ເລີກວຽກເດິກ = ເປັນຄົນດຸໝັ່ນ?

ຄ່ານິຍົມການເຮັດວຽກເອົາຊົ່ວໂມງຂອງຄົນອາຊີ

--

ອາຊີເຮົາຈະມີຄ່ານິຍົມທີ່ເປັນເລື່ອງແປກ (ໃນສະໄໝນີ້) ທີ່ຝຣັ່ງບໍ່ເກັດ ກໍຄື: ວັດທະນະທຳການເຮັດວຽກໜັກ ເຊັ່ນ ມາເຊົ້າກັບເດິກ ອົດຫຼັບອົດນອນເຮັດໂປຣເຈັກ ເຊິ່ງສິ່ງເຫຼົ່ານີ້ຖືກເບິ່ງວ່າແມ່ນ “ຄວາມດຸໝັ່ນ” ແຕ່ອີກຊີກໜຶ່ງຂອງໂລກແຖບໂຊນເອີລົບກັບເບິ່ງເລື່ອງນີ້ເປັນການ “ບໍລິຫານເວລາບໍ່ເປັນ”

ແລ້ວຄ່ານິຍົມນີ້ເລີ່ມຕົ້ນມາແຕ່ໃສ?

ຄ່ານິຍົມນີ້ມີຄວາມກ່ຽວຂ້ອງທາງປະຫວັດສາດ, ກົດໝາຍ ແລະ ວັດທະນະທຳຂອງຄົນອາຊີຢ່າງເລິກເຊິ່ງ. ໃນສະໄໝກ່ອນປະເທດແຖບອາຊີຖືກຂະໜານນາມວ່າເປັນ ໂຊນແຖບປະເທດທຸກຍາກ (ກ່າທຸກຍາກອີ່ຫຼີແຫຼະ) ຄົນອາຊີມີໂອກາດເຂົ້າເຖິງການສຶກສາໄດ້ໜ້ອຍ ເມື່ອບໍ່ມີຄວາມຮູ້ ການທີ່ຈະຖືກຈ້າງໃນຕະຫຼາດແຮງງານທີ່ມີການແຂ່ງຂັນສູງຈຳເປປັນຕ້ອງໄດ້ໃຊ້ ທັກສະຄວາມດຸໝັ່ນ ເຂົ້າໄປ ກໍຄືຕ້ອງເຮັດວຽກໃຫ້ໜັກກວ່າຄົນອື່ນເປັນສອງເທົ່າ ເພື່ອໃຫ້ນາຍຈ້າງຮູ້ສຶກຄຸ້ມຄ່າ ແລະ ຈ້າງງານຕໍ່

ນອກນີ້, ມັນຍັງກ່ຽວກັບລະບົບອາວຸໂສທີ່ພະນັກງານໄວໜຸ່ມຕ້ອງ ພະຍາຍາມເພີ້ມຂຶ້ນ ເພື່ອເອົາໃຈຫົວໜ້າ ລວມເຖິງລະບົບເສດຖະກິດ ແລະ ກົດໝາຍ ຕຢ: ຢູ່ປະເທດສິງກະໂປ ທີ່ຕ້ອງການດຶງດູດນັກລົງທຶນຕ່າງປະເທດ ຈຶ່ງໄດ້ຍົກເລີກກົດໝາຍຄຸ້ມຄອງແຮງງານໃຫ້ສິດນາຍຈ້າງໃນການກຳນົດເວລາເຮັດວຽກຂອງລູກຈ້າງໄດ້ເອງຈົນເກີດເປັນຄ່ານິຍົມການເຮັດວຽກໜັກຂຶ້ນ ຈາກຜົນຈາກການສຶກສາຂອງ Kisi’s Global Work-Life Balance Index 2021 ໄດ້ສະແດງໃຫ້ເຫັນວ່າ: 4 ໃນ 5 ປະເທດທີ່ເຮັດວຽກໜັກຫຼາຍເກີນໄປແມ່ນປະເທດໂຊນອາຊີເຮົາ ເຊິ່ງໄດ່ແກ່

Top overworked cities in the ranking

ເຖິງຢ່າງໃດກໍຕາມ ‘ຊົ່ວໂມງການເຮັດວຽກທີ່ຫຼາຍ” ກໍບໍ່ໄດ້ແປວ່າ “ວຽກຈະອອກມາດີ” ສະເໝີໄປ ແຕ່ທີ່ແນ່ໆມັນຈະ ສົ່ງຜົນເສຍຕໍ່ເສດຖະກິດໃນໄລຍະຍາວ ເພາະເມື່ອແຮງງານໄວໜຸ່ມເຮັດວຽກໜັກ ເວລາທີ່ຢູ່ກັບຄອບຄົວກໍຫຼຸດລົງ ອັດຕາການເກີດຂອງປະຊາກອນກໍຈະຫຼຸດລົງນຳ ເຊິ່ງຈະເຮັດໃຫ້ອະນາຄົດຂແງປະເທດນັ້ນໆ ຂາດແຮງງານທີ່ຈະມາເຮັດວຽກຂັບເຄື່ອນປະເທດ ເຫດຜົນນີ້ຟັງຄືເປັນມະຫາພາກຫຼາຍເກີນໄປ ເຫດຜົນຈຸລະພາກທີ່ຈະເຫັນໄດ້ແບບຈະໆກໍຄື ມັນຈະສົ່ງຜົນເສຍຕໍ່ສຸຂະພາບຢ່າງແນ່ນອນຍ້ອນການອົດຫຼັບອົດນອນ, ນອນບໍ່ພໍ, ກິນອາຫານບໍ່ຕົງເວລາ ຫຼື ບໍ່ຄົບຫ້າໝູ່

ນີ້ອາດຈະຮອດເວລາທີ່ເຮົາຕ້ອງຍົກເລີກຄ່ານິຍົມ ເລີກວຽກເດິກ = ເປັນຄົນດຸໝັ່ນ ແຕ່ເປັນ….

Work-life Balance ແທນ

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet