ມີຟີເຈີສາມາດໂທຫາກັນໄດ້ (call featue) ໄດ້ໃນຕົວແອັບ ມີດີກ່ອນທີ່ຄິດ
ຟີເຈີສາມາດໂທຫາ (call featue) ໃນຕົວແອັບມີຄວາມສະດວກໃຫ້ແກ່ຜູ້ໃຊ້ ແລະ ຜູ້ໃຫ້ບໍລິການ ເພາະສາມາດໂທລົມໄດ້ຄົບຈົບພາຍແອັບນັ້ນ ໂດຍບໍ່ຈຳເປັນຕ້ອງອອກຈາກແອັບ ແລ້ວໂທຫາກັນອີກບ່ອນ ຫຼື ຕ້ອງໂທຫາດ້ວຍເບີໂທລະສັບ
ເຫັນໄດ້ວ່າຄວາມຫຍຸ້ງຍາກທີ່ຕ້ອງອອກຈາກແອັບເພື່ອໂທ ເຮັດໃຫ້ຜູ້ໃຫ້ບໍລິການຕ້ອງໄດ້ໃຊ້ເວລາ ຊຳ້ບໍ່ນຳໂອກາດໃນການໂທຫາຜິດສາຍກໍເກີດຂຶ້ນ ແລະ ເສຍຄ່າໂທລະສັບ.
ນອກຈາກ ປະໂຫຍດຂ້າງເທິງແລ້ວທີ່ຈັດກຽມໄວ້ໃຫ້ ເພື່ອຄວາມສະດວກໃຫ້ແກ່ຜູ້ໃຊ້ງານຂອງແອັບເຮົາ ອີກຢ່າງໜຶ່ງ ເຈົ້າຂອງແອັບທີ່ຕ້ອງຄຳນຶງເຖິງແມ່ນ ການປົກປ້ອງສິດ ແລະ ຂໍ້ມູນຂອງລູກຄ້າຕົນເອງ ເພື່ອບໍ່ໃຫ້ເຜີຍແຜ່, ດັດແປງ, ເຂົ້າເຖິງແກ່ບຸກຄົນທີ່ສາມ ເພື່ອຄວາມປອດໄພ ແລະ ປະຕິບັດຕາມກົດລະບຽບວ່າດ້ວຍ “ການປົກປ້ອງສິດຂໍ້ມູນເອເລັກໂທນິກ” ທີ່ບ້ານເຮົາວາງໄວ້
ດຽວມາເບິ່ງໃນກົດໝາຍວ່າດ້ວຍ “ການປົກປ້ອງສິດຂໍ້ມູນເອເລັກໂທນິກ” ເພິ່ນວ່າແນວໃດ ດຽວໂຄເມັດເວົ້າໃຫ້ຟັງ
ຈາກໂພສກ່ອນນີ້ ທີ່ທາງໂຄເມັດໄດ້ອະທິບາຍເຖິງຄວາມສຳຄັນຂອງ Data privacy ແລ້ວວ່າມີຄວາມໝາຍແນວໃດ ດຽວເຮົາລອງມາທຳຄວາມເຂົ້າໃຈເບິ່ງວ່າ “ໃນທາງດ້ານກົດໝາຍເດ ເພິ່ນໃຫ້ນິຍາມກັບມັນວ່າແນວໃດ”
ອີງຕາມມະຕິຂອງກອງປະຊຸມມາດຕາ 2 ການປົກປ້ອງສິດຂໍ້ມູນເອເລັກໂທນິກ
- ຂໍ້ມູນເອເລັກໂທນິກ ແມ່ນຂໍ້ຄວາມທີ່ເປັນຕົວເລກ, ຕົວອັກສອນ, ຮູບພາບເໜັງຕີງ, ຮູບພາບບໍ່ເໜັງຕີ, ສຽງ, ວີດີໂອ ແລະ ອື່ນໆ ທີ່ເກັບໃນຮູບແບບເອເລັກໂທນິກ
- ຂໍ້ມູນສະເພາະ (ມາດຕາ 10)ເປັນໜຶ່ງໃນປະເພດຂໍ້ມູນເອເລັກໂທນິກແມ່ນ ຂໍ້ມູນທີ່ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເຂົ້າເຖິງ, ນຳໃຊ້ ຫຼື ເປີດເຜີຍ ຖ້າຫາກບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ.
ແລ້ວ… ກົດໝາຍສະບັບນີ້ມີຂໍ້ຫ້າມຫຍັງແດ່?
ອັນທີ່ເດັ່ນໆ ແລະ ທີ່ເຮົາກຳລັງເວົ້າເຖິງ ຄົງໜີບໍ່ພົ້ນເລື່ອງ Data privacy ເຊິ່ງຂໍ້ຫ້າມ (ມາດຕາ 31) ຂໍ້ 1 ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີພຶດຕິກຳເຂົ້າເຖິງ, ນຳໃຊ້, ເປີດເຜີຍ, ທຳລາຍ, ດັດສະກັດ, ດັດແກ້ໄຂ, ສະໜອງຂໍ້ມູນເອເລັກໂທນິກທີ່ເປັນຄວາມລັບຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ.
ສ່ວນຂໍ້ຫ້າມສຳລັບຜູ້ຄຸ້ມຄອງຂໍ້ມູນນ ມາດຕາ 33 ໃນຂໍ້ 1 ແລະ 2 ໄດ້ບອກວ່າ ຫ້າມຜູ້ຄຸ້ມຄອງຂໍ້ມູນມີພຶດຕິກຳເຂົ້າເຖິງ,ເກັບກຳ, ນຳໃຊ້, ເປີດເຜີຍ ຫຼື ເຜີຍແຜ່ຂໍ້ມູນເອເລັກໂທນິກຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຫ້າມ, ປັບປຸງ, ທຳລາຍຂໍ້ມູນເອເລັກໂທນິກທີ່ຕົນຄຸ້ມຄອງ ໂດຍບໍ່ໄດ້ຮັບອະນຸຍາດ.
ເຫັນເຖິງສິດຜູ້ໃຊ້ຢ່າງເຮົາບໍ່ ວ່າເຮົາກໍມີສິດມີສຽງຄືກັນໃດດດດ