ຂັ້ນຕອນການພັດທະນາແອັບພລິເຄຊັນຕັ້ງແຕ່ຕົ້ນຈົນຈົບ
Step by step of mobile app Development
Step 1: ໄອເດຍໃນການສ້າງແອັບພລິເຄຊັນ
ເວລາເຮັດແອັບຂອງຕົນເອງເຈົ້າຂອງທຸລະກິດຢ່າງໜ້ອຍຕ້ອງຕອບຄຳຖາມເຫຼົ່ານີ້ໃຫ້ໄດ້ເສຍກ່ອນ:
1 ຈຸດປະສົງການສ້າງແອັບຂຶ້ນມາ (App Objectives)
- ເປັນຫຍັງຈຶ່ງຢາກສ້າງແອັບຂຶ້ນມາ?
- ແອັບທີ່ຈະສ້າງມີຄວາມຈຳເປັນສຳລັບທຸລະກິດໜ້ອຍຫຼາຍປານໃດ?
- ເປັນຄວາມຄິດທີ່ສົມເຫດສົມຜົນ ຫຼື ບໍ່ ຖ້າອີງໃສ່ກຸ່ມລູກຄ້າຂອງຕົນເອງ?
- ມີຊັບພະຍາກອນ, ແຫຼ່ງທຶນພຽງພໍໃນການສ້າງ ແລະ ໂປຣໂໝດບໍ່?
2 ກຸ່ມລູກຄ້າ ຫຼື ຜູ້ໃຊ້ງານ (Target Audiences)
- ກຸ່ມລູກຄ້າແມ່ນໃຜ? ຜູ້ໃຊ້ງານມີສັກກະຍະພາບຫຼາຍປານໃດ?
3 ການພັດທະນາແອັບໃຫ້ມີຄວາມໂດດເດັ່ນ (App USP/Unique Selling point)
- ຟີເຈີເດັດໆທີ່ສຳຄັນມີຫຍັງແດ່?
- ຈຸດເດັ່ນຂອງແອັບແມ່ນຫຍັງ? ແຕກຕ່າງກັບເຈົ້າອື່ນແນວໃດ?
- ເປັນຫຍັງຕ້ອງມາໃຊ້ແອັບຂອງເຮົາ?
4 ວິເຄາະຄູ່ແຂ່ງ (Competitors Analysis)
- ຄູ່ແຂ່ງຫຼັກ/ຮອງຂອງຕົນເອງແມ່ນໃຜ? (who are direct and indirect competitors)
- ມີຄູ່ແຂ່ງເຈົ້າໃດມີແອັບຄ້າຍຄືເຮົາບໍ່? ຖ້າມີ ເຮົາຈະຕ້ອງແກ້ບັນຫາແນວໃດ?
5 ການລົງທຶນ (App Investment)
ການເຮັດແອັບຕ້ອງໄດ້ອາໄສທຶນ, ເວລາ ແລະ ຄວາມພະຍາຍາມທີ່ສູງ ຕ້ອງຖາມເຈົ້າຂອງທຸລະກິດນຳວ່າມີຄວາມພ້ອມແລ້ວບໍ່?
6 ການເຮັດການຕະຫຼາດ (App Marketing)
ຈະໂປຣໂໝດແອັບຕົວເອງແນວໃດ? ມີກົນລະຍຸດຫຍັງໃນຊ່ວງທຳອິດ ເພື່ອໃຫ້ເກີດການຮູ້ຈັກ ແລະ ມີຜູ້ໃຊ້ງານ?
Step 2: ວິໄຈການຕະຫຼາດ
ການເຮັດວິໄຈການຕະຫຼາດຈະຊ່ວຍໃຫ້ເຫັນພາບລວມຫຼາຍຂຶ້ນ, ເຂົ້າໃຈຄູ່ແຂ່ງລາຍອື່ນໄດ້ນຳ ແລະ ຍັງຊ່ວຍໃນການວາງແຜນເພື່ອທີ່ຈະສ້າງຜະລິດຕະພັນໃດໜຶ່ງໃຫ້ຕອບໂຈດກ່ອນທີ່ຈະປ່ອຍອອກສູ່ຕະຫຼາດ.
ຂະບວນການວິໄຈຕະຫຼາດມີທັງໝົດ 05 ຂັ້ນຕອນດັ່ງນີ້:
1 ກຳນົດວັດຖຸປະສົງ, ຕົວຕົນ ແລະ ບຸກຄະລິກຜູ້ໃຊ້ງານ (Define your objective, identity and customer persona).
2 ກະກຽມບັນດາຄຳຖາມເພື່ອການເຮັດສຳຫຼວດ (Prepare your research survey questions).
3 ໄຈ້ແຍກກຸ່ມຄົນທີ່ຈະມາມີສ່ວນຮ່ວມ (Identify a portion of that persona to engage).
4 ສຳພາດກຸ່ມລູກຄ້າເປົ້າໝາຍ (Interview people who are your target market).
5 ຮັກສາຂໍ້ມູນຈາກການເຮັດບົດສຳຫຼວດ (Keep survey information).
Step 3: ອອກແບບໂຄງສ້າງຂໍ້ມູນ
ເປັນຂັ້ນຕອນທີ່ຕ້ອງຕັດສິນໃຈວ່າແອັບເຮົາຕ້ອງການຂໍ້ມູນຫຍັງແດ່?, ມີຟີເຈີຫຍັງ? ແລະ ເຮັດວຽກແນວໃດ? ໂດຍການມີບັນທຶກເປັນລາຍການອອກມາ. ນອກນີ້, ຕ້ອງສະແດງຂໍ້ມູນຫຍັງຢູ່ໜ້າແອັບ? ຫຼັງຈາກນັ້ນກໍສ້າງເປັນ ໂຄງຮ່າງ (wireframe).
- ການສ້າງໂຄງຮ່າງ (wireframe) ຕ້ອງໄດ້ຄຳນຶງເຖິງ:
- ການກຳນົດຂະໜາດໂທລະສັບໜ້າຈໍ (Set a Mobile Frame) ໃຫ້ຄື ຫຼື ໃກ້ຄຽງກັບຜູ້ໃຊ້ງານໃຊ້.
- ຄຳນຶງເຖິງປະສົບການຜູ້ໃຊ້ (Use Design Patterns) ທັງລະບົບ IOS ແລະ Andriod ຍ້ອນທັງສອງລະບົບມີຄວາມແຕກຕ່າງກັນພໍສົມຄວນ ໂດຍອີງໃສ່ປະສົບການຜູ້ໃຊ້ທີ່ມີມາກ່ອນ (past experience).
- ຕ້ອງໝັ້ນໃຈວ່າຂະໜາດຂອງເນື້ອຫາທີ່ສະແດງເທິງໜ້າຈໍແຕ່ລະອຸປະກອນມີຄວາມເໝາະສົມບໍ່ໃຫຍ່ເກີນໄປ ຫຼື ຫຼຸດຈາກຂອບໜ້າຈໍ (Ensure Your Content Scales Well).
Step 4: ເລືອກແພລັດຟອມ
ແພລັດຟອມທີ່ຈະໃຊ້ໃນການສ້າງແອັບພລິເຄຊັນປະກອບມີ 02 ຕົວເລືອກໃຫຍ່ໆຄື:
- Native App: ການພັດທະນາແອັບພລິເຄຊັນໂດຍອາໄສເຄື່ອງມື ແລະ ພາສາທີ່ຖືກພັດທະນາຂຶ້ນມາໃຫ້ເໝາະສົມກັບແພລັດຟອມເຊິ່ງກໍຄືພາສາແມ່ຂອງແພລັດຟອມນັ້ນໆ.
- Cross-Platform App/ Hybrid App: ລະບົບປະຕິບັດການທີ່ສາມາດເຮັດວຽກໄດ້ຫຼາຍແພລັດຟອມ
Step 5: ຂັ້ນຕອນການພັດທະນາ
ໃນພາກສ່ວນນີ້ບອກເລີຍວ່າແມ່ນການລົງມືຕົວຈິງທີ່ບັນດານັກພັດທະນາຕ້ອງໄດ້ທຸ້ມແຮງກາຍແຮງໃຈເພື່ອການຂຽນໂຄດເລີຍກໍວ່າໄດ້
ຂັ້ນຕອນນີ້ຈະປະກອບດ້ວຍ Back-End, APIs ແລະ Front-END.
- ການພັດທະນາລະບົບຫຼັງບ້ານ (Back End)ແມ່ນການພັດທະນາໂປຣແກຣມໃນສ່ວນຂອງຫຼັງບ້ານ (ສ່ວນຂອງການເຮັດວຽກຈຳພວກຖານຂໍ້ມູນ ແລະ ໂຄງສ້າງພື້ນຖານ).
- ການພັດທະນາລະບົບໜ້າບ້ານ (Front End) ແມ່ນການພັດທະນາໂປຣແກຣມໃນສ່ວນຂອງໜ້າບ້ານ (ສ່ວນທີ່ຜູ້ໃຊ້ງານສາມາດແນມເຫັນ ຫຼື ສາມາດໂຕ້ຕອບໄດ້ເທິງແອັບພລິເຄຊັນ).
- API ຫຼື Application Programming Interface ແມ່ນລະບົບບໍລິການຂໍ້ມູນກາງລະຫວ່າງຜູ້ໃຊ້/ລູກຄ້າ ແລະ ການເຮັດວຽກຝັ່ງຄອມແມ່ (Server Side).
**ໜ້າທີ່ຫຼັກຂອງ API ແມ່ນການຄອຍຮັບຄຳສັ່ງຈາກຝັ່ງຜູ້ໃຊ້/ລູກຄ້າ ເຊິ່ງແມ່ນແອັບຕ່າງໆ. ໃນທີ່ນີ້ໝາຍເຖິງ ເວັບແອັບ (web app), ແອັບມືຖື (mobile app), ແອັບຄອມພິວເຕີ (desktop app). ເຮົາເອີ້ນການກະທຳຈາກຜູ້ໃຊ້/ລູກຄ້າແມ່ນ ການຮ້ອງຂໍ (Requesting) ເພາະເມື່ອເກີດຄຳສັ່ງ ຫຼື ການຮ້ອງຂໍຕ່າງໆຕົວ API ຈະໄປປະມວນຜົນວ່າສິ່ງທີ່ຮ້ອງຂໍມັນຕົງກັນບໍ່ ຈາກນັ້ນກໍສົ່ງຂໍ້ມູນໄປທີ່ສ່ວນ ຂອງຜູ້ໃຊ້/ລູກຄ້າ ຫຼື ແອັບ ເຮົາເອີ້ນຂັ້ນຕອນນີ້ວ່າການຕອບສະໜອງ (Responding).
ຕົວຢ່າງ API ທີ່ນິຍົມໃນປະຈຸບັນ:
- Google Maps API https://console.cloud.google.com/apis
- Line API https://developers.line.biz
- Facebook API https://developers.facebook.com
- Twitter API https://developer.twitter.com
- Youtube API https://developers.google.com/youtube
- Flickr API https://www.flickr.com/services/api
Step 6: ການທົດສອບ ແລະ ປັບປຸງແອັບພລິເຄຊັນ.
ຂັ້ນຕອນນີ້ມີເພື່ອໃຫ້ແນ່ໃຈວ່າ ບໍ່ມີ bugs ໃຫ້ທີມງານມາແກ້ກັນຕາມຫຼັງເຊິ່ງຂັ້ນຕອນການທົດສອບມີຫຼາຍປະເພດ ຕາມແຕ່ລະຄວາມຄືບໜ້າຂອງການພັດທະນາ:
- Functional Test: ເປັນການທົດສອບວ່າຟີເຈີຕ່າງໆເຮັດວຽກໄດ້ຖືກຕ້ອງຕາມຄວາມຕ້ອງການ ຫຼື ບໍ່?
- Usability Testing: ເປັນການທົດສອບວ່າຜູ້ໃຊ້ງານບໍ່ເກີດຄວາມສັບສົນ & ໃຊ້ງານງ່າຍ ໂດຍການເອົາຄຳຕິຊົມ (feedback) ຈາກຄົນທີ່ບໍ່ເຄີຍເຫັນ ຫຼື ໃຊ້ແອັບນີ້ມາກ່ອນມາປັບປຸງ.
- Performance Testing: ເປັນການທົດສອບຢ່າງໜຶ່ງໃນ Non-Functional Test ເຊັ່ນ: ຄວາມສະຖຽນ/ຄວາມໝັ້ນຄົງ (Stability), ຄວາມໄວ (Speed) ແລະ ການຕອບສະໜອງຕໍ່ຜູ້ໃຊ້ງານ (Response Time) ເພື່ອທີ່ຈະໄດ້ຮູ້ວ່າລະບົບທີ່ຖືກພັດທະນາຂຶ້ນມາຖືກຮອງຮັບ.
ການເຮັດວຽກໜັກໄດ້ດີຫຼາຍໜ້ອຍເທົ່າໃດ.
- Regression Testing: ເປັນການທົດສອບຟີເຈີທີ່ເຄີຍສຳເລັດ ແລະ ທົດສອບຜ່ານໄປໃນຮອບກ່ອນໆ ເພາະການເຮັດໃນຮອບນີ້ອາດສົ່ງຜົນກະທົບກັບຟີເຈີກ່ອນໜ້ານີ້ (ຜູ້ທົດສອບ ທີ່ດີຄວນມີການບັນທຶກລາຍການຂອງກໍລະນີທີ່ທົດສອບ).
- Device-Specific Testing ເປັນການທົດສອບເທິງໜ້າຈໍຫຼາຍໆຂະໜາດ (screen size) ແລະ OS version.
- User Acceptance Testing ໃຫ້ຜູ້ໃຊ້ຈິງມາລອງໃຊ້ແລ້ວເກັບຄຳແນະນຳ/ຕິຊົມ.
Step 7: ການປ່ອຍ Beta Version Application
ການເຮັດ Beta Version ແມ່ນການໃຫ້ຜູ້ໃຊ້ງານກຸ້ມນ້ອຍໃຊ້ງານອີ່ຫຼີ່ ເໝືອນກັບວ່າແອັບພລິເຄຊັນໄດ້ປ່ອຍລົງ ຮ້ານຄ້າໄປຮຽບຮ້ອຍ. ສ່ວນໃຫຍ່ກຸ່ມຄົນນີ້ຈະເປັນຜູ້ໃຊ້ລະດັບສູງ (power user), ຜູ້ໃຊ້ງານໃນຕອນຕົ້ນ (early adopter) ຫຼື ລູກຄ້າທີ່ຢູ່ນຳເຮົາມາດົນ ໃນຂັ້ນຕອນນີ້ເຮົາຈະໄດ້ຂໍ້ມູນທີ່ຫຼາກຫຼາຍ ແລະ ອາດຈະພົບກັບບັນຫາທີ່ບໍ່ເຄີຍທົດສອບມາກ່ອນ ເຊິ່ງດີກວ່າປ່ອຍແອັບ ແລະ ເຮັດການຕະຫຼາດແລ້ວຈຶ່ງມາພົບບັນຫານຳຫຼັງ.
Step 8: ການອັບໂຫຼດແອັບລົງ App Store ແລະ Google Play Store
ແອັບພລິເຄຊັນທົ່ວໄປຈະມີ 2 ສ່ວນທີ່ສຳຄັນຄື: web server ກັບ ຜູ້ໃຊ້/ລູກຄ້າໄວ້ເທິງ Google Play ຫຼື Apple Store
- Web API (Server)
ແມ່ນການຮັບສົ່ງ ແລະ ເກັບຂໍ້ມູນຂອງແອັບມືຖື ເຊິ່ງທາງນັກພັດທະນາຕ້ອງໄດ້ຄຳນຶງ ແລະ ໄຕຕອງເຖິງຄວາມພ້ອມຂອງ ເຊີບເວີໃນການຮອງຮັບຜູ້ໃຊ້ຈຳນວນຫຼາຍຂຶ້ນໃນອານາຄົດ ເພາະອາດຈະມີບັນຫາຕາມຫຼັງມາໄດ້ ຖ້າຖືກໃຊ້ງານໜັກເກີນໄປ ຫຼື ເຊີບເວີຫຼົ້ມ ເພາະຈະເຮັດໃຫ້ແອັບພລິເຄຊັນນັ້ນດຳເນີນການບໍ່ໄດ້
- ການອັບໂຫຼດແອັບ
ການອັບໂຫຼດຂຶ້ນ store ມີຫຼາຍຂັ້ນຕອນ ແລະ ມີແບບຟອມຫຼາຍອັນທີ່ຕ້ອງໄດ້ຕື່ມ, ຕ້ອງໄດ້ເຮັດ screenshot, ເນື້ອຫາສຳລັບການຕະຫຼາດ ແລະ ຕ້ອງຂຽນຄຳອະທິບາຍຕ່າງໆ.
!!! ຢ່າລືມວ່າການອັບໂຫຼດລົງ Google Play ຫຼື Apple Store ມີນະໂຍບາຍ ຫຼື ກົດລະບຽບຕ່າງກັນ. ເພາະສະນັ້ນ, ນັກພັດທະນາຢ່າລືມຄຳນຶງເຖິງຈຸດນີ້ນຳ.
ອ້າງອີງ:
- https://www.mindbowser.com/a-step-by-step-guide-to-mobile-app-development/
- https://blog.openlandscape.cloud/front-end
- https://www.codebee.co.th/labs/api-%E0%B8%84%E0%B8%B7%E0%B8%AD%E0%B8%AD%E0%B8%B0%E0%B9%84%E0%B8%A3-%E0%B8%97%E0%B8%B3%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%A3%E0%B8%B9%E0%B9%89%E0%B8%88%E0%B8%B1%E0%B8%81%E0%B8%81%E0%B8%B1/
- https://medium.com/@pichayas/5-%E0%B8%82%E0%B8%B1%E0%B9%89%E0%B8%99%E0%B8%95%E0%B8%AD%E0%B8%99-%E0%B8%81%E0%B8%A3%E0%B8%B0%E0%B8%9A%E0%B8%A7%E0%B8%99%E0%B8%81%E0%B8%B2%E0%B8%A3%E0%B8%9E%E0%B8%B1%E0%B8%92%E0%B8%99%E0%B8%B2-mobile-application-%E0%B8%95%E0%B8%B1%E0%B9%89%E0%B8%87%E0%B9%81%E0%B8%95%E0%B9%88%E0%B8%95%E0%B9%89%E0%B8%99%E0%B8%88%E0%B8%99%E0%B8%88%E0%B8%9A-5926634aeabf
- https://www.aware.co.th/software-performance-testing/