ຂັ້ນຕອນພື້ນຖານທີ່ Dev ມືໃໝ່ ຄວນຮູ້ໃນການອັບໂຫລດແອັບລົງ App Store
1. ລົງທະບຽນເປັນນັກພັດທະນາ & ເຂົ້າຮ່ວມໂປແກຣມນັກພັດທະນາຂອງ Apple (Register as a developer & join the Apple Developer Program)
ລົງທະບຽນໄດ້ທີ່ https://developer.apple.com/ ໃນຖານະນັກພັດທະນາເພື່ອທີ່ຈະສາມາດເຜີຍແຜ່ແອັບໃນ AppStore.
ໃນບັນຊີນີ້ນັກພັດທະນາສາມາດເຂົ້າເຖິງຊັບພະຍາກອນທົ່ວໄປ (general resources) ໄດ້ຢ່າງຈຳກັດເຊັ່ນ: SDKs, downloads, development tools.
ເພື່ອທີ່ຈະເຂົ້າເຖິງຄຸນລັກສະນະທັງໝົດ (ລວມທັງການເຜີຍແຜ່ແອັບໃນ AppStore) ນັກພັດທະນາຕ້ອງເຂົ້າຮ່ວມໂປແກຼມນັກພັດທະນາຂອງ Apple ເຊິ່ງມີຄ່າສະໝັກສະມາຊິກຕໍ່ປີຢູ່ທີ່ $99 ຫຼື 925.000 ກີບ ຂໍ້ນີ້ຖືວ່າເປັນດ່ານປາບຊຽນເລີຍກໍວ່າໄດ້.
Note: ຄ່າສະໝັກຂ້ອນຂ້າງອ່າວແພງແດ່ຈຶ່ງເຮັດໃຫ້ນັກພັດທະນາຫຼາຍຄົນຖອດໃຈຢູ່ບ່ອນນີ້. ນອກນີ້ອຸປະກອນທີ່ໃຊ້ກໍຕ້ອງເປັນຂອງ Apple ເຊິ່ງເປັນທີ່ຮູ້ກັນດີວ່າລາຄາສູງເຊັ່ນດຽວກັນ.
2. ສ້າງ, ພັດທະນາ ແລະ ທົດສອບແອັບໃນ Xcode (Building, developing and testing your app in Xcode)
Xcodeແມ່ນຫຍັງ?
ແມ່ນສະພາບແວດລ້ອມການພັດທະນາສຳລັບລະບົບປະຕິບັດການຂອງ Apple ເຊັ່ນ: MacOS, iOS, WatchOS ແລະ tvOS. ນັກພັດທະນາສາມາດສ້າງ, ແກ້ໄຂແອັບ ແລະ ເຮັດວຽກຮ່ວມກັນໄດ້ຕັ້ງແຕ່ແນວຄວາມຄິດເບື້ອງຕົ້ນຈົນໄປເຖິງການເຜີຍແຜ່ແອັບໃນ App Store.
- Xcode ລວມມີທຸກຢ່າງທີ່ນັກພັດທະນາຕ້ອງການບໍ່ວ່າຈະເປັນສ້າງໂປແກຣມສຳລັບ Mac, iPhone, iPad, Apple TV ແລະ Apple Watch. Xcode ເຮັດໃຫ້ນັກພັດທະນາມີລະບົບການເຮັດວຽກແບບເປັນເອກະພາບສຳລັບການອອກແບບການໂຕ້ຕອບຂອງຜູ້ໃຊ້, ການເຂົ້າລະຫັດ, ການທົດສອບ ແລະ ການແກ້ໄຂ. Xcode IDE ບວກກັບພາສາການຂຽນໂປແກຣມ Swift ຈະເຮັດໃຫ້ການຂຽນແອັບມ່ວນ ແລະ ງ່າຍຂຶ້ນ.
- Swift ແມ່ນພາສາການຂຽນໂປແກຣມຫຼັກຂອງການຂຽນແອັບ iOS.
- ຖ້ານັກພັດທະນາສົນໃຈໃນການສ້າງແອັບໃຫ້ Apple ຕ້ອງໃຊ້ Xcode (ແມ່ນວິທີດຽວທີ່ຮອງຮັບໃນການພັດທະນາແອັບ iOS).
Xcode ແມ່ນສິ່ງຈຳເປັນທີ່ຂາດບໍ່ໄດ້ເປັນໃນການສ້າງ, ພັດທະນາ ແລະ ທົດສອບແອັບ
- Xcode ແມ່ນທາງເລືອກທີ່ດີທີ່ສຸດສຳລັບນັກພັດທະນາແອັບໃນ iOS ເພາະມີຕົວກວດສອບ source code, ແວດລ້ອມຂອງຊຸດເອກະສານ (files) ທີ່ຈະຊີ້ໃຫ້ເຫັນຂໍ້ຜິດພາດຕ່າງໆໃນຂະນະທີ່ພິມພ້ອມທັງໃຫ້ຄຳແນະນຳວິທີແກ້ໄຂຂໍ້ຜິດພາດນັ້ນ.
- Xcode ຍັງມີແມ່ແບບ ແລະ ຕົວຢ່າງໂຄດທີ່ເກັບໄວ້ ເພື່ອເຮັດໃຫ້ການຂຽນໂຄດສະດວກຂຶ້ນ ນອກນີ້ເຮົາຍັງສາມາດສ້າງແມ່ແບບຂອງເຮົາເອງໄວ້ໄດ້ເພື່ອຫຼຸດເວລາໃນການຂຽນໂຄດທີ່ເຮົາໃຊ້ຕະຫຼອດຄືນ ຄຸນລັກສະນະນີ້ຊ່ວຍໃຫ້ຜູ້ເລີ່ມໃຊ້ແມ່ແບບເພື່ອສ້າງແອັບງ່າຍຂຶ້ນເຖິງແມ່ນວ່າຈະມີຄວາມຮູ້ກ່ຽວກັບການພັດທະນາໂປແກຣມບໍ່ຫຼາຍ.
- ນັກພັດທະນາສາມາດເບິ່ງຫຼາຍຊູດເອກະສານ (files) ພ້ອມກັນໃນ Xcode editor ແລະ ເຮົາຍັງສາມາດໃຊ້ເຄື່ອງມືຄົ້ນຫາ (find) & ແທນທີ່ (replace) ເພື່ອອັບເດດ code ຂອງເຮົາ. ນອກນີ້ code ຂອງເຮົາຈະຖືກບັນທຶກໂດຍອັດຕະໂນມັດ, ສະນັ້ນບໍ່ຈຳເປັນຕ້ອງກັງວົນກ່ຽວກັບການແກ້ໄຂ ຫຼື ການປ່ຽນແປງທີ່ເຮົາໄດ້ເຮັດໄວ້ຈະຫາຍໄປ.
3. ລົງທະບຽນສະໝັກ & ອັບໂຫລດແອັບລົງ App Store Connect (Register & upload your app in App Store Connect )
App Store Connect ຊ່ວຍໃຫ້ນັກພັດທະນາສາມາດຕິດຕາມການຂາຍ, ເບິ່ງລາຍງານ, ຕອບຄຳ ຕິຊົມ ແລະ ອື່ນໆ. TestFlight beta testing ຈະສົ່ງເບຕ້າສ້າງແອັບຂອງເຮົາໃຫ້ນັກທົດສອບເພື່ອໃຫ້ຄຳຕິຊົມ (ໃນບັນຊີ App Store Connect ເຮົາສາມາດເປີດໃຊ້ຄຸນລັກສະນະນີ້ໄດ້).
ຈະປະກອບມີ 3 ສ່ວນຫຼັກໆຄື: App ID, Developer Certificates, UDID ຂອງອຸປະກອນ. ຊຸດເອກະສານດິຈິຕອນ (digital entities) ທີ່ເອົາໄວ້ກວດສອບວ່າ:
- ສາມາດທົດສອບແອັບຂອງເຮົາໃນອຸປະກອນໄດ້ແທ້ ຫຼື ບໍ່ (Development Provisioning Profiles) ອຸປະກອນທີ່ໃຊ້ທົດສອບຕ້ອງລົງທະບຽນກ່ອນຈຶ່ງສາມາດໃຊ້ງານໄດ້.
- ສາມາດຕິດຕັ້ງແອັບຂອງເຮົາເພື່ອໃຊ້ທົດສອບຜ່ານຊ່ອງທາງຄື: ດາວໂຫຼດຈາກເວັບໄຊ (AdHoc Distribute Provisioning Profiles) ຕ້ອງລົງທະບຽນກ່ອນຈຶ່ງຈະສາມາດນຳໃຊ້ໄດ້, ດາວໂຫຼດຈາກເວັບໄຊ (Enterprise Distribute Provisioning Profiles) ບໍ່ຕ້ອງລົງທະບຽນກໍສາມາດໃຊ້ງານໄດ້.
- ສາມາດອັບໂຫຼດແອັບໄປຂາຍໃນ App Store ໄດ້ ຫຼື ບໍ່ (AppStore Distribute Provisioning Profiles).
4. ສົ່ງແອັບເພື່ອໄດ້ຮັບການກວດສອບ & ແອັບຈະຖືກຢັ້ງຢືນ ແລະ ເຜີຍແຜ່ໃນ App Store (Submit your app for review & your app will be verified and published in App Store)
ທຸກໆແອັບຕ້ອງໄດ້ຮັບການອະນຸມັດຈາກທີມງານ Apple ບໍ່ວ່າຈະເປັນດ້ານເຕັກນິກ, ການອອກແບບ ແລະ ເນື້ອຫາກ່ອນທີ່ແອັບຈະຖືກນຳເຂົ້າໃນ App Store.
ໃນບາງກໍລະນີເຮົາຈະໄດ້ຮັບອີເມວແຈ້ງເຕືອນເພື່ອໃຫ້ດັດແປງ, ແກ້ໄຂ ຫຼື ປ່ຽນແປງບາງສິ່ງບາງຢ່າງໃນແອັບຂອງເຮົາດ້ວຍເຫດຜົນທີ່ແຕກຕ່າງກັນຄື:
- ບໍ່ປະຕິບັດຕາມຂໍ້ກຳນົດຂອງ Apple ໃນການເຜີຍແຜ່ແອັບ.
- ແອັບບາງແອບຈະບໍ່ຖືກຍອມຮັບເຊັ່ນ: book applications.
- ສຶກສາເພີ່ມເຕີມເພື່ອຫຼີກລ້ຽງການຖືກປະຕິເສດໄດ້ທີ່ Click here
ຂັ້ນຕອນການອະນຸມັດນີ້ຈະໃຊ້ເວລາ 1–3 ອາທິດ. ຖ້າເຮົາໄດ້ຮັບ Feedback ຈາກທີມງານ Apple ກໍຕ້ອງໄດ້ແກ້ໄຂຈົນກວ່າຈະຜ່ານມາດຖານຂອງທາງ Apple
— — — — — — — — — — — — — — — — — — — — — — — — — —
ແຫຼ່ງຂໍ້ມູນ:
https://developerhowto.com/2018/11/29/publish-an-ios-application-in-the-appstore/
https://www.zerotoappstore.com/what-is-xcode-and-why-do-i-need-it.html