ສອງອ້າຍນ້ອງຕະກຸນໄວຕ໌ຜູ້ປ່ຽນແປງການຄົມມະນາຄົມຂອງມະນຸດ

Comet Digital Agency
1 min readNov 18, 2021

International Men’s day is around the corner! ຊວນລູກເພຈມາທຳຄວາມຮູ້ຈັກສອງອ້າຍນ້ອງຕະກຸນໄວຕ໌ເຊິ່ງຖືເປັນຄູ່ອ້າຍນ້ອງນັກປະດິດທີ່ມີຊື່ສຽງທີ່ສຸດເລີຍກໍວ່າໄດ້ ‼️

ເນື່ອງຈາກການປະດິດຂອງພວກເຂົາໄດ້ປ່ຽນແປງວົງການຄົມມະນາຄົມຂົນສົ່ງຂອງມະນຸດ ຈາກທີ່ເຄີຍມີພຽງແຕ່ທາງບົກ ແລະ ທາງນ້ຳ ມາສູ່ທາງອາກາດທີ່ວ່ອງໄວ ແລະ ທັນສະໄໝຍິ່ງຂຶ້ນ.

ວິລເບີ ໄວຕ໌(Wilbur Wright) ແລະ ອໍວິລ ໄວຕ໌(Orville Wright) ເປັນນັກບິນ, ວິສະວະກອນ ແລະ ນັກປະດິດ ທີ່ສາມາດປະດິດເຮືອບິນ ແລະ ນຳຂຶ້ນບິນສຳເລັດເປັນຄັ້ງທຳອິດຂອງໂລກ ເຊິ່ງສອງອ້າຍນ້ອງຮຽນຈົບແຕ່ພຽງຊັ້ນມັດທະຍົມເທົ່ານັ້ນ.

ໃນປີ 1892 ພວກເຂົາໄດ້ເປີດຮ້ານຂາຍ ແລະ ສ້ອມແປງລົດຖີບເຊິ່ງກຳລັງເປັນທີ່ນິຍົມໃນອາເມລິກາ. ບໍລິສັດ Wright Cycle Company ຂອງພວກເຂົາໄປໄດ້ດີຫຼາຍຈົນກາຍເປັນທຸລະກິດຫຼັກແທນທຸລະກິດໂຮງພິມ. ໃນປີ 1896 ພວກເຂົາເລີ່ມມີແບຣນລົດຖີບຂອງໂຕເອງຈາກການ ສ້າງ ແລະ ອອກແບບທີ່ໂຮງງານຂອງພວກເຂົາເອງ ທີ່ໄດ້ພັດທະນາສ່ວນປະກອບຂອງລົດຖີບໃຫ້ມີປະສິດທິພາບສູງຂຶ້ນ ແລະ ແຕກຕ່າງຈາກຄູ່ແຂ່ງ.

ປະສົບການໃນການອອກແບບ ແລະ ສ້າງເຄື່ອງຈັກຕ່າງໆເຫຼົ່ານີ້ໄດ້ກາຍເປັນພຶ້ນຖານສຳຄັນໃນການອອກແບບສ້າງເຮືອບິນໃນເວລາຕໍ່ມາ. ຜົນກຳໄລຈາກໂຮງພິມ ແລະ ໂຮງງານລົດຖີບໄດ້ສ້າງຄວາມລ້ຳລວຍໃຫ້ສອງອ້າຍນ້ອງຈົນກາຍເປັນທຶນຮອນໃຫ້ພວກເຂົາສາມາດເຮັດການທົດລອງການບິນທີ່ພວກເຂົາໃຝ່ຝັນຕັ້ງແຕ່ຍັງນ້ອຍໄດ້.

ວິລເບີ ແລະ ອໍວິວ ໄດ້ຮັບແຮງບັນດານໃຈໃນການຄິດສ້າງເຮືອບິນມາຕັ້ງແຕ່ປີ 1878 ໃນຂະນະທີ່ມີອາຍຸພຽງແຕ່ 11 ປີ ແລະ 7 ປີ, ເມື່ອໄດ້ຮັບຂອງຂວັນພິເສດຈາກພໍ່ທີ່ກັບມາຈາກການເດີນທາງເປັນເຮລິຄອບເຕີຂອງຫຼິ້ນທີ່ເຮັດມາຈາກໄມ້ໄຜ່, ເຈ້ຍ ແລະ ຢາງເປັນໂຕໝຸນໃບພັດ ມັນໄດ້ຈຸດປະກາຍຄວາມຄິດໃນການສ້າງເຮືອບິນ ແລະ ຝັງຢູ່ໃນໃຈຕະຫຼອດ. ຈົນເຖິງປີ 1896 Otto Lilienthal ຜູ້ສ້າງຈ້ອງທີ່ມີຊື່ສຽງໃນສະໄໝນັ້ນເສຍຊີວິດຈາກການໂດດຈ້ອງ ເຫດການນີ້ເປັນຈຸດເລີ່ມຕົ້ນໃຫ້ສອງອ້າຍນ້ອງໄວຕ໌ເຮັດການວິໄຈເລື່ອງການບິນຢ່າງຈິງຈັງ.

ຫຼັງຈາກສຶກສາກ່ຽວກັບເລື່ອງການບິນແລ້ວພວກເຂົາພົບວ່າເຮືອບິນຈະສາມາດບິນໄດ້ແທ້ຕ້ອງມີອົງປະກອບຫຼັກ 3 ຢ່າງຄື:

1️⃣ ຕ້ອງມີປີກທີ່ເໝາະສົມເພື່ອສ້າງແຮງຍົກໂຕ.

2️⃣ ລະບົບຂັບເຄື່ອນເພື່ອນຳພາເຮືອບິນບິນຜ່ານອາກາດ.

3️⃣ ຕ້ອງມີລະບົບຄວບຄຸມການບິນເຊິ່ງມີຄວາມຊັບຊ້ອນຫຼາຍເພາະຕ້ອງຄວບຄຸມການຊົງໂຕ ການປ່ຽນລະດັບຂຶ້ນລົງ ແລະ ການບັງຄັບທິດທາງ.

ພວກເຂົາພັດທະນາສ່ວນຕ່າງໆຂອງເຮືອບິນ ແລະ ທົດສອບຫຼາຍຕໍ່ຫຼາຍຄັ້ງເພື່ອຮຽນຮູ້ຮູບແບບຂອງອຸປະກອນແຕ່ລະສ່ວນວ່າມີຂໍ້ບົກພ່ອງແນວໃດເພື່ອນຳມາປັບປຸງໃຫ້ການຄວບຄຸມການບິນມີຄວາມສົມບູນຍິ່ງຂຶ້ນ.

ເຮືອບີນຂອງພວກເຂົາມີໂຄງສ້າງເຮັດດ້ວຍໄມ້ສົນສະປຣູດເຊິ່ງແຂງແກ່ນແຕ່ມີນ້ຳໜັກເບົາ ສ່ວນປີກຫຸ້ມດ້ວຍຜ້າຝ້າຍມັດສະລິນເຊິ່ງມີນ້ຳໜັກເບົາເຊັ່ນກັນ ພວກເຂົາອອກແບບໂຕໃບພັດຈາກໄມ້ ແລະ ສ້າງມັນຂຶ້ນມາດ້ວຍຕົນເອງ ພ້ອມທັງລົງມືປະດິດເຄື່ອງຈັກທີ່ມີຂະໜາດ 12–16 ແຮງມ້າທີ່ມີນ້ຳໜັກບໍ່ເກີນ 170 ປອນເນື່ອງຈາກບໍ່ມີບໍລິສັດໃດສາມາດເຮັດໃຫ້ໄດ້ ເຊິ່ງລ້ວນແຕ່ໃຊ້ທຶນຮອນສ່ວນໂຕບໍ່ໄດ້ຮັບການສະໜັບສະໜຸນໃດໆຈາກລັດຖະບານເລີຍ.

ການທົດສອບຄັ້ງສຸດທ້າຍເກີດຂຶ້ນບໍລິເວນໂນນພູຄິດຕີຮອກ (Kitty Hawk) ລັດ North Carolina. ໃນວັນທີ 14 ທັນວາ 1903 ພວກເຂົາທົດສອບການບິນເຖິງ 4 ຄັ້ງ ແລະການທົດສອບຄັ້ງທີ 4 ຂັບໂດຍວິລເບີ ໄປໄດ້ໄກສຸດທີ່ 251 ແມັດ.

ຫຼັງຈາກສຳເລັດໃນການບິນຂຶ້ນສູ່ທ້ອງຟ້າ ສອງອ້າຍນ້ອງຕະກຸນໄວຕ໌ກໍມີຊື່ສຽງ ແລະ ພັດທະນາເຮືອບິນໃໝ່ທີ່ມີປະສິດທິພາບຫຼາຍຂຶ້ນ. ໃນປີ 1905 ສອງອ້າຍນ້ອງໄດ້ສ້າງ Flyer III ພວກເຂົາພັດທະນາເຮືອບິນໃຫ້ມີປະສິດທິພາບດີຂຶ້ນເລື້ອຍໆ ແລະ ສະແດງໃຫ້ທົ່ວໂລກຮັບຮູ້ເຖິງຄວາມກ້າວໜ້າຂອງເທັກໂນໂລຢີການບິນທີ່ພວກເຂົາປະດິດຄິດຄົ້ນຂຶ້ນມາ. ໃນປີ 1908 ວິລເບີສາມາດບິນຂ້າມທະວີບໄປປະເທດຝຣັ່ງໄດ້ສຳເລັດ ແລະ ໃນປີ 1909 ອໍວິລສາມາດບິນຂ້າມຊ່ອງແຄບອັງກິດໄດ້ສຳເລັດ.

ອ້າງອີງ:

(1) https://thehistorynow.com/wright-brothers-the-first-flight-reconsidered/

(2) https://www.takieng.com/stories/15884

— — — — — — — — — — — —

𝗖𝗼𝗺𝗲𝘁 ຮັບສ້າງແອັບ, ອອກແບບ & ພັດທະນາແອັບມືຖືໃຫ້ແທດເໝາະກັບທຸລະກິດ ແລະ ຄວາມຕ້ອງການຂອງທ່ານ

— — — — — — — — — — — —

#CometDigitalAgency #InnovateTogether #MobileAppDev #softwarecompany #laos

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet