10 ປະການ ຂອງການອອກແບບທີ່ດີມີຫຍັງແດ່?

--

ການອອກແບບຂອງເຮົາດີພໍແລ້ວ ຫຼື ຍັງ? ລອງມາກວດເບິ່ງ 10 ຂໍ້ຕໍ່ໄປນີ້ເລີຍ!!!
.
ທຸກຢ່າງໃນໂລກລ້ວນແຕ່ຕ້ອງມີການອອກແບບກ່ອນທີ່ຈະເກີດຂຶ້ນແທ້ ຖ້າບໍ່ມີການຄຳນຶງເຖິງປັດໄຈໃດໆເລີຍ ທຸກຄົນກໍສາມາດປະກອບອາຊີບເປັນນັກອອກແບບໄດ້…ແຕ່ຖ້າມີການຄຳນຶງເຖິງປັດໄຈຕ່າງໆແລ້ວ ແບບໃດທີ່ເອີ້ນວ່າ “ການອອກແບບທີ່ດີ” ມື້ນີ້ Comet ຈະພາທຸກຄົນໄປຫາຄຳຕອບກັນ!!!
.
1. ການອອກແບບທີ່ດີ ຕ້ອງເປັນນະວັດຕະກຳ🤓
.
ເມື່ອມີໂອກາດໃນການອອກແບບສິ່ງຂອງໃດໜຶ່ງ ເຮົາຕ້ອງແນ່ໃຈວ່າການອອກແບບຂອງເຮົາເຮັດໃຫ້ເກີດສິ່ງໃໝ່ໆ ທີ່ມີເອກະລັກສະເພາະຕົວ ແລະ ເປັນສິ່ງທີ່ດີທີ່ສຸດໃນຕອນນັ້ນໃຫ້ໄດ້!
.
2. ການອອກແບບທີ່ດີ ຕ້ອງເຮັດໃຫ້ສິນຄ້າມີປະໂຫຍດ👍
.
ໜຶ່ງໃນປັດໄຈທີ່ໃຊ້ວັດແທກຄວາມສຳເລັດຂອງການອອກແບບ ກໍຄືປະໂຫຍດຂອງມັນເອງ ໂດຍຈະມີລະບົບການໃຊ້ງານ ຫຼື ໜ້າທີ່ທີ່ສະເພາະເຈາະຈົງ ແລະ ອາດຈະຕ້ອງຫຼຸດຜ່ອນບາງຢ່າງທີ່ອາດຈະເຮັດໃຫ້ປະໂຫຍດຂອງມັນຫຼຸດລົງໄປ.
.
3. ການອອກແບບທີ່ດີ ຕ້ອງມີຄວາມງົດງາມ💐
.
ຄວາມສວຍງາມຂອງການອອກແບບຈະເຮັດໜ້າທີ່ເປັນຄວາມສຸກທາງສາຍຕາສຳລັບຜູ້ໃຊ້ງານຢ່າງຫຼວງຫຼາຍ ແຕ່ຢ່າລືມຄຳນຶງເຖິງລະບົບທີ່ເຮົາວາງໄວ້ນຳ ງາມຢ່າງດຽວບໍ່ໄດ້!
.
4.ການອອກແບບທີ່ດີ ຕ້ອງເຮັດໃຫ້ຜູ້ໃຊ້ງານເຂົ້າໃຈໃນສິນຄ້າຂອງເຮົາ🤔
.
ຈະຕ້ອງມີຄວາມຊັດເຈນໃນຕົວເອງບໍ່ຊັບຊ້ອນຫຼາຍເກີນໄປ ແລະ ງ່າຍຕໍ່ກັບການທຳຄວາມເຂົ້າໃຈຂອງຜູ້ໃຊ້ງານ.
.
5. ການອອກແບບທີ່ດີ ຕ້ອງບໍ່ລົບກວນຜູ້ໃຊ້ງານ🤫
.
ຕ້ອງມີຄວາມເປັນກາງ ແລະ ເປັນຜູ້ຊ່ວຍນຳທາງແຕ່ບໍ່ແມ່ນຜູ້ຊີ້ນຳ, ຕ້ອງປ່ອຍໃຫ້ຜູ້ໃຊ້ງານສຳຜັດປະສົບການການໃຊ້ງານດ້ວຍຕົວເອງ.
.
6.ການອອກແບບທີ່ດີ ຕ້ອງມີຄວາມຊື່ສັດ😌
.
ເວົ້າຫຍັງໄວ້ຕ້ອງເຮັດໃຫ້ໄດ້! ນັກອອກແບບຕ້ອງສ້າງສັນຜົນງານອອກແບບຢ່າງມີຈະລິຍະທຳ ແລະ ສັນຍາຕ້ອງເປັນສັນຍາ ບອກໄວ້ວ່າມີ…ກໍຕ້ອງມີ!
.
7.ການອອກແບບທີ່ດີ ຕ້ອງມີຄວາມຄົງທົນ💪
.
ການອອກແບບທີ່ດີນັ້ນຕ້ອງຢູ່ເໜືອການເວລາ ຕ້ອງທົນທານຕໍ່ກະແສຄວາມຕ້ອງການທີ່ມີການປ່ຽງແປ່ງໄປມາຢ່າງໄວວາ!!!
.
8.ການອອກແບບທີ່ດີ ຕ້ອງມີຄວາມໃສ່ໃຈທຸກລາຍລະອຽດ🧐
.
ນັກອອກແບບທີ່ດີຕ້ອງມີຄວາມເອົາໃຈໃສ່ ແລະ ຄວາມຊັດເຈນໃນການອອກແບບ ລວມເຖິງມີຄວາມພິຖີພິຖັນໃນເລື່ອງຂອງແນວຄິດ ແລະ ການລົງມືອອກແບບນຳເດີ!
.
9.ການອອກແບບທີ່ດີ ຕ້ອງເປັນມິດກັບສິ່ງແວດລ້ອມ🌍
.
ມີຈຸດມຸ້ງໝາຍໃນການອະນຸລັກຊັບພະຍາກອນທຸກຂັ້ນຕອນ ເພາະວ່າຜະລິດຕະພັນດີຈີຕອນຈະທຳລາຍສະພາບແວດລ້ອມທາງກາຍະພາບ ແຕ່ຮູ້ ຫຼື ບໍ່ ວ່າມັນມີຜົນຕໍ່ກັບສະພາບແວດລ້ອມແບບດິຈິຕອນຢູ່ດີ.
.
10.ການອອກແບບທີ່ດີ ຕ້ອງ“ໜ້ອຍລົງ ແຕ່ດີກວ່າ (Less, but Better)”👁
.
ຈົ່ງອອກແບບຕາມຫຼັກການ “Less, but Better” ຫຼື “ນ້ອຍລົງ…ແຕ່ດີກວ່າ” ການອອກແບບທີ່ດີຕ້ອງມີຄວາມລຽບງ່າຍ, ຄົມຊັດ ແລະ ໜັກແໜ້ນ ບໍ່ມີສິ່ງທີ່ບໍ່ຈຳເປັນ ແລະ ເຕີມເຕັມວັດຖຸປະສົງພື້ນຖານຂອງການອອກແບບສິ່ງນັ້ນໆ.
.
🙏ຂອບໃຈຂໍ້ມູນດີໆຈາກ…
“10 Commandments of Good Design”
ໂດຍ Dieter Rams

.
Comet Digital Agency ຮັບສ້າງແອັບ, ອອກແບບ ແລະ ພັດທະນາແອັບພລິເຄຊັນເທິງມືຖືໃຫ້ແທດເໝາະກັບທຸລະກິດ ແລະ ຄວາມຕ້ອງການຂອງທ່ານ.
.
#CometDigitalAgency #InnovateTogether #MobileAppDev #SoftwareCompany #Laos

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet