4 ຂັ້ນຕອນ ເຮັດວຽກໜ້ອຍລົງ ແຕ່ໄດ້ປະສິດທິພາບທີ່ຫຼາຍຂຶ້ນ
ເຮັດວຽກໜ້ອຍລົງແບບໃດ ໃຫ້ມີປະສິດທິພາບຫຼາຍຂຶ້ນ
ລູກເພສເຄີຍເປັນບໍ່ວ່າ ເຮັດວຽກແຕ່ເຊົ້າຮອດຄໍ່າ ແຕ່ວຽກບໍ່ແລ້ວຈັກຢ່າງ… ຫຼື ເຮັດວຽກແລ້ວຫຼາຍແລ້ວ ແຕ່ບໍ່ມີວຽກໃດທີ່ອອກມາດີເລີຍຈັກວຽກ….
ຖ້າລູກເພສຄົນໃດຄິດວ່າເຫດການແບບນີ້ເກີດກັບຕົນເອງ ລອງຕັ້ງຄຳຖາມກັບຕົນເອງເບິ່ງວ່າ ເຮົາເຮັດວຽກ “ຫຼາຍຢ່າງ” ເກີນໄປຫຼືບໍ່???
ແນ່ນອນວ່າໃນການເຮັດວຽກ ແຕ່ລະຄົນຈະມີໜ້າວຽກ ຫຼື ໜ້າທີ່ ທີ່ຕ້ອງຮັບຜິດຊອບຫຼາຍຢູ່ແລ້ວ ແຕ່ຮູ້ບໍ່ວ່າ ທ່ານມີເວລາບໍ່ຫຼາຍພໍ ທີ່ຈະໂຟກັສທຸກຢ່າງພ້ອມໆກັນພາຍໃນມື້ໜຶ່ງໄດ້.
ແລ້ວບັນຫານີ້ ຈະແກ້ໄຂໄດ້ແນວໃດ?
ມື້ນີ້ ທາງທີມງານໂຄເມັດເຮົາມີບົດຄວາມທີ່ໜ້າສົນໃຈບົດໜຶ່ງ ທີ່ປະກອບດ້ວຍ 4 ຂັ້ນຕອນ ທີ່ຈະມາຊ່ວຍໃຫ້ລູກເພສ ເຮັດວຽກໜ້ອຍລົງ ແຕ່ໄດ້ປະສິດທິພາບທີ່ຫຼາຍຂຶ້ນ,
ເຊິ່ງບົດຄວາມນີ້ ມາຈາກຕອນໜຶ່ງຂອງໜັງສືເລື່ອງ “DO LESS, GET MORE” ທີ່ຂຽນໂດຍນັກທຸລະກິດຍິງຄົນອາເມລິກາ ທ່ານ Shaa Wasmund ນັ້ນເອງ.
4 ຂັ້ນຕອນມີຄືດັ່ງນີ້:
1. ເລືອກເຟັ້ນໜ້າວຽກ ວ່າວຽກໃດມີຄວາມສຳຄັນກ່ອນກັນ
ຂຽນອອກມາ ຫຼື ແຍກອອກມາໃຫ້ໄດ້ວ່າ ວຽກອັນໃດ “ສຳຄັນຫຼາຍ” ແລະ “ສຳຄັນໜ້ອຍ” ແລ້ວເກັບໂຕທີ່ສຳຄັນຫຼາຍເອົາໄວ້, ສ່ວນໂຕທີ່ບໍ່ສຳຄັນຫຼາຍແມ່ນເກັບເອົາໄວ້ເຮັດໃນຂັ້ນຕອນຕໍ່ໄປ.
2. ກຳຈັດສ່ວນເກີນ ຖິ້ມວຽກໂຕບໍ່ສຳຄັນ ຫຼື ສຳຄັນໜ້ອຍ ໄປເລີຍ
ວຽກທີ່ “ບໍ່ສຳຄັນ” ຫຼື “ສຳຄັນໜ້ອຍຫຼາຍ” ແມ່ນໃຫ້ເຮົາກຳຈັດຖິ້ມ ເຊິ່ງຄວາມໝາຍໃນການກຳຈັດຖິ້ມແມ່ນ ອາດຈະເປັນການຫາຄົນທີ່ມີຄວາມພ້ອມ ທັງຄວາມສາມາດ ແລະ ເວລາ ມາຮັບຜິດຊອບແທນເຮົາ.
3. ຈັດລຳດັບໜ້າວຽກ ແລະ ວາງແຜນເວລາ
ເມື່ອກຳຈັດວຽກບໍ່ສຳຄັນອອກໄປຮຽບຮ້ອຍແລ້ວ, ຕໍ່ມາແມ່ນມາສ້າງລາຍການ ຫຼື ຈັດລຳດັບຄວາມສຳຄັນ ໂດຍລູກເພສອາດຈະໃຊ້ວິທີກຳໜົດສັດສ່ວນເວລາ ໃນການເຮັດແຕ່ລະວຽກໃນແຕ່ລະມື້ ເຊັ່ນ: ມື້ນີ້ເຮົາຈະໃຊ້ເວລາວາງແຜນໃນການນຳສະເໜີງານໃຫ້ລູກຄ້າ 50% ໃຊ້ເວລາປະຊຸມ 30% ໃຊ້ເວລາສອນວຽກໃຫ້ລູກທີມ 15% ແລະ ໃຊ້ເວລາຕອບອີເມວອີກ 5%
4. ໂຟກັສ
ພະຍາຍາມຈົດຈໍ່ ຫຼື “ໂຟກັສ” ໃນເລື່ອງສຳຄັນທີ່ກຳລັງເຮັດໃຫ້ຫຼາຍທີ່ສຸດ, ທຸ້ມເທໃນເລື່ອງທີ່ເຮັດໃຫ້ສຸດຄວາມສາມາດ ແລ້ວຜົນລັບຈະອອກມາຢ່າງອັດສະຈັນ.
ສະຫຼຸບງ່າຍໆກໍຄື 4 ຂັ້ນຕອນນີ້ ເປັນສິ່ງທີ່ຈະຊ່ວຍໃຫ້ທ່ານສາມາດເຮັດວຽກໃນແຕ່ລະມື້ໃຫ້ໜ້ອຍລົງ ແຕ່ມີປະສິດທິພາບຫຼາຍຂຶ້ນໄດ້.
ລູກເພສສາມາດນຳເທັກນິກງ່າຍໆນີ້ ໄປທົດລອງໃຊ້ເບິ່ງ ແລ້ວລູກເພສຈະພົບວ່າ ບໍ່ຈຳເປັນຕ້ອງເຮັດວຽກຫຼາຍ ຈົນຫົວຫຍຸ້ງຕະຫຼອດເວລາ ແລ້ວຜົນງານມັນກໍຈະອອກມາມີປະສິດທິພາບ ໄດ້ເຊັ່ນກັນ.
ແປ ແລະ ອ້າງອີງຈາກ:
-ໜັງສື DO LESS, GET MORE ຂຽນໂດຍ ທ່ານ Shaa Wasmund
-https://www.payscale.com/.../how-to-work-less-do-more-and...
-https://forge.medium.com/need-to-work-faster-try-working...
-https://www.facebook.com/TheBriefcaseTH/posts/131496942095127?_rdc=1&_rdr