ການເຮັດວຽກຂອງແອັບສົ່ງອາຫານ [Part I]

Comet Digital Agency
2 min readMay 27, 2021

ເຄີຍສົງໄສກັນບໍ່ວ່າ ຈາກການສັ່ງຊື້ອາຫານຜ່ານແອັບຂອງຜູ້ໃຊ້ (User) ໄປຫາການຢືນຢັນການສັ່ງຊື້ຈາກຮ້ານອາຫານ (Restaurant/Merchamt) ແລະ ການຮັບ & ຈັດສົ່ງໂດຍ Rider ຈົນມາຮອດມືຂອງຄົນກິນ (Eater), ລະບົບການເຮັດວຽກຂອງແອັບສົ່ງອາຫານເປັນແນວໃດກັນແທ້? Comet ໄດ້ສະຫຼຸບແບບສັ້ນໆ ແລະ ເຂົ້າໃຈງ່າຍມາໃຫ້ແລ້ວ ໄປຫາຄຳຕອບກັນເລີຍຍຍຍ.

ຂັ້ນຕອນທີ 1. ການສັ່ງຊື້ (Placing an order).

ຜູ້ໃຊ້ດາວໂຫຼດ ແລະ ຕິດຕັ້ງແອັບໃນສະມາດໂຟນຂອງຕົນເອງ. ຈາກນັ້ນ, ຜູ້ໃຊ້ເປີດໃຊ້ງານແອັບ, ເລືອກຮ້ານອາຫານທີ່ຕ້ອງການສັ່ງຊື້, ຄົ້ນຫາຜ່ານເມນູເພື່ອທີ່ຈະເລືອກລາຍການອາຫານ ແລະປະລິມານແລ້ວເພີ່ມເຂົ້າໃນກະຕ່າ.

ຫຼັງຈາກເລືອກລາຍການອາຫານທີ່ຕ້ອງການແລ້ວ, ຜູ້ໃຊ້ສາມາດເລືອກຊຳລະເງິນຕາມຄວາມສະດວກ ຂອງຕົນເອງ (Note: ຂັ້ນຕອນນີ້ສາມາດ relate ຫານະໂຍບາຍທາງການເງິນຂອງລັດໄດ້ ບາງປະເທດທີ່ກຳລັງຜັກດັນ Cash less ກໍຈະຈັບມື້ກັບເຈົ້າຂອງແພລັດຟອມ ຫຼື ແອັບ ຄືອາດຈະບໍ່ໃຫ້ມີແບບຈ່າຍເປັນເງິນສົດໄປເລີຍ ຫຼື ໃຫ້ສ່ວນຫຼຸດກັບຜູ້ໃຊ້ທີ່ຈ່າຍຜ່ານ Online ໃນຂະນະທີ່ຜູ້ໃຊ້ທີ່ຈ່າຍເປັນເງິນສົດຈະໄດ້ຈ່າຍຈຳນວນເຕັມ ຫຼື ກໍຄືພະຍາຍາມເຮັດທຸກວິທີເພື່ອໃຫ້ການຈ່າຍດ້ວຍເງິນສົດຍາກເຂົ້າໄວ້). ຫຼັງຈາກນີ້, ຜູ້ໃຊ້ກໍສາມາດເລີ່ມຕິດຕາມສະຖານະການສັ່ງຊື້ຂອງຕົນໃນແອັບໄດ້ເລີຍ.

ຂັ້ນຕອນທີ 2: ການຈັດການຄຳສັ່ງຊື້ຂອງຮ້ານອາຫານ (Order management by restaurant).

ທັນທີທີ່ມີການສັ່ງຊື້ຜ່ານແອັບ, ການແຈ້ງເຕືອນອັນດຽວກັນນີ້ກໍຈະຖືກສົ່ງໄປຫາຮ້ານອາຫານນັ້ນໆໃນແອັບສະເພາະ. ຮ້ານອາຫານສາມາດເລືອກໄດ້ວ່າຈະຍອມຮັບ ຫຼື ປະຕິເສດຄຳສັ່ງຊື້ນັ້ນ. ແຕ່ຖ້າເມື່ອກົດຍອມຮັບ ຄຳສັ່ງຊື້ຈະຖືກດຳເນີນການໂດຍພະນັກງານໃນຮ້ານອາຫານ (ພໍ່ຄົວ ຫຼື ແມ່ຄົວ) ແລະ ໃບບິນເອີ້ນເກັບເງິນກໍຈະຖືກພິມໂດຍອັດຕະໂນມັດ. ຫຼັງຈາກພະນັກງານຮ້ານອາຫານຢືນຢັນຄຳສັ່ງແລ້ວ ລະບົບກໍຈະສົ່ງການແຈ້ງເຕືອນໄປຫາຄົນຈັດສົ່ງ ຫຼື ກໍຄືໄຣເດີ rider ຜູ້ທີ່ຢູ່ໃກ້ຮ້ານຫຼາຍທີ່ສຸດໂດຍອັດຕະໂນມັດເພື່ອມາຮັບເອົາອາຫານໄປສົ່ງ.

ຂັ້ນຕອນທີ 3: ການຈັດສົ່ງໂດຍຜູ້ຂັບ (Delivery by the rider).

ພາຍຫຼັງທີ່ຜູ້ຈັດສົ່ງ ຫຼື ໄຣເດີ rider ໄດ້ຮັບການແຈ້ງເຕືອນຈາກແອັບຂອງຮ້ານອາຫານແລ້ວ rider ສາມາດເບິ່ງທີ່ຕັ້ງຂອງຮ້ານອາຫານໃນແອັບສະເພາະຂອງ rider ເອງ ແລະ ນຳໃຊ້ແຜນທີ່ເພື່ອໄປຫາຮ້ານອາຫານ ແລ້ວລໍຖ້າອາຫານທີ່ກຳລັງກຽມ. ເມື່ອອາຫານຖືກກະກຽມສຳເລັດແລ້ວ, rider ກົດເລືອກຮັບເອົາຄຳສັ່ງ ແລະ ເດີນທາງໄປຫາສະຖານທີ່ຂອງຜູ້ໃຊ້ ໂດຍນຳໃຊ້ການນຳທາງໃນແອັບເພື່ອສົ່ງອາຫານ.

ໃນເວລາດຽວກັນຜູ້ໃຊ້ສາມາດຕິດຕາມສະຖານະການສັ່ງຊື້ແບບ Real-time, ກວດເບິ່ງຕຳແໜ່ງຂອງ rider ແລະ ເວລາທີ່ຈະມາດຮອດໂດຍປະມານໃນແອັບ.

ຂັ້ນຕອນທີ 4: ການຈັດສົ່ງ ແລະ ຄຳຕິຊົມ (Delivery and Feedback).

ອາຫານຈະຖືກສົ່ງໃຫ້ຜູ້ໃຊ້ (Eater) ແລະ ສະຖານະຂອງການສັ່ງຊື້ກໍຈະຖືກປ່ຽນໄປເປັນ ‘ສົ່ງແລ້ວ’ ຜູ້ໃຊ້ສາມາດຣີວິວ ແລະ ໃຫ້ຄະແນນຮ້ານອາຫານ ແລະ rider ໃນແອັບໄດ້. ຟີເຈີຣີວິວ ແລະ ໃຫ້ຄະແນນ (Review & rate) ບໍ່ພຽງແຕ່ມີອຳນາດໃນການຕັດສິນໃຈຂອງຜູ້ໃຊ້ເທົ່ານັ້ນ ແຕ່ຍັງສາມາດເສີມສ້າງຄວາມໜ້າເຊື່ອຖືຂອງຮ້ານນັ້ນໆໄດ້ອີກນຳເພື່ອສ້າງຄວາມໄວ້ວາງໃຈ ແລະ ສ້າງການແຂ່ງຂັນເພື່ອການບໍລິການທີ່ດີຂຶ້ນ ພ້ອມທັງເປັນຜົນພອຍໄດ້ໃນການຕັດສິນໃຈທີ່ງ່າຍຂຶ້ນຂອງຄົນກິນ ແຕ່ກໍຂຶ້ນກັບຜູ້ພັດທະນາແອັບນັ້ນໆນຳວ່າຈະສ້າງຟີເຈີນີ້ໃຫ້ມີຄວາມໜ້າເຊື່ອຖືພຽງພໍ ຫຼື ບໍ່.

ຕົວຢ່າງ: ແອັບ Airbnb, ຖ້າໃຜເຄີຍໃຊ້ຈະສາມາດຮູ້ໄດ້ເລີຍວ່າບໍ່ແມ່ນໃຜກໍໄດ້ທີ່ສາມາດນຳໃຊ້ຟີເຈີນີ້ໄດ້ (Review & rate) ຕ້ອງເປັນຜູ້ໃຊ້ທີ່ມີການຈອງ, ຈ່າຍເງິນ ແລະ ເຂົ້າພັກສະຖານທີ່ນັ້ນຜ່ານບັນຊີຕົນເອງເທົ່ານັ້ນຈຶ່ງຈະສາມາດສະແດງຄວາມຄິດເຫັນໃນແອັບໄດ້ ນີ້ຈະຊ່ວຍຫຼຸດຜ່ອນຣີວິວຂອງໜ້າມ້າຂອງທີ່ພັກນັ້ນໆ ພ້ອມທັງເຮັດໃຫ້ຟີເຈີນີ້ຂອງແອັບໜ້າເຊື່ອຖືຫຼາຍຂຶ້ນເພາະເປັນຣີວິວທີ່ມາຈາກຜູ້ໃຊ້ແທ້ມາແບ່ງປັນສູ່ຟັງ.

ນີ້ເປັນພຽງຂັ້ນຕອນພື້ນຖານເທົ່ານັ້ນແຕ່ລະແອັບກໍຈະມີການເພີ່ມ ຫຼື ປັບປ່ຽນລູກຫຼິ້ນໄປຕາມແຕ່ລະຮູບແບບຂອງຕົນເອງ ຫວັງວ່າທຸກຄົນຈະເຂົ້າໃຈວິທີທີ່ແອັບສົ່ງອາຫານເຮັດວຽກບໍ່ຫຼາຍກໍໜ້ອຍ ແລະ ເພີດເພີນໃນການນຳໃຊ້ແອັບຫຼາຍຂຶ້ນ :)

Sziasztok!!!

--

--

Comet Digital Agency
Comet Digital Agency

Written by Comet Digital Agency

Welcome to Comet sharing space :) enjoy our pool of knowledge. We are a mobile app development agency in Laos with a focus on user experience and creativity.

No responses yet