜູ້ໃຊ້ຈະເກີດຄວາມຜິດຫວັງ ຫຼື ຮ້າຍແຮງກວ່ານັ້ນກໍຈະລຶບແອັບນັ້ນຖິ້ມໄປເລີຍ.

4. ມີຄວາມເປັນສ່ວນຕົວ ແລະ ຄວາມປອດໄພຕໍ່າ poor Privacy and Security

ປັດຈຸບັນນີ້ການຕິດຕໍ່, ຮັບ ແລະ ສົ່ງຂໍ້ມູນ ຫຼື ເຮັດທຸລະກຳຕ່າງໆທາງການເງິນຜ່ານໂທລະສັບມືຖື ແມ່ນມີຄວາມສະດວກ ແລະ ວ່ອງໄວສຳລັບຜູ້ໃຊ້ກໍຈິງ ແຕ່ວ່າກໍມີຄວາມສ່ຽງໃນການຖືກລັກຂໍ້ມູນ. ໃນກໍລະນີແອັບທີ່ພັດທະນານັ້ນບໍ່ມີຄວາມປອດໄພ ຫຼື ມີຄວາມປອດໄພຕໍ່າ ອາດເຮັດໃຫ້ເກີດມີການສູນເສຍຂໍ້ມູນທີ່ສຳຄັນໄປ.

5. ການປະມວນຜົນຊ້າ Slow processing

ການຂຽນໂຄດທີ່ບໍ່ຄຳນຶງເຖິງປະສິດທິພາບຂອງແອັບເປັນຫຼັກ ຕົວຢ່າງ: ແອັບຄິດໄລ່ເລກ ແທນທີ່ນັກພັດທະນາຈະໃຊ້ໜ່ວຍປະມວນຜົນຂອງໂທລະສັບໄລ່ເລກ ແຕ່ຊ້ຳພັດສົ່ງຂໍ້ມູນໄປປະມວນຜົນເທິງ Cloud ແລ້ວສົ່ງຂໍ້ມູນກັບມາຫາໂທລະສັບ ກໍຈະເຮັດໃຫ້ຜູ້ໃຊ້ຕ້ອງໄດ້ລໍຖ້າດົນກວ່າປົກະຕິ (ນີ້ເປັນພຽງກໍລະນີສົມມຸດເພື່ອໃຫ້ເຫັນພາບລວມ). ນອກນີ້ ແອັບບາງແອັບຮຽກຮ້ອງໃຫ້ມີການຈັດເກັບເອກະສານທີ່ຕ້ອງການພື້ນທີ່ຈັດເກັບຫຼາຍ ຈຶ່ງເຮັດໃຫ້ການປະມວນຜົນຊ້າ ເນື່ອງມາຈາກນັກພັດທະນາໃສ່ animation ເພື່ອໃຫ້ແອັບມີສີສັນສວຍງາມ ແລະ ການເຄື່ອນໄຫວທີ່ນິ້ມນວນຫຼາຍເກີນໄປ.

ອ້າງອີງ

https://www.cyberlink.com/support/faq-content.do?id=14592

https://medium.com/@numbertank/most-common-problems-in-the-development-of-mobile-applications-f78ce6c0ad3d

https://sites.google.com/site/sasipornone00/khxdi-laea-khx-seiy-khxng-xaeph-phli-khechan

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet