ກໍລະນີສຶກສາ “ວິວັດທະນາການຂອງ Domino’s Pizza ທີ່ກາຍມາເປັນແບຣນຮ້ານອາຫານດີຈີຕອນແຫ່ງທົດສະວັດ”

Comet Digital Agency
2 min readMar 30, 2021

ປະຕິເສດບໍ່ໄດ້ເລີຍວ່າມືຖືແມ່ນອຸປະກອນທີ່ວິວັດທະນາການແບບກ້າວກະໂດດ ແລະ ໄດ້ກາຍມາເປັນອຸປະກອນທີ່ເຮົາຂາດບໍ່ໄດ້ໃນການອັບເດດຂໍ້ມູນຂ່າວສານ, ຄວາມບັນເທີງ, ການຊ່ວຍເຫຼືອ ຯລຯ ຍ້ອນແນວນີ້, ແບຣນຕ່າງໆໄດ້ນຳເອົາມືຖືເຂົ້າໃນການວາງກົນລະຍຸດດິຈິຕອນ. ການຢູ່ຕໍ່ໜ້າລູກຄ້າໃນອຸປະກອນທີ່ລູກຄ້າໃຊ້ເປັນປະຈຳທຸກມື້ສົ່ງຜົນໃຫ້ເກີດຄວາມຮັບຮູ້ຂອງແບຣນຢ່າງເຂັ້ມແຂງ, ຊ່ວຍເພີ່ມຄວາມຈົງຮັກພັກດີຂອງລູກຄ້າຕໍ່ແບຣນ ແລະ ການມີກົນລະຍຸດທີ່ໃຊ້ມືຖືທີ່ຊັດເຈນສາມາດເພີ່ມລາຍຮັບ ແລະ ຫຼຸດຕົ້ນທຶນໄດ້.

ຮ້ານອາຫານ Fast food ໄດ້ມີການປ່ຽນແປງຢ່າງໄວວາຍ້ອນວ່າແພລັດຟອມອາຫານອອນລາຍເລີ່ມເຂົ້າມາໃນຕະຫຼາດ. Domino’s ໄດ້ຖືກບັງຄັບໃຫ້ແຂ່ງຂັນໃນພື້ນທີ່ດິຈິຕອນທີ່ນັບມື້ນັບສູງຂຶ້ນ, ແຕ່ໂຊກດີທີ່ຍັກໃຫຍ່ພິດຊ້າບໍ່ປະຕິເສດທີ່ຈະສ້າງສັນນະວັດຕະກຳ ແລະ ນຳມາປັບໃຊ້ໃນທຸລະກິດ. ໂດຍການຮັບຮູ້ເຖິງຊ່ອງຫວ່າງໃນການນຳສະເໜີ, Domino’s ໄດ້ຂໍຄວາມຊ່ວຍເຫຼືອຈາກ Future Platforms ໃນການປັບປຸງແອັບ iPhone ແລະ Android ທັງໝົດ, ພ້ອມທັງພັດທະນາດິຈີຕອນໂຊລູຊັນ (Digital Solutions) ໃນທຸກແພລັດຟອມຫຼັກຂອງຕົນ. ທຸລະກິດໄດ້ເຕີບໂຕຈາກການເປັນທຸລະກິດທີ່ສົ່ງອາຫານທາງມືຖືເປັນຫຼັກ ແລະ ກາຍເປັນຜູ້ນຳຕະຫຼາດ mCommerce.

ວິວັດທະນາການຂອງນະວັດຕະກຳທີ່ຊ່ວຍໃຫ້ Domino’s ເຕີບໂຕ ແລະ ກາຍເປັນເຄືອຂ່າຍພິດຊ້າແຖວໜ້າຂອງອາເມລິກາ.

1. Dominos.com

ໃນປີ 1996 ໄດ້ເປີດໂຕເວັບໄຊຂອງຕົນ ແລະ ໄດ້ບັນລຸຍອດຂາຍເຖິງ 2,8 ຕື້ໂດລາໃນປີດຽວກັນ.

2. Domino’s App

ໃນປີ 2011, ເປີດໂຕແອັບສັ່ງຊື້ທາງອອນລາຍຂອງ iphone ພ້ອມກັບຟີເຈີ Domino’s Tracker ຊ່ວຍໃຫ້ລູກຄ້າຕິດຕາມຄວາມຄືບໜ້າຂອງການສັ່ງຊື້ໄດ້ຕັ້ງແຕ່ເວລາທີ່ກົດປຸ່ມ “ສັ່ງຊື້” ຈົນພິດຊ້າເດີນທາງມາຮອດບ້ານລູກຄ້າ ດັ່ງນັ້ນ, ຈຶ່ງເປັນການແກ້ບັນຫາຂອງຄຳຖາມເກົ່າໆທີ່ວ່າ “ພິດຊ້າຂ້ອຍຢູ່ໃສ?”

ໃນປີ 2012, ເປີດໂຕແອັບສັ່ງຊື້ທາງອອນລາຍຂອງ Android ນຳສະເໜີແອັບສັ່ງຊື້ທາງມືຖືໃນສະມາດໂຟນຫຼາຍກວ່າ 80% (11 ປີຫຼັງຈາກທີ່ເປີດໂຕ Dominos.com, ບໍລິສັດໄດ້ກາຍເປັນເຄືອຂ່າຍພິດຊ້າລາຍໃຫຍ່ ແລະ ລາຍທຳອິດທີ່ເປີດໂຕການສັ່ງຊື້ຜ່ານທາງອອນລາຍ).

ໃນປີ 2013, ບໍລິສັດຍັງໄດ້ເພີ່ມຟີເຈີໃໝ່ “Pizza Profiles” ເຊິ່ງຊ່ວຍໃຫ້ລູກຄ້າສາມາດບັນທຶກລາຍການພິດຊ້າທີ່ມັກເຂົ້າໃນແອັບ.

  • ອັບເດດ Domino’s Tracker ກັບປະສົບການໃໝ່ສຸດພິເສດສຳລັບລູກຄ້າທີ່ສັ່ງຊື້ Handmade Pan Pizza.
  • ເປີດໂຕແອັບການສັ່ງຊື້ໃໝ່ສຳລັບ Windows Phone 8. ແອັບໃໝ່ນີ້ ໄດ້ເພີ່ມຄວາມສາມາດທາງສຽງ ແລະ ຊ່ວຍໃຫ້ລູກຄ້າສາມາດໃສ່ຄຳສັ່ງໃນປະຈຸບັນໃສ່ໜ້າຈໍທຳອິດໂດຍກົງ ເຊິ່ງຊ່ວຍໃຫ້ຕິດຕາມການສັ່ງຊື້ໂດຍໃຊ້ Domino’s Tracker.

ໃນປີ 2014

  • ເປີດໂຕແອັບທີ່ເປັນນະວັດຕະກຳ ສາມາດສັ່ງຊື້ໂດຍໃຊ້ Ford SYNC AppLink System. ລູກຄ້າທີ່ມີ Pizza Profile ໃນແອັບມືຖືເມື່ອເຊື່ອມຕໍ່ກັບລົດ Ford ກໍຈະສາມາດໃຊ້ Ford SYNC ໃນການໃຊ້ “Easy Order” ທີ່ບັນທຶກໄວ້ໂດຍໃຊ້ພຽງສອງສາມຂັ້ນຕອນທີ່ງ່າຍໆ ແລະ ສາມາດສັ່ງງານດ້ວຍສຽງ.
  • Domino’s ເລີ່ມຮັບການຊຳລະເງິນຜ່ານ Google Wallet.
  • ເປີດໂຕແອັບສັ່ງຊື້ໃນ iPad ລວມທັງປັບປຸງການຖ່າຍຮູບອາຫານໃຫ້ໜ້າກິນຍິ່ງຂຶ້ນ ແລະ ການປັບປຸງການແຕ່ງໜ້າພິດຊ້າໃຫ້ເໝືອນຈິງຫຼາຍຂື້ນ.
  • ເປີດໂຕຟີເຈີການສັ່ງຊື້ສຳລັບກຸ່ມທາງອອນລາຍເຊິ່ງເຮັດໃຫ້ການສັ່ງຊື້ພິດຊ້າສຳລັບງານລ້ຽງຂະໜາດໃຫຍ່ ແລະ ການຊຸມນຸມແບບກຸ່ມເປັນເລື່ອງງ່າຍ.
  • ໄດ້ເພີ່ມຟີເຈີ “Voice Ordering” ການສັ່ງຊື້ດ້ວຍສຽງ (ສຳລັບ iPhone ແລະ Android).
  • ເປີດໂຕເຕັກໂນໂລຢີການສັ່ງຊື້ຜ່ານມືຖືໃນ Kindle Fire ຂອງ Amazon ໂດຍການເປີດໂຕແອັບ Domino’s Pizza ໃນ Amazon Appstore ສຳລັບ Android, ນີ້ເປັນການປະກົດຕົວຄັ້ງທຳອິດຂອງແບຣນໃນ Amazon Appstore ສຳລັບ Android ແລະ ແອັບໃນແທັບເລັດ.

3. Domino’s AnyWare

  • 2015, Domino’s ເປີດໂຕ Domino’s AnyWare ເຊິ່ງເປັນຊຸດເຕັກໂນໂລຢີທີ່ເປັນນະວັດຕະກຳໃໝ່ທີ່ຊ່ວຍໃຫ້ລູກຄ້າສາມາດສັ່ງຊື້ໄດ້ດ້ວຍຫຼາຍຊ່ອງທາງ ແລະ ໃນຫຼາຍໆອຸປະກອນ. ລູກຄ້າສາມາດສັ່ງຊື້ຜ່ານທາງຂໍ້ຄວາມ, tweet, Samsung Smart TV, ລະບົບ Ford SYNC AppLink, ລະບົບ SmartWatch ຂອງ Android Wear, ແອັບ SmartWatch ຂອງ Pebble ຫຼື ຜ່ານການສັ່ງດ້ວຍສຽງກັບ Dom.
  • ໃນປີ 2016, ໄດ້ເພີ່ມ Amazon Echo ແລະ Alexa, Apple Watch, Facebook Messenger ແລະ Google Home ໃສ່ AnyWare.
  • ໃນປີ 2017, IFTTT ແລະ Slack ໄດ້ເຂົ້າຮ່ວມໃນກຸ່ມຜະລິດຕະພັນ.

4. Domino’s Hotspots

  • 2018 ໄດ້ປະຕິວັດການຈັດສົ່ງອີກຄັ້ງໂດຍການເປິດໂຕ Domino’s Hotspots ທີ່ມີຫຼາຍກວ່າ 200,000 ຈຸດໃຊ້ງານ ເພື່ອໃຫ້ລູກຄ້າສາມາດຮັບຄຳສັ່ງຊື້ການຈັດສົ່ງຢູ່ຈຸດຕ່າງໆເຊັ່ນ: ສວນສາທາລະນະທ້ອງຖິ່ນ, ສະໜາມກິລາ ແລະ ຫາດຊາຍ (ບໍ່ຈຳເປັນຕ້ອງເປັນທີ່ຢູ່ຈິງ). Domino’s ເປີດໂຕຟີເຈີ “dinner bell” ຢູ່ໃນແອັບເພື່ອເຮັດໃຫ້ທຸກຄົນເຂົ້າຮ່ວມໂຕະອາຫານແລງໄດ້ງ່າຍຂື້ນ.
  • 2020 ເພື່ອປັບໂຕໃຫ້ເຂົ້າກັບສະຖານະການ New normal, Domino’s ໄດ້ປະກາດໃຊ້ອີກວິທີໜຶ່ງສຳລັບລູກຄ້າໃນການຮັບເອົາພິດຊ້າຜ່ານ Domino’s Carside Delivery ເປັນອີກທາງເລືອກໃນການຕິດຕໍ່ກັນໜ້ອຍລົງ ລູກຄ້າສາມາດສັ່ງຊື້ ແລະ ຈ່າຍເງິນລ່ວງໜ້າທາງອອນລາຍແລ້ວຖ້າຢູ່ໃນລົດແລ້ວພະນັກງານກໍຈະເອົາລາຍການທີ່ສັ່ງໄປໃຫ້ຢູ່ລົດ.

ນອກຈາກນີ້ Domino’s ຍັງໄດ້ຊອກຫາວິທີໃໝ່ໆໃນການຈັດສົ່ງອາຫານ ແລະ ຍັງໄດ້ຄົ້ນພົບຊ່ອງທາງໃນການສ້າງລາຍຮັບແບບໃໝ່ໂດຍການເປີດຕົວ mobile solutions ເຊິ່ງເຮັດໃຫ້ທຸລະກິດມີລາຍໄດ້ຫຼາຍກວ່າ 450 ລ້ານປອນຕໍ່ປີ ໃນການຂາຍທາງມືຖືພຽງຢ່າງດຽວ.

“ ລູກຄ້າຂອງ Domino’s Pizza ທີ່ຊື້ສິນຄ້າຜ່ານອິນເຕີເນັດມີອັດຕາການປ່ຽນໃຈສູງ, ຊື້ຈາກພວກເຮົາເລື້ອຍໆ, ໃຊ້ຈ່າຍຫຼາຍຂຶ້ນຕໍ່ການເຂົ້າເບິ່ງ, ເຊື່ອໝັ້ນໃນແບຣນສູງ ແລະ ມີຄ່າໃຊ້ຈ່າຍໜ້ອຍກວ່າ ສຳລັບແຟຣນຊາຍຂອງເຮົາໃນການໃຫ້ບໍລິການ ” David Wild, CEO of Domino’s Pizza

ແຫຼ່ງຂໍ້ມູນ:

https://www.futureplatforms.com/how-dominos-pizza-became-the-mobile-brand-of-the-decade/

https://aaronallen.com/blog/dominos-pizza-delivery-technolog

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet